ດົນຕີພື້ນເມືອງຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ກໍ່ແມ່ນຄວາມງາມທີ່ເປັນມູນເຊື້ອ ເຊິ່ງໄດ້ສະແດງອອກຜ່ານບັນດາການເຄື່ອນໄຫວສັງຄົມຂອງຊາວຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດ.

ພ້ອມກັບດົນຕີທັນສະໄໝ, ບັນດານັກສິລະປິນສະແດງສິລະປະພື້ນເມືອງ ຄື: ຂັບເສີມ, ຂັບແຈ່ວ, ຂັບກາຍເລືອງ, ຂັບກວານເຫາະ, ຂັບວີຢັ້ມ… ໄດ້ຂັບຮ້ອງເພື່ອເປັນການລະດົມກຳລັງໃຈໃຫ້ແກ່ວົງຄະນະຍາດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ບັນດາບົດເພງພື້ນເມືອງເຫຼົ່ານັ້ນ ມີເນື້ອຮອງ, ທຳນອງໃໝ່ ນຳເອົາສາຍລົມໃໝ່ທີ່ທັນສະໄໝມາໃຫ້ດົນຕີພື້ນເມືອງ, ຮ່ວມເດີນທາງພ້ອມກັບວົງຄະນະຍາດທຳການຕໍ່ສູ້ກັບໂລກລະບາດ.

ດົນຕີພື້ນເມືອງຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ບົດເພງໂຄວິດ ໂດຍ Kyo York, ນັກຮ້ອງຊາວອາເມລິກາ ທີ່ຮັກຫອມປະເທດຫວຽດນາມ ສະແດງ, ນຳໃຊ້ທຳນອງສຽງດົນຕີພື້ນເມືອງທາງພາກເໜືອຫວຽດນາມ ທີ່ລື້ງເຄີຍ

(ພາບ: hanoitv.vn)

ເມື່ອຕົ້ນເດືອນ ເມສາ, ບົດເພງ ຈົ໊ງເກີມ ຕ້ານໂລກລະບາດໂຄວິດ-19, ຫຼື ຍັງເອີ້ນວ່າ ບົດເພງໂຄວິດ ໂດຍ Kyo York, ນັກຮ້ອງຊາວອາເມລິກາ ທີ່ຮັກຫອມປະເທດຫວຽດນາມ ສະແດງ, ນຳໃຊ້ທຳນອງສຽງດົນຕີພື້ນເມືອງທາງພາກເໜືອຫວຽດນາມ ທີ່ລື້ງເຄີຍ, ຄຸ໊ກດ້າວມິງ ໄດ້ຂຽນເນື້ອເພງ ແລະ ປະສານສຽງດົນຕີໃໝ່. ເນື້ອເພງ ຈົ໊ງເກີມ ຕ້ານໂລກລະບາດໂຄວິດ-19 ມີຄວາມເປັນໜ້າຮັກ ແລະ ກົມກຽວມີລັກສະນະໂຄສະນາການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ. ນັກຮ້ອງ Kyo York ໃຫ້ຮູ້ວ່າ, ມີໂທລະພາບຫຼາຍຊ່ອງຢູ່ພາຍໃນ ແລະ ຕ່າງປະເທດຂໍເອົາບົດເພງນີ້ອອກອາກາດ. ຜ່ານຜະລິດຕະພັນນີ້, Kyo York ຢາກຮຽກຮ້ອງວ່າ: “ຈົ່ງຮ່ວມແຮງຮ່ວມໃຈຍູ້ໂລກລະບາດໃຫ້ຖອຍໄປ, ກັບຄືນສູ່ວຽກງານ ແລະ ການດຳລົງຊີວິດເປັນປົກກະຕິເດີ ເພື່ອນຂອງຂ້ອຍທັງຫຼາຍ”.

ນ້ຳໃຈສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ກໍ່ແມ່ນຄວາມງາມທີ່ເປັນມູນເຊື້ອ ເຊິ່ງໄດ້ສະແດງອອກຜ່ານບັນດາການເຄື່ອນໄຫວສັງຄົມຂອງຊາວຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດ. ຈາກປະເທດເຢຍລະມັນ, ນັກປະພັນເພງຍິງ ຮ່ວາງທິຍື, ປະທານສະມາຄົມຜູ້ນິຍົມສິລະປະພື້ນເມືອງຫວຽດນາມ, ໄດ້ແບ່ງປັນວ່າ.

        “ທົ່ວໂລກພວມມານະພະຍາຍສະກັດກັ້ນໂລກລະບາດໂຄວິດ-19. ຜ່ານໂລກລະບາດຄັ້ງນີ້, ພວກເຮົາໄດ້ເຫັນຄວາມສະໜິດຕິດພັນຂອງມະນຸດຍິ່ງກວ່າເວລາໃດໝົດ. ຈາກທົ່ວທຸກແຖບຖິ່ນ, ພໍ່ແມ່ພີ່ນ້ອງຊາວຫວຽດນາມ ໄດ້ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຫຼາຍທີ່ສຸດ. ຢູ່ ເຢຍລະມັນ, ບ່ອນທີ່ຂ້າພະເຈົ້າພວມດຳລົງຊີວິດຢູ່ນັ້ນ, ຂະບວນການນີ້ກໍ່ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ. ເພື່ອນມິດສາກົນໄດ້ຕີລາຄາສູງຂະບວນການນີ້. ນັ້ນແມ່ນແຫຼ່ງລະດົມກຳລັງໃຈເພື່ອໃຫ້ຂ້າພະເຈົ້າແຕ່ງບົດຂັບແຈ່ວທີ່ມີຊື່ວ່າ ຜ້າອັດປາກເຕັມໄປດ້ວຍນ້ຳໃຈເມດຕາປານີ”.

ດົນຕີພື້ນເມືອງຮ່ວມແຮງຮ່ວມໃຈປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 2 (MV ຂັບເສິມ ດັບສູນໂຄໂຣນາ ຂອງກອງສິລະປະຂັບເສິມ ຮ່າແທ່ງ)

ໃນຈຳນວນບັນດາຜະລິດຕະພັນສິລະປະພື້ນເມືອງດ້ວຍຫົວຂໍ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ນັ້ນ, ແຟນເພງມີຄວາມຕົກສະເງີ້ ແລະ ດີໃຈກັບ MV ຂັບເສິມ ດັບສູນໂຄໂຣນາ ຂອງກອງສິລະປະຂັບເສິມ ຮ່າແທ່ງ. ໃນບົດຂັບ ເສິມຊາຍ ນີ້, ຜູ້ຟັງໄດ້ຮັບຟັງບັນດາຄຳເວົ້າມ່ວນໆທີ່ລື້ງເຄີຍເຊິ່ງສື່ສັງຄົມໄດ້ນຳໃຊ້ໃນຊຸມມື້ຜ່ານມາ. ພິເສດ, ບົດຂັບເສິມ ກໍ່ໄດ້ເນັ້ນໜັກວ່າ, ຍ້ອນມີນ້ຳໃຈສາມັກຄີ, ຄວາມຕັດສິນໃຈຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນໃນທົ່ວປະເທດ ແມ່ນມີລັກສະນະຕັດສິນໃນການປ້ອງກັນ, ສະກັດກັ້ນໂລກລະບາດທີ່ອັນຕະລາຍນີ້. ນັກດົນຕີ ຫງວຽນກວາງລອງ, ຜູ້ແຕ່ງບົດຂັບເສິມ ດັບສູນໂຄໂຣນາ, ແບ່ງປັນວ່າ.

        “ຂ້າພະເຈົ້າໄດ້ນຳໃຊ້ທຳນອງຂັບເສິມຊາຍ, ແມ່ນທຳນອງເສິມ ບໍ່ໄດ້ເຜີຍແຜ່ມາກ່ອນ, ແຕ່ໄດ້ນຳມາເຊິ່ງຄວາມເບີກບ່ານມ່ວນຊື່ນ, ເມື່ອໄວຣັດໂຄໂຣນາ ເປັນສິ່ງທີ່ຊົ່ວຮ້າຍ ຕ້ອງປັດເຂ່ຍໃຫ້ອອກຈາກຊີວິດຂອງພວກເຮົາ. ໃນ MV, ບັນດານັກສິລະປິນກອງສິລະປະຂັບເສິມຮ່າແທ່ງ ໄດ້ສະແດງບົນຮູບພາບສາລາບ້ານທາງພາກເໜືອ. ຮູບພາບນັ້ນກໍ່ເປັນສັນຍາລັກໃຫ້ແກ່ມູນເຊື້ອຂອງຊາດຫວຽດນາມ ເຊິ່ງຍາມໃດພວກເຮົາກໍ່ຮ່ວມແຮງຮ່ວມໃຈກັນຜ່ານຜ່າທຸກຄວາມຫຍຸ້ງຍາກ”.

        ພ້ອມກັບດົນຕີທັນສະໄໝ, ການປະກົດອອກຂອງບັນດາບົດດົນຕີພື້ນເມືອງກ່ຽວກັບຫົວຂໍ້ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ ແລະ ພວມເພີ່ມທະວີການລະດົມກຳລັງໃຈ, ປຸກລະດົມໃຫ້ທຸກຄົນຈົ່ງພ້ອມກັນຍົກສູງສະຕິຮັບມືກັບໂລກລະບາດ. ນີ້ແມ່ນວິທີເພື່ອໜູນຊ່ວຍທາງດ້ານຈິດໃຈໃຫ້ວົງຄະນະຍາດມີແຫຼ່ງພະລັງງານຕື່ມອີກໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ