ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ

(VOVWORLD) -ໃນຊຸມປີມໍ່ໆມານີ້, ຂະບວນການ Startup ຂອງໄວໜຸ່ມ ຢູ່ນະຄອນ ດ່ານັ້ງ ໄດ້ດຳເນີນຢ່າງຟົດຟື້ນ. ນັບມື້ນັບມີຫຼາຍຮູບແບບ Startup ໂດຍໄວໜຸ່ມ, ຊາວໜຸ່ມ ເປັນເຈົ້າຂອງ, ບັນລຸໄດ້ຜົນສຳເລັດ, ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ພ້ອມທັງແຜ່ຂະຫຍາຍຈິດໃຈ Startup ໃນຊຸມຊົນຢ່າງແຮງ.

ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ - ảnh 1ຮູບແບບລ້ຽງນົກກະທາເອົາໄຂ່ (ພາບ:VOV)

ປີ 2017, ອ້າຍ ຫງວຽນແທັງຈຸງ ຢູ່ຕາແສງ ຮ່ວາເຟືອກ, ເມືອງ ຮ່ວາວາງ (ຮຽນຈົບມະຫາວິທະຍາໄລວິສະວະກອນ ດ່ານັ້ງ), ໄດ້ຕັດສິນໃຈຢຸດອາຊີບຂັບລົດ ເພື່ອເລີ່ມຕົ້ນການຊອກຮູ້, ຮ່ຳຮຽນບັນດາຮູບແບບລ້ຽງສັດ ທີ່ບັນລຸໄດ້ປະສິດທິຜົນສູງຢູ່ ທ້ອງຖິ່ນ ແລະ ເຂດໃກ້ຄຽງ, ໃນນັ້ນມີຮູບແບບລ້ຽງນົກກະທາເອົາໄຂ່. ດ້ວຍຄວາມຮູ້ທີ່ຮຽນມາໄດ້, ອ້າຍຈຸງ ໄດ້ກູ້ຢຶມເງິນຈາກຄະນະຊາວໜຸ່ມເມືອງ ແລະ ທະນາຄານນະໂຍບາຍສັງຄົມ ເມືອງ ຮ່ວາວາງ, ເພື່ອເປີດຟາມລ້ຽງນົກກະທາ. ເຖິງວ່າຈຳນວນທຶນໄລຍະເບື້ອງຕົ້ນມີແຕ່ 50 ລ້ານດົ່ງ, ແຕ່ດ້ວຍຄວາມມານະພະຍາຍາມ ແລະ ຈິດໃຈຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ຟາມລ້ຽງນົກກະທາຂອງ ອ້າຍຈຸງ ນັບມື້ນັບໄດ້ເປີດກວ້າງ ແລະ ມາຮອດປັດຈຸບັັນ ລາວມີນົກກະທາກ່ວາ 20.000 ໂຕ. ໄລ່ສະເລ່ຍຕໍ່ວັນ, ຟາມເກັບ ໄຂ່ໄດ້ແຕ່ 10.000 ຫາ 12.000 ໜ່ວຍ ແລະ ມີແມ່ຄ້າ, ພໍ່ຄ້າທີ່ມາຊື້ຈາກທຸກແຖບຖິ່ນ. ຍ້ອນວ່າຄ່າໃຊ້ຈ່າຍສົ້ນເຂົ້າ ແລະ ວິວັດການລ້ຽງທີ່ເໝາະສົມ, ສະນັ້ນ ຈິ່ງບັນລຸໄດ້ກຳໄລດີພໍສົມຄວນ, ໄລ່ສະເລ່ຍກຳໄລແຕ່ລະປີ ປະມານ 300 ລ້ານດົ່ງ. ມີຊາວໜຸ່ມໃນເຂດຫຼາຍຄົນ ໄດ້ມາຫາລາວ ເພື່ອຮ່ຳຮຽນ ແລະ ພັດທະນາຮູບແບບ Startup ນີ້. ອ້າຍ ຫງວຽນແທັງຈຸງ ແບ່ງປັນວ່າ:

ເມື່ອຫັນມາດຳເນີນທຸລະກິດຕາມຮູບແບບລ້ຽງນົກກະທາເອົາໄຂ່ ກໍບັນລຸໄດ້ປະສິດທິຜົນສູງກວ່າ. ມີຊາວໜຸ່ມຢາກຮ່ຳຮຽນບົດຮຽນປະສົບການ, ຂ້າພະເຈົ້າກໍ່ພ້ອມທີ່ຈະແບ່ງປັນ. ລ້ຽງນົກກະທາ ຖ້າລ໊ຽງດີ ຈະອອກໄຂ່ 13.000 ໜ່ວຍ/ວັນ”.

ຢູ່ຕາແສງ ຮ່ວາເຄືອງ, ເມືອງຮ່ວາວາງ, ຟາມລ້ຽງປາຂອງ ອ້າຍ ກາວວັນເຕີຍ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາຮູບແບບຊາວໜຸ່ມ Startup ດີເດັ່ນຂອງນະຄອນ ດ່ານັ້ງ ໃນປັດຈຸບັນ. ຟາມຂອງ ອ້າຍ ກ້ວາງກ່ວາ 1000 ເຮັກຕາ, ເຊິ່ງລ້ຽງປາຫຼາຍຊະນິດ. ໂດຍພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ດ່ານັ້ງ ໄດ້ໜູນຊ່ວຍແນວພັນ, ອາຫານ ແລະ ເຕັກນິກໃນການລ້ຽງ, ອ້າຍ ກາວວັນເຕີຍ ບໍ່ພຽງແຕ່ເປີດກ້ວາງເນື້ອທີ່ໜອງລ້ຽງປາເທົ່ານັ້ນ, ລາວຍັງລົງທຶນກໍ່ສ້າງໂຮງງານ ດ້ວຍລະບົບເຄື່ອງຈັກທີ່ທັນສະໄໝ ເພື່ອ ປຸງແຕ່ງ ຢໍ່ປາຕອງ. ປັດຈຸບັນ, ໄລ່ສະເລ່ຍ ແຕ່ລະວັນ, ໂຮງງານປຸງແຕ່ງຂອງ ອ້າຍເຕີຍ ຜະລິດຢໍ່ປາຕອງໄດ້ ແຕ່ 70 ກີໂລກຼາມ ຫາ 100 ກີໂລກຼາມ, ສະໜອງໃຫ້ລູກຄ້າສັ່ງຊື້ແບບທາງໄກ ກໍ່ຄືບັນດາຮ້ານວາງຂາຍສະບຽງອາຫານປອດສານພິດ, ຮ້ານອາຫານຢູ່ນະຄອນ ດ່ານັ້ງ. ຮູບແບບລ້ຽງປາ ແລະ ປຸງແຕ່ງຢໍ່ປາຂອງ ອ້າຍ ກາວວັນເຕີຍ ໄດ້ນຳມາເຊິ່ງແຫຼ່ງລາຍຮັບເສດຖະກິດທີ່ດີໃຫ້ແກ່ຕົນເອງ ກໍ່ຄືຜູ້ອອກແຮງງານຫຼາຍຄົນໃນທ້ອງຖິ່ນ. ອ້າຍ ກາວວັນເຕີຍ ໃຫ້ຮູ້ວ່າ:

ດ້ວຍຮູບແບບສ້າງອາຊີບຄືໃນປັດຈຸບັນ, ຄອບຄົວຂອງຂ້າພະເຈົ້າບໍ່ປະສົບກັບຄວາມຫຍຸ້ງຍາກຄືເມື່ອກ່ອນ, ເຊິ່ງຍັງມີກິນມີໃຊ້ມີໄວ້ມີເຫຼືນຳອີກ. ຮູບແບບພວມພັດທະນາ ດັ່ງນັ້ນ ຂ້າພະເຈົ້າ ຢາກເປີດກວ້າງຕື່ມອີກ. ຫວັງວ່າ ຈະມີຫຼາຍຊ່ອງທາງໜູນຊ່ວຍດ້ານເຄື່ອງຈັກອຸປະກອນ, ການປຸງແຕ່ງຜະລິດຕະພັນຊະນິດຕ່າງໆ ເພື່ອຈົດທະບຽນຫຍີ່ຫໍ້ຜະລິດຕະພັນຂອງຂ້າພະເຈົ້າ ເພື່ອສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນຕື່ມອີກ.

ຕາມຕົວເລກສະຖິຕິ, ປັດຈຸບັນ, ນະຄອນດ່ານັ້ງ ມີຮູບແບບຊາວໜຸ່ມ Startup ກ່ວາ 350 ຮູບແບບ, ສ່ວນຫຼາຍລ້ວນແຕ່ມີການເຄື່ອນໄຫວເປັນຢ່າງດີ, ນຳມາເຊິ່ງແຫຼ່ງຜົນປະໂຫຍດດ້ານເສດຖະກິດສູງ, ພ້ອມທັງ ສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ເປັນປົກກະຕິໃຫ້ແກ່ຜູ້ອອກແຮງງານ. ທ່ານ ເລກົງຮຸ່ງ, ຮອງເລຂາຊາວໜຸ່ມນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:

ນີ້ແມ່ນບັນດາແບບຢ່າງ Startup ໃຫ້ແກ່ຊາວໜຸ່ມ. ບັນດາເພື່ອນໜຸ່ມ ກໍ່ມີຄວາມປາດຖະໜາຢາກເປີດກ້ວາງຂອບຂະໜາດການຜະລິດ, ມີແຫຼ່ງເງິນທຶນໜູນຊ່ວຍຕື່ມອີກ, ຜ່ານນັ້ນ ກໍໄດ້ຊ່ວຍກຳລັງແຮງງານຢູ່ ທ້ອງຖິ່ນ. ຄະນະຊາວໜຸ່ມນະຄອນ ກໍ່ຄືສະຫະສະມາຄົມ ຊາວໜຸ່ມ ໄດ້ປະຕິບັດການສຳຫຼວດ ແລະ ກຳໄດ້ຄວາມຕ້ອງການ, ໜູນຊ່ວຍແຫຼ່ງທຶນ ໃຫ້ແກ່ບັນດາເພື່ອນໜຸ່ມ Startup.

ຄວາມມານະພະຍາຍາມ ແລະ ຈິດໃຈ Startup ຂອງບັນດາເພື່ອນໜຸ່ມ ຢູ່ ດ່ານັ້ງ ບໍ່ພຽງແຕ່ປະກອບສ່ວນໂດຍກົງ ເຂົ້າໃນການແກ້ໄຂບັນຫາເສດຖະກິດ, ລາຍຮັບໃຫ້ແກ່ຫຼາຍຄອບຄົວເທົ່ານັ້ນ ຫາກຍັງແຜ່ກະຈາຍຈິດໃຈຕັ້ງໜ້າ Startup ໃນປະຊາຄົມອີກດ້ວຍ, ປະກອບສ່ວນຢ່າງແທດຈິງເຂົ້າການພັດທະນາດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ