ຕ້ອນຮັບບຸນເຕັດໃນເຮືອນມະຫາສາມັກຄີ

(VOVWORLD) - ໃນໄລຍະຜ່ານມາ, ເຮືອນ “ມະຫາສາມັກຄີ” ຫລາຍຫລັງຂອງແຂວງ ລ້າງເຊີນ ໄດ້ນຳເອົາຄວາມເບີກບານມ່ວນຊື່ນ, ຄວາມຜາສຸກມາໃຫ້ຫລາຍຄອບຄົວ.

  ປີ 2019, ທຸກຂັ້ນ, ທຸກຂະແໜງການໃນທ້ອງຖິ່ນໄດ້ປຸກລະດົມກໍ່ສ້າງເຮືອນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວນະໂຍບາຍໃນບໍລິເວນໄດ້ 230 ຫລັງ ດ້ວຍມູນຄ່າການກໍ່ສ້າງທັງໝົດ 8 ຕື້ດົ່ງ. ນີ້ແມ່ນຄວາມເບີກບານມ່ວນຊື່ນຂອງບັນດາຄອບຄົວທຸກຍາກຢ່າງແທ້ຈິງ ໃນໂອກາດບຸນເຕັດປະຈຳຊາດວຽນມາ. ບົດຂຽນຂອງນັກຂ່າວ VOV.

ຕ້ອນຮັບບຸນເຕັດໃນເຮືອນມະຫາສາມັກຄີ - ảnh 1 ຕ້ອນຮັບບຸນເຕັດໃນເຮືອນມະຫາສາມັກຄີ

ໃນຊຸມວັນທ້າຍປີ, ຄອບຄົວລຸງ ນົງວັນບ໊າວ ຢູ່ຕາແສງ ເຕິນລຽນ, ເມືອງ ກາວລົກ, ແຂວງ ລ້າງເຊີນ ຟົດຟື້ນມ່ວນຊື່ນໄປດ້ວຍສຽງເວົ້າສຽງຫົວຂອງລູກຫຼານພວມສຸມໃສ່ມ້ຽນມັດຈັດແຈງເຄື່ອງຂອງເພື່ອຂຶ້ນເຮືອນໃໝ່. ມາຮອດປັດຈຸບັນ, ລຸງ ບ໊າວ ຍັງບໍ່ເຊື່ອວ່າ ຕົນເອງຈະໄດ້ດຳລົງຊີວິດຢູ່ເຮືອນຫລັງໃໝ່ກ້ວາງຂວາງງາມຕາ ແລະ ແໜ້ນໜາຖາວອນ ພາຍຫລັງດຳລົງຊີວິດແບບຊາມຊາມາເປັນເວລາຫລາຍປີ. ຄອບຄົວຂອງລຸງແມ່ນຄອບຄົວທຸກຍາກ. ເມື່ອໄດ້ຮັບການຊ່ວຍເຫຼືອເງິນ 30 ລ້ານດົ່ງຈາກຄະນະກຳມະການແນວໂຮມປະເທດຊາດເມືອງ ກາວລົກ, ແຂວງ ລ້າງເຊີນ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງສັງຄົມໜູນຊ່ວຍເງິນ, ຄ່າແຮງງານ, ຄອບຄົວລຸງ ນົງວັນບ໊າວ ຈຶ່ງກໍ່ສ້າງໄດ້ເຮືອນຫລັງໃໝ່ ເຊິ່ງມີເນື້ອທີ່ກ້ວາງ 55 ຕາແມັດ. ລຸງ ນົງວັນບ໊າວ ໃຫ້ຮູ້ວ່າ:

ແຕ່ດົນມາແລ້ວ, ນັບແຕ່ສະໄໝພໍ່ແມ່ຂອງຂ້າພະເຈົ້າຍັງຢູ່ ເຮືອນຫຼັງຄາຮົ່ວຝົນ ແລະ ມາຮອດປັດຈຸບັນຍັງເປັນແນວນັ້ນ ຢູ່ຄືເກົ່າ. ບໍ່ມີເງື່ອນໄຂກໍ່ສ້າງເຮືອນ. ຖ້າລັດບໍ່ໜູນຊ່ວຍ ຂ້າພະເຈົ້າກໍ່ບໍ່ມີຄວາມສາມາດກໍ່ສ້າງເຮືອນໄດ້. ພັກ ແລະ ລັດໄດ້ໜູນຊ່ວຍ ເພື່ອໃຫ້ຄອບຄົວຂ້າພະເຈົ້າກໍ່ສ້າງເຮືອນຫລັງໃໝ່ມີຄວາມແໜ້ນໜາຖາວອນກ່ວາ, ບໍ່ຢ້ານຝົນຕົກຟ້າລົມ. ອີກແລ້ວ ຂ້າພະເຈົ້າຂອບໃຈພັກ - ລັດຫລາຍໆ ແລະ ນັບແຕ່ນີ້ຕໍ່ໄປ ຂ້າພະເຈົ້າຈະສຸມໃສ່ເຮັດນາ, ປູກພືດພັນທັນຍາຫານຊະນິດຕ່າງໆ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ.

ອ້າຍ ວີວັນດ່ານ ຢູ່ຕາແສງ ກ໋ວາງລາກ, ນະຄອນ ລ້າງເຊີນ ດີໃຈທີ່ສຸດເມື່ອໄດ້ດຳລົງຊີວິດຢູ່ເຮືອນຫລັງໃໝ່ ເຊິ່ງມີເນື້ອທີ່ກ້ວາງເກືອບ 70 ຕາແມັດ. ດ້ວຍການໜູນຊ່ວຍຂອງອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ທ້າຍເດືອນ ກໍລະກົດ 2019, ຄອບຄົວອ້າຍ ດ່ານ ໄດ້ມີເຮືອນຢູ່ຫລັງໃໝ່ແໜ້ນໜາຖາວອນດີ ແທນໃຫ້ເຮືອນຫລັງເກົ່າທີ່ມີຫລັງຄາເປ່ເພ, ຝົນຮົ່ວ, ອາດຈະພັງລົງຍາມໃດບໍ່ຮູ້. ອ້າຍ ວີວັນດ່ານ ໃຫ້ຮູ້ວ່າ:

ແຕ່ກ່ອນຢູ່ເຮືອນຫລັງຄາຮົ່ວ, ຝົນຕົກປຽກໝົດ. ດຽວນີ້, ມີເຮືອນຫລັງໃໝ່ແໜ້ນໜາຖາວອນດີ, ຂ້າພະເຈົ້າດີໃຈຫລາຍ ແລະ ກໍ່ມີຄວາມອຸ່ນອ່ຽນໃຈ ເມື່ອໄປທຳມາຫາກິນ. ຂ້າພະເຈົ້າຍັງມີໜີ້ຢູ່ຈຳນວນໜຶ່ງ ແຕ່ດຸໝັ່ນໄປເຮັດວຽກ ຈະຄ່ອຍໆໃຊ້ໄດ້.

ຕ້ອນຮັບບຸນເຕັດໃນເຮືອນມະຫາສາມັກຄີ - ảnh 2 ລຸງ ນົງວັນບ໊າວ ຢູ່ຕາແສງ ເຕິນລຽນ, ເມືອງ ກາວລົກ, ແຂວງ ລ້າງເຊີນ 

ຄວາມເບີກບານມ່ວນຊື່ນຂອງຄອບຄົວລຸງ ນົງວັນບ໊າວ ແລະ ຄອບຄົວອ້າຍ ວີວັນດ່ານ ກໍ່ແມ່ນຄວາມເບີກບານມ່ວນຊື່ນຮ່ວມກັນຂອງກ່ວາ 230 ຄອບຄົວທຸກຍາກ, ຄອບຄົວນະໂຍບາຍ, ຄອບຄົວທີ່ຢູ່ໂດດດ່ຽວ ທີ່ໄດ້ຮັບການໜູນຊ່ວຍກໍ່ສ້າງເຮືອນຫລັງໃໝ່ ດ້ວຍງົບປະມານການໃຊ້ຈ່າຍກ່ວາ 8 ຕື້ດົ່ງໃນປີ 2019. ຜ່ານນັ້ນ, ສ້າງກາລະໂອກາດໃຫ້ແກ່ບັນດາຄອບຄົວເຫຼົ່ານັ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິເທື່ອລະກ້າວ. ທ່ານ ຫງວຽນວັນຈູງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

ນັບແຕ່ຕົ້ນປີ, ພວກຂ້າພະເຈົ້າໄດ້ຈັດຕັ້ງການປຸກລະດົມກອງທຶນເພື່ອຄົນທຸກຍາກ. ອາດເວົ້າໄດ້ວ່າ ຜ່ານການຂົນຂວາຍປຸກລະດົມ ແລະ ກອງທຶນໜູນຊ່ວຍນີ້, ພວກຂ້າພະເຈົ້າກໍ່ມີການປະກອບສ່ວນໜ້ອຍໜຶ່ງເຂົ້າໃນກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກໃນບໍລິເວນທົ່ວແຂວງ ດ້ວຍແຜນນະໂຍບາຍທີ່ວ່າ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ.

ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ຄວາມແບ່ງປັນຂອງປະຊາຄົມ, ບຸນເຕັດປີນີ້, ຄອບຄົວທຸກຍາກ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ລ້າງເຊີນ ນັບຮ້ອຍຄອບຄົວ ຈະໄດ້ຕ້ອນຮັບບຸນເຕັດຢູ່ເຮືອນຫລັງໃໝ່ທີ່ກ້ວາງຂວາງ ແລະ ງາມຕາ. ບັນດາຊາຍຄາມະຫາສາມັກຄີ ບໍ່ພຽງແຕ່ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງປະເທດ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນແຫຼ່ງປຸກລະດົມເພື່ອໃຫ້ເຂົາເຈົ້າບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ມີຊີວິດການເປັນຢູ່ທີ່ດີງາມກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ