ທິມບານເຕະຍິງ ຫວຽດນາມ - ບັນດານັກກິລາຍິງສ້າງສິ່ງມະຫັດສະຈັນ

(VOVWORLD) - ຜົນງານທີ່ບັນລຸໄດ້ຢູ່ດິນແດນ ກຳປູເຈຍ ຈະແມ່ນກຳລັງໜູນ, ແມ່ນບາດກ້າວເລີ່ມຕົ້ນທີ່ຈຳເປັນ ເພື່ອໃຫ້ຄູຝຶກ ມາຍດຶກຈູງ ແລະ ນັກກິລາບານເຕະຍິງ ຫວຽດນາມ ມຸ່ງໄປເຖິງງານແຂ່ງຂັນທີ່ສຳຄັນເຊິ່ງແມ່ນ World Cup ບານເຕະຍິງ
ທິມບານເຕະຍິງ ຫວຽດນາມ - ບັນດານັກກິລາຍິງສ້າງສິ່ງມະຫັດສະຈັນ - ảnh 1ນັກກິລາບານແຕະຍິງ ແລະ ຄູຝຶກ ມາຍດຶກຈູງ
(ພາບ: nhandan.vn)

        ທີ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 32) ຜ່ານມາ, ບັນດານັກກິລາຍິງຂອງທິມບານເຕະຍິງ ຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນໃຫ້ແກ່ພື້ນຖານກິລາຂອງ ຫວຽດນາມ. ດ້ວຍຫຼຽນຄຳທີ່ຄວ້າໄດ້ໃນ SEA Games 32 ຄັ້ງນີ້, ບັນດານັກກິລາຍິງ ສາມາດປ້ອງກັນແຊັມຂອງຕົນໄວ້ໄດ້, ບັນລຸສະຖິຕິຄວ້າໄດ້ຫຼຽນຄຳປະເພດກິລາບານເຕະຍິງເປັນ 4 ຄັ້ງຢ່າງລຽນຕິດ ແລະ ເຂົ້າສູ່ປະຫວັດສາດຂອງ SEA Games 32 ເມື່ອຍາດໄດ້ແຊັມທັງໝົດ 8 ຄັ້ງໃນເຫດການກິລາຢູ່ພາກພື້ນ.

        ເດືອນ ພຶດສະພາ ຜ່ານມາ, ຢູ່ສະໜາມກິລາ Olympic (ປະເທດ ກຳປູເຈຍ), ບັນດານັກກິລາຍິງຂອງ ຫວຽດນາມ ສາມາດເອົາຊະນະຕໍ່ທິມບານເຕະຍິງ ມຽນມາ 2 ປະຕູຕໍ່ 0 ໃນການແຂ່ງຂັນຊິງແຊັມຢູ່ SEA Games 32. ດ້ວຍໄຊຊະນະດັ່ງກ່າວ, ນັກກິລາບານແຕະຍິງ ແລະ ຄູຝຶກ ມາຍດຶກຈູງ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງທົ່ວຄະນະນັກກິລາ ຫວຽດນາມ ຢູ່ SEA Games 32. ທ່ານ ດັ້ງຮ່າຫວຽດ, ຫົວໜ້າຄະນະນັກກິລາ ຫວຽດນາມ ທີ່ເຂົ້າຮ່ວມ SEA Games 32, ຢືນຢັນວ່າ:

        “ບັນດານັກກິລາຍິງຂອງ ຫວຽດນາມ ຍາດໄດ້ແຊັມ 8 ຄັ້ງ, ໃນນັ້ນແມ່ນຄວ້າໄດ້ຫຼຽນຄຳ 4 ຄັ້ງຢ່າງລຽນຕິດ. ນີ້ແມ່ນສິ່ງມະຫັດສະຈັນໃນ SEA Games ຄັ້ງນີ້, ບັນດານັກກິລາຍິງໄດ້ສ້າງຂີດໝາຍພິເສດທີ່ສຸດ, ໂດຍສະເພາະແມ່ນການປຸກລຸກຄວາມຄາດຫວັງຢາກອຸທິດສ່ວນ, ສ້າງກຳລັງໜູນໃຫ້ແກ່ບັນດານັກກິລາປະເພດກິລາອື່ນຂອງຄະນະນັກກິລາ ຫວຽດນາມ”.

        ຜົນງານທີ່ໜ້າປະທັບໃຈຂອງບັນດານັກກິລາຍິງ ຫວຽດນາມ ທີ່ຍາດມາໄດ້ໃນຄັ້ງນີ້ແມ່ນເລີ່ມມາຈາກຄວາມຕັດສິນໃຈຂອງແຕ່ລະສ່ວນບຸກຄົນ, ສົມທົບນ້ຳໃຈນັກກິລາຂອງທັງທິມ. ນີ້ແມ່ນໝາກຜົນທີ່ເໝາະສົມສຳລັບຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງນັກກິລາຍິງທຸກຄົນໃນທິມ. ນັກກິລາຍິງ ຮວິ່ງຍື, ຫົວໜ້າທິມບານເຕະຍິງ ຫວຽດນາມ, ແບ່ງປັນວ່າ:

        “ເຂົ້າຮ່ວມງານແຂ່ງຂັ້ນນີ້, ທ່ານ ຈູງ ໄດ້ເວົ້າວ່າ ຖ້າຫາກທິມບານເຕະຍິງຍາດເອົາແຊັມໄດ້ນັ້ນ ແມ່ນພວກເຮົາຈະເຂົ້າສູ່ປະຫວັດສາດ. ດ້ວຍຄຳເວົ້າເຫຼົ່ານັ້ນ, ກໍຄືຄວາມມານະພະຍາຍາມຂອງທັງທິມ, ເອື້ອຍນ້ອງໄດ້ລະດົມກຳລັງໃຈໃຫ້ແກ່ກັນ, ພ້ອມກັນນັ້ນກໍແມ່ນຄວາມຮັກແພງຈາກແຟນບານ, ສະນັ້ນພວກຂ້າພະເຈົ້າ ຈິ່ງສາມາດເຮັດໄດ້”.

        ສ່ວນນັກກິລາບານເຕະຍິງ ຫງວຽນທິແທັງຍ້າ (ອາຍຸ 22 ປີ), ໃນຈຸດເວລາຍິງບານເຂົ້າປະຕູຂອງທິມບານເຕະຍິງ ມຽນມາ ນັ້ນ ເຊິ່ງຊ່ວຍໃຫ້ທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊະນະ 2 ປະຕູຕໍ່ 0 ໃນນັດແຂ່ງຂັນຮອບຊິງຊະນະເລີດແມ່ນຂີດໝາຍທີ່ບໍ່ອາດລືມໄດ້ໃນການພາລະກິດກິລາບານເຕະ. ນັກກິລາບານເຕະຍິງ ແທັງຍ້າ, ແບ່ງປັນວ່າ:

        “ນ້ອງມີຄວາມສຸກທີ່ສຸດເມື່ອໄດ້ປະກອບສ່ວນເຂົ້າໃນໄຊຊະນະຂອງທິມບານເຕະຍິງ ຫວຽດນາມ. ເມື່ອຄະນະຄູຝຶກມີຄວາມໄວ້ເນື້ອເຊື່ອໃຈໃຫ້ນ້ອງລົງເດີ່ນ, ນ້ອງກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ກໍຄືນຳໃຊ້ທຸກຈຸດແຂງຂອງຕົນເອງ ເພື່ອສາມາດຊ່ວຍໃຫ້ເພື່ອນຮ່ວມທິມ ກໍຄືທຳລາຍຮົ້ວປ້ອງກັນປະຕູຂອງຄູ່ແຂ່ງ”.

        ຜົນງານຂອງທິມບານເຕະຍິງທີ່ສ້າງມາໄດ້ນັ້ນ, ແມ່ນບໍ່ອາດຂາດການປະກອບສ່ວນກຳລັງເຫື່ອແຮງຂອງຄະນະຄູຝຶກໄດ້, ໃນນັ້ນ, ກໍຕ້ອງເວົ້າເຖິງຄູຝຶກ ມາຍດຶກຈູງ, ຄູຜູ້ທີ່ໄດ້ຕິດພັນກັບກິລາບານເຕະຍິງ ຫວຽດນາມ ມາເປັນເວລາຫຼາຍປີ. ຄູຝຶກ ມາຍດຶກຈູງ ໃຫ້ຮູ້ວ່າ:

        “SEA Games 32 ຄັ້ງນີ້ແມ່ນຫຍຸ້ງຍາກທີ່ສຸດສຳລັບພວກຂ້າພະເຈົ້າ. ຈຳນວນນັກກິລາຂອງທິມບານເຕະຍິງບໍ່ພໍ, ມີນັກກິລາຫຼາຍຄົນຮັບບາດເຈັບ, ນັກກິລາກໍໜຸ່ມນ້ອຍ, ແຕ່ພວກຂ້າພະເຈົ້າກໍຍັງສືບຕໍ່ຍາດໄດ້ໄຊຊະນະໃນຄັ້ງນີ້. ແທັງຍ້າ ມີລະດັບການແລ່ນໄວ, ຍິງບານໄດ້ດີ, ໃນການແຂ່ງຂັນໄດ້ຍິງບານເຂົ້າປະຕູ 2 ລູກ, ຂ້າພະເຈົ້າຄິດວ່າ ນີ້ແມ່ນການຍິງເຂົ້າປະຕູທີ່ງາມທີ່ສຸດໃນ SEA Games ຄັ້ງນີ້”.

         ພາຍຫຼັງຜົນງານທີ່ໜ້າເອກອ້າງທະນົງໃຈຂອງທິບານເຕະຍິງ ຫວຽດນາມ ຢູ່ SEA Games 32, ສື່ມວນຊົນສາກົນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄູຝຶກ ມາຍດຶກຈູງ ແລະ ນັກກິລາບານເຕະຍິງ ຫວຽດນາມ. ເວັບໄຊຂອງສະຫະພັນບານເຕະ ອາຊີ (AFC) ຖືວ່າ ຜົນງານຂອງທິມບານເຕະຍິງ ຫວຽດນາມ ແມ່ນລະດັບສະຖິຕິທີ່ບັນດາຄູ່ແຂ່ງຢູ່ພາກພື້ນຕ້ອງໃຊ້ເວລາດົນຈຶ່ງຈະສາມາດທຳລາຍໄດ້. ໃນບົດໄຈ້ແຍກເຊິ່ງໄດ້ລົງໃນໜ້າເວັບໄຊຂອງຕົນ, ຄະນະກຳມະການ Olympic ສາກົນ (IOC) ຖືວ່າ ໄຊຊະນະໃນຮອບຊິງຊະນະເລີດຢູ່ SEA Games 32 “ມີຄວາມໝາຍພິເສດສະເພາະ” ສຳລັບ ຫວຽດນາມ ເມື່ອທິມນັກກິລານີ້ພວມກະກຽມເຂົ້າຮ່ວມການແຂ່ງຂັນ World Cup ບານເຕະຍິງເປັນຄັ້ງທຳອິດໃນລະດູແລ້ງປີນີ້.

        ສຳລັບບັນດານັກກິລາໃນທິມບານເຕະຍິງ ຫວຽດນາມ, ຜົນງານທີ່ບັນລຸໄດ້ຢູ່ດິນແດນ ກຳປູເຈຍ ຈະແມ່ນກຳລັງໜູນ, ແມ່ນບາດກ້າວເລີ່ມຕົ້ນທີ່ຈຳເປັນ ເພື່ອໃຫ້ຄູຝຶກ ມາຍດຶກຈູງ ແລະ ນັກກິລາບານເຕະຍິງ ຫວຽດນາມ ມຸ່ງໄປເຖິງງານແຂ່ງຂັນທີ່ສຳຄັນເຊິ່ງແມ່ນ World Cup ບານເຕະຍິງ ໂດຍຈະເລີ່ມແຂ່ງຂັນຢູ່ ອົດສະຕາລີ ແລະ ນິວຊີແລນ ໃນເດືອນ ກໍລະກົດ ຈະມາເຖິງ. ນີ້ຈະເປັນຄັ້ງທຳອິດທີ່ກິລາບານເຕະຍິງ ຫວຽດນາມສາມາດ ເຂົ້າຮ່ວມການແຂ່ງຂັນລະດັບໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ