ທິມບານເຕະຍິງ ຫວຽດນາມ ແລະ ຜົນງານໂດດເດັ່ນຢູ່ SEA Games 30

(VOVWORLD) - ຫວ່າງແລ້ວນີ້, ທິມບານເຕະຍິງ ຫວຽດນາມ ໄດ້ສ້າງຜົນງານຢ່າງມະຫັດສະຈັນ ກາຍເປັນທິມບານເຕະທຳອິດທີ່ຄວ້າໄດ້ຫຼຽນຄຳປະເພດບານເຕະຍິງ 6 ຫຼຽນຢູ່ SEA Games ຄັ້ງຕ່າງໆ. ເພື່ອບັນລຸໄດ້ຜົນງານຢ່າງມະຫັດສະຈັນນັ້ນ ແມ່ນການແຂ່ງຂັນດ້ວຍຄວາມພະຍາຍາມຢ່າງສຸດຂີດໃນນັດການແຂ່ງຂັນຊີງຊະນະເລີດ 120 ນາທີ ກັບທິມບານເຕະຍິງຂອງ ໄທ ດ້ວຍການຍາດຊີງບານ ແລະ ໄດ້ຮັບບາດເຈັບ. 

 ບັນດານັກເຕະບານຍິງຂອງ ຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມຕັດສິນໃຈຢ່າງເດັດດ່ຽວ ຈົນສຸດຄວາມສາມາດຂອງຕົນ ຄືບັນດານັກຮົບທີ່ຕໍ່ສູ້ໃນສະໜາມຮົບ ເຕັມໄປດ້ວຍຄວາມດຸເດືອດ, ຂ້ຽວຂາດ ແລະ ຫຍຸ້ງຍາກທີ່ສຸດ. ບົດຂຽນຂອງນັກຂ່າວ VOV.

ທິມບານເຕະຍິງ ຫວຽດນາມ ແລະ ຜົນງານໂດດເດັ່ນຢູ່ SEA Games 30  - ảnh 1 ທິມບານເຕະຍິງ ຫວຽດນາມ ແລະ ຜົນງານໂດດເດັ່ນຢູ່ SEA Games 30 

ກ່ອນການແຂ່ງຂັນ SEA Games ຄັ້ງທີ 30, ປະເພດກິລາບານເຕະຍິງໄດ້ຈັດຕັ້ງຢູ່ SEA Games ລວມທັງໝົດໄດ້ 10 ຄັ້ງແລ້ວ, ໃນນັ້ນ ຫວຽດນາມ ໄດ້ແຊມ 5 ຄັ້ງ. ດ້ວຍເລື່ອງຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ໄທ ໃນນັດແຂ່ງຂັນຊີງຊະນະເລີດ ເຊິ່ງດຳເນີນໃນວັນທີ 08 ທັນວາ ຜ່ານມາ, ທິມບານເຕະຍິງ ຫວຽດນາມ ຄວ້າໄດ້ຫຼຽນຄຳດວງທີ 6, ກາຍເປັນທິມບານເຕະທີ່ມີຜົນງານດີເດັ່ນທີ່ສຸດໃນປະເພດກິລາບານເຕະຍິງຢູ່ງານມະຫາກຳກິລາພາກພື້ນ ອາຊຽນ.

ໃນນັດແຂ່ງຂັນຊີງຊະນະເລີດ ບັນດານັກເຕະບານຍິງຕ້ອງຕັດສິນໃຈແຂ່ງຂັນຢ່າງດຸເດືອດເພື່ອໃຫ້ຄົບເວລາການແຂ່ງຂັນ 90 ນາທີທາງການ ຕໍ່ກັບຄູ່ແຂ່ງທີ່ມີພື້ນຖານຄວາມແຂ່ງແກ່ນ, ບັນດານັກກິລາຕ້ອງແຂ່ງຂັນເກີນຄວາມສາມາດຂອງຕົນຄື: ກິມແທັງ, ຮີ່ງຍື, ຕ໊ວຽດຢຸງ, ຫງວຽນທິຊ໊ວຽນ, ເຈືອງທິກ່ຽວ…ລ້ວນແຕ່ໝົດກຳລັງ ແຕ່ຈິດໃຈຂອງເຂົາເຈົ້າຍັງເປັນນັກຮົບທີ່ມີຄວາມກ້າຫານ, ເດັດດ່ຽວ. ນັກເຕະບານຍິງ ເຈືອງທິກ່ຽວ ແບ່ງປັນວ່າ:

ນ້ອງຍັງໄດ້ຮັບບາດເຈັບຢູ່ ເມື່ອລົງເດີ່ນນັ້ນ ຮູ້ແຕ່ວ່າ ຕົນເອງຕ້ອງແຂ່ງຂັນຈົນສຸດຄວາມສາມາດຂອງຕົນ ເພື່ອສົມກັບຄວາມຄອງຄອຍຂອງແຟນບານ. ຫົວໜ້າຄູຝຶກ ມາຍດຶກຈູງ ໄດ້ປຸກລະດົມ, ໃຫ້ກຳລັງໃຈພວກນ້ອງ ເພື່ອຍາດເອົາໄຊຊະນະໃຫ້ໄດ້.

ຄວາມມານະພະຍາຍາມຂອງບັນດານັກເຕະບານຍິງ ຫວຽດນາມ ໃນນາທີທີ 2 ຂອງນັດຕໍ່ເວລາທຳອິດ ນັກເຕະ ຫ໋າຍອ໊ຽນ ໄດ້ຍິງເຂົ້າປະຕູຂອງຄູ່ແຂ່ງ. ກອງໜ້າ ຫ໋າຍອ໊ຽນ ໃຫ້ຮູ້ວ່າ:

ນ້ອງຮູ້ສຶກດີໃຈທີ່ສຸດ ເມື່ອຍາດໄດ້ໄຊຊະນະ. ນ້ອງກໍ່ມີຄວາມຕື້ນຕັນໃຈ ທີ່ໄດ້ປະກອບສ່ວນໜ້ອຍໜຶ່ງ ເພື່ອຍາດເອົາໄຊຊະນະມາໃຫ້ແກ່ປະເທດຊາດ ແລະ ຄວ້າໄດ້ຫຼຽນຄຳດວງທີ 2 ໃນພາລະກິດຂອງຕົນ.

ທິມບານເຕະຍິງ ຫວຽດນາມ ແລະ ຜົນງານໂດດເດັ່ນຢູ່ SEA Games 30  - ảnh 2 ທິມບານເຕະຍິງ ຫວຽດນາມ ແລະ ຜົນງານໂດດເດັ່ນຢູ່ SEA Games 30 

ພາຍຫລັງຍິງເຂົ້າປະຕູຂອງຄູ່ແຂ່ງ, ບັນດານັກເຕະບານຍິງ ຫວຽດນາມ ໄດ້ສືບຕໍ່ແຂ່ງຂັນຢ່າງເດັດດ່ຽວກ້າແກ່ນ ເພື່ອປົກປ້ອງຜົນງານຂອງຕົນ. ບັນດານັກຮົບຍິງດາວຄຳ ໄດ້ມີການແຂ່ງຂັນຢ່າງດຸເດືອດ, ເອົາຊະນະຕົນເອງ. ຫົວໜ້າທິມບານເຕະຍິງ ຮີ່ງຍື ແບ່ງປັນວ່າ:

ເມື່ອສິ້ນສຸດການແຂ່ງຂັນໃນເຄິ່ງເວລາທຳອິດ, ຂາຂອງ ເຈືອງທິກ່ຽວ ຖືກບາດເຈັບມີເລືອດໄຫຼອອກ, ບັນດາທ່ານໝໍຕ້ອງໄດ້ດູແລ ແລະ ຮຳບາດແຜໃຫ້ ກ່ຽວ. ນັກເຕະບານທັງໝົດໃນທິມ ລ້ວນແຕ່ລະດົມກຳລັງໃຈກັນ ເພື່ອແຂ່ງຂັນໃຫ້ດີທີ່ສຸດ. ພວກນ້ອງໄດ້ພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນໃນເວລາ 120 ນາທີ.”

ຫຼຽນຄຳແມ່ນຜົນງານທີ່ສົມກັບຄວາມມານະພະຍາຍາມຂອງ ລູກສິດ ແລະ ຄູຝຶກ ມາຍດຶກຈູງ. ຄູຝຶກ ມາຍດຶກຈູງ ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ:

ຂ້າພະເຈົ້າມີຄວາມຮູ້ສຶກເບີກບານໃຈທີ່ສຸດ. ນີ້ແມ່ນຄັ້ງທີ 6 ທີ່ທິມບານເຕະຍິງ ຫວຽດນາມ ໄດ້ເປັນແຊ້ມ ອາຊຽນ. ນັ້ນແມ່ນການປະກອບສ່ວນຂອງນັກກິລາທັງໝົດໃນທິມ. ໝົດທຸກຄົນໃນທິມໄດ້ແຂ່ງຂັນຈົນສຸດຄວາມສາມາດຂອງຄົນ ເຖິງວ່າມີບາງຄົນຂາປັ້ນ, ໄດ້ຮັບບາດເຈັບກໍ່ຕາມ ແຕ່ເຂົາເຈົ້າກໍ່ຍັງພະຍາຍາມແຂ່ງຂັນ ແລະ ຍາດໄດ້ໄຊຊະນະ.

ໄຊຊະນະຂອງທິມບານເຕະຍິງ ຫວຽດນາມ ໄດ້ຮັບຄວາມນິຍົມ, ນັບຖືຈາກມະຫາຊົນຜູ້ນິຍົມບານເຕະ ພ້ອມດ້ວຍວົງການສື່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ອີກຄັ້ງໜຶ່ງເປັນການຢັ້ງຢືນເຖິງທີ່ຕັ້ງອັນດັບ 1 ຂອງກິລາບານເຕະຍິງ ຫວຽດນາມ ຢູ່ ພາກພື້ນອາຊີຕາເວັນອອກສ່ຽງໃຕ້./.

ຕອບກັບ

ຂ່າວ/ບົດ​ອື່ນ