ທ່ອງທ່ຽວດ່າລາດ ມີຄວາມສະດວກກວ່າດ້ວຍໂປຼແກຼມ “Dalat City”

(VOVWORLD) -ນະຄອນດ່າລາດ, ແຂວງ ເລິມດົ່ງ ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບແຖວໜ້າຂອງຫວຽດນາມ. ແຕ່ລະປີ, ຢູ່ແຫ່ງນີ້ໄດ້ຕ້ອນຮັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບລ້ານເທື່ອຄົນ.
ທ່ອງທ່ຽວດ່າລາດ ມີຄວາມສະດວກກວ່າດ້ວຍໂປຼແກຼມ “Dalat City” - ảnh 1

ເພື່ອໜູນຊ່ວຍ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວ, ແຂວງ ເລິມດົ່ງ ໄດ້ສ້າງໂປຼແກຼມ Dalat City ທີ່ສາມາດຕິດຕັ້ງໃນໂທລະສັບມືຖື. ດ້ວຍໂປຼແກມ ນີ້, ນັກທ່ອງທ່ຽວສາມາດຊອກໄດ້ຂໍ້ມູນຂ່າວສານຢ່າງວ່ອງໄວ, ຊັດເຈັນ ແລະ ຄວາມຮັບຜິດຊອບກ່ຽວກັບທຸກການບໍລິການທີ່ດຳເນີນຢູ່ນະຄອນນີ້.

        ອ້າຍ ຮິນຮວ່າງທຽນຕ່າຍ, ນັກທ່ອງທ່ຽວມາຈາກນະຄອນໂຮ່ຈິມິນ, ເຖິງວ່າເປັນຄັ້ງທຳອິດທີ່ມາຢ້ຽມຊົມ, ພັກຜ່ອນບຳລຸງສຸຂະພາບຢູ່ດ່າລາດ ກໍ່ຕາມ, ແຕ່ທຸກການເຄື່ອນໄຫວຄື ກິນດື່ມ, ລະຫຼີ້ນ, ສະຖານທີ່ທ່ອງທ່ຽວ, ລາຄາໂຮງແຮມ ແລະ ບັນດາການບໍລິການທ່ອງທ່ຽວລ້ວນແຕ່ເຄື່ອນໄຫວດ້ວຍດີ ແລະ ຖືກຕາມການຄາດຄະເນໃນເບື້ອງຕົ້ນ. ເພື່ອມີການຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບທີ່ຖືກໃຈນັ້ນ ຍ້ອນວ່າກ່ອນໜ້ານັ້ນ ອ້າຍໄດ້ຊອກຮູ້, ອັບເດັດທຸກຂໍ້ມູນຂ່າວສານທີ່ຈຳເປັນຜ່ານໂປຼແກມ Dalat City ເຊິ່ງໄດ້ຕິດຕັ້ງໃນໂທລະສັບມືຖືຂອງຕົນ.

        “ຜະລິດຕະພັນໃນໂປຼແກຼມແມ່ນສົມບູນທີ່ສຸດ, ຂ້າພະເຈົ້າເຫັນວ່າ ມີທັງອາຫານການກິນ, ບັນດາສະຖານທີ່ທ່ອງທ່ຽວ ແລະ ບັນດາຂໍ້ມູນຂ່າວສານກ່ຽວກັບເຫດການ ຫຼື ບັນດາສະຖານທີ່ອາດສາມາດມາຢ້ຽມຢາມຄື: ຕະຫຼາດ ດ່າລາດ, ຕະຫຼາດດອກໄມ້… ນີ້ແມ່ນສິ່ງທີ່ຂ້າພະເຈົ້າມີຄວາມປະທັບໃຈ, ຍ້ອນຂ້າພະເຈົ້າບໍ່ຕ້ອງຊອກຮູ້ຂໍ້ມູນຂ່າວສານຈາກແຫຼ່ງຕ່າງໆອີກ, ພຽງແຕ່ຢູ່ໃນໂປຼແກຼມນີ້ກໍ່ມີຄົບຖ້ວນໝົດແລ້ວ. ຂ້າພະເຈົ້າຄິດວ່າ, ແຂວງອື່ນໆກໍ່ຄວນນຳໃຊ້ໂປຼແກຼມແບບນີ້”.

        ກໍ່ເຊັ່ນດຽວກັນ, ອ້າຍ ເຈົາຢາບາວ, ນັກທ່ອງທ່ຽວທີ່ມາຈາກແຂວງ ດົ່ງນາຍ ກໍ່ມີຄວາມເພິ່ງພໍໃຈກ່ຽວກັບໂປຼແກຼມນີ້. ນອກຈາກເລື່ອງທີ່ຮູ້ລາຄາການບໍລິການຕ່າງໆ, ໄລຍະທາງ, ຍານພາຫະນະໄປມາແລ້ວ, ອ້າຍ ບາວ ຍັງຂຶ້ນແຜນການທ່ອງທ່ຽວທີ່ເໝາະສົມໃຫ້ແກ່ຕົນເອງໃນຕະຫຼອດ 3 ວັນທີ່ມາຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບຢູ່ດ່າລາດ ອີກດ້ວຍ.

        “ໂປຼແກຼມມີຂໍ້ມູນຂ່າວສານຢ່າງຄົບຖ້ວນຄື: ເຮືອນພັກບ່ອນຫຼີ້ນ, ບ່ອນຢູ່, ບັນດາຮ້ານອາຫານ ແມ່ນມີປະໂຫຍດສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມດ່າລາດ, ບໍ່ຕ້ອງເສຍເວລາໄປຊອກຮູ້ຂໍ້ມູນຂ່າວສານຕື່ມອີກ, ຊ້ຳບໍ່ໜຳມັນຍັງສ້າງຄວາມເຊື່ອໝັ້ນໃຫ້ເຮົາຕື່ມອີກ. ຂ້າພະເຈົ້າໄດ້ຮູ້ທີ່ຢູ່ທີ່ຈະໄປພັກຜ່ອນ ແລະ ບັນດາສະຖານທີ່ຈະໄປຢ້ຽມຢາມ. ໂປຼແກມ Dalat City ແມ່ນເໝາະສົມກັບບັນດາເພື່ອນໜຸ່ມທີ່ຢາກໄປຢ້ຽມຢາມຫຼາຍບ່ອນຢູ່ແຫ່ງນີ້”.

        ໂປຼແກມ Dalat City ແມ່ນໂປຼແກມທີ່ສາມາດນຳໃຊ້ໃນໂທລະສັບມືຖືອັດສະລິຍະໄດ້ທຸກໜ່ວຍທີ່ມີລະບົບດຳເນີນງານ Androi ຫຼື IOS ໂດຍນະຄອນ ດ່າລາດ ສົມທົບກັບບັນດາຫົວໜ່ວຍພະແນກ, ຂະແໜງການຂອງແຂວງເລິມດົ່ງ ສ້າງຂຶ້ນ ແລະ ນຳເຂົ້າໃຊ້ການ, ດ້ວຍຄາດໝາຍນຳດ່າລາດ ໃຫ້ກາຍເປັນນະຄອນທ່ອງທ່ຽວອັດສະລິຍະ, ສະໜິດສະໜົມ, ເຮັດໃຫ້ນັກທ່ອງທ່ຽວມີຄວາມເພິ່ງພໍໃຈ. ພາຍຫຼັງດາວໂຫຼດຈາກ App Store ຫຼື Google Play, ໂປຼຼແກຼມ Dalat City ຈະສະໜອງໃຫ້ນັກທ່ອງທ່ຽວບັນດາຂໍ້ມູນລະອຽດກ່ຽວກັບສະຖານທີ່ ແລະ ລາຄາບັນດາການບໍລິການພັກເຊົາ, ຄ່າເຂົ້າຢ້ຽມຊົມສະຖານທີ່ທ່ອງທ່ຽວ, ການຊື້ເຄື່ອງຂອງ ແລະ ບັນເທິງ; ບັນດາຂໍ້ມູນໂປໂມຊັນຫຼຸດລາຄາ ແລະ ບັນດາສະຖານທີ່ຂອງຮາກຖານສາທາລະນະສຸກ, ຕຳຫຼວດ, ພາຫະນະໄປມາ… ຢ່າງຄົບຖ້ວນ.

        ນອກຈາການສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກທ່ອງທ່ຽວແລ້ວ, ໂປຼແກຼມ Dalat City ຍັງສະໜອງໃຫ້ບັນດາວິສາຫະກິດຂອງ ດ່າລາດ - ເລິມດົ່ງ ເຊື່ອມຕໍ່, ໂຄສະນາຂໍ້ມູນຂ່າວສານລະອຽດຂອງບັນດາການບໍລິການຂອງຫົວໜ່ວຍຕົນເອງໂດຍບໍ່ເສຍຄ່າ. ຕາມທ່ານນາງ ຫງວຽນທິບິ໊ກງອັກ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເລິມດົ່ງ ແລ້ວ, ໂປຼແກຼມ ນີ້ຍັງສະໜອງເບີໂທລະສັບສາຍດ່ວນ ເພື່ອໃຫ້ນັກທ່ອງທ່ຽວປະກອບຄຳເຫັນຂອງຕົນກ່ຽວກັບການບໍລິການ, ບັນຫາທີ່ເກີດຂຶ້ນ… ເຖິງບັນດາອົງການທີ່ມີໜ້າທີ່ ເພື່ອແກ້ໄຂຢ່າງທັນການອີກດ້ວຍ. ທ່ານນາງ ຫງວຽນທິບິ໊ກງອັກ, ໃຫ້ຮູ້ວ່າ.

        “ນັກທ່ອງທ່ຽວໄດ້ຮັບຜົນປະໂຫຍດຫຼາຍຢ່າງ, ສາມາດຈ່ອງຫ້ອງພັກ, ຈ່ອງປີ້ຍົນໂດຍກົງທາງເຄືອຂ່າຍອີນເຕີແນັດເພື່ອເປັນການປະຢັດເວລາ. ນັກທ່ອງທ່ຽວກໍ່ສາມາດຊອກຫາຂໍ້ມູນຂ່າວສານບໍ່ວ່າເຂດທ່ອງທ່ຽວໃດ. ນອກນັ້ນ, ນັກທ່ອງທ່ຽວສາມາດຂຶ້ນແຜນໃຫ້ແກ່ຕົນເອງວ່າ ຈະໄປຢ້ຽມຢາມຢູ່ໃສ, ເປັນເວລາຈັກມື້, ລາຄາແມ່ນຄືແນວໃດ, ການກິນຢູ່, ລະຫຼີ້ນຢູ່ແຫ່ງຫົນໃດ, ໃນໂປຼແກຼມ ໄດ້ແນະນຳຢ່າງລະອຽດ”.

        ດ້ວຍການກຳນົດທິດສ້າງດ່າລາດ ໃຫ້ກາຍເປັນນະຄອນທ່ອງທ່ຽວອັດສະລິຍະ, ຖືປະຊາຊົນເປັນໃຈກາງ, ດ້ວຍ 3 ເຈົ້າກຳແມ່ນ ວິສາຫະກິດ, ນັກທ່ອງທ່ຽວ ແລະ ອົງການຄຸ້ມຄອງລັດ, ໂປຼແກຼມ Dalat City ໄດ້ຮັບຖືວ່າແມ່ນເຄື່ອງມືທີ່ມີຜົນປະໂຫຍດ ແລະ ເປັນທາງການ, ໄດ້ປະກອບສ່ວນຊ່ວຍໃຫ້ດ່າລາດ ກາຍເປັນສະຖານທີ່ດູດດື່ມ, ມີຄວາມປະທັບໃຈ ແລະ ສ້າງຄວາມເພິ່ງພໍໃຈໃຫ້ນັກທ່ອງທ່ຽວທຸກໆຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ