ທ່ານໝໍ, ພະຍາບານຮ້ອງເພງທຳນອງຣາບ “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ” ໂຄສະນາ 5K

(VOVWORLD) -ບົດເພງທຳນອງຣາບຟົດຟື້ນທີ່ມີຊື່ວ່າ  “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” ໂດຍແພດໝໍຂອງໂຮງໝໍພະຍາດຜິວໜັງນະຄອນໂຮ່ຈີມິນ ສະແດງ
ທ່ານໝໍ, ພະຍາບານຮ້ອງເພງທຳນອງຣາບ “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ” ໂຄສະນາ 5K - ảnh 1(ບົດເພງນີ້ໂດຍແພດໝໍຂອງໂຮງໝໍພະຍາດຜິວໜັງນະຄອນໂຮ່ຈີມິນ ສະແດງ)

ໃນສື່ສັງຄົມອອນລາຍພວມເອົາລົງບົດເພງທຳນອງຣາບຟົດຟື້ນມີຊື່ວ່າ “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” ຂອງບັນດາທ່ານໝໍ, ພະຍາບານຂອງໂຮງໝໍ ພະຍາດຜິວໜັງ ນະຄອນໂຮ່ຈີມິນ. ນີ້ແມ່ນບົດເພງທີ່ຢາກຝາກຝັງຄວາມຕັດສິນໃຈ “ຂັບໄລ່” ໂລກລະບາດໂຄວິດ-19 ແລະ ສົ່ງສານໃຫ້ທຸກຄົນບໍ່ຄວນເຕົ້າໂຮມກັນຫຼາຍຄົນ, ໃສ່ຜ້າອັດປາກ-ອັດດັງຢູ່ສະຖານທີ່ສາທາລະນະ, ລ້າງມືຂ້າເຊື້ອ, ປະຕິບັດສານ 5K ຂອງກະຊວງສາທາລະນະສຸກຫວຽດນາມ.

ນີ້ແມ່ນຕອນໜຶ່ງຂອງບົດເພງທຳນອງຣາບຟົດຟື້ນທີ່ມີຊື່ວ່າ  “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” ໂດຍແພດໝໍຂອງໂຮງໝໍພະຍາດຜິວໜັງນະຄອນໂຮ່ຈີມິນ ສະແດງ, ເພື່ອແນໃສ່ບອກເຕື່ອນໃຫ້ປະຊາຊົນໃນຂະແໜງສາທາລະນະສຸກໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານໝໍ ຫວູທັ໊ງ, ຂະແໜງພະຍາດພາຍນອກ, ໂຮງໝໍພະຍາດຜິວໜັງນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ພາຍຫຼັງໂລກລະບາດ ໄດ້ແຜ່ລະບາດຢູ່ແຂວງ ຫາຍເຢືອງ ແລະ ກວາງນິງ ໃນຈຸດເວລາໃກ້ຈະຮອດບຸນເຕັດ, ພະແນກສາທາລະນະສຸກນະຄອນໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍ, ໂຮງໝໍຈົ່ງຢຸດການເຄື່ອນໄຫວເຕົ້າໂຮມກັນຫຼາຍຄົນ, ໂຮມປະຊຸມໃນທ້າຍປີເພື່ອສຸມໃສ່ການປ້ອງກັນ, ສະກັດກັ້ນໂລກລະບາດ. ເນື້ອໃນຂອງບົດເພງດັ່ງກ່າວໂດຍທ່ານໝໍ ຫວູທັ໊ງ ແລະ ແພດການຢາ ເຈືອງເຕີ໊ນຝ໊າດ ແຕ່ງ, ໂດຍອີງຕາມບົດເພງທຳນອງຣາບ “ຜູ້ສະໝັກຫຼິ້ນໃນບ້ານ” ຂອງນັກດົນຕີ Justa Tee ແລະ MCK. ບົດເພງດັ່ງກ່າວເປັນການລະດົມກຳລັງໃຈໃຫ້ແກ່ບັນດາແພດໝໍ ກຽມຈິດກຽມໃຈຕໍ່ສູ້ກັບຄວາມຫຍຸ້ງຍາກເພື່ອປ້້ອງກັນ, ສະກັດກັ້ນໂລກລະບາດ.

“ແຫຼ່ງບັນດານໃຈທີ່ພາໃຫ້ປະພັນໄດ້ບັນດາຄຳປະໂຫຍດທຳອິດແມ່ນຮູບພາບຂອງບັນດາແພດໝໍຂອງໂຮງໝໍ ເຈີ້ໄຣ້, ໂຮງໝໍ ແບັກມາຍ, ແລ້ວທຸກຄົນລ້ວນແຕ່ມຸ່ງໄປເຖິງເຂດເກີດໂລກລະບາດຢູ່ ກວາງນິງ ແລະ ຫາຍເຢືອງ: “ເອົາເສື້ອຜ້າ, ຜ້າຮົ່ມໄປນຳ, ພວກອ້າຍບຸກເຂົ້າເຂດເກີດໂລກລະບາດ…” ຈຸດປະສົງຕົ້ນຕໍ່ຂອງນ້ອງແມ່ນຢາກສົ່ງສານ 5K”.

ທ່ານໝໍ, ພະຍາບານຮ້ອງເພງທຳນອງຣາບ “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ” ໂຄສະນາ 5K - ảnh 2(ຄວາມລຳບາກຂອງພາລະກອນການແພດເມື່ອເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ)

ນາງພະຍາບານ ເລທິຍືງອັກ ແບ່ງປັນວ່າ, ລາວເຄີຍຝາກລູກນ້ອຍຂອງຕົນເພື່ອພ້ອມກັບບັນດາແພດໝໍຂອງໂຮງໝໍພະຍາດຜິວໜັງນະຄອນໂຮ່ຈີມິນ ເພື່ອເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດຢູ່ເຂດແຍກຕົວທີ່ຫໍພັກມະຫາວິທະຍາໄລແຫ່ງຊາດນະຄອນ ເມື່ອຕົ້ນເດືອນ ເມສາ ປີ 2020. ຜ່ານໄລຍະເວລາຢູ່ທີ່ນັ້ນ, ນາງງອັກມີຄວາມເຂົ້າໃຈຕື່ມອີກກ່ຽວກັບຄວາມລຳບາກຂອງພາລະກອນການແພດເມື່ອເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ. ນັ້ນແມ່ນບັນດານັກຮົບແນວໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ບໍ່ຫວາດຫວັນຕໍ່ຄວາມລຳບາດກາກກຳ ເພື່ອສຸຂະພາບ, ຄວາມສະຫງົບສຸກຂອງປະຊາຊົນ. ຍ້ອນເຫດນັ້ນ, ນາງງອັກປາດຖາໜາວ່າປະຊາຊົນປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດເພື່ອເອົາໄຊຊະນະຕໍ່ໂລກລະບາດໂຄວິດ-19. ນາງ ເລທິຍືງອັກ ແບ່ງປັນວ່າ.

“ເມື່ອສະແດງບົດເພງນີ້, ຂ້າພະເຈົ້າໄດ້ຄິດເຖິງເພື່ອນຮ່ວມງານຂອງຕົນ, ຮູ້ສຶກວ່າ ທົ່ວປວງຊົນລ້ວນແຕ່ມີຄວາມສາມັກຄີກັນ, ນັ້ນແມ່ນກຳລັງແຮງໜຸ່ມ, ບໍ່ຫວາດຫວັນຕໍ່ຄວາມຫຍຸ້ງຍາກ, ກຽມພ້ອມຕໍ່ສູ້ຢູ່ເຂດເຊິ່ງທຸກຄົນບໍ່ກ້າເຂົ້າໄປ, ແຕ່ເຮົາກໍເປັນຄົນນຳໜ້າ. ນ້ອງເອງກໍ່ໄດ້ປະກອບສ່ວນໜ້ອຍໜຶ່ງເຂົ້າໃນວຽກງານນັ້ນ. ພວກນ້ອງຍາມໃດກໍ່ກຽມຈິດກຽມໃຈເມື່ອມີຄຳຮຽກຮ້ອງ”.

ຈັງຫວະທຳນອງເພງທີ່ມ່ວນຊື່ນ, ມີຊີວິດຊີວາ, ຄຳປະໂຫຍດຂອງບົດເພງ ທັງເປັນການກ່າວເຕືອນໃຫ້ທຸກຄົນຈົ່ງໃສ່ຜ້າອັດປາກ-ອັດດັງ, ລ້າງມືຂ້າເຊື້ອ, ປະຕິບັດຕາມການກ່າວເຕືອນ 5K ຂອງກະຊວງສາທາລະນະສຸກ. ບົດແພງທີ່ໄດ້ເອົາລົງໃນ Youtube, Tiktok, Facebook ນັ້ນ, ໄດ້ຮັບການສະໜັບສະໜູນຈາກຫຼາຍຄົນ, ໂດຍສະເພາະແມ່ນບັນດາເພື່ອນໜຸ່ມ. ແພດການຢາ ເຈືອງເຕີ໊ນຝ໊າດ, ຂະແໜງການຢາ, ຜູ້ປະພັນຮ່ວມແລະ ສະແດງບົດເພງໃຫ້ຮູ້ວ່າ.

“ຄວາມຮູ້ສຶກໃນຕອນນັ້ນຂອງຂ້າພະເຈົ້າແມ່ນມີຄວາມແຕກຕ່າງກັນ, ແຫຼ່ງບັນດານໃຈໄດ້ເຮັດໃຫ້ຄຳປະໂຫຍກຂອງບົດເພງອອກມາຢ່າງລຽນຕິດ. ໃນສະໝອງ, ຂ້າພະເຈົ້າໄດ້ວາດນຶກເຫັນຮູບພາບຄະນະແພດໝໍໄປເຖິງເຂດເກີດໂລກລະບາດ, ກວດ ຈັດປະເພດຄົນເຈັບ. ເມື່ອສະກັດກັ້ນໂລກລະບາດນັ້ນຕ້ອງນຸງຊຸດປ້ອງກັນການຕິດເຊື້ອ, ເນື້ອໃນຂອງບົດແພງກໍ່ຄ້າຍຄືນກັນ, ໝາຍຄວາມວ່າ “ທຸກຄົນຈົ່ງມຸ່ງເຄື່ອງ” ຢ່າງຄົບຖ້ວນໄວ້”.

ໃນຊຸມມື້ຜ່ານມາ, ກຳລັງປ້ອງກັນ, ສະກັດກັ້ນໂລກລະບາດໃນທົ່ວປະເທດເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ເຮັດວຽກຕະຫຼອດວັນ ແລະ ຄືນ, ປະຕິບັດມາດຕະການຊອກຄົ້ນຜູ້ຕິດເຊື້ອ, ວິໄຈດ່ວນ ພະຍາຍາມດັບມອດໂລກລະບາດໂດຍໄວ. ນະຄອນໂຮ່ຈີມິນ ໄດ້ຢຸດບັນດາການເຄື່ອນໄຫວລະຫຼີ້ນບັນເທິງ, ສຳລັບບັນດາສະຖານທີ່ທາງສາສະໜາທີ່ເຕົ້າໂຮມຫຼາຍກວ່າ 20 ຄົນ ກໍຈະຖືກປັບໄໝ. ນັບແຕ່ວັນທີ 11 ກຸມພາ ມາຮອດປະຈຸບັນ, ທາງນະຄອນບໍ່ພົບກໍລະນີຕິດເຊື້ອຄົນໃໝ່ໃນຊຸມຊົນ ແລະ ຍັງເພີ່ມທະວີການປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ. ບົດເພງ “ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” ໄດ້ເປັນການສະແດງໃຫ້ເຫັນຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນໃນການສະໜັບສະໜູນ, ຮ່ວມແຮງຮ່ວມໃຈພ້ອມກັບຂະແໜງສາທາລະນະສຸກ ຕັດສິນໃຈເອົາໄຊຊະນະຕໍ່ໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ