ນັກ​ກະ​ວີ​​ຂອງ ຈີນ ແລະ ຄວາມ​ປະ​ທັບ​ໃຈ ຫວຽດ​ນາມ

(VOVWORLD) -ນາງ ຢາງບີອວຍ ແມ່ນນັກກະວີຈີນຄົນໜຶ່ງ. ລາວເກີດຊຸມ 1980. ກ່ອນນີ້ ປະມານ 10 ປີ, ລາວ ເຄີຍມາທ່ອງທ່ຽວຢູ່ ຫວຽດນາມ. ປະເທດຊາດ, ປະຊາຊົນ ຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງ, ຍາມໃດກໍ່ກະຕຸ້ນຈິດໃຈລາວ ຢາກກັບມາຢ້ຽມຢາມ ແລະ ຄົ້ນຫາອີກຕື່ມ. ຕໍ່ໄປ, ເຊີນທ່ານຮັບຟັງບົດສາລະຄະດີຂອງ ບິກທ້ວນ, ຕວັນດາດ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ປັກກິ່ງ, ຈີນ.
ນັກ​ກະ​ວີ​​ຂອງ ຈີນ ແລະ ຄວາມ​ປະ​ທັບ​ໃຈ ຫວຽດ​ນາມ - ảnh 1ຢາງບີອວຍ ຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ (ພາບ: VOV)

ສຳລັບ ຢາງບີອວຍ ແລ້ວ, ຄຳວ່າ ຫວຽດນາມ ເປັນສອງຄຳທີ່ຄຸ້ນເຄີຍ ເຊິ່ງລາວໄດ້ຟັງມາແຕ່ຄາວຍັງນ້ອຍ ເພາະວ່າ ລາວໄດ້ກຳເນີດ ແລະ ເຕີບໃຫຍ່ຢູ່ແຂວງ ຢຸນໜານ, ຈີນ, ເຂດທີ່ມີຊາຍແດນຕິດກັບ 4 ແຂວງ ພາກເໜືອຂອງ ຫວຽດນາມ ຄື ດ້ຽນບຽນ, ລາຍເຈົາ, ລາວກາຍ ແລະ ຮ່າຢາງ. ຕໍ່ຈາກນັ້ນ ເຖິງວ່າລາວດຳລົງຊີວິດ ແລະ ເຮັດວຽກຢູ່ ປັກກິ່ງກໍ່ຕາມ, ແຕ່ປະເທດ ຫວຽດນາມ ຍັງຄົງສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ ຢາງບີອວຍ. ນັກກະວີຄົນນີ້ໃຫ້ຮູ້ວ່າ ລາວໄດ້ມີໂອກາດໄປ 10 ປະເທດໃນໂລກມາແລ້ວ, ແຕ່ ຫວຽດນາມ ຍັງຄົງແມ່ນປະເທດທີ່ສ້າງຄວາມສຸກໃຫ້ລາວຫຼາຍກວ່າໝູ່.

“ຫວຽດນາມ ແມ່ນປະເທດທຳອິດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ຂ້າພະເຈົ້າໄດ້ໄປຢາມ, ດັ່ງນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ. ເມື່ອໄປຢາມປະເທດອື່ນໆ, ຂ້າພະເຈົ້າມີເວລາໜ້ອຍ, ໄປບໍ່ທົ່ວເຖິງ, ແຕ່ສະເພາະ ຫວຽດນາມແລ້ວ, ຂ້າພະເຈົ້າໄດ້ໄປທ່ອງທ່ຽວຄົ້ນຫາແຕ່ເໜືອຮອດໃຕ້ເລີຍ".

ໃນການໄປຢ້ຽມຢາມຄັ້ງນັ້ນ, ຢາງບີອວຍ ໄດ້ມາ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ຄວາມຊົງຈຳຂອງການຢ້ຽມຢາມຄັ້ງນັ້ນຍັງຝັງເລິກໃນໃຈນັກກະວີຄົນນັ້ນຢູ່ ແລະ ໄດ້ບັນທຶກໄວ້ໃນບົດກະວີຕ່າງໆຂອງຕົນ ເຊັ່ນວ່າ: “ ຄຸ້ມຖະໜົນເກົ່າ 36 ສາຍ”, “ໄຊງ່ອນ”, “ຄິດເຖິງໄຊງ່ອນ”. ຢາງບີອວຍ ແບ່ງປັນວ່າ ສະຖານທີ່ ເຊິ່ງລາວ ມີຄວາມປະທັບໃຈເລິກເຊິ່ງທີ່ສຸດໃນເວລາມາຢ້ຽມຢາມ ຮ່າໂນ້ຍ ນັ້ນແມ່ນຄຸ້ມຖະໜົນເກົ່າ. ສຳລັບລາວແລ້ວ, ຊື່ຖະໜົນແຕ່ລະສາຍທີ່ໄດ້ຕັ້ງຂຶ້ນຕາມຊື່ເອີ້ນຂອງສິນຄ້າທີ່ຂາຍຢູ່ຖະໜົນນັ້ນ ແມ່ນສິ່ງທີ່ໜ້າຈັບອົກຈັບໃຈຫຼາຍ.

ເມື່ອມາ ຮ່າໂນ້ຍ, ຂ້າພະເຈົ້າບໍ່ເຄີຍຄິດວ່າ ໃນໂລກນີ້ ມີຖະໜົນທີ່ຈັບໃຈຄືແນວນັ້ນ. ໃນຄວາມປະທັບໃຈຂອງຂ້າພະເຈົ້າ, ຄຸ້ມຖະໜົນເກົ່າຮ່າໂນ້ຍ ບໍ່ແຕກຕ່າງຫຍັງກັບການເຂົ້າໄປໃນວົງກົດ, ປຽບເໝືອນດັ່ງຜະລິດຕະພັນ “ບັນດານະຄອນທີ່ບໍ່ມີຮູບຮ່າງ” ຂອງນັກປະພັນ Italo Calvino ຊາວ ອີຕາລີ. ຄຸ້ມຖະໜົນເກົ່າ 36 ສາຍ ຂອງຮ່າໂນ້ຍ ໄດ້ນຳມາເຊິ່ງຄວາມຮູ້ສຶກກ່ຽວກັບວິຖີຊີວິດທີ່ແຕກຕ່າງກັນ, ເພາະວ່າ ຖະໜົນແຕ່ລະສາຍຈະຂາຍສິນຄ້າແຕ່ປະເພດດຽວ ແລ້ວເອົາຊື່ຂອງສິນຄ້ານັ້ນມາຕັ້ງເປັນຊື່ຖະໜົນ. ມັນທັງມີລັກນະນະທັນສະໄໝຂອງ ຮ່າໂນ້ຍ ໃນປະຈຸບັນ, ແຕ່ກໍຍັງສະແດງໃຫ້ເຫັນປະເພນີ, ວິຖີຊີວິດຂອງຊາວ ຫວຽດນາມ ໃນສະໄໝກ່ອນ”.

ພ້ອມດຽວກັນນັ້ນ, ຄຸ້ມຖະໜົນເກົ່າຮ່າໂນ້ຍ ເກືອບໝົດທຸກສາຍ ເບິ່ງຄືວ່າຍັງຮັກສາໄດ້ຈຸດທີ່ເປັນເອກະລັກຂອງຕົນໄວ້ເໝືອນເດີມ ຍິ່ງດຶງດູດຈິດໃຈນັກປະພັນຄົນນີ້ເຂົ້າໄປຕື່ມ.

“ຂ້າພະເຈົ້າຖືວ່າ ການຮັກສາຄວາມແຕກຕ່າງໄວ້ນັ້ນ ແມ່ນປະຕິບັດໄດ້ດີຫຼາຍ. ຄຸ້ມຖະໜົນເກົ່າແຫ່ງນີ້ ຍັງຮັກສາສະພາບເດີມໄວ້ໄດ້, ປະຊາຊົນທ້ອງຖິ່ນຍັງມາຊື້ເຄື່ອງຂອງ ແລະ ຄ້າຂາຍສິນຄ້າປະເພດຕ່າງໆ. ຂ້າພະເຈົ້າຢາກຊົມຮູບເງົາ, ເລື່ອງລາວທີ່ຖ່າຍທຳຢູ່ຄຸ້ມຖະໜົນເຫຼົ່ານີ້ທີ່ສຸດ. ຖ້າວ່າໄດ້ຊົມ ມັນຈະສ້າງຄວາມປະທັບໃຈຫຼາຍດ້ານກວ່າອີກ”.

ນັກ​ກະ​ວີ​​ຂອງ ຈີນ ແລະ ຄວາມ​ປະ​ທັບ​ໃຈ ຫວຽດ​ນາມ - ảnh 2ຢາງບີອວຍ ໄປທ່ຽວ ເຂດພາກໃຕ້ ຫວຽດນາມ 
ກ່ອນທີ່ຈະມາ ຫວຽດນາມ, ຢາງບີອວຍ ຮູ້ຈັກຮ່າໂນ້ຍ ຜ່ານການເລົ່າເລື່ອງຈາກໝູ່ເພື່ອນຂອງພໍ່, ສ່ວນ ໄຊງ່ອນ - ນະຄອນ ໂຮ່ຈີມິນ ນັກກະວີຄົນນີ້ ໄດ້ຈິນຕະນາການຜ່ານການອ່ານ, ການຊົມຜົນງານວັນນະຄະດີ ແລະ ຮູບເງົາເລື່ອງຕ່າງໆ, ເປັນຕົ້ນແມ່ນ ນະວະນິຍາຍ “ນາຍທະຫານ” ຂອງນາງ Marguerite Duras ນັກປະພັນຊາວ ຝລັ່ງ  ຫຼື ຮູບເງົາ ເລື່ອງ “ກິ່ນໝາກຫຸ່ງດິບ” ຂອງນັກກຳກັບ ເຈິ່ນແອັງຮຸ່ງ ແລະ ເລື່ອງ “ເອື້ອຍເຟື້ອງ ຫຼື Furie” ຂອງນັກກຳກັບ, ນັກສະແດງ ໂງແທັງເວິນ. ຜ່ານສິລະປະວັນນະຄະດີ, ນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຍິ່ງມີຄວາມໃກ້ຊິດກັບນັກປະພັນ ຈີນ ຄົນນີ້.

“ຂ້າພະເຈົ້າຫວັງວ່າ ຈະໄດ້ຮັບຊົມຜົນງານຕ່າງໆທີ່ເວົ້າກ່ຽວກັບການດຳລົງຊີວິດຢູ່ ຫວຽດນາມ, ບໍ່ວ່າຈະເປັນຮູບເງົາ, ວັນນະຄະດີ, ບົດກະວີ ຫຼື ດົນຕີຂອງນັກກຳກັບ, ນັກຂຽນ ຫວຽດນາມ ເຊິ່ງພວມດຳລົງຊີວິດຢູ່ ຫວຽດນາມ. ຂ້າພະເຈົ້າຫວັງວ່າ ສິ່ງດັ່ງກ່າວ ຈະສ້າງຄວາມປະທັບໃຈແກ່ແຂກທ່ອງທ່ຽວຂຶ້ນຕື່ມ. ຍິ່ງໄປກວ່ານັ້ນ ຄວາມປະທັບໃຈເຫຼົ່ານັ້ນ ຈະບໍ່ຈາງຫາຍໄປຕາມການເວລາ ແຕ່ຈະໄດ້ຈົດຈຳ, ບັນທຶກໄວ້ໃນຈິດສຳນຶກຂອງເຂົາເຈົ້າຕະຫຼອດໄປ”.

ຍ້ອນໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ສະນັ້ນ ໃນໄລຍະເວລາ 3 ປີຜ່ານມາ, ຄວາມໄຝ່ຝັນຢາກກັບມາຢ້ຽມຢາມ, ຄົ້ນຫາ ຫວຽດນາມ ຂອງນັກກະວີ ຢາງບີອວຍ ຍັງບໍ່ທັນມີວີ່ແວວເທື່ອ. ລາວເວົ້າດ້ວຍຄວາມເດັດຂາດວ່າ ເມື່ອໃດໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ຈີນ ເປີດປະຕູດ່ານຊາຍແດນຄືນໃໝ່, ເວລານັ້ນ ລາວຈະກັບມາທ່ອງທ່ຽວ, ຄົ້ນຫາ ຫວຽດນາມ ໃນທັນທີ, ເພາະວ່າ ຍາຈາງ, ເຫວ້, ມຸ໊ຍແນ, ຝູກວັກ, ດ່າລາດ ລ້ວນແຕ່ແມ່ນບັນດາສະຖານທີ່ ດຶງດູດ, ຈັບອົກຈັບໃຈສຳລັບລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ