ນັກສິລະປິນຂັບ ກາຍເລືອງ ທາງທິດຕາເວັນຕົກພາກໃຕ້-ຮັກສາອາຊີບຢ່າງສຸດໃຈ

(VOVWORLD) -ປະຈຸບັນ, ຢູ່ຕາມແຂວງເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຊອກຫາທິດທາງໃໝ່, ເພື່ອສາມາດດຶງດູດຜູ້ຊົມໃຫ້ໄດ້ຫຼາຍກວ່ານີ້ອີກ, ໂດຍສະເພາະແມ່ນໄວໜຸ່ມ.
ນັກສິລະປິນຂັບ ກາຍເລືອງ ທາງທິດຕາເວັນຕົກພາກໃຕ້-ຮັກສາອາຊີບຢ່າງສຸດໃຈ - ảnh 1(ເວທີສະແດງ ເຈິ່ນຮິວຈາງ)

ໃນທ່າມກາງຄວາມຫຍຸ້ງຍາກ, ຄວາມເປັນຫວ່ງຫຼາຍຢ່າງ ແລະ ສິລະປະຂັບ ກາຍເລືອງ (ໝາຍເຖິງ ລຳເລື່ອງ) ທີ່ເປັນມູນເຊື້ອມີຄວາມສ່ຽງຄ່ອຍໆສູນຫາຍໄປໃນການດຳລົງຊີວິດຍຸກເຕັກໂນໂລຊີ 4.0, ບັນດານັກສິລະປິນຂັບ ກາຍເລືອງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍັງອຸທິດກຳລັງ, ເຫື່ອແຮງຂອງຕົນນັບທັງເວັນ ແລະ ຄືນ, ເອົາຄວາມເມົາມົວຫຼົງໄຫຼ, ນຳຄວາມກະຕືລືລົ້ນໃນການຂັບ ກາຍເລືອງ ມາໃຫ້ຜູ້ຊົມຫຼາຍກວ່າ, ຊ່ວຍໃຫ້ການຂັບ ກາຍເລືອງ ຄົງຕົວໃນຊີວິດຈິດໃຈຂອງຜູ້ນິຍົມຕະຫຼອດໄປ.

        “ໂດຍແມ່ນນັກສິລະປິນທີ່ຕິດພັນກັບອາຊີບນີ້ມາແຕ່ດົນນານ. ນັກສິລະປິນຍາມໃດກໍ່ມີຄວາມມານະພະຍາຍາມສູ້ຊົນໃນຂົງເຂດສະແດງສິລະປະ, ເຂົ້າຮ່ວມການປະກວດຕ່າງໆ. ສາມາດສະແດງເປັນຕົວລະຄອນຕ່າງໆໄດ້, ນັ້ນແມ່ນສິ່ງທີ່ນັກສິລະປິນຜູ້ໃດກໍ່ຕ້ອງມີ”

        “ການຂັບ ກາຍເລືອງ ແມ່ນຂອງປູ່ຍ່າຕາຍາຍປະໄວ້ໃຫ້ ສະນັ້ນນ້ອງມັກຮັກອາຊີບຂັບ ກາຍເລືອງ ນີ້ທີ່ສຸດ. ນ້ອງໄດ້ຮ່ຳຮຽນຕະຫຼອດເວລາຈາກລຸ້ນອ້າຍ, ລຸ້ນເອື້ອຍ ເພື່ອຊ່ວຍໃຫ້ນ້ອງຂັບມ່ວນກວ່າ”.

ນັກສິລະປິນຂັບ ກາຍເລືອງ ທາງທິດຕາເວັນຕົກພາກໃຕ້-ຮັກສາອາຊີບຢ່າງສຸດໃຈ - ảnh 2(ນັກສິລະປີນ ຫງວຽນວັນວື້ງ)

ຄວາມໃນໃຈຂອງນັກສິລະປີນ ຫງວຽນວັນວື້ງ, ປະຈຸບັນພວມເຮັດວຽກຢູ່ ໂຮງລະຄອນ ກາວວັນເລົ່າ, ແຂວງ ບາກລຽວ ແລະ ນັກສິລະປິນໜຸ່ມ ເຈິ່ນບ໊າຫວ້ານ ພວມເຄື່ອນໄຫວຢູ່ ສະມາຄົມນັກສິລະປິນເວທີສະແດງ ເກີນເທີ ໄດ້ສະແດງໃຫ້ເຫັນຄວາມເມົາມົວທີ່ມີຕໍ່ການຂັບ ກາຍເລືອງ ທີ່ບໍ່ມີວັນຈະຈືດຈາງຂອງ ຜູ້ເລືອກເອົາອາຊີບນີ້ຢູ່ທາງທິດຕາເວັນຕົກພາກໃຕ້ຫວຽດນາມ.

        ມີໄລຍະໜຶ່ງ, ເວທີຂັບ ກາຍເລືອງ ແມ່ນຄວາມຍອດຍິ່ງຂອງສິລະປະ, ເຊິ່ງແມ່ນອາຫານທາງການຈິດໃຈທີ່ຂາດບໍ່ໄດ້ສຳລັບປະຊາຊົນຢູ່ທາງທິດຕາເວັນຕົກພາກໃຕ້ ເວົ້າລວມ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າສະເພາະ. ແຕ່ໃນປະຈຸບັນ, ສິລະປະຂັບ ກາຍເລືອງ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການດຶງດູດນັກສິລະປິນ, ດຶງດູດຜູ້ຊົມດ້ວຍຄວາມຫວັງຢາກໃຫ້ເວທີສະແດງບໍ່ຢຸດຕິການເຄື່ອນໄຫວ.

ນັກສິລະປິນຂັບ ກາຍເລືອງ ທາງທິດຕາເວັນຕົກພາກໃຕ້-ຮັກສາອາຊີບຢ່າງສຸດໃຈ - ảnh 3(ນັກນັກສິລະປິນ ກິມຟຸ້ງ)

ນັກນັກສິລະປິນ ກິມຟຸ້ງ (ຊື່ແທ້ແມ່ນ ເຈີ່ນກິມຟິ໊ງ), ຮອງຫົວໜ້າຄະນະສິລະປະກອນຂັບ ກາຍເລືອງ ປະຊາຊົນແຂວງ ກຽນຢາງ, ຜູ້ໄດ້ຮັບຫຼຽນຄຳໃນງານປະກວດ “ນັກສິລະປິນຂັບ ກາຍເລືອງ ທີ່ມີຄວາມເກັ່ງກ້າສາມາດ ເຈິ່ນຮິວຈາງ - 2020”, ໄດ້ແບ່ງປັນວ່າ: ໂດຍເຄື່ອນໄຫວໃນຄະນະນີ້ເປັນເວລາ 16 ປີ, ແຕ່ເອື້ອຍເອງກໍ່ເຫັນແຈ້ງຕໍ່ການປ່ຽນແປງຂອງເວທີຂັບ ກາຍເລືອງ ຜ່ານແຕ່ລະປີ. ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ເອື້ອຍກໍ່ຍັງມານະພະຍາຍາມຢ່າງສຸດຂີດເພື່ອຮັກສາ ແລະ ໂຄສະນາເວທີຂັບ ກາຍເລືອງ ທາງພາກໃຕ້ຫວຽດນາມ ໄວ້.

        “ຕົນເອງແມ່ນນັກສິລະປິນ, ເຮົາຕ້ອງສະແດງຜ່ານການສວມບົດທຸກຕົວລະຄອນໄດ້ ແລະ ຕົນເອງຕ້ອງສະແດງຕົວລະຄອນນັ້ນດ້ວຍສີສັນຫຼາກຫຼາຍ. ພິເສດ, ນັກສິລະປິນຢາກພັດທະນາອາຊີບນີ້ ຕ້ອງຮ່ຳຮຽນເອົາຜ່ານແຕ່ລະຕົວລະຄອນຂອງຕົນ. ຂ້າພະເຈົ້າຈະສືບຕໍ່ເດີນຕາມເສັ້ນທາງສິລະປະທີ່ໄດ້ເລືອກ ແລະ ຈະສືບຕໍ່ອະນຸລັກຮັກສາ ແລະ ສືບທອດສິລະປະຂັບ ກາຍເລືອງ ນີ້”.

        ປະຈຸບັນ, ຢູ່ຕາມແຂວງເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພວມຊອກຫາທິດທາງໃໝ່, ເພື່ອສາມາດດຶງດູດຜູ້ຊົມໃຫ້ໄດ້ຫຼາຍກວ່ານີ້ອີກ, ໂດຍສະເພາະແມ່ນໄວໜຸ່ມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານເລື່ອງ ຄະນະສິລະປະກອນແຂວງ ດົ່ງທ໊າບ, ຄະນະສິລະປະກອນຂັບ ກາຍເລືອງ ເບັ໊ນແຈ ໄດ້ເປີດຫ້ອງສອນການຂັບລຳທຳເພງພື້ນເມືອງ, ຂັບ ກາຍເລືອງ; ຢູ່ມະຫາວິທະຍາໄລ ໄຕໂດ, ມະຫາວິທະຍາໄລ ເກີນເທີ ໄດ້ປະຕິບັດການສະແດງຂັບ ເດີນກາຕ່າຍຕື, ຂັບ ກາຍເລືອງ, ສົມທົບກັບການພົບປະແລກປ່ຽນວັດທະນະທຳ…

        ພິເສດ, ໃນຊຸມປີມໍ່ໆມານີ້, ເວທີຂັບ ກາຍເລືອງ ໄດ້ຮັບການຟື້ນຟູ ແລະ ເຊີດຊູທາງໂທລະພາບ, ພົ້ນເດັ່ນແມ່ນບັນດາລາຍການໂທລະພາບຕົວຈິງ ແລະ ການປະກວດການເສັງຄັ້ງຕ່າງໆ. ບັນດາການປະກວດເຫຼົ່ານີ້ໄດ້ສ້າງເງື່ອນໄຂເພື່ອໃຫ້ ນັກສິລະປີນຂັບ ກາຍເລືອງ ສືບຕໍ່ຫຼໍ່ລ້ຽງຖະໜຸຖະໜອມຄວາມເມົາມົວ. ນີ້ກໍ່ແມ່ນ “ໄມ້ງັດ” ເຊິ່ງສະມາຄົມນັກສິລະປິນຫວຽດນາມ, ກົມສິລະປະການສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຟື້ນຟູສິລະປະທີ່ເປັນມູນເຊື້ອ. ນັກສິລະປິນປະຊາຊົນ, ນັກກຳກັບການສະແດງ ຢາງແມ້ງຮ່າ, ຮອງປະທານສະມາຄົມນັກສິລະປິນເວທີສະແດງຫວຽດນາມ, ແບ່ງປັນວ່າ.

        “ຜູ້ໄດ້ຮັບລາງວັນຫຼຽນຄຳ, ຫຼຽນເງິນຂອງທັງ 3 ເຂດພາກທີ່ເຂົ້າຮ່ວມການປະກວດໃນຮອບຊິງຊະນະເລີດນັ້ນ ລ້ວນແຕ່ໄດ້ຮັບການພິຈາລະນາປະດັບນາມມະຍົດນັກສິລະປິນດີເດັ່ນ, ນັກສິລະປິນປະຊາຊົນ. ຍ້ອນແນວນັ້ນຈຶ່ງເປັນການດຶງດູດ ແລະ ແຜ່ຂະຫຍາຍ ເພື່ອໃຫ້ອ້າຍນ້ອງນັກສິລະປິນ, ນັກສະແດງມີເງື່ອນໄຂ, ມີກາລະໂອກາດ, ເຂົ້າຮ່ວມງານປະກວດດ້ວຍຄວາມເມົາມົວຫຼົງໄຫຼຕໍ່ການຂັບ ກາຍເລືອງ”.

        ດ້ວຍຄວາມສຸດຈິດສຸດໃຈຂອງວົງການນັກສິລະປິນ, ດ້ວຍການຊ່ວຍເຫຼືອຈາກອຳນາດການປົກຄອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ສິລະປະຂັບ ກາຍເລືອງ ທາງພາກໃຕ້ຫວຽດນາມ ຈຶ່ງຍືນຍົງຄົງຕົວ ແລະ ເປັນອາຫານທາງດ້ານຈິດໃຈທີ່ມີຄວາມດູດດື່ມຕໍ່ຜູ້ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ