ນັກຮົບເວນຍາມດ່ານໜ້າ

(VOVWORLD) - ເປັນຄົນທີ່ມີຮູບຮ່າງແຂງແກ່ນ, ໃບໜ້າຊົງມີຄວາມເມດຕາກະລຸນາ ແລະ ຜິວດຳແຫຼ້ຂອງແດດລົມເຂດທະເລແມ່ນຮູບພາບຂອງພັນຕີ ຫງວຽນຊວັນແມ້ງ - ຮອງຫົວໜ້າກອງພັນສູນເຮືອນຮ້ານ DK1, ຂຶ້ນກັບກອງບັນຊາການກອງທັບເຮືອເຂດ 2. 

ຮັບໃຊ້ໃນກອງທັບມາເປັນເວລາກ່ວາ 30 ປີ, ນັບແຕ່ຊຸມວັນທຳອິດທີ່ຫາກໍເຂົ້າເປັນທະຫານຈົນມາຮອດປັດຈຸບັນ, ພັນຕີແມ້ງ ເຂົ້າຮ່ວມການປະຕິບັດງານໂດຍກົງໄດ້ 15 ປີຢູ່ບັນດາສູນເຮືອນຮ້ານ DK1 ຢູ່ເຂດໄຫຼ່ທະວີບທາງພາກໃຕ້ຂອງປະເທດຊາດ.

ນັກຮົບເວນຍາມດ່ານໜ້າ - ảnh 1 ພັນຕີ ຫງວຽນຊວັນແມ້ງ - ຮອງຫົວໜ້າກອງພັນສູນເຮືອນຮ້ານ DK1

ແຕ່ຄາວຍັງນ້ອຍ ຂ້າພະເຈົ້າກໍ່ມັກເສື້ອທະຫານເຮືອແລ້ວ, ຂ້າພະເຈົ້າເຄົາລົບນັບຖືທະຫານເຮືອທີ່ສຸດ ແລະ ມີຄວາມໃຝ່ຝັນວ່າ ເມື່ອເຕີບໃຫຍ່ຂຶ້ນຈະຕ້ອງເຂົ້າເປັນທະຫານເຮືອ ເພື່ອປົກປັກຮັກສາທະເລໝູ່ເກາະຂອງປະເທດຊາດ.

ໂດຍໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ ເມືອງ ກ໋ວາງເຊືອງ, ແຂວງ ແທັງຮ໊ວາ ຊຶ່ງແມ່ນເຂດທະເລທີ່ເຕັມໄປດ້ວຍນ້ຳໃຈປະຕິວັດ. ແຕ່ຄາວຍັງນ້ອຍ, ພັນຕີ ຫງວຽນຊວັນແມ້ງ ກໍ່ໄດ້ເຊື່ອມຊຶມນ້ຳໃຈຮັກຊາດ, ນ້ຳໃຈຮັກທະເລໝູ່ເກາະແລ້ວ ແລະ ມີຄວາມຄາດຫວັງຢາກນຸ່ງຊຸດເຄື່ອງແບບທະຫານເຮືອ. ປີ 1990, ອ້າຍທະຫານໜຸ່ມ ຫງວຽນຊວັນແມ້ງ ເສັງໄດ້ຄະແນນດີ ແລະ ສາມາດຮຽນໃນໂຮງຮຽນນາຍທະຫານບົກ 2. ພາຍຫລັງມານະພະຍາຍາມຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມມາເປັນເວລາ 4 ປີ, ປີ 1994 ລາວໄດ້ຮຽນຈົບຈາກໂຮງຮຽນຫຼັງດັ່ງກ່າວ ແລະ ຖືກຈັດສົ່ງໄປປະຕິບັດໜ້າທີ່ຢູ່ກອງພັນ DK1, ກອງທັບເຮືອເຂດ 2. ພັນຕີແມ້ງ ໄດ້ຫວນຄືນຄວາມຊົງຈຳທີ່ຝັງເລິກໃນດວງໃຈ ກ່ຽວກັບມື້ກ້າວຂາບາດທຳອິດຂຶ້ນສູນເຮືອນຮ້ານ. ຄາວນັ້ນ, ພັນຕີແມ້ງ ມີອາຍຸ 22 ປີ, ແຕ່ເຕັມໄປດ້ວຍຈິດໃຈຢາກຮັບໃຊ້ປະເທດຊາດຄືດັ່ງຄວາມຄາດຫວັງແຕ່ຄາວຍັງນ້ອຍ.

ມື້ທຳອິດທີ່ຢູ່ສູນເຮືອນຮ້ານ, ນັ້ນແມ່ນສູນເຮືອນຮ້ານ DK1/9 ຢູ່ເຂດ ບາແກ່, ຂ້າພະເຈົ້າກໍ່ຍັງງົງງວາຍຢູ່, ແຕ່ຍ້ອນຄວາມເມົາມົວ ແລະ ຄວາມມຸ່ງຫວັງຢາກໄປປະຕິບັດໜ້າທີ່ຢູ່ທະເລ ຈຶ່ງມີຄວາມຕັດສິນໃຈຢ່າງສູງ, ຕົນເອງກຳນົດວ່າ ຕ້ອງປະຕິບັດໜ້າທີ່ຂອງກົມກອງກໍ່ຄືຂອງກອງທັບມອບໝາຍໃຫ້ຢ່າງສຳເລັດຜົນ, ສະນັ້ນ ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈທີ່ສຸດ.

ໂດຍມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບທີ່ຕັ້ງ, ຄວາມສຳຄັນຂອງເຂດທະເລ DK1, ວັນທີ 05 ກໍລະກົດ 1989, ປະທານສະພາລັດຖະມົນຕີ (ປະຈຸບັນແມ່ນນາຍົກລັດຖະມົນຕີ) ໄດ້ຕັດສິນໃຈກໍ່ສ້າງກຸ່ມເສດຖະກິດ - ວິທະຍາສາດ - ການບໍລິການ, ຂຶ້ນກັບເຂດທະເລ ບາເຣຍ - ຫວູງເຕົາ (ເອີ້ນຫຍໍ້ແມ່ນສູນເຮືອນຮ້ານ DK1) ເພື່ອແນໃສ່ສ້າງປາພະຄານ, ສູນອຸຕຸນິຍົມອຸທົກກະສາດ, ສູນຄົ້ນຄວ້າວິທະຍາສາດກ່ຽວກັບທະເລ ແລະ ສະໜອງການບໍລິການພະລາທິການໃຫ້ແກ່ອາຊີບຫາປາ. ປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານແມ່ນພະນັກງານ, ນັກຮົບກອງພັນ DK1, ກອງທັບເຮືອເຂດ 2. ພັນຕີ ແມ້ງ ແບ່ງປັນວ່າ: ເຖິງວ່າຢູ່ໄກກັບເຂດດິນຕໍ່ແຜ່ນ, ປະສົບກັບຄວາມຫຍຸ້ງຍາກກໍ່ຕາມ ແຕ່ລາວ ແລະ ເພື່ອນຮ່ວມກົມກອງ ຍາມໃດກໍ່ກຳນົດວ່າ ຕ້ອງມີຄວາມອຸ່ນອ່ຽງກຸ່ມທ່ຽງ, ມີຄວາມປະເອີບໃຈໃນການດຳລົງຊີວິດ, ຮັກແພງຊີວິດ.

        “ປະຕິບັດງານຢູ່ສູນເຮືອນຮ້ານແມ່ນໜ້າທີ່ພິເສດສະເພາະ, ໜ້າທີ່ສັກກາລະບູຊາ, ສູງສົ່ງຂອງທະຫານລຸງໂຮ່. ນອກຈາກບັນດາໜ້າທີ່ ຊື່ງພວກຂ້າພະເຈົ້າໄດ້ປະຕິບັດນັ້ນ ຍັງມີການເຄື່ອນໄຫວທີ່ເປັນປະໂຫຍດຄື: ອອກກຳລັງກາຍ, ວັດທະນະທຳ, ສະແດງສິລະປະ, ປູກຜັກ, ຕຶກປາ, ພິເສດແມ່ນຂະບວນການເຝິກແອບຮ່າງກາຍ, ເຝິກແອບເຈດຈຳນົງ, ຄວາມທົນທານຕໍ່ກັບຄື້ນລົມແຮງ ເພື່ອປົກປັກຮັກສາອະທິປະໄຕຂອງປະເທດຊາດໃຫ້ໝັ້ນຄົງ.

ນັກຮົບເວນຍາມດ່ານໜ້າ - ảnh 2 ສູນເຮືອນຮ້ານ DK1 ຍັງແມ່ນບ່ອນອີງທີ່ໝັ້ນຄົງ ໃຫ້ແກ່ຊາວປະມົງອອກໄປຫາປາຢູ່ໄກຝັ່ງ

        ໃນທ່າມກາງທະເລທີ່ກ້ວາງໃຫຍ່ໄພສານນັ້ນ, ບັນດາສູນເຮືອນຮ້ານ DK1 ຍັງແມ່ນບ່ອນອີງທີ່ໝັ້ນຄົງ ໃຫ້ແກ່ຊາວປະມົງອອກໄປຫາປາຢູ່ໄກຝັ່ງ, ກຽມພ້ອມໃຫ້ການຊ່ວຍເຫຼືອ, ລຳລຽງ, ກູ້ໄພກູ້ຊີບຊາວປະມົງອອກໄປຫາສິນທະເລທີ່ປະສົບກັບເຄາະຮ້າຍ. ພິເສດແມ່ນໃນຍາມອາກາດມີຄື້ນຍັກລົມແຮງ. ພັນຕີ ຫງວຽນຊວັນແມ້ງ ໃຫ້ຮູ້ວ່າ: ນ້ຳໃຈທະຫານປະຊາຊົນລະຫວ່າງສູນເຮືອນຮ້ານ ແລະ ຊາວປະມົງຄືປາກັບນ້ຳ, ທະຫານກັບປະຊາຊົນມີຄວາມຮັກແພງອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນັ້ນແມ່ນມູນເຊື້ຶ້ອ ທີ່ລຸ້ນພໍ່ລຸ້ນອ້າຍ ນັບແຕ່ກ່ອນຈົນມາຮອດປັດຈຸບັນ ລ້ວນແຕ່ວ່າກອງທັບແມ່ນກຳເນີດມາຈາກປະຊາຊົນ, ພວກຂ້າພະເຈົ້າໄດ້ເຊື່ອມຊຶມ ແລະ ເຮັດສິ່ງດັ່ງກ່າວໃຫ້ເປັນຢ່າງດີທີ່ສຸດນັ້ນ.

        “ເມື່ອປະຊາຊົນປະສົບກັບເຄາະຮ້າຍ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະສະໜອງຢຸກຢາ, ສະບຽງອາຫານ, ເຮັດຈົນສຸດຄວາມສາມາດຂອງຕົນ, ນັບຖືກັນເປັນອ້າຍນ້ອງໃນຄອບຄົວດຽວ, ອ້າຍນ້ອງອູ້ມຊູຊ່ວຍເຫຼືອກັນ. ສະນັ້ນ, ຊາວປະມົງອອກໄປຫາສິນທະເລ, ພິເສດແມ່ນຢູ່ເຂດສູນເຮືອນຮ້ານ ແມ່ນມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມເຄົາລົບຮັກແພງອ້າຍນ້ອງທະຫານສູນເຮືອນຮ້ານທີ່ສຸດ.”

        ເຖິງວ່າບໍ່ແມ່ນລຸ້ນທຳອິດກໍ່ຕາມ, ແຕ່ກໍ່ມີຄວາມຜູກພັນກັບສູນເຮືອນຮ້ານມາເປັນເວລາຫລາຍປີ. ສະນັ້ນ, ພັນຕີຫງວຽນຊວັນແມ້ງ ຍາມໃດກໍ່ຖືສູນເຮືອນຮ້ານແມ່ນເລືອດເນື້ອ, ແມ່ນລົມຫາຍໃຈ, ແມ່ນຊີວິດອີນຊີຂອງຕົນ; ແມ່ນເຂດນ້ຳແດນດິນຂອງປະເທດຊາດ. ໃນບົດບາດເປັນພະນັກງານຂັ້ນບັນຊາ, ພັນຕີແມ້ງ ຍາມໃດກໍ່ມີຄວາມຫວັງຢາກຖ່າຍທອດບັນດາບົດຮຽນຕົວຈິງ, ສ້າງກຳລັງໜູນໃຫ້ແກ່ບັນດາລຸ້ນນັກຮົບໜຸ່ມ, ເພື່ອໃຫ້ເຂົາເຈົ້າມີກຳລັງໜູນຕື່ມອີກ ເພື່ອສືບທອດມູນເຊື້ອຂອງສູນເຮືອນຮ້ານ DK1, ກອງທັບເຮືອເຂດ 2 ເວົ້າສະເພາະ ແລະ ມູນເຊື້ອຂອງກອງທັບເຮືອ ຫວຽດນາມ ເວົ້າລວມ.

        “ບັນດາເພື່ອນຮ່ວມກົມກອງ, ນັກຮົບໜຸ່ມໄປປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ ຕ້ອງມີຄວາມພ້ອມໃນການແກ້ໄຂທຸກຄວາມຫຍຸ້ງຍາກ, ຕັ້ງໜ້າຮ່ຳຮຽນຝຶກຝົນຫຼໍ່ຫຼອມ. ພິເສດແມ່ນ ຕ້ອງຍົກສູງຈິດໃຈປະຕິວັດ, ຝຶກຝົນຫຼໍ່ຫຼອມຄຸນນະທາດການສູ້ຮົບ, ສຸດອົກສຸດໃຈ ແລະ ມີຄວາມຮັບຜິດຊອບຕໍ່ປະເທດຊາດ. ບໍ່ຫວັ່ນໄຫວ, ຄອນແຄນຕໍ່ຄວາມທຸກຍາກລຳບາກ, ຕ້ອງເຮັດເພື່ອທຸກຄົນ, ຕົນເອງມີຊີວິດຕ້ອງປົກປັກຮັກສາປະເທດຊາດ ເພື່ອໃຫ້ປະເທດຊາດຍືນຍົງຄົງຄົວ, ຄຽງບ່າຄຽງໄຫລ່, ເທົ່າທຽມກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ຄືດັ່ງຄຳເວົ້າຂອງລຸງໂຮ່.

        ໂດຍມີຄວາມຜູກພັນກັບທະເລໝູ່ເກາະ, ອຸທິດສ່ວນມາໄດ້ 30 ກ່ວາປີ, ພັນຕີຫງວຽນຊວັນແມ້ງ ໄດ້ຮັບຫຼຽນໄຊວິລະກຳເພື່ອພາລະກິດທະເລໝູ່ເກາະ (ຊັ້ນ 2 ແລະ ຊັ້ນ 3) ໂດຍປະທານປະເທດມອບໃຫ້ ແລະ ໄດ້ຮັບໃບຍ້ອງຍໍ, ນັບຮົບແຂ່ງຂັນຂັ້ນຮາກຖານຫລາຍໃບ ໂດຍກອງທັບເຮືອ ຫວຽດນາມ ມອບໃຫ້./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ