ນັກຮົບໃນສູນເຮືອນຮ້ານເລົ່າເລື່ອງພາຍຸທະເລ

(VOVWORLD) -ປະກົດການພາຍຸລົມແຮງຢູ່ບໍລິເວນທະເລ DK1 ແມ່ນເກີດຂຶ້ນເປັນປະຈຳ, ພາຍຸເລີ່ມເກີດມີນັບແຕ່ເດືອນ ຕຸລາ ຫາເດືອນ ມັງກອນ ປີຕໍ່ມາ. ສະເລ່ຍແລ້ວ, ແຕ່ລະປີຈະມີພາຍຸແຕ່ 2 ຫາ 4 ລູກ ເກີດຂຶ້ນຢູ່ເຂດນີ້.

ນັກຮົບໃນສູນເຮືອນຮ້ານເລົ່າເລື່ອງພາຍຸທະເລ - ảnh 1 ສູນເຮືອນຮ້ານ DK1

(ພາບ: cand.com.vn)

ໂດຍໄດ້ດຳລົງຊີວິດໃນທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ຕ້ອງປະເຊີນໜ້າກັບສະພາບຄື້ນຍັກລົມແຮງ, ຊີວິດຂອງບັນດາພະນັກງານ, ນັກຮົບສູນເຮືອນຮ້ານ DK1, ທະຫານເຮືອເຂດ 2 ໄດ້ຮັບການຈົດຈຳດ້ວຍການປະເຊີນໜ້າກັບພາຍຸລົງແຮງດັ່ງກ່າວນັ້ນ. ເຂົາເຈົ້າມີຄວາມກ້າກັ່ນກວ່າເມື່ອຜ່ານຜ່າສິ່ງທົດສອບຈາກພາຍຸລົມແຮງ, ຜ່ານນັ້ນສາມາດປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງສັກກະລະບູຊາເຂດໄຫຼ່ທະວີບທາງພາກໃຕ້ຫວຽດນາມ.

        ຊຸມປີ 1990, ພາຍຸລູກທີ 10 ໄດ້ພັດຖະຫຼົ່ມເຂົ້າເຂດທະເລ DK1, ຂຶ້ນກັບແຂວງ ບ່າເຣ້ຍ - ວູງເຕົ່າ, ດ້ວຍລົມແຮງຂຶ້ນເຖິງລະດັບ 12, ກໍໃຫ້ເກີດຄື້ນທະເລສູງຄືດັ່ງໄດ້ປົກຄຸ້ມເຮືອນຮ້ານ DK1/3 ທັງໝົດ, ເຮັດໃຫ້ພະນັກງານ, ນັກຮົບ 9 ຄົນຖືກກະແສນ້ຳທະເລມ້ວນໄປ. ພາຍຫຼັງຕໍ່ສູ້ກັບຄື້ນທະເລເປັນເວລາຫຼາຍຊົ່ວໂມງ, ມີນັກຮົບ 3 ຄົນຖືກເສຍຊີວິດ. ໃນນັ້ນ, ເລື່ອງລາວກ່ຽວກັບການກະທຳອັນສູງສົ່ງຂອງຮ້ອຍໂທ ເຈິ່ນຮິວກວາງ, ໄດ້ເຮັດໃຫ້ຫຼາຍຄົນສະດຸ້ງໃຈ. ໃກ້ຈະສີ້ນລົມຫາຍໃຈນັ້ນ, ອ້າຍຍັງລະດົມກຳລັງໃຈໃຫ້ເພື່ອນຮ່ວມກົມກອງໃຫ້ມີຄວາມຜູກນຳກັນເພື່ອໜູນຊ່ວຍເຊິ່ງກັນແລະກັນຕ້ານຄື້ນທະເລ ແລະ ລົມແຮງ. ຕໍ່ໜ້າສະພາບການນັ້ນ, ອ້າຍໄດ້ມອບເສື້ອຊູຊີບ ແລະ ເຂົ້າໜົມແຫ້ງກ້ອນສຸດທ້າຍຂອງຕົນໃຫ້ເພື່ອນຜູ້ທີ່ມີສຸຂະພາບອ່ອນແອທີ່ສຸດ, ກ່ອນທີ່ຈະຈົມລົງທະເລ. ໃນເວລາ 8 ປີຕໍ່ມາ, ໃນຕອນກາງຄືນວັນທີ 13, ຮຸ່ງເຊົ້າວັນທີ 14 ທັນວາ 1998, ພາຍຸລູກທີ 8 ໄດ້ກໍ່ຕົວເປັນຄື້ນແຮງລະດັບທີ 12 ພັດຖະຫຼົ່ມເຂົ້າບໍລິເວນທະເລ DK1 ເຊິ່ງໄດ້ເຮັດໃຫ້ສູນເຮືອນຮ້ານ DK1/6 ພັງລົງ, ນັກຮົບ 3 ຄົນຖືກເສຍຊີວິດຢູ່ກາງທະເລ, ນັ້ນແມ່ນ: ຮ້ອຍເອກ ຫວູກວາງເຈືອງ; ວາທີນາຍຮ້ອຍ ເລດຶກຮົ່ງ; ວາທີນາຍຮ້ອຍ ຫງວຽນວັນອານ. ສຳລັບພັນໂທ ຫງວຽນຊວັນແມ້ງ, ຫົວໜ້າກອງພັນ 1 ສູນຝຶກຊ້ອມທະຫານເຮືອເຂດ 2, ຜູ້ທີ່ໄດ້ປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານເປັນເວລາ 14 ປີ, ຈຸດເວລາຕິດຕໍ່ກັບເພື່ອນຮ່ວມກົມກອງກ່ອນທີ່ເພື່ອນຂອງຕົນຈະເສຍຊີວິດນັ້ນ ຍາມໃດກໍ່ຝັງເລິກໃນດວງໃຈຂອງອ້າຍ. ພັນໂທ ຫງວຽນຊວັນແມ້ງ, ໄດ້ເລົ່າສູ່ຟັງວ່າ, ກ່ອນທີ່ໄປຮັບໜ້າທີ່ຢູ່ສູນເຮືອນຮ້ານ, ອ້າຍ ແລະ ເພື່ອນຮ່ວມກົມກອງ ຫວູກວາງເຈືອງ ໄດ້ມີການໂອ້ລົມນຳກັນວ່າ: ພວກເຮົາໄປໃນຄັ້ງນີ້, ເມື່ອກັບຄືນກົມກອງຕ້ອງປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຂອງປະເທດຊາດສຳເລັດເປັນຢ່າງດີ.

        “ກ່ອນທີ່ພາຍຸພັດເຂົ້າເຮັດໃຫ້ສູນເຮືອນຮ້ານພັງລົງນັ້ນ, ລາວໄດ້ໂທລະສັບມາຫາຂ້າພະເຈົ້າວ່າ: “ແມ້ງເອີຍ! ເຈົ້າຈົ່ງຮັກສາການຕິດຕໍ່ກັບອ້າຍໄວ້ເດີ, ອ້າຍຈະນຳໃຊ້ເຂດຂອງເຈົ້າເປັນສະຖານທີ່ຕິດຕໍ່ກັບເຂດດິນຕໍ່ແຜ່ນ”. ເມື່ອພວກຂ້າພະເຈົ້າຕິດຕໍ່ຫາກັນໃນເວລາ  3 ໂມງ 45 ນາທີນັ້ນ, ກໍ່ກົງກັບຈຸດເວລາທີ່ລາວໄດ້ພັດພາກຈາກພວກເຮົາໄປແລ້ວ, ອ້າຍສະບາຍດີ ແລະ ເວົ້າກັບຂ້າພະເຈົ້າວ່າ “ອ້າຍຂໍອຳລາໄປກ່ອນເດີ, ຈົ່ງຮັກສາສຸຂະພາບ ແລະ ອ້າຍໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີແລ້ວ, ແນ່ນອນວ່າອ້າຍຕ້ອງປະສົບກັບສິ່ງອັນຕະລາຍ”. ເມື່ອສູນເຮືອນຮ້ານພັງລົງນັ້ນ, ຍ້ອນຄວາມແຮງຂອງພາຍຸ, ລາວຈຶ່ງເສຍຊີວິດ, ຫຼັງຈາກນັ້ນລາວ ໄດ້ຮັບນາມມະຍົດແມ່ນນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນຈາກລັດ”.

        ປະກົດການພາຍຸລົມແຮງຢູ່ບໍລິເວນທະເລ DK1 ແມ່ນເກີດຂຶ້ນເປັນປະຈຳ, ພາຍຸເລີ່ມເກີດມີນັບແຕ່ເດືອນ ຕຸລາ ຫາເດືອນ ມັງກອນ ປີຕໍ່ມາ. ສະເລ່ຍແລ້ວ, ແຕ່ລະປີຈະມີພາຍຸແຕ່ 2 ຫາ 4 ລູກ ເກີດຂຶ້ນຢູ່ເຂດນີ້. ພັນໂທ ຫງວຽນວັນເລິມ, ຫົວໜ້າຜູ້ບັນຊາເຂດສະສົມກອງພັນນ້ອຍ DK1, ທະຫານເຮືອເຂດ 2, ຜູ້ທີ່ໄດ້ຕິດພັນກັບທະເລມາເປັນເວລາເກືອບ 20 ປີແລ້ວໃຫ້ຮູ້ວ່າ, ອ້າຍກໍ່ບໍ່ຈື່ໄດ້ວ່າຕ້ອງປະເຊີນໜ້າກັບພາຍຸຈັກລູກ. ປີ 2017, ເມື່ອເຫັນພາຍຸລູກທີ 15 ແລະ 16 ພັດເຂົ້າໃນເວລາບໍ່ຮອດອາທິດ, ອ້າຍມີຄວາມຕົກໃຈຍ້ອນຄວາມແຮງຂອງພາຍຸ. ພັນໂທ ຫງວຽນວັນເລິມ, ແບ່ງປັນວ່າ.

        “ເຂດຕິດຕັ້ງອຸປະກອນໄດ້ມັດແໜ້ນທີ່ສຸດ, ບໍ່ຖືກຜົນສະທ້ອນ, ມີພຽງແຕ່ເຂດປູກຜັກ ຫຼື ເຂດລ້ຽງໝູ, ໄກ່ແມ່ນຖືກຄື້ນທະເລມ້ວນໄປໝົດ. ນອກນັ້ນ, ຮາວສະບຽງ, ຂັ້ນໄດກໍ່ຫັກ ແລະ ເປ່ເພ. ພາຍຸລູກນັ້ນໄດ້ກໍ່ຄວາມເສຍຫາຍຢ່າງໜັກ, ແຕ່ກໍ່ຮັບປະກັນຄວາມໝັ້ນໃຈກ່ຽວກັບຄວາມທົນທານຂອງເຮືອນຮ້ານເມື່ອຕ້ອງປະເຊີນໜ້າກັບພາຍຸ 2 ລູກ ແລະ ສາມາດທົນທານກັບພາຍຸແຮງກວ່າ, ສະນັ້ນ, ອ້າຍນ້ອງຢູ່ເຮືອນຮ້ານນີ້ກໍ່ມີຄວາມອຸ່ນອ່ຽນໃຈກວ່າ”.

        ອາດເວົ້າໄດ້ວ່າ, ສິ່ງທົດສອບໃຫຍ່ສຸດຂອງນັກຮົບສູນເຮືອນຮ້ານນັ້ນແມ່ນຜ່ານຜ່າຄວາມຢ້ານກົວຍ້ອນພາຍຸ, ສະສົມຄວາມຮູ້, ແບ່ງປັນບົດຮຽນເຊິ່ງກັນແລະກັນເພື່ອຕ້ານພາຍຸ. ເຈດຈຳນົງອັນແຮງກ້າຂອງບັນດານັກຮົບສູນເຮືອນຮ້ານໄດ້ຮັບການຝຶກຝົນຫຼໍ່ຫຼອມນັບແຕ່ຄາວນັ້ນມາ, ຈາກນັ້ນເພື່ອສ້າງຈິດໃຈ, ຄວາມອຸ່ນອ່ຽນໃຈໃຫ້ແກ່ເຂົາເຈົ້າໃນການປົກປັກຮັກສາເຂດທະເລ, ນ່ານຟ້າ, ອະທິປະໄຕຂອງປະເທດຊາດ. ພັນຕີ ເລຢຸຍຊຶວ, ຮອງຫົວໜ້າການເມືອງກອງພັນນ້ອຍ DK1 ແລະ ຮ້ອຍເອກ ໂດ້ວັນທຶກ, ຫົວໜ້າຜູ້ບັນຊາສູນເຮືອນຮ້ານ DK1/18 ໃຫ້ຮູ້ວ່າ.

        “ພິເສດ, ໃນປີທຳອິດເມື່ອເຮົາຫາກໍ່ມາສູນເຮືອນຮ້ານ, ເມື່ອຕົນເອງນອນຕ້ອງເອົາເສື້ອຊູຊີບມາວາງໄວ້ທາງຂ້າງ. ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ຫາກບັນດາຜູ້ທີ່ມານີ້ເປັນຄັ້ງທຳອິດເຂົາເຈົ້າກໍ່ມີຄວາມຮູ້ສຶກຢ້ານກົວຄືກັນໝົດ. ແຕ່ຍ້ອນໄດ້ຮັບການລະດົມກຳລັງໃຈຈາກຫົວໜ້າຜູ້ບັນຊາການວ່າ, ຄື້ນລົມແຮງຄືແນວນີ້ແມ່ນບໍ່ໃຫຍ່ເທົ່າຄັ້ງກ່ອນ, ສະນັ້ນພວກນ້ອງບໍ່ຕ້ອງເປັນຫ່ວງ”.

        “ດ້ວຍການລະດົມກຳລັງໃຈຈາກທຸກຂັ້ນ, ອ້າຍນ້ອງໄດ້ຮ່ວມແຮງຮ່ວມໃຈຜ່ານຜ່າພາຍຸ. ເມື່ອພາຍຸພັດຜ່ານໄປແລ້ວ, ສູນເຮືອນຮ້ານຍັງໝັ້ນແກ່ນຢູ່, ຄວາມໄວ້ເນື້ອເຊື່ອໃຈຂອງອ້າຍນ້ອງພັດທະວີຄູນຂຶ້ນຕື່ມອີກ ແລະ ເຊື່ອໝັ້ນວ່າຈະຍາດໄດ້ໄຊຊະນະຕໍ່ໜ້າສິ່ງທົດສອບນາໆປະການໃນການດຳລົງຊີວິດ”.

        ໂດຍຜ່ານການກໍ່ສ້າງ ແລະ ພັດທະນາມາເປັນເວລາກວ່າ 30 ປີ, ຕ້ອງປະເຊີນໜ້າກັບພາຍຸພັດເຂົ້າຜິດປົກກະຕິກໍ່ຕາມ, ມີພະນັກງານ, ນັກຮົບຫຼາຍຄົນໄດ້ເສຍຊີວິດໃນທ່າມກາງທະເລ ແລະ ການເສຍຊີວິດອັນມິດງຽບນັ້ນ ໄດ້ກາຍເປັນອະນຸສາວະລີຂອງກຳລັງແຮງ, ເພື່ອໃຫ້ນັກຮົບສູນເຮືອນຮ້ານໃນມື້ນີ້ສືບທອດ, ສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາ “ຫຼັກໝາຍອະທິປະໄຕ” ທີ່ສັກກະລະບູຊາຢູ່ເຂດທະເລຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ