ນ້ຳໃຈເພື່ອນມິດແບບພິເສດລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno

(VOVWORLD) -ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນໂດເນເຊຍ ແລະ ປະທານາທິບໍດີ Sukarno ມາຢ້ຽມຢາມ ຫວຽດນາມ, ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ນ້ຳໃຈແຫ່ງຄວາມເປັນມິດທີ່ສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ”. 

ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງນັກຮຽນຮູ້ ແມ່ນບັນດານັກຊ່ຽວຊານທີ່ຄົ້ນຄວ້າກ່ຽວກັບປະທານ ໂຮ່ຈີມິນ ແລະ ການພົວພັນ ຫວຽດນາມ - ອິນໂດເນເຊຍ. ບົດຂຽນຂອງນັກຂ່າວ VOV.

ໃນບັນດາເຫດການປະຫວັດສາດ ເຊິ່ງ ຫວຽດນາມ ແລະ ອິນໂດເນເຊຍ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງໃນປີນີ້, ຈຸດພົ້ນເດັ່ນແມ່ນການສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈີມິນ ໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດ ແລະ ກໍ່ແມ່ນ 60 ປີແຫ່ງວັນປະທານາທິບໍດີ Sukarno ມາຢ້ຽມຢາມ ຫວຽດນາມ. ການພົວພັນທາງການທູດໄດ້ຍົກລະດັບແຕ່ຂັ້ນສະຖານກົງສູນໃຫຍ່ຂຶ້ນເປັນສະຖານທູດຢ່າງເປັນທາງການກໍ່ຄົບຮອບ 60 ປີພໍດີ, ແມ່ນໄລຍະທາງແຫ່ງການພັດທະນານ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ໂດຍຜູ້ນຳຮັກຊາດຍິ່ງໃຫຍ່ 2 ທ່ານ, ຜູ້ນຳມີຄວາມປີຊາສາມາດ 2 ທ່ານຂອງ 2 ປະເທດ ຫວຽດນາມ - ອິນໂດເນເຊຍ ໄດ້ສ້າງຂຶ້ນ.

ນ້ຳໃຈເພື່ອນມິດແບບພິເສດລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno - ảnh 1 ນ້ຳໃຈເພື່ອນມິດແບບພິເສດລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno (ພາບ: TTXVN)

ກອງປະຊຸມສຳມະນາໄດ້ນຳມາໃຫ້ມະຫາຊົນບັນດາມູມມອງຫລາຍສົ້ນກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດ ຂອງປະທານ ໂຮ່ຈີມິນ ໃນຮອບເວລາ 10 ວັນເມື່ອປີ 1959. ຕາມທ່ານ ຫງວຽນດັງຕ໊ຽນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ແລ້ວ, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໂດຍປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ພ້ອມກັບການນຳລຸ້ນຕ່າງໆຂອງ 2 ປະເທດເພີ່ມພູນຄູນສ້າງ, ສ້າງເປັນພື້ນຖານຢ່າງໝັ້ນຄົງແໜ້ນແຟ້ນ ແລະ ແມ່ນກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ ແລະ ພັດທະນາການພົວພັນ 2 ປະເທດໃນທຸກຂົງເຂດຄື: ດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ ແລະ ພົວພັນແລກປ່ຽນປະຊາຊົນ. ທ່ານ ຫງວຽນດັງຕ໊ຽນ ໃຫ້ຮູ້ວ່າ:

“ຜ່ານການເຄື່ອນໄຫວໃນ 62 ປີຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ໄດ້ຈັດຕັ້ງການຢ້ຽມຢາມ ແລະ ເຄື່ອນໄຫວຫລາຍຢ່າງກ່ຽວກັບການທ່ອງທ່ຽວ, ວັດທະນະທຳ ແລະ ການພົວພັນ 2 ປະເທດ. ປີ 2020, ເພື່ອຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອິນໂດເນເຊຍ (30/12/1955 30/12/2020), ສະມາຄົມຂອງ 2 ປະເທດຈະຈັດຕັ້ງບັນດາການເຄື່ອນໄຫວເພື່ອຂ່ຳນັບຮັບຕ້ອນຢ່າງແທດຈິງ.

ຕາມທ່ານນາງຮອງສາດສະດາຈານ, ປະລິນຍາເອກ, ອາຈານສອນຢູ່ສະຖາບັນຂ່າວສານໂຄສະນາ ເຈິ່ນທິມິງຕ໊ວຽດ ແລ້ວ, ປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ຍາມໃດກໍ່ໃຫ້ການຕ້ອນຮັບກັນຢ່າງອົບອຸ່ນ, ຖືກັນຄືອ້າຍນ້ອງໃນຄອບຄົວດຽວ. ການພົວພັນລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ບໍ່ພຽງແຕ່ແມ່ນການພົວພັນທາງການທູດລະຫວ່າງປະມຸກລັດ 2 ປະເທດເທົ່ານັ້ນ ແຕ່ຍັງແມ່ນນ້ຳໃຈແຫ່ງຄວາມເປັນມິດໃນການສູ້ຮົບ, ນ້ຳໃຈແຫ່ງຄວາມເປັນອ້າຍນ້ອງທີ່ດູດດື່ມ. ຜູ້ນຳ 2 ທ່ານຍາມໃດກໍ່ມີທັດສະນະເປັນເອກະພາບກ່ຽວກັບບັນດາບັນຫາສາກົນ ແລະ ຍາມໃດກໍ່ເຊື່ອໝັ້ນ, ສະໜັບສະໜູນການຕໍ່ສູ້ໂດຍເຂົາເຈົ້ານຳພາ. ພິເສດ, ປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno ໄດ້ມອບຫຼຽນໄຊອັນສູງສົ່ງທີ່ສຸດຂອງປະເທດຕົນໃຫ້ແກ່ກັນ. ຢູ່ປະເທດ ອິນໂດເນເຊຍ ອ້າຍນ້ອງ, ປະທານ ໂຮ່ຈີມິນ ໄດ້ຮັບໃບປະກິດສະນີຍະບັດລະດັບປະລິນຍາເອກກິດຕິມະສັກໜຶ່ງດຽວໃນຊີວິດຂອງເພິ່ນ. ໃນຈຳນວນການນຳປະເທດຕ່າງໆທີ່ມາ ຫວຽດນາມ ນັ້ນ, ປະທານາທິບໍດີ Sukarno ແມ່ນການນຳທີ່ປະທານ ໂຮ່ຈີມິນ ໄດ້ມອບບົດກະວີເປັນຂອງຂວັນຫລາຍທີ່ສຸດ.

ທ່ານ Agus Marwan, ນັກແຕ່ງປຶ້ມທີີ່ມີຊື່ວ່າ “ການປະຕິວັດຢູ່ແຄມຝັ່ງແມ່ນ້ຳແດງ” ໃຫ້ຮູ້ວ່າ: ພາຍຫລັງຊອກຮູ້ກ່ຽວກັບການປະຕິວັດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ມາເວລາຫລາຍປີ, ທ່ານມີຄວາມຮູ້ສຶກກ່ຽວກັບບັນດາຈຸດຄ້າຍຄືກັນລະຫວ່າງ 2 ບຸກຄະລິກກະພາບອັນຍິ່ງໃຫຍ່. ທ່ານ Agus Marwan ໃຫ້ຮູ້ວ່າ:

ໃນສາຍຕາຂອງຊາວ ອິນໂດເນເຊຍ, ປະທານ ໂຮ່ຈີມິນ ແມ່ນຜູ້ທີ່ຮັກຊາດ, ອຸທິດທັງຊີວິດຂອງຕົນເພື່ອຄວາມເປັນເອກະລາດຂອງ ຫວຽດນາມ, ແມ່ນການນຳທີ່ນຳພາການຕໍ່ສູ້ຕ້ານ ຍີ່ປຸ່ນ, ຝຣັ່ງ ແລະ ອາເມລິກາ. ປະທານ ໂຮ່ຈີມິນ ເຄີຍຂຽນຈົດໝາຍເຖິງ ອິນໂດເນເຊຍ ເພື່ອຮ່ວມມືກັນຕໍ່ສູ້ຕ້ານລ່າເມືອງຂຶ້ນ ແລະ ຈັກກະພັດ. ເພິ່ນກໍ່ແມ່ນຜູ້ທີ່ມີຄວາມຮູ້ຮອບຕົວຢ່າງເລິກເຊິ່ງ ແລະ ສາມາດເວົ້າໄດ້ຫລາຍພາສາ.”

ຕາມທ່ານ Rudy Harotono, ຜູ້ທີ່ຍາດໄດ້ລາງວັນທີໜຶ່ງໃນການເສັງຂຽນຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງປະທານ ໂຮ່ຈີມິນ ໂດຍສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ສົມທົບກັບພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງຂຶ້ນ, ຍ້ອນຄຸນງາມຄວາມດີຂອງການນຳ 2 ທ່ານ, ປະຊາຊົນ ອິນໂດເນເຊຍ ແລະ ຫວຽດນາມ ຈຶ່ງໄດ້ດຳລົງຊີວິດໃນພື້ນຖານຄວາມເປັນເອກະລາດ, ບໍ່ມີການແຊກແຊງຈາກພາຍນອກ. 2 ປະເທດກໍ່ພວມສືບຕໍ່ຮ່ວມມືກັນໃນທຸກຂົງເຂດ.

ກອງປະຊຸມສຳມະນາ “ນ້ຳໃຈແຫ່ງຄວາມເປັນມິດທີ່ສະໜິດສະໜົມລະຫວ່າງປະທານ ໂຮ່ຈີມິນ ແລະ ປະທານາທິບໍດີ Sukarno, ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ” ໄດ້ນຳເອົາຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການຢ້ຽມຢາມຄັ້ງປະຫວັດສາດ ແລະ ການພົວພັນຂອງຜູ້ນຳ 2 ທ່ານກໍ່ຄື 2 ປະເທດ ຫວຽດນາມ - ອິນໂດເນເຊຍ ມາໃຫ້ມະຫາຊົນຢ່າງເລິກເຊິ່ງກ່ວາ. ບັນດາບົດປະກອບຄຳເຫັນໃນກອງປະຊຸມສຳມະນາຈະໄດ້ເອົາມາພິມເປັນປຶ້ມອານຸສອນ ກ່ຽວກັບການສະເຫຼີມສະຫຼອງເຫດການປະຫວັດສາດນີ້, ມຸ່ງໄປສູ່ການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຢ່າງແທດຈິງ ./.

ຕອບກັບ

ຂ່າວ/ບົດ​ອື່ນ