ນຳໃຊ້ສື່ສັງຄົມອອນລາຍເພື່ອປ້ອງກັນ ຕ້ານໂລກລະບາດໂຄວິດ-19

(VOVWORLD) -ດ້ວຍຈຸດພິເສດແມ່ນຂໍ້ມູນຂ່າວໄດ້ສົ່ງໄປຢ່າງວ່ອງໄວ, ກວ້າງຂວາງ, ຍ້ອນເຫດນັ້ນ, ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19, ຜ່ານ fanpage, ລະບົບສື່ທາງສັງຄົມ, ຂໍ້ມູນຂ່າວສານກ່ຽວກັບການຜັນແປຂອງໂລກລະບາດໄດ້ອັບເດດຢ່າງວ່ອງໄວ.
ນຳໃຊ້ສື່ສັງຄົມອອນລາຍເພື່ອປ້ອງກັນ ຕ້ານໂລກລະບາດໂຄວິດ-19 - ảnh 1fanpage ປ້ອງກັນຕ້ານ ໂລກລະບາດໂຄວິດ-19
(ພາບ: nld.com.vn)

ໃນໄລຍະຜ່ານມາຢູ່ຫວຽດນາມ, ສະພາບການນຳໃຊ້ສື່ສັງຄົມອອນລາຍຄື Facebook, Zalo ໄດ້ມີການພັດທະນາຢ່າງແຮງ ແລະ ນັບມື້ນັບກາຍເປັນຄວາມຕ້ອງການທີ່ຈຳເປັນຂອງຫຼາຍພາກສ່ວນໃນໝູ່ປະຊາຊົນ. ພິເສດ, ໃນໄລຍະປະຈຸບັນ, ສະພາບການໂລກລະບາດໂຄວິດ-19 ມີການຜັນແປສັບສົນຫຼາຍຢ່າງ, ພ້ອມກັບຮູບແບບສື່ມວນຊົນທີ່ເປັນມູນເຊື້ອນັ້ນ ສື່ສັງຄົມອອນລາຍແມ່ນເຄື່ອງມືເພື່ອໃຫ້ປະຊາຊົນອັບເດດ, ຕິດຕາມ ແລະ ຊອກຫາຄວາມຮູ້ໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

        ດ້ວຍຈຸດພິເສດແມ່ນຂໍ້ມູນຂ່າວໄດ້ສົ່ງໄປຢ່າງວ່ອງໄວ, ກວ້າງຂວາງ, ຍ້ອນເຫດນັ້ນ, ຕໍ່ໜ້າສະພາບການສັບສົນຂອງໂລກລະບາດໂຄວິດ-19, ຜ່ານ fanpage, ລະບົບສື່ທາງສັງຄົມ, ຂໍ້ມູນຂ່າວສານກ່ຽວກັບການຜັນແປຂອງໂລກລະບາດໄດ້ອັບເດດຢ່າງວ່ອງໄວ. ຂ່າວ, ບົດ, ພາບໂຄສະນາຕ່າງໆກ່ຽວກັບວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ-19 ໄດ້ຊ່ວຍໃຫ້ປະຊາຊົນມີແຫຼ່ງຂໍ້ມູນທາງການກ່ຽວກັບສະພາບການຂອງໂລກລະບາດໃນບໍລິເວນທີ່ພວມດຳລົງຊີວິດ, ຈາກນັ້ນມີຄວາມຮັບຜິດຊອບ, ມີສະຕິ ແລະ ຄວາມຮູ້ ພ້ອມກັບປະຊາຄົມຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ອ້າຍ ໂດ້ຮຸຍຕວນ, ຊາວນະຄອນ ລາວກາຍ ໃຫ້ຮູ້ວ່າ:

        “ແຫຼ່ງຂ່າວຂອງສູນຄວບຄຸມພະຍາດ, ວິທະຍຸກະຈາຍສຽງ-ໂທລະພາບ ລາວກາຍ, ພະແນກສາທາລະນະສຸກແຂວງ ລາວກາຍ ໄດ້ຊີ້ແຈ້ງວິທີການປ້ອງກັນຕ້ານໂລກລະບາດ, ເຂດທີ່ຕ້ອງປະຕິບັດການແຍກຫ່າງ. ຈາກນັ້ນຂ້າພະເຈົ້າມີຄວາມເຊື່ອໝັ້ນຕົນເອງ ແລະ ເຊື່ອໝັ້ນຕໍ່ວຽກງານປ້ອງກັນ ຕ້ານໂລກລະບາດຂອງປະເທດ ກໍຄືຂອງແຂວງ ລາວກາຍ”.

        ຢູ່ບໍລິເວນແຂວງພູດອຍ, ມີເນື້ອທີ່ກວ້າງ, ພົນລະເມືອງມີໜ້ອຍ, ແຕ່ຍ້ອນມີການນຳໃຊ້ສື່ສັງຄົມອອນລາຍຄື Zalo, Facebook ເປັນຢ່າງດີ ສະນັ້ນວຽກງານໂຄສະນາໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຢູ່ບໍລິເວນດັ່ງກ່າວ ຍາມໃດກໍ່ລຸລ່ວງໄປດ້ວຍດີ ແລະ ບັນລຸປະສິດທິຜົນສູງ. ທ່ານ ແອນ, ປະທານຄະນະກຳມະການປະຊາຊົນ, ຫົວໜ້າຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຕາແສງ ຈາງ, ເມືອງ ດັກດວາ, ແຂວງ ຢາລາຍ ໃຫ້ຮູ້ວ່າ, ປະຈຸບັນ, 5 ບ້ານໃນຕາແສງລ້ວນແຕ່ສ້າງກຸ່ມສະໜອງຂໍ້ມູນທາງ Zalo. ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດຂອງຕາແສງ ໄດ້ຈັດແບ່ງສະມາຊິກເຂົ້າຮ່ວມກຸ່ມດັ່ງກ່າວເພື່ອຕອບຄຳຖາມ, ຂໍ້ຂ້ອງໃຈຂອງປະຊາຊົນ. ຍ້ອນເຫດນັ້ນ, ຄະນະຊີ້ນຳໄດ້ກຳແໜ້ນສະພາບການຢ່າງທັນການ, ຜັນຂະຫຍາຍການປ້ອງກັນ ຕ້ານໂລກລະບາດໂຄວິດໃຫ້ເໝາະສົມກັບສະພາບຕົວຈິງ:

        “ຍ້ອນມີກຸ່ມ zalo ດັ່ງກ່າວ ໃນໄລຍະຜ່ານມາ, ບໍລິເວນຕາແສງຈຶ່ງໄດ້ຮັບເອົາຜູ້ອອກແຮງງານທີ່ກັບມາຈາກທ້ອງຖິ່ນອື່ນ. ໃນນັ້ນ, ມີພົນລະເມືອງຈຳນວນໜຶ່ງໄດ້ປະຕິບັດການແຍກຕົວຢູ່ສູນ, ຈຳນວນໜຶ່ງແມ່ນແຍກຕົວຢູູ່ບ້ານ. ປະຊາຊົນໄດ້ເຊື່ອມຕໍ່ zalo ເບິ່ງບັນຊີລາຍຊື່ທ້ອງຖິ່ນທີ່ເກີດໂລກລະບາດ, ເຂົາເຈົ້າຮູ້ ແລະ ກໍ່ໄດ້ເປັນເຈົ້າການ. ຖ້າຫາກວ່າ ນະຄອນ ໂຮ່ຈີມິນ ປະຕິບັດຕາມຄຳສັ່ງເລກທີ 16 ເຂົາເຈົ້າກໍ່ເປັນເຈົ້າການມາສູນສາທາລະນະສຸກ”.

ນຳໃຊ້ສື່ສັງຄົມອອນລາຍເພື່ອປ້ອງກັນ ຕ້ານໂລກລະບາດໂຄວິດ-19 - ảnh 2ສະໜອງຂໍ້ມູນທາງ Zalo
(ພາບ: nhandan.vn)

ການເຄື່ອນໄຫວໃນກຸ່ມອອນລາຍໄດ້ຊ່ວຍຫຼຸດຜ່ອນລາຍຈ່າຍລົງຫຼາຍ, ພ້ອມກັນນັ້ນປະສິດທິຜົນການໂຄສະນາກໍ່ໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ເອື້ອຍ ຫງວຽນທິລານແອັງ, ຫົວໜ້າຂະແໜງໂຄສະນາ ແລະ ສຶກສາສຸຂະພາບ, ສູນຄວບຄຸມໂລກລະບາດແຂວງ ລາວກາຍ, ຢືນຢັນວ່າ:

        “ຂ້າພະເຈົ້າຄິດວ່າ, ໃນວຽກງານປ້ອງກັນ ຕ້ານໂລກລະບາດ ເລື່ອງການຕອບຮັບ ແລະ ສົ່ງຂໍ້ມູນຂ່າວຢ່າງໄວຜ່ານ fanpage ຈະໜູນຊ່ວຍໄດ້ຫຼາຍທີ່ສຸດ. ທີໜຶ່ງແມ່ນກຳນົດທິດຂໍ້ມູນຂ່າວ, ທີ 2 ແມ່ນສືບຫາຜູ້ຕິດເຊື້ອ ແລະ ກວດກາເປົ້າໝາຍໃນບໍລິເວນ. ເມື່ອສະພາບການໂລກລະບາດໄດ້ແຈ້ງຢ່າງວ່ອງໄວ, ທັນການ ແລະ ຊັດເຈນນັ້ນ ຈະປະກອບສ່ວນສຳຄັນເຂົ້າໃນການກຳນົດທິດກ່ຽວກັບຂໍ້ມູນ, ສືບຫາຜູ້ຕິດເຊື້ອ ແລະ ກວດກາເປົ້າໝາຍໃນບໍລິເວນ”.

        ຄຽງຂ້າງຜົນປະໂຫຍດທີ່ແທດຈິງຄືແນວນັ້ນ, ເພື່ອໃຫ້ມີແຫຼ່ງຂໍ້ມູນຂ່າວທາງການ, ຜູ້ນຳໃຊ້ສື່ສັງຄົມອອນລາຍຢູ່ຫວຽດນາມ ກໍ່ນັບມື້ນັບມີການຄັດເລືອກແຫຼ່ງຂໍ້ມູນ, ມີຄວາມລະມັດລະວັງກວ່າໃນການແບ່ງປັນແຫຼ່ງຂໍ້ມູນກ່ຽວກັບໂລກລະບາດ.

        ຕາມການສະຖິຕິແລ້ວ, ຜູ້ນຳໃຊ້ສື່ສັງຄົມອອນລາຍຢູ່ຫວຽດນາມ ກວມເອົາກວ່າ 73% ຈຳນວນພົນລະເມືອງ. ຍ້ອນເຫດນັ້ນ, ເລື່ອງນຳໃຊ້ສື່ສັງຄົມອອນລາຍເຂົ້າໃນການຄຸ້ມຄອງບໍລິຫານ, ໂຄສະນາການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແມ່ນທ່າອ່ຽງທົ່ວໄປ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນຢູ່ບໍລິເວນທີ່ຫ່າງໄກຊອກຫຼີກ, ຊ່ວຍໃຫ້ປະຊາຊົນໄດ້ເຂົ້າໃກ້ກັບອຳນາດການປົກຄອງທຸກຂັ້ນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ