ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ

(VOVWORLD) -  ວັນບຸນໄຫວ້ພະຈັນ (ວັນເພັງເດືອນແປດ) ປີນີ້, ມີບັນດາການເຄື່ອນໄຫວວັດທະນະທຳ - ສິລະປະ ແລະ ການລະຫຼິ້ນທີ່ສະຫງວນໃຫ້ພວກນ້ອງນ້ອຍເຍົາວະຊົນອະນຸຊົນໄດ້ຈັດຕັ້ງຢູ່ບັນດາເຂດປູຊະນີຍະສະຖານໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ຢ່າງອຸດົມສົມບູນ, ຫລາຍຮູບຫລາຍແບບ.

ນີ້ແມ່ນການເຄື່ອນໄຫວທີ່ເປັນປະໂຫຍດໃຫ້ແກ່ພວກນ້ອງເຍົາວະຊົນອະນຸຊົນ ພ້ອມທັງ ຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະເທດຊາດກ່ວາອີກ. ບົດຂຽນຂອງນັກຂ່າວ VOV.

ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ  - ảnh 1 ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ 

ບັນດາສະຖານທີ່ປູຊະນີຍະສະຖານໃນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ລ້ວນແຕ່ສະຫງວນບໍລິເວນເຂດເດີ່ນວາງສະແດງ, ວາດພາບຄືນເຖິງວັນບຸນໄຫວ້ພະຈັນຕາມຮີດຄອງປະເພນີ ດ້ວຍບັນດາການລະຫຼິ້ນຄື: ຫົວສິງໂຕ, ໜ້າກາກເຈ້ຍສາ, ໂຄມໄຟໝູນ, ໂຄມໄຟຮູບດວງດາວ, ປະລິນຍາເອກເຈ້ຍ, ວ່າວເຈ້ຍ…ບັນດາລາຍການສະແດງສິລະປະ, ບັນດາການລະຫຼິ້ນພື້ນເມືອງໄດ້ຮັບການຈັດຕັ້ງ ເພື່ອແນໃສ່ຊ່ວຍໃຫ້ເດັກໄດ້ລະຫຼິ້ນມ່ວນຊື່ນ ແລະ ເພື່ອໃຫ້ພວກນ້ອງນ້ອຍມີໂອກາດກະທົບຕອບຊຶ່ງກັນ ແລະ ກັນ, ຊອກຮູ້ກ່ຽວກັບບັນດາຄຸນຄ່າທີ່ເປັນມູນເຊື້ອ ແລະ ຄວາມໝາຍທີ່ດີງາມຂອງວັນບຸນໄຫວ້ພະຈັນ. ການເຂົ້າຮ່ວມຂອງບັນດານັກສິລະປະກອນ, ນາຍຊ່າງຫັດຖະກຳທີ່ມາຈາກບັນດາໝູ່ບ້ານອາຊີບທີ່ມີມາແຕ່ດັ້ງເດີມ ໄດ້ປະກອບສ່ວນນຳມາເຊິ່ງຄວາມເບີກບານມ່ວນຊື່ນ, ຈັບອົກຈັບໃຈ, ເປັນປະໂຫຍດໃຫ້ພວກນ້ອງນ້ອຍ. ພໍ່ເຖົ້າ ຫງວຽນວັນຕ໊າ, ຢູ່ເມືອງ ຝູຊວຽນ, ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເມື່ອວັນບຸນໄຫວ້ພະຈັນວຽນມາ, ພວກຂ້າພະເຈົ້າ ພັດໄດ້ແນະນຳອາຊີບປັ້ນຮູບຕໍ່ແຮ ເພື່ອໃຫ້ພວກຫຼານໄດ້ເຂົ້າຮ່ວມພຶດຕິກຳຕົວຈິງ. ພວກຫຼານມັກ ແລະ ຢາກປັ້ນຮູບຕໍ່ແຮທີ່ສຸດ. ອາຊີບພື້ນເມືອງຂອງພວກຂ້າພະເຈົ້າໄດ້ສືບທອດມາຈາກປູ່ຍ່າຕາຍາຍ ແລະ ພວກຂ້າພະເຈົ້າຮັກສາອາຊີບນີ້ໄວ້ ເພື່ອບໍ່ໃຫ້ສູນຫາຍໄປ ແລະ ເພື່ອໃຫ້ພວກຫຼານເຍົາວະຊົນອະນຸຊົນໄດ້ຮູ້ຈັກຫລາຍກ່ວາ.”

ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ  - ảnh 2 ໜ້າກາກ

ຢູ່ຕາມຖະໜົນສາຍຕ່າງໆໃນ ຮ່າໂນ້ຍ ໄດ້ປະກົດມີບັນດາທິມເຊີດສິງໂຕ, ເຊີດມັງກອນ ດ້ວຍສຽງກອງສຽງແຊ່ງດັງຟົດສະໜັ່ນຫວັ່ນໄຫວ, ສ້າງບັນຍາກາດວັນບຸນໄຫວ້ພະຈັນໃຫ້ມີຄວາມຟົດຟື້ນມ່ວນຊື່ນ. ບໍ່ພຽງແຕ່ພາເດັກນ້ອຍໄປຊື້ເຄື່ອງຫຼິ້ນເທົ່ານັ້ນ, ປີນີ້ ບັນດາຜູ້ເປັນພໍ່ເປັນແມ່ຍັງພາລູກໄປບັນດາສະຖານທີ່ປູຊະນີຍະສະຖານຖະໜົນ ຟຸ່ງຮຶງ, ສາລາ ກິມເງິນ (ເລກທີ 42 – 44 ຖະໜົນ ຮ່າງບາກ), ເຮືອນມໍລະດົກ (ເລກທີ 87 ຖະໜົນ ໝາໄມ), ສູນພົບປະແລກປ່ຽນວັດທະນະທຳຄຸ້ມຖະໜົນເກົ່າ (ເລກທີ 50 ຖະໜົນ ດ່າວຢຸຍຕື່) ເພື່ອເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງຕົວຈິງ. ເອື້ອຍ ເຈິ່ນຫ໋າຍແອັງ, ຢູ່ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ແບ່ງປັນວ່າ:

“ບັນຍາກາດຢູ່ນີ້ຟົດຟື້ນມ່ວນຊື່ນທີ່ສຸດ. ຂ້າພະເຈົ້າພາລູກມາສະຖານທີ່ແຫ່ງນີ້ ແມ່ນເພື່ອໃຫ້ລູກໄດ້ເຂົ້າຮ່ວມພຶດຕິກຳຕົວຈິງໃນວັນບຸນໄຫວ້ພະຈັນທີ່ເປັນປະເພນີຂອງປະເທດຊາດ. ພວກລູກໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຕົວຈິງ ເຊິ່ງໄດ້ເຮັດມາຈາກບັນດາວັດຖຸດິບທີ່ງ່າຍດາຍ. ຂ້າພະເຈົ້າຫວັງວ່າ ໃນໂອກາດວັນບຸນໄຫວ້ພະຈັນປີໜ້າ ຈະມີເວລາເພື່ອພາພວກລູກມາສະຖານທີ່ແຫ່ງນີ້ອີກ.”

ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ  - ảnh 3 ໂຄມໄຟຮູບດວງດາວ

ໂດຍໄດ້ປະດັບປະດາດ້ວຍໂຄມໄຟນັບຫລາຍຮ້ອຍອັນ, ຖະໜົນ ຟຸ່ງຮຶງ ມີແສງໄຟເຫຼື້ອມຍິບຍັບ ໄດ້ສ້າງເປັນຈຸດພົ້ນເດັ່ນດຶງດູດແຂກມາຢ້ຽມຊົມ, ເຂົ້າຮ່ວມບັນດາການເຄື່ອນໄຫວ. ໄປຄຽງຄູ່ກັບບັນດາຮ້ານວາງສະແດງສິນຄ້າທີ່ແນະນຳກ່ຽວກັບເຄື່ອງຫຼິ້ນວັນບຸນໄຫວ້ພະຈັນປະເພນີ, ບັນດານັກສິລະປະກອນ, ນາຍຊ່າງຫັດຖະກຳໄດ້ເຂົ້າຮ່ວມແນະນຳບັນດານ້ອງນ້ອຍໂດຍກົງກ່ຽວກັບວິທີເຮັດເຄື່ອງຫຼິ້ນຄື: ແຕ້ມໜ້າກາກ, ແຕ້ມໂຄມໄຟ, ເຮັດບັດໄປສະນີ, ແຕ້ມຮູບໃສ່ເຈ້ຍສາ, ເຮັດໂຄມໄຟໝູນ, ເຮັດກ່ຳປັ່ນ…ນ້ອງ ຫງວຽນແທັງເຕິມ, ຢູ່ເມືອງ ດົ໊ງດາ, ຮ່າໂນ້ຍ ໃຫ້ຮູ້ດ້ວຍຄວາມເບີກບານມ່ວນຊື່ນວ່າ:

ໄດ້ຫຼິ້ນ ແລະ ເຮັດບັນດາເຄື່ອງຫຼິ້ນພື້ນເມືອງຢູ່ທີ່ນີ້ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ, ນ້ອງດີໃຈທີ່ສຸດ. ນ້ອງເຫັນວ່າ ຕົນເອງໄດ້ຮູ້ຈັກວິທີເຮັດເຄື່ອງຫຼິ້ນພື້ນເມືອງຫລາຍຢ່າງ. ນ້ອງເຫັນວ່າ ບັນຍາກາດຂອງວັນບຸນໄຫວ້ພະຈັນປີນີ້ ແມ່ນຄຶກຄື້ນທີ່ສຸດ.

ໂດຍຕັ້ງຢູ່ໃນຖະໜົນ ໝາໄມ ບ່ອນທີ່ມີແຂກທ່ອງທ່ຽວມາຢ້ຽມຊົມຢ່າງຄັບຄາໜາແໜ້ນ, ເຮືອນມໍລະດົກເລກທີ 87 ໝາໄມ ໄດ້ປະດັບປະດາດ້ວຍໂຄມໄຟຮູບດວງດາວທີ່ມີສີສັນຫລາກຫຼາຍ. ຢູ່ຊັ້ນ 1, ແມ່ນເຂດວາດພາບວັນບຸນໄຫວ້ພະຈັນພື້ນເມືອງຂອງຄອບຄົວຊາວ ຮ່າໂນ້ຍ, ພາເຂົ້າບູຊາໃນຄືນວັນເພັງ ດ້ວຍບັນດາເຍື່ອງອາຫານທີ່ຖືກຕາມລະດູ ເປັນຕົ້ນແມ່ນ: ໝາກໂກ, ໝາກຈັນ, ເຂົ້າເໝົ້າ, ໝາກຂຽບ, ໝາກກ້ຽງໃຫຍ່, ເຂົ້າໜົມແຢວ, ເຂົ້າໜົມປີ້ງ…ຫົວສິງໂຕ, ໂຄມໄຟຮູບດວງດາວ, ຮູບປັ້ນຕໍ່ແຮ…ໄດ້ດຶງດູດໃຈພວກນ້ອງນ້ອຍທີ່ສຸດ.

ບັນຍາກາດຟົດຟື້ນມ່ວນຊື່ນໃນວັນບຸນໄຫວ້ພະຈັນ ຢູ່ ຮ່າໂນ້ຍ  - ảnh 4

ເຄື່ອງຫຼີ້ນ ແລະ ອຸປະກອນປະດັບປະດາໃນວັນບຸນໄຫວ້ພະຈັນ ໄດ້ວາງຂາຍເປັນຈໍານວນຫຼວງຫຼາຍ

ຢູ່ສູນພົບປະແລກປ່ຽນວັດທະນະທຳຄຸ້ມເມືອງເກົ່າ (ດ່າວຢຸຍຕື່), ສະໂມສອນວັດທະນະທຳພື້ນເມືອງໝູ່ບ້ານອາຊີບ ຫວຽດນາມ ກໍ່ໄດ້ອອກແບບດ້ວຍເຂດວາງສະແດງ, ແນະນຳກ່ຽວກັບບັນດາຜະລິດຕະພັນເຄື່ອງຫຼິ້ນພື້ນເມືອງຈາກບັນດາໝູ່ບ້ານອາຊີບຕ່າງໆ. ນະທີ່ນີ້, ພາຍໃຕ້ການແນະນຳຂອງບັນດານັກສິລະປະກອນ, ພວກນ້ອງນ້ອຍໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງຄື: ເຮັດໂຄມໄຟຮູບດວງດາວ, ແຕ້ມໜ້າກາກໃສ່ເຈ້ຍສາ, ເຮັດເຂົ້າໜົມແຢວ, ພິມ ແລະ ທາສີຮູບພື້ນເມືອງ ດົງໂຮ່. ບໍ່ພຽງແຕ່ດຶງດູດໃຈບັນດານ້ອງນ້ອຍເທົ່ານັ້ນ ຫາກນັບທັງຜູ້ໃຫຍ່ເມື່ອມາຢ້ຽມຊົມກໍ່ຮູ້ສຶກປັ່ນປ່ວນພະວົງຄິດເຖິງບັນຍາກາດຂອງວັນບຸນໄຫວ້ພະຈັນໃນຄາວກ່ອນກີ້..

ການປະກົດຕົວຂອງບັນດາການລະຫຼິ້ນພື້ນເມືອງ ແລະ ການເຂົ້າຮ່ວມຂອງບັນດານັກສິລະປະກອນ ດ້ວຍຄວາມປາດຖະໜາຢາກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະເທດຊາດ ເຮັດໃຫ້ວັນບຸນໄຫວ້ພະຈັນຂອງພວກນ້ອງນ້ອຍມີຄວາມໝາຍຕື່ມອີກ, ປະກອບສ່ວນຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈກ່ຽວກັບວັນບຸນໄຫວ້ພະຈັນກ່ວາ. ເຂົ້າຮ່ວມບັນດາການເຄື່ອນໄຫວສະໜິດຕິດພັນວົງຄະນະຍາດ ບໍ່ພຽງແຕ່ເປັນການອະນຸລັກຮັກສາ, ໂຄສະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງປະກອບສ່ວນປູກຈິດສຳນຶກໃຫ້ພວກນ້ອງນ້ອຍອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ