ບັນຍາກາດລະດູບານໄຫມ່ ຢູ່ ໝູ່ບ້ານດອກໄມ້ ເຍີດເຕີນ

(vovworld) - ​ໃນ​ຊຸມ​ມື້​ນີ້ ທັງ​ໝູ່​ບ້ານ ​ເຍີ​ດ​ເຕີນ ​ເມືອງ ​ໄຕ​​ໂຮ່ ຮ່າ​ໂນ້ຍ ຄື​ດັ່ງ​ສວຍ​ງາມ​ກວ່າ ດ້ວຍດອກ​ໄມ້​ນາໆ​ຊະນິດ​ພວມ​ເບັ່ງບານ​​ສີສັນ​ຫລາກ​ຫລາຍ​. ບໍ່​ພຽງ​ແຕ່​​ເປັນ​ບ້ານ​ທີ່ລື​ຊື່​ດ້ວຍ​ດອກ​ຄາຍ ​ເທົ່າ​ນັ້ນ, ປະຈຸ​ບັນ ໝູ່​ບ້ານ​ເຍີ​ດ​ເຕີນ ຍັງ​ແມ່ນ​ເຂດ​ປູກ​ດອກ​ໄມ້​ຫລາຍ​ຊະນິດທີ່ສວຍ​ງາມ​ ​ເພື່ອ​ສະຫນອງ​ໃຫ້​ແກ່​ຕະຫລາດ ຮ່າ​ໂນ້ຍ ​ໃນ​ໂອກາດ​ບຸນປີ​ໃຫມ່​ປະຈຳ​ຊາດອີກ​ດ້ວຍ.

ບັນຍາກາດລະດູບານໄຫມ່ ຢູ່ ໝູ່ບ້ານດອກໄມ້ ເຍີດເຕີນ - ảnh 1
ໝູ່ບ້ານດອກໄມ້ ເຍີດເຕີນ
ພາບ:internet

         ລະ​ດູ​ຫນາວ​ປີ​ນີ້ ອາກາດ​ຫນາວວຽນມາ​ຊັກຊ້າ​ກວ່າ​ຊຸມ​ປີ​ກ່ອນ, ສະ​ນັ້ນ ດອກ​ໄມ້​ທຸຸກຊະນິດ​ ​ກໍ່​ເບັ່ງບານ​ໄວ​ກວ່າ. ​ໃນ​ຊຸມ​ມື້​ນີ້, ຢູ່​ສວນດອກ​ໄມ້​ຫລາຍ​ແຫ່ງ​ໃນ​ໝູ່​ບ້ານ ​ເຍີ​ດ​ເຕີນ, ດອກ​ໄມ້​ຫລາຍ​ຊະນິດ​​ໄດ້​ເບັ່ງບານ​ອອກ​ ກາຍ​ເປັນ​ທົ່ງ​ດອ​ກ​ໄມ້​ດ້ວຍ​ສີສັນ​ຫຼາຍ​ຫຼາກທີ່ສວຍງາມ​. ສຳລັບ ​ໄວ​ຫນຸ່ມ ຮ່າ​ໂນ້ຍ​ແລ້ວ, ນີ້​ແມ່ນ​ໂອກາດ​ເພື່ອ​​ໃຫ້​ພວກ​ນ້ອງມາຢ້ຽມຢາມ​ ​ແລະ ຖ່າຍຮູບ​ຄວາມ​ງາມທີ່​ຫາ​ຍາກຢູ່​​ທີ່ນີ້. ​ເພື່ອນ ​ເລ​ຮ່ວຽນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ທຸລະ​ກິດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ ​ໄດ້​ແບ່ງປັນ​ວ່າ:

        “ພວກ​ນ້ອງ​ມາ​ແຫ່ງ​ນີ້ ​ເພື່ອ​ຖ່າຍຮູບ​ດອກ​ຄາຍ. ​ແລະ​ໃກ້​ຈະ​ຮອດ​ບຸ​ນປ​ີ​ໃຫມ່​ປະຈຳ​ຊາດ​ແລ້ວ ​ນ້ອງ​ກໍ່ຢາກ​​ໄດ້ຖ່າຍ​ຮູບ​ພ້ອມ​ກັບດອກ​ໄມ້​ປະ​ເພນີຂອງ​ຫວຽດນາມ ​ແລະ ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຢູ່ທີ່​ນີ້. ”

ບັນຍາກາດລະດູບານໄຫມ່ ຢູ່ ໝູ່ບ້ານດອກໄມ້ ເຍີດເຕີນ - ảnh 2
ການຮັກສາດອກຄາຍຕໍ່ອາກາດຫນາວ
ພາບ:cpv.org.vn

        ບາງ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ ​ໄດ້ມາ ໝູ່​ບ້ານ​ເຍີ​ດ​ເຕີນ ​​ຖ່າຍຮູບ​ ​ເພື່ອ​ຮັກສາ​ເປັນ​ພາບ​ເອກະສານ​ໃຫ້​ແກ່​ສ່ວນ​ບຸກຄົນ ຫຼື ​ໂຄສະນາ​ແນະນຳ​ຜະລິດ​ຕະພັນ. ​ເອື້ອຍ ຫງວຽນ​ຮ່ົງລວາ​ນ, ພະນັກງານ​ ບໍລິສັດ Trung Thanh Foods, ຊຶ່ງ​ແມ່ນ​ວິ​ສາ​ຫະກິດ​​ທີ່ເຄ່ື່ອນ​ໄຫວ​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ ​ແລະ ດຳ​ເນີນ​ທຸລະ​ກິດເຄື່ອງ​ເທດອາຫານ, ຜະລິດ​ຕະພັນ​ກະ​ເສດ, ​ໃຫ້​ຮູ້​ວ່າ:

        “ ​ໃນ​ໂອກາດ​ທ້າຍ​ປີ 2012 ​ແລະ ຕົ້ນ​ປີ 2013, ບໍລິສັດ ຈູງ​ແທ່ນ ​ໄດ້​ສ້າງ​ພາບສາລະ​ຄະດີ​ ​ເພື່​ອ​ພິມ​ຈຳຫນ່າຍ​ຫນັງສືພິມ​ໃນ​ໂອກາດ​ບຸນປີ​ໃຫມ່. ພວກ​ຂ້າພະ​ເຈົ້າ​ໄດ້​ເລືອກ​ເຟັ້ນສວນ​ດອກ​ໄມ້ ​ເຍີ​ດ​ເຕີນ, ​ເພາະວ່າ ໝູ່​ບ້ານ​ແຫ່ງ​ນີ້ ຍາມ​​ໃດ​ກໍ​ແມ່ນ​ສະຖານ​ທີ່​ມີດ​ອກ​ໄມ້​ນາໆ​ຊະນີ​ດທີ່​ສວຍ​ງາມ​ກວ່າ​ໝູ່​ຢູ່ ຮ່າ​ໂນ້ຍ, ​ເປັນ​ຕົ້ນ​ໃນ​ໂອກາດ​ລະດູບານ​ໃຫມ່​ວຽນມາ. ”

        ອາຊີບ​ປູກ​ດອກ​ຄາຍ ​ແມ່ນ​ແຫ​ລ່ງລາຍ​ຮັບ​ຕົ້ນຕໍ​ຂອງ ຊາວບ້ານ ​ເຍີ​ດ​ເຕີນ, ສາຍ​ເຫດ​ທີ່​ເຂົາ​​ເຈົ້າ​​ເມົາ​ມົວ​ກັບ​ອາຊີບ​ນີ້ ​ແມ່ນ​ຍ້ອນ​ຢາກ​ບົວລະບັດ, ​ເບ່ິງ​ແຍງ​ບັນດາຕົ້ນ​ດອກ​ຄາຍ​​ໃຫ້ສວຍ​ງາມ​ເພື່ອ​ຮັບ​ໃຊ້​ຊາວ​ນະຄອນຫລວງ ຮ່າ​ໂນ້ຍ ​ຕ້ອນຮັບ​ປີ​ໃຫມ່​ປະຈຳ​ຊາດ ​ດ້ວຍ​ຄວາມ​ເບິ​ກບາ​ນມ່ວນ​ຊື່ນ ​ແລະ ​ອົບ​ອຸ່ນ. ​ເຖິງ​ວ່າ ອາກາດ​ບໍ່​ເອື້ອ​ອຳ​ນວຍ​ຄວາມ​ສະດວກ​ກໍ​ຕາມ, ​ແຕ່​ປະຊາຊົນ​​ໃນໝູ່​ບ້ານ ​ເຍີ​ດ​ເຕີນ ຍາມ​ໃດ​ກໍ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້ດອກ​ໄມ້ທຸກຊະນິ​ດ​ເບັ່ງບານ​​ສວຍ​ງາມທີ່​ສຸດ ກົງ​ກັບ​ໂອກາດ​ບຸນປີ​ໃຫມ່​ປະ​ຈຳ​ຊາດ.

ຂ່າວ/ບົດ​ອື່ນ