ບັນດາການບໍລິການທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ຟູ໊ກວ໊ກ

(VOVWORLD) -ບັນດາວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງພວມມີການຮ່ວມສຳພັນສ້າງລາຍການທ່ອງທ່ຽວທີ່ເໝາະສົມ, ຕອບສະໜອງຄວາມຕ້ອງການທ່ອງທ່ຽວຂອງນັກທ່ອງທ່ຽວໃນທົ່ວປະເທດ
ບັນດາການບໍລິການທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ຟູ໊ກວ໊ກ - ảnh 1ປະຈຸບັນ, ຟູ໊ກວ໊ກ ພວມສຸມໃສ່ຍູ້ໄວຄວາມຄືບໜ້າບັນດາໂຄງການທ່ອງທ່ຽວ
(ພາບ: nhandan.com.vn)

ວັນທີ 09 ມັງກອນ 2021, ຟູ໊ກວ໊ກ ໄດ້ກາຍເປັນນະຄອນ ແລະ ແມ່ນນະຄອນເກາະທຳອິດຂອງຫວຽດນາມ. ເສີມຂະຫຍາຍບັນດາທ່າແຮງ, ຄວາມສາມາດບົ່ມຊ້ອນ, ພິເສດແມ່ນຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ນະຄອນ ຟູ໊ກວ໊ກ ໄດ້ ແລະ ພວມຜັນຂະຫຍາຍບັນດາລາຍການ, ຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ ແລະ ດູດດື່ມເພື່ອດຶງດູດນັກທ່ອງທ່ຽວ.

        ຢູ່ເຂດການບໍລິການຄົບວົງຈອນພັກຜ່ອນບຳລຸງສຸຈະພາບ ສົມທົບກັບການລະຫຼີ້ນ Sunset Sanato ຟູ໊ກວ໊ກ ຢູ່ເຂດ ບັ໊ກບ້າຍເຈື່ອງ, ແຕ່ລະມື້ຢູ່ທີ່ນີ້ໄດ້ດຶງດູດນັກທ່ອງທ່ຽວນັບພັນເທື່ອຄົນມາຢ້ຽມຢາມ, ຖ່າຍຮູບ. ກ່ອນໜ້ານັ້ນ, ດ້ວຍການລົງທຶນກໍ່ສ້າງບັນດາເຂດຖ່າຍຮູບທີ່ເປັນເອກະລັກສະເພາະ, Sunset Sanato ຟູ໊ກວ໊ກ ກາຍເປັນແດນສະຫວັນຂອງການຖ່າຍຮູບໃຫ້ແກ່ຜູ້ມັກໄປທ່ຽວ. ອ້າຍ ເລຈູງຈືກ, ຫົວໜ້າເຂດຕ້ອນຮັບແຂກ Sunset Sanato and Villas ຟູ໊ກວ໊ກ, ໃຫ້ຮູ້ວ່າ.

        “ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ສົມທົບກັບພະແນກທ່ອງທ່ຽວ ກຽນຢາງ ແລະ ສະຫະສະມາຄົມທ່ອງທ່ຽວ ເພື່ອສ້າງບັນດາລາຍການກະຕຸ້ນການທ່ອງທ່ຽວ. ຕົວຢ່າງຄື, ລາຍການນອນພັກຜ່ອນ 2 ຄືນ ແຕ່ຊຳລະເງິນແຕ່ 1 ຄືນເທົ່ານັ້ນ, ລາຍການບໍ່ເສຍເງິນ. ໝາຍຄວາມວ່າ, ແຂກທ່ອງທ່ຽວບໍ່ຕ້ອງຈ່າຍຄ່າພັກເຊົ່າ, ພຽງແຕ່ຈ່າຍຄ່າການບໍລິຫານກິນດື່ມ, ລາຍການລະຫຼິ້ນເທົ່ານັ້ນ”.

        ໃນຊຸມມື້ທ້າຍປີ 2020, ເພື່ອຍູ້ແຮງລາຍການກະຕຸ້ນການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍມາທ່ອງທ່ຽວຢູ່ ຟູ໊ກວ໊ກ ເທື່ອລະກ້າວ, ບັນດາວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງພວມມີການຮ່ວມສຳພັນສ້າງລາຍການທ່ອງທ່ຽວທີ່ເໝາະສົມ, ຕອບສະໜອງຄວາມຕ້ອງການທ່ອງທ່ຽວຂອງນັກທ່ອງທ່ຽວໃນທົ່ວປະເທດ ເມື່ອມາທ່ອງທ່ຽວຢູ່ເຫາະ ຟູ໊ກ໊ວກ. ເອື້ອຍ ຫງວຽນທິແທັງຍ່ານ, ຫົວໜ້າພາກສ່ວນດຳເນີນທຸລະກິດ Vinwonder ແລະ Safari ຟູ໊ກວ໊ກ, ໃຫ້ຮູ້ວ່າ.

        “ນັບແຕ່ນີ້ຮອດທ້າຍເດືອນ ມີນາ 2021, Vinpearl ແລະ Vinwonder ເຂດລະຫຼິ້ນບັນເທິງຢູ່ ຟູ໊ກວ໊ກ ໄດ້ມີບັນດາມາດຕະການເພື່ອສືບຕໍ່ໜູນຊ່ວຍ ແລະ ເຊື່ອມຕໍ່ກັບບໍລິສັດທ່ອງທ່ຽວ ຍົກອອກລາຍການທ່ອງທ່ຽວມີລາຄາທີ່ດຶງດູດ. ດ້ວຍລາຍການດັ່ງກ່າວ, ພວກຂ້າພະເຈົ້າ ຫວັງວ່າຈະຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວມາທ່ອງທ່ຽວຢູ່ ຟູ໊ກວ໊ກ ໃຫ້ຫຼາຍຂຶ້ນ”.

        ປະຈຸບັນ, ຟູ໊ກວ໊ກ ພວມສຸມໃສ່ຍູ້ໄວຄວາມຄືບໜ້າບັນດາໂຄງການທ່ອງທ່ຽວ, ກໍ່ສ້າງບັນດາພື້ນຖານໂຄງລ່າງຄົມມະນາຄົມໃຫ້ສຳເລັດ, ພ້ອມທັງຍູ້ແຮງວຽກງານໂຄສະນາ, ແນະນຳບັນດາສະຖານທີ່ທ່ອງທ່ຽວປອດໄພ, ບັນດາລາຍການທ່ອງທ່ຽວໃໝ່, ບັນດາຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ພ້ອມກັບນະໂຍບາຍໃຫ້ບຸລິມະສິດ ປະກອບສ່ວນສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ເມື່ອມາຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບຢູ່ ຟູ໊ກວ໊ກ. ທ່ານ ຮີ່ນກວາງຮືງ, ປະທານຄະນະກຳມະການປະຊາຊົນນະຄອນ ຟູ໊ກວ໊ກ, ຢືນຢັນວ່າ.

        “ໂດຍໄດ້ຍົກລະດັບຈາກເມືອງຂຶ້ນເປັນນະຄອນ, ຟູ໊ກວ໊ກ ພວມມີກາລະໂອກາດຫຼາຍຢ່າງໃນການພັດທະນາດ ໃນນັ້ນຂົງເຂດຕົ້ນຕໍແມ່ນທ່ອງທ່ຽວ ແລະ ການບໍລິການ. ການກຳນົດທິດຂອງນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ຟູ໊ກວ໊ກ ແມ່ນຈຸດສຸມຂອງການທ່ອງທ່ຽວແຫ່ງຊາດ. ເມື່ອຍົກລະດັບເປັນນະຄອນ, ແນ່ນອນວ່າສູນທ່ອງທ່ຽວແຫ່ງຊາດນີ້ ຈະສ້າງກຳລັງພັກດັນຊຸກຍູ້, ດຶງດູດນັກລົງທຶນມາລົງທຶນໃນຂົງເຂດການບໍລິການທ່ອງທ່ຽວຢູ່ ຟູ໊ກວ໊ກ ໃຫ້ຫຼາຍຂຶ້ນ”.

        ນັບແຕ່ປີ 2004, ນາຍົກລັດຖະມົນຕີຫວຽດນາມ ໄດ້ອະນຸມັດ “ແຜນສັງລວມພັດທະນາເກາະ ຟູ໊ກວ໊ກ, ແຂວງ ກຽນຢາງ ຮອດປີ 2010 ແລະ ວິໄສທັດຮອດປີ 2020” ພ້ອມກັບບັນດາການວາງແຜນຜັງ ແລະ ບັນດາກົນໄກ, ນະໂຍບາຍບຸລິມະສິດ ໄດ້ເປີດໄລຍະພັດທະນາໃໝ່ໃຫ້ແກ່ ຟູ໊ກວ໊ກ. ນັບແຕ່ປີ 2014 ມາຮອດປະຈຸບັນ, ດ້ວຍເງື່ອນໄຂພື້ນຖານໂຄງລ່າງສົມບູນແບບ, ຟູ໊ກວ໊ກ ໄດ້ບືນຕົວຂຶ້ນ, ກາຍເປັນຈຸດພົ້ນເດັ່ນກ່ຽວກັບການພັດທະນາເສດຖະກິດຢ່າງແທ້ຈິງ. ພິເສດ, ຂະແໜງທ່ອງທ່ຽວໄດ້ກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງຖືກຕ້ອງຕາມກຳນົດທິດຂອງລັດຖະບານ; ມີຫຼາຍເຄື່ອງໝາຍການທ່ອງທ່ຽວໃນໂລກໄດ້ປະກົດມີຢູ່ ຟູ໊ກວ໊ກ.

        ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວ, ໃນຊຸມມື້ຕົ້ນປີໃໝ່ນີ້, ຟູ໊ກວ໊ກ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ປອດໄພ ແລະ ແມ່ນການ ເລືອກເຟັ້ນແຖວໜ້າເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມໃຊ້ບັນດາການບໍລິການລະດັບສູງ, ມີຄຸນນະພາບ ແລະ ດູດດື່ມດ້ວຍລາຄາບຸລິມະສິດ. ນີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ ຟູ໊ກວ໊ກ ດຶງດູດນັກທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງຄວາມລື້ງເຄີຍ “ຊາວຫວຽດນາມ ທ່ອງທ່ຽວຢູ່ຫວຽດນາມ” ເທື່ອລະກ້າວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ