ບັນດາຊຸດປຶ້ມອ່ານໃນລະດູຮ້ອນ ທີ່ສະຫງວນໃຫ້ເຍົາວະຊົນອະນຸຊົນ ຫຼໍ່ລ້ຽງຄວາມຮັກຕໍ່ທຳມະຊາດ

(VOVWORLD) - ລະດູຮ້ອນຢູ່ຊົນນະບົດ ພິເສດແມ່ນໃນຍາມຄ້າຍແລງຂອງ ເດັກນ້ອຍຈະແລ່ນປ່ອຍວ່າວຢູ່ທ່າມກາງທົ່ງນາອັນກ້ວາງໃຫຍ່ ສ່ວນເດັກນ້ອຍຢູ່ຕົວເມືອງ ພັດແຕກຕ່າງກັນ. ເພື່ອໃຫ້ເດັກນ້ອຍເຂົ້າຮ່ວມການເຄື່ອນໄຫວພຶດຕິກຳຕົວຈິງທີ່ມີປະໂຫຍດ, ພໍ່ແມ່ເດັກຫລາຍຄົນ ໄດ້ອະນຸຍາດໃຫ້ລູກຂອງຕົນ ໄປເຂົ້າຮ່ວມການຮຽນທັກສະຕ່າງໆ.

 ໄປຄຽງຄູ່ກັນນັ້ນ, ພໍ່ແມ່ເດັກຫລາຍຄົນຍັງສັ່ງຊື້ບັນດາຊຸດປຶ້ມອ່ານໃນລະດູຮ້ອນກ່ຽວກັບສັດປະເພດຕ່າງໆ ແລະ ທຳມະຊາດທີ່ສວຍສົດງົດງາມໃຫ້ແກ່ລູກຕົນເອງ.

ບັນດາຊຸດປຶ້ມອ່ານໃນລະດູຮ້ອນ ທີ່ສະຫງວນໃຫ້ເຍົາວະຊົນອະນຸຊົນ  ຫຼໍ່ລ້ຽງຄວາມຮັກຕໍ່ທຳມະຊາດ - ảnh 1 ຊຸດປຶ້ມອ່ານໃນລະດູຮ້ອນ ທີ່ສະຫງວນໃຫ້ເຍົາວະຊົນອະນຸຊົນ  ຫຼໍ່ລ້ຽງຄວາມຮັກຕໍ່ທຳມະຊາດ (ພາບ: kephatde.com.vn)

ເອື້ອຍ ດັ້ງໂຕ໊ງາ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ: ລູກສາວຂອງລາວມັກອ່ານປຶ້ມ ກ່ຽວກັບ ສັດປະເພດຕ່າງໆ ຈົນເຖິງຂັ້ນວ່າ ເມື່ອອອກເຮືອນ ລູກຂອງລາວ ຕ້ອງເອົາປຶ້ມອ່ານມ້ຽນໄວ້ໃນຕູ້ ແລະ ໃສ່ກະແຈໄວ້. ຜູ້ເປັນພໍ່ຂອງເດັກຄົນ 1 ພັດໃຫ້ຮູ້ວ່າ: ກ່ອນນີ້ລູກຂອງລາວຢ້ານໝາ, ຢ້ານແມວທີ່ສຸດ ແຕ່ເມື່ອອ່ານປຶ້ມຈົນ 2 – 3 ຫົວ ພັດເກີດມີຄວາມຮັກສັດຂຶ້ນມາ ແລະ ຍັງຂໍອະນຸຍາດຈາກພໍ່ແມ່ລ້ຽງໂຕກະຮອກ, ໂຕເຫງັນ, ໂຕໝີ, ໂຕມ້າຕື່ມອີກ ດ້ວຍຄວາມປາດຖະໜາຢາກສ້າງເຮືອນຂອງຕົນໃຫ້ກາຍເປັນສວນສັດນ້ອຍຢູ່ໃນໃຈກາງນະຄອນ.

ເອື້ອຍດັ້ງຫວຽດເວິນຮ່າ, ແມ່ນໜຶ່ງໃນບັນດານາຍແປພາສາສຳລັບປຶ້ມອ່ານໄວເດັກຫຼົງ ໃຫ້ຮູ້ວ່າ ຍ້ອນລູກຊາຍມີຄວາມເມົາມົວຫຼົງໄຫຼໄປກັບການອ່ານປຶ້ມ, ມີຄວາມຢາກຮູ້ຢາກເຫັນກ່ຽວກັບສັດທຸກປະເພດ ນັ້ນແມ່ນກຳລັງໜູນເພື່ອໃຫ້ລາວສືບຕໍ່ແປພາສາກ່ຽວກັບປຶ້ມມ່ວນໆໃຫ້ແກ່ເດັກນ້ອຍ.

ຂ້າພະເຈົ້າໄດ້ໃຫ້ລູກຊາຍຂອງຕົນອ່ານປຶ້ມແຕ່ນ້ອຍ. ເມື່ອອ່ານປຶ້ມຂອງຮ້ານຂາຍປຶ້ມທີ່ມີຊື່ວ່າງັບໝາກກໍ່ນັ້ນ ລູກຂ້າພະເຈົ້າມັກຫລາຍ ຍ້ອນວ່າ ປຶ້ມຕົ້ນຕໍແມ່ນໄດ້ເວົ້າເຖິງສັດປະເພດຕ່າງໆ. ເມື່ອອ່ານປຶ້ມວັນນະຄະດີທີ່ມີຄຳນິຍາມນັ້ນ ລູກຂອງຂ້າພະເຈົ້າໄດ້ຖາມຫລາຍທີ່ສຸດ. ຜ່ານນັ້ນ ຂ້າພະເຈົ້າໄດ້ຮູ້ວ່າ ລູກຂອງຕົນມັກປຶ້ມກ່ຽວກັບສັດຫລາຍທີ່ສຸດ.

ສານທີ່ຮ້ານຂາຍປຶ້ມອ່ານທີ່ມີຊື່ວ່າງັບໝາກກໍ່ ຢາກແບ່ງປັນ ນັ້ນແມ່ນຍາມໃດນ້ຳໃຈແຫ່ງຄວາມເປັນມິດກໍ່ປອດໃສທີ່ສຸດໃນໂລກມະນຸດ - ນ້ຳໃຈແຫ່ງຄວາມເປັນມິດລະຫວ່າງສັດ ແລະ ເດັກນ້ອຍ. ບັນດາເລື່ອງລາວກ່ຽວກັບສັດປະເພດຕ່າງໆຂອງ ຮ້ານຂາຍປຶ້ມງັບໝາກກໍ່ ລ້ວນແຕ່ມີຄວາມງ່າຍດາຍ ແລະ ຕື້ນຕັນໃຈ ເມື່ອເລົ່າເລື່ອງກ່ຽວກັບຍາດຕິພີ່ນ້ອງໃນຄອບຄົວດຽວກັນ. ບັນດາຄວາມຮູ້ສຶກຮັກແພງທີ່ບໍ່ມີເງື່ອນໄຂ ແລະ ຄວາມອ່ອນຫວານຄືແນວນັ້ນ ໄດ້ຄ່ອຍໆກາຍເປັນຄວາມມັກຮັກ, ຄວາມຄອງຄອຍຂອງເດັກນ້ອຍ.

ອ້າຍຫວູແຢງຕ໊ວນ ເປັນນາຍແປພາສາຂອງຮ້ານຂາຍປຶ້ມງັບໝາກກໍ່ໃຫ້ຮູ້ວ່າ: ຄາວຍັງນ້ອຍ, ລາວມັກເລື່ອງນິທານ 2 ປະເພດ: ໜຶ່ງແມ່ນປະເພດກ່ຽວກັບການພະຈົນໄພ, ສອງແມ່ນກ່ຽວກັບສັດ. ເຖິງຢ່າງໃດກໍ່ຕາມ, ກ່ອນນີ້ ປຶ້ມເລື່ອງກ່ຽວກັບສັດແມ່ນມີໜ້ອຍທີ່ສຸດ ດັ່ງນັ້ນ ລາວຈຶ່ງຕັດສິນແປເລື່ອງກ່ຽວກັບສັດ ເພື່ອຫຼໍ່ລ້ຽງຄວາມມັກຮັກໃນການອ່ານປຶ້ມ, ຮັກແພງສັດປະເພດຕ່າງໆ ໃຫ້ແກ່ເດັກນ້ອຍ. ບັນດາປຶ້ມອ່ານກ່ຽວກັບສັດ ໂດຍອ້າຍຫວູແຢງຕ໊ວນ ແປ ເຊິ່ງຮ້ານຂາຍປຶ້ມ “ງັບໝາກກໍ່” ພິມຈຳໜ່າຍນັ້ນ ໄດ້ສ້າງຄວາມລື້ງເຄີຍກັບເດັກນ້ອຍຄື: Lad ເລື່ອງລາວກ່ຽວກັບກຽດສັກສີຂອງໂຕໝາ, Lassie ກັບມາ, ເລື່ອງໂຕກະຮອກສີໜົ່ນ…ນາຍແປພາສາ ຫວູແຢງຕ໊ວນ ແບ່ງປັນວ່າ:

 “ຂ້າພະເຈົ້າມັກອ່ານປຶ້ມເລື່ອງກ່ຽວກັບສັດ ມາແຕ່ຍັງນ້ອຍ. ເດັກນ້ອຍເກືອບທັງໝົດລ້ວນແຕ່ມັກປຶ້ມເລື່ອງນິມານກ່ຽວກັບສັດ. ຍ້ອນມັກອ່ານປຶ້ມ ພວກນ້ອງຈຶ່ງມີຄວາມຮູ້ຕື່ມອີກ ຄືເຄົາລົບນັບຖືຜູ້ອາຍຸສູງ…ຄວາມຮູ້ເຫຼົ່ານັ້ນ ມັນມາຈາກຊີວິດການເປັນຢູ່ແບບທຳມະຊາດ.

ໃນທຸກວັນນີ້, ດ້ວຍການພັດທະນາຂອງບັນດາພາຫະນະຄືວິທະຍຸ, ໂທລະພາບທີ່ມີຄວາມດຶງດູດໃຈ, ເລື່ອງເລືອກເອົາປຶ້ມອ່ານເປັນຂອງຂວັນ ແມ່ນຍາກທີ່ຈະຖືກໃຈເດັກນ້ອຍໄດ້. ເຖິງຢ່າງໃດກໍ່ຕາມ, ສຳລັບເດັກນ້ອຍແລ້ວ ສິ່ງໃດທີ່ຮຽນຮູ້ໄດ້ມາຍາກນັ້ນ ກໍ່ຍາກທີ່ຈະຫຼົງລືມ, ເຊິ່ງມັນຈະກາຍເປັນຄວາມຊົງຈຳຂອງເດັກເມື່ອເຕີບໃຫຍ່. ຂອງຂວັນທີ່ເປັນປຶ້ມອ່ານມ່ວນໆນັ້ນ ຍາມໃດກໍ່ແມ່ນຄວາມຊົງຈຳທີ່ດີງາມ.

ບັນດາຊຸດປຶ້ມອ່ານໃນລະດູຮ້ອນ ທີ່ສະຫງວນໃຫ້ເຍົາວະຊົນອະນຸຊົນ  ຫຼໍ່ລ້ຽງຄວາມຮັກຕໍ່ທຳມະຊາດ - ảnh 2 ຊຸດປຶ້ມອ່ານເລື່ອງລົມ “ຫາຍໃຈຂອງທົ່ງນາສີຂຽວ” ດ້ວຍຮູບພາບຊີວິດຊີວາ (ພາບ:  giaoduc.vn)

ສຳລັບເດັກນ້ອຍມັກພໍ່ແມ່ອ່ານປຶ້ມໃຫ້ຟັງ ຫຼື ເດັກພວມຫັດອ່ານນັ້ນ ຊຸດປຶ້ມອ່ານເລື່ອງລົມ “ຫາຍໃຈຂອງທົ່ງນາສີຂຽວ” ດ້ວຍຮູບພາບຊີວິດຊີວາ ຈະແມ່ນຂອງຂວັນທີ່ເໝາະສົມທີ່ສຸດ. ເດັກນ້ອຍຍາມໃດກໍ່ຢາກເປັນຕົວຂອງຕົວເອງ, ໄດ້ເຂົ້າຮ່ວມການທົດສອບຕົວຈິງ, ໄດ້ຮັບຟັງ ແລະ ເຕີບໃຫຍ່ດ້ວຍຕົວເອງ ສານດັ່ງກ່າວ ມີຢູ່ໃນຊຸດປຶ້ມພະຈົນໄພໃນເລື່ອງ “ 4 ຄົນໃນຄອບຄົວ Melendy”. ໄປຄຽງຄູ່ກັນນັ້ນ, ຊຸດປຶ້ມອ່ານທີ່ມີຊື່ວ່າ “ໂຕຈີ່ນາຍ Chester ແລະ ພວກເພື່ອນ” ທີ່ຫາກໍ່ພິມຈຳໜ່າຍ ພັດສົມທົບບັນດາປັດໄຈຕົກຕະລຶງ, ດຶງດູດໃຈ, ຕະຫຼົກເຮຮາແຕ່ເຕັມໄປດ້ວຍຄວາມຕື້ນຕັນໃຈ, ແນ່ນອນວ່າ ຈະນຳມາເຊິ່ງການເຂົ້າຮ່ວມທີ່ເປັນໜ້າຈັບໃຈ ແລະ ມີປະໂຫຍດໃຫ້ແກ່ເດັກນ້ອຍ. ຜູ້ປົກຄອງນັບຫລາຍພັນຄົນຢູ່ທົ່ວທຸກເຂດພາກຂອງປະເທດ ໄດ້ສັ່ງຊື້ຊຸດປຶ້ມເລື່ອງດັ່ງກ່າວ ຍ້ອນວ່າ ເຂົາເຈົ້າມີຄວາມຫວັງຢາກໃຫ້ລູກຂອງເຂົາເຈົ້າ ມີລະດູຮ້ອນເພື່ອອ່ານປຶ້ມ ແລະ ເພື່ອສ້າງຈິນຕະນາການໃນການວາດພາບຂອງລູກໆໃຫ້ກ້ວາງໄກ./.

ຕອບກັບ

ຂ່າວ/ບົດ​ອື່ນ