ບັນດານັກຮົບເສື້ອຂາວໃນອະນາຄົດຕໍ່ກຳລັງແຮງເພື່ອຕ້ານໂລກລະບາດໂຄວິດ-19

(VOVWORLD) -ຢູ່ບັນດາສະຖານທີ່ “ຮ້ອນເຮັ່ງ” ກ່ຽວກັບໂລກລະບາດ, ບັນດາແພດໝໍໃນອະນາຄົດບໍ່ຫວາດຫວັນຕໍ່ຄວາມຫຍຸ້ງຍາກ, ລຳບາກໄດ້ແບ່ງປັນເຫື່ອແຮງກັບບັນດາກຳລັງ “ຕ້ານສັດຕູໂຄວິດ-19”.
ບັນດານັກຮົບເສື້ອຂາວໃນອະນາຄົດຕໍ່ກຳລັງແຮງເພື່ອຕ້ານໂລກລະບາດໂຄວິດ-19 - ảnh 1(ນັກສຶກສາມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ຈູບຈ້າວຫ້າວຫັນເຂົ້າຮ່ວມການໜູນຊ່ວຍແນວໜ້າຕ້ານໂລກລະບາດ)

ພາຍຫຼັງໂລກລະບາດໂຄວິດ-19 ແຜ່ລະບາດຮອບທີ 4 ນັ້ນ, ມີນັກສຶກສາຂະແໜງແພດສາດນັບຮ້ອຍຄົນທີ່ມາຈາກບັນດາມະຫາວິທະຍາໄລໃນບໍລິເວນນະຄອນ ໂຮ່ຈີມິນ ມີຄວາມຈູບຈ້າວຫ້າວຫັນເຂົ້າຮ່ວມການໜູນຊ່ວຍແນວໜ້າຕ້ານໂລກລະບາດ. ຢູ່ບັນດາສະຖານທີ່ “ຮ້ອນເຮັ່ງ” ກ່ຽວກັບໂລກລະບາດ, ບັນດາແພດໝໍໃນອະນາຄົດບໍ່ຫວາດຫວັນຕໍ່ຄວາມຫຍຸ້ງຍາກ, ລຳບາກໄດ້ແບ່ງປັນເຫື່ອແຮງກັບບັນດາກຳລັງ “ຕ້ານສັດຕູໂຄວິດ-19”.

ໃນຊຸມມື້ທ້າຍເດືອນ ພຶດສະພາ, ໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ ເລີ່ມມີການຜັນແປຢ່າງສັບສົນ. ໃນຂະນະທີ່ນັກສຶກສາເກືອບທັງໝົດໄດ້ອອກຈາກນະຄອນກັບເມືອບ້ານເພື່ອຫຼີກລ້ຽງໂລກລະບາດ, ແຕ່ ຫງວຽນກົງມິງ, ບ້ານເກີດຢູ່ແຂວງ ຟູອຽນ ໄດ້ຕັດສິນບໍ່ກັບບ້ານ ຈົດຊື່ເຂົ້າຮ່ວມການຕ້ານໂລກລະບາດພ້ອມກັບນັກສຶກສາຫຼາຍຄົນອື່ນຂອງພະແນກແພດສາດ, ມະຫາວິທະຍາໄລ່ແຫ່ງຊາດນະຄອນ ໂຮ່ຈີມິນ. ໃນເບື້ອງຕົ້ນ, ມິງ ກໍມີຄວາມວິຕົກກັງວົນໜ້ອຍໜຶ່ງ ຍ້ອນຄວາມຮູ້ດ້ານວິຊາສະເພາະຂອງຕົນບໍ່ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຂອງວຽກງານ. ແຕ່ຜ່ານບັນດາຊຸດອົບຮົມ, ມິງ ເຫັນວ່າມີຄວາມເຊື່ອໝັ້ນຕົນເອງຫຼາຍຂຶ້ນ. ມິງ ແລະ ບັນດາເພື່ອນນັກສຶກສາອື່ນໄດ້ຖືກສັບສ້ອນເຂົ້າທິມງານປະຕິກິລິຍາໄວຂອງສູນສາທາລະນະສຸກນະຄອນ ທູດຶກ. ວຽກງານຕົ້ນຕໍແມ່ນເວນຍາມສະຖານທີ່ກວດໂລກລະບາດ, ເກັບເອົາຕົວຢ່າງ, ຊອກຫາຜູ້ສຳຜັດກັບຜູ້ຕິດເຊື້ອ, ກໍລະນີສົງໄສຕິດເຊື້ອ…

“ຕຳຫຼວດ, ທະຫານລາດ ກໍ່ເຂົ້າຮ່ວມການຕ້ານໂລກລະບາດ, ໂດຍແມ່ນນັກສຶກສາໂຮງຮຽນແພດສາດ ນ້ອງຄິດວ່າຕ້ອງເຂົ້າຮ່ວມ. ເຖິງວ່າວຽກງານແມ່ນລຳບາກຫຼາຍ, ບາງເທື່ອແມ່ນໄປແຕ່ເຊົ້າໆຮອດຕອນເຊົ້າມືຕໍ່ມາພວກນ້ອງຈຶ່ງໄດ້ກັບເມືອບ້ານ. ເມື່ອມີຄຳສັ່ງ, ນ້ອງພ້ອມແລ້ວທີ່ຈະເຂົ້າຮ່ວມພ້ອມກັບທຸກຄົນ”.

ທ່ານປະລິນຍາໂທ ຫງວຽນວັນຮ່າ, ຮອງເລຂາຄະນະຊາວໜຸ່ມພະແນກແພດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ໄດ້ຕີລາຄາສູງຈິດໃຈປະຈັນບານເຂົ້າຮ່ວມການໜູນຊ່ວຍການຕ້ານໂລກລະບາດຂອງບັນດານັກສຶກສາໃນພະແນກ. ທ່ານ ຫງວຽນວັນຮ່າ ໃຫ້ຮູ້ວ່າ, ມີນັກສຶກສາຫຼາຍຄົນກັບເມືອບ້ານ ໄດ້ເຮັດໃຫ້ວຽກງານປຸກລະດົມນັກສຶກສາເຂົ້າຮ່ວມການຕ້ານໂລກລະບາດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ:

“ພຽງແຕ່ໃນບັ້ນອອກເຄື່ອນພົນທຳອິດ, ບັນດານັກສຶກສາຍັງບໍ່ທັນຮູ້ວ່າສະພາບການແມ່ນຄືແນວໃດ ສະນັ້ນໄປເພື່ອຊອກຮູ້. ຫຼັງຈາກນັ້ນຈຶ່ງເຫັນວ່າ ວຽກງານນີ້ແມ່ນມີຄວາມໝາຍ ແລະ ຖືກກັບວິຊາສະເພາະທີ່ພວມຮ່ຳຮຽນ, ສະນັ້ນມາຮອດປະຈຸບັນ, ພວກເພື່ອນໄດ້ພ້ອມກັນເຂົ້າຮ່ວມຫຼາຍກວ່າ. ປະຈຸບັນ, ທາງພະແນກໄດ້ລະດົມນັກສຶກສາເຂົ້າຮ່ວມ 80 ຄົນ, ເປັນໜ້າຊື່ນຊົມຫຼາຍ. ຈິດໃຈຂອງພວກເພື່ອນແມ່ນຍາມໃດກໍ່ກຽມພ້ອມການຕໍ່ສູ້ກັບໂລກລະບາດ”.

ບັນດານັກຮົບເສື້ອຂາວໃນອະນາຄົດຕໍ່ກຳລັງແຮງເພື່ອຕ້ານໂລກລະບາດໂຄວິດ-19 - ảnh 2(ການຮ່ວມແຮງຮ່ວມໃຈຂອງບັນດານັກສຶກເປັນການສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນ, ຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ)

ນອກຈາກນັກສຶກສາພະແນກແພດສາດມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນ ແລ້ວ, ຍັງມີນັກສຶກສາຂອງ 2 ໂຮງຮຽນແພດສາດໃຫຍ່ທີ່ສຸດຂອງນະຄອນໂຮ່ຈີມິນ ແມ່ນມະຫາວິທະຍາໄລການແພດການຢາ ນະຄອນ ແລະ ມະຫາວິທະຍາໄລແພດສາດ ຟ້າມຫງອກແທັກ ກໍ່ຈູບຈ້າວຫ້າວຫັນເດີນທາງເຂົ້າຮ່ວມວຽກງານຕ້ານໂລກລະບາດອີກດ້ວຍ.

ໂດຍແມ່ນນັກສຶກສາປີທີ 3 ມະຫາວິທະຍາໄລແພດສາດ ຟ້າມຫງອກແທກ, ເພື່ອນ ເຈືອງດັງກວາງ ພະຍາຍາມຊັບຊ້ອນການຮຽນທາງອອນລາຍ ເພື່ອເຂົ້າຮ່ວມການຕ້ານໂລກລະບາດຢູ່ບັນດາສະຖານທີ່ຮ້ອນເຮັ່ງໃນບໍລິເວນນະຄອນ. ມີບາງມື້, ກວາງ ພ້ອມກັບພວກເພື່ອນເລີ່ມເຮັດວຽກງານນັບແຕ່ເຊົ້າຈົນຮອດ 1 – 2 ໂມງຂອງມື້ຕໍ່ມາຈຶ່ງໄດ້ນອນພັກຜ່ອນ. ເມື່ອກັບເມືອ, ບັນດາສະມາຊິກໃນທິມງານພຽງແຕ່ແກ້ຊຸດປ້ອງກັນເຊື້ອພະຍາດທີ່ນຸ່ງເປັນ 10 ຊົ່ວໂມງອອກ, ຍາດເວລາເພື່ອກິນເຂົ້າໃນ 4-5 ນາທີ ແລ້ວກໍ່ກັບຄືນເຮັດວຽກຕໍ່. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ ເຈືອງດັງກວາງ ຍາມໃດກໍ່ຮູ້ສຶກວ່າມ່ວນ ແລະ ຫວັງຢາກປະກອບເຫື່ອແຮງຂອງຕົນເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ:

“ພວກນ້ອງຍັງຊັບຊ້ອນລະຫວ່າງການຮຽນອອນລາຍ ແລະ ການເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດ. ນ້ອງເອງມີຄວາມເບີກບ່ານໃຈຍ້ອນໄດ້ປະກອບເຫືອແຮງເພື່ອໜູນຊ່ວຍ ແລະ ຍູ້ໄວວຽກງານເກັບເອົາຕົວຢ່າງວິໄຈໃຫ້ແກ່ທັງນະຄອນ. ນ້ອງປາດຖະໜາວ່າ, ນະຄອນຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ.”

ຕໍ່ໜ້າການໜູນຊ່ວຍຂອງນັກສຶກສາຂະແໜງແພດສາດໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ທ່ານ ຟ້າມກວານຮ່ຽນ, ຮອງຫົວໜ້າພະແນກວິໄຈ ແລະ ປົ່ງມະຕິຜ່ານຮູບພາບ, ສູນສາທາລະນະສຸກເມືອງ 8 ແລະ ກໍ່ແມ່ນຜູ້ຮ່ວມເດີນທາງກັບກຸ່ມນັກສຶກສາອາສາສະໝັກ 10 ຄົນຂອງມະຫາວິທະຍາໄລແພດສາດ ຟ້າມຫງອກແທັກ, ໄດ້ຕີລາຄາສູງຄວາມສຸດຈິດສຸດໃຈ ກໍຄືວິຊາສະເພາະຂອງບັນດາ “ນັກຮົບເສື້ອຂາວ” ໃນອະນາຄົດ:

“ຄວາມຈິງທີ່ວ່າ ພວກເພື່ອນໄດ້ເຮັດວຽກຢ່າງສຸດຈິດສຸດໃຈ, ກ່ຽວກັບດ້ານວິຊາສະເພາະ ກໍຄືທັກສະໃນການໃຊ້ຄອມພິວເຕີແມ່ນດີຫຼາຍ. ກ່ອນນີ້, ພວກເພື່ອນພຽງໜູນຊ່ວຍໃນເວລາເຮັດວຽກຕາມຂໍ້ກຳນົດ, ແຕ່ພາຍຫຼັງທີ່ໄດ້ຮູ້ກ່ຽວກັບສະພາບການໂລກລະບາດຢູ່ເມືອງ 8 ປະຈຸບັນແມ່ນຢືນອັນດັບທີ 2 ຂອງນະຄອນ, ສະນັ້ນພວກເພື່ອນໄດ້ເຮັດວຽກຕະຫຼອດຄືນເລີຍ. ພວກເພື່ອນໄດ້ໜູນຊ່ວຍຢ່າງສຸດຈິດສຸດໃຈ”.

ໃນການຕໍ່ສູ້ຕ້ານ “ສັດຕູ” ໂຄວິດ-19, ກຳລັງແພດໝໍຂອງນະຄອນໂຮ່ຈີມິນ ພວມປະເຊີນໜ້າກັບໜ້າວຽກທີ່ນັບມື້ນັບເພີ່ມຂຶ້ນ. ການຮ່ວມແຮງຮ່ວມໃຈຂອງບັນດານັກສຶກສາມະຫາວິທະຍາໄລແພດສາດ ບໍ່ພຽງແຕ່ແມ່ນມີຄວາມໝາຍແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມດັນຕໍ່ຖັນແຖວແພດໝໍຢູ່ແນວໜ້າເທົ່ານັ້ນ, ຫາກຍັງເປັນການສະແດງໃຫ້ເຫັນການຮ່ວມແຮງຮ່ວມໃຈຂອງທົ່ວປວງຊົນ, ຕັດສິນໃຈຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ