ບັນ​ດາ​ຮູບ​ແບບ​ຊາວ​ໜຸ່ມ Startup ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ແຂວງ ກ໋​ວາງ​ນາມ

(VOVWORLD) - 3 ປີມໍ່ໆມານີ້, ຂະບວນການ Startup ປະດິດຄິດສ້າງ ຢູ່ແຂວງ ກ໋ວາງນາມ ມີການພັດທະນາຢ່າງແຮງ. ນັບມື້ນັບມີຊາວໜຸ່ມຫຼາຍຄົນ ກ້າຫານລົງທຶນ Startup, ປະກອບສ່ວນພັດທະນາເສດຖະກິດທ້ອງຖິ່ນ. ຜົນສຳເລັດນີ້ ໄດ້ສົ່ງແຮງບັນດານໃຈໃຫ້ແກ່ລຸ້ນໜຸ່ມບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳຢູ່ເຂດດິນແດນ ກ໋ວາງນາມ.

ບັນ​ດາ​ຮູບ​ແບບ​ຊາວ​ໜຸ່ມ Startup ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ແຂວງ ກ໋​ວາງ​ນາມ - ảnh 1ບໍລິສັດ ຜະລິດ ແລະ ບໍລິການກາເຟ Cavalry Coffee ຈຳກັດ ຢູ່ຕາແສງ ຢຸຍເງ໊ຍ (ພາບ:  cavalry.vn)

ອ້າຍ ເລວັນເລືອງ ຢູ່ບ້ານ ທ້ວນອານ, ຕາແສງ ຢຸຍເງ໊ຍ, ເມືອງ ຢຸຍຊວຽນ, ແຂວງ ກ໋ວາງນາມ ເຄີຍໄປເຮັດວຽກຢູ່ບັນດາແຂວງທາງພາກໃຕ້. ພາຍຫຼັງໄປເຮັດວຽກຢູ່ຫຼາຍບ່ອນ ແຕ່ວຽກເຮັດງານທຳບໍ່ເປັນປະຈຳ, ບໍ່ສາມາດດຳລົງຊີວິດໄດ້, ສຸດທ້າຍ ລາວຕັດສິນກັບເມືອບ້ານເກີດເມືອງນອນເພື່ອກໍ່ຮ່າງສ້າງຕົວ. ປີ 2009, ອ້າຍເລືອງ ພ້ອມກັບໝູ່ຄົນໜຶ່ງ ປະກອບທຶນເພື່ອເປີດຮ້ານກາເຟສວນ ດ້ວຍຄວາມຫວັງຢາກມີລາຍຮັບເປັນປົກກະຕິ. ພາຍຫຼັງຮ້ານກາເຟ ມີການເຄື່ອນໄຫວຢ່າງສະດວກແລ້ວ, ອ້າຍເລືອງຊອກຫາເສັ້ນທາງສະເພາະໃນການດຳເນີນທຸລະກິດດ້ວຍການເປີດຮາກຖານຜະລິດກາເຟປອດສານພິດຕື່ມອີກ. ພາຍຫຼັງໄລຍະໜຶ່ງໄປເຖິງທຸກບ່ອນ ຢູ່ ໝູ່ບ້ານຕ່າງໆຂອງປະຊາຊົນ ຊົນເຜົ່າສ່ວນໜ້ອຍ ຢູ່ແຂວງ ດັກລັກ ເພື່ອຊອກຊື້ກາເຟມາປຸງແຕ່ງແລ້ວ, ອ້າຍເລືອງ ໄດ້ສ້າງຕັ້ງບໍລິສັດ ຜະລິດ ແລະ ບໍລິການກາເຟ Cavalry Coffee ຈຳກັດ ຢູ່ຕາແສງ ຢຸຍເງ໊ຍ, ເມືອງ ຢຸຍຊວຽນ. ເພື່ອມີແຫຼ່ງກາເຟປອດສານພິດທີ່ເປັນປົກກະຕິ, ອ້າຍເລືອງ ໄດ້ເຊື່ອມຕໍ່ກັບບັນດາຟາມປູກກາເຟຢູ່ແຂວງດັກລັກ ຊື້ວັດຖຸດິບ ເພື່ອປຸງແຕ່ງ ແລະ ຫຸ້ມຫໍ່. ແຕ່ລະເດືອນ, ອ້າຍຂາຍກາເຟຂົ້ວບົດ ໄລ່ສະເລ່ຍປະມານເກືອບ 2 ໂຕນ, ເປັນຕົ້ນແມ່ນຢູ່ ນະຄອນໂຮ່ຈີມິນ, ດ່ານັ້ງ ແລະ ກ໋ວາງບິ່ງ. ອ້າຍເລືອງ ໃຫ້ຮູ້ວ່າ:

“ຂ້າພະເຈົ້າສ້າງແຮງບັນດາໃຈໃຫ້ແກ່ຊາວໜຸ່ມຫຼາຍຄົນຢູ່ທ້ອງຖິ່ນ ເພື່ອ Startup, ສ້າງຮູບແບບທີ່ດີ ມຸ່ງໄປເຖິງປະຊາຄົມທີ່ສູງກ່ວາ. ຢູ່ທ້ອງຖິ່ນ ຂ້າພະເຈົ້າໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມທ້ອງຖິ່ນ ເພື່ອ Startup”.

ເລື່ອງລາວ Startup ສຳລັບເອື້ອຍ ເຈິ່ນທິງອກຈາງ, ຢູ່ບ້ານ ທິທາຍ, ຕາແສງ ຢຸຍແທັງ, ເມືອງຢຸຍຊວຽນ ໄດ້ເລີ່ມຕົ້ນພາຍຫຼັງ ເອື້ອຍຈາງ ຮຽນຈົບຢູ່ຍີ່ປຸ່ນ. ເອື້ອຍຈາງ ໄດ້ສ້າງຮູບແບບການທ່ອງທ່ຽວເຂດຊຸມຊົນ. ເອື້ອຍຈາງ ໄດ້ຈ້າງແຮງງານເພື່ອປັບປຸງໜອງດອກບົວທີ່ມີມາແຕ່ດົນນານຂອງຄອບຄົວ ກາຍເປັນສະຖານທີ່ທ່ອງທ່ຽວ. ແຂກສາມາດມາໜອງ ເພື່ອລ່ອງເຮືອຊົມວິວໃນໜອງດອກບົວ. 2 ປີມານີ້, ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ຍັງດຶງດູດໄດ້ແຂກມາທ້ອງຖິ່ນ. ໄປຄຽງຄູ່ກກັບການຈັດຕັ້ງໃຫ້ແກ່ແຂກຢ້ຽມຊົມຢູ່ໜອງດອກບົວແລ້ວ, ເອື້ອຍຈາງ ຍັງປູກດອກໄມ້ຫຼາຍຊະນິດທີ່ມີສີສັນສວຍງາມ ເພື່ອເຮັດໃຫ້ແຂກທ່ອງທ່ຽວມີທາງເລືອກຕື່ມອີກ ເມື່ອຖ່າຍຮູບ check-in ຢູ່ທີ່ນີ້. ດ້ວຍລາຄາປີ້ແມ່ນ 30.000 ດົ່ງ/ຄົນ, ແຂກມາຢ້ຽມຊົມຍັງໄດ້ຮັບການບໍລິການກິນດື່ມ, ສະຖານທີ່ພັກຜ່ອນ ແລະ ເລືອກຜະລິດຕະພັນເມັດບົວ ຫຸ້ມຫໍ່ ຖ້າມີຄວາມຕ້ອງການ. ເອື້ອຍຈາງ ໃຫ້ຮູ້ວ່າ:

ພາຍຫຼັງຮຽນຈົ, ຂ້າພະເຈົ້າກັບເມືອບ້ານເປີດຮູບແບບ ເພື່ອ Startup. ແຂກມາຊົມຈະໄດ້ລົງພຶດຕິກຳຢູ່ເຂດລະຫຼິ້ນພາຍໃຕ້ສວນໝາກພ້າວ, ແລ້ວທຸກຄົນກໍ່ລ່ອງເຮືອຢູ່ໜອງດອກບົວ, ໄປຢ້ຽມຊົມສວນດອກໄມ້. ລະດູທ່ອງທ່ຽວແຂກມາຢ້ຽຊົມຫຼາຍທີ່ສຸດ. ມີຊາວໜຸ່ມຫຼາຍຄົນກໍ່ມານີ້ຮ່ຳຮຽນຮູບແບບຂອງຂ້າພະເຈົ້າ. ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະເປີດກ້ວາງຮູບແບບນີ້, ບັນດາຊາວໜຸ່ມທີ່ມີຄວາມຕ້ອງການຮຳຮຽນ ຈະໄດ້ຮັບການແນະນຳຈາກຂ້າພະເຈົ້າເພື່ອມີວຽກເຮັດງານທຳຢ່າງເປັນປະຈຳ.

ປັດຈຸບັນ, ແຂວງກ໋ວາງນາມ ມີ 500 ຮູບແບບເສດຖະກິດ, ກຸ່ມຮ່ວມມື ແລະ ສະຫະກອນໂດຍຊາວໜຸ່ມ  Startup ເປັນເຈົ້າຂອງ. ທາງແຂວງກໍ່ສ້າງກອງທຶນ Startup ລົງທຶນ ດ້ວຍທຶນ 50 ຕື້ດົງ ແລະ ສ້າງສະໂມສອນຊາວໜຸ່ມລົງທຶນ Startup, ໜູນຊ່ວຍບັນດາຂໍ້ລິເລີ່ມ Startup ຂອງເພື່ອນໜຸ່ມ.

ເອື້ອຍຟ້າມທິແທັງ, ເລຂາຄະນະຊາວໜຸ່ມ ແຂວງກ໋ວາງນາມ, ໃຫ້ຮູ້ວ່າ ມີຫຼາຍຮູບແບບຊາວໜຸ່ມ Startup ໄດ້ປະສົບຜົນສຳເລັດ ແລະ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານ ນັບພັນຄົນ ເຊິ່ງແມ່ນຊາວໜຸ່ມຢູ່ເຂດຊົນນະບົດ, ເຂດພູດອຍ. ເອື້ອຍແທັງ ໃຫ້ຮູ້ວ່າ:

ປັດຈຸບັນ, ບັນດາຮູບແບບພັດທະນາເສດຖະກິດ, ບັນດາເພື່ອນໜຸ່ມໄດ້ປະຕິບັດຢ່າງມີປະສິດທິຜົນພໍສົມຄວນ. ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນວິວັດການສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ທ້ອງຖິ່ນ. ອົງການຈັດຕັ້ງຄະນະຊາວໜຸ່ມ ຍາມໃດກໍ່ຮ່ວມເດີນທາງ, ໃຫ້ຄຳປຶກສາກ່ຽວກັບການ Startup ໃຫ້ແກ່ຊາວໜຸ່ມ, ຍູ້ແຮງການຫັນປ່ຽນການນຳໃຊ້ໂປແກຼມທີ່ກ້າວໜ້າດ້ານເຕັກນິກ, ເຕັກໂນໂລຢີ ສ້າງສະພາບແວດລ້ອມຢ່າງສະດວກເພື່ອໃຫ້ຊາວໜຸ່ມບືນຕົວຂຶ້ນກໍ່ຮ່າງສ້າງຕົວ, ສ້າງອາຊີບ, ສ້າງຄວາມຮັ່ງມີໃຫ້ແກ່ຕົນເອງ ແລະ ບ້ານເກີດເມືອງນອນ.

ກ໋ວາງນາມ ຈັດໃນອັນດັບທີ 4 ຢູ່ເຂດພາກກາງ - ໄຕງວຽນ ແລະ ນອນໃນກຸ່ມແຖວໜ້າໃນຈຳນວນບັນດາແຂວງ, ນະຄອນຜັນຂະຫຍາຍໂຄງການ Startup ປະດິດຄິດສ້າງຂອງລັດຖະບານ. ເລື່ອງທາງແຂວງນັບມື້ນັບມີຫຼາຍຮູບແບບ Startup ປະສົບຜົນສຳເລັດນັ້ນ ໄດ້, ພວມ ແລະ ຈະຊ່ວຍໃຫ້ພັດທະນາເສດຖະກິດທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ