ບັນດາແພດໝໍທີ່ຈິດສຸດໃຈໃນການສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ຮູບພາບກ່ຽວກັບຄວາມສຸດຈິດສຸດໃຈຂອງບັນດາແພດໝໍໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ-19 ນັ້ນໄດ້ຮັບການຮັບຮູ້ຈາກປະຊາຊົນຫວຽດນາມ.
ບັນດາແພດໝໍທີ່ຈິດສຸດໃຈໃນການສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 (ຂະແໜງ HI ປ້ອງກັນ, ສະກັດກັ້ນໂລກລະບາດ, ໂຮງໝໍຫວຽດນາມ - ຊູແອັດ
ພວມປິ່ນປົວໃຫ້ຄົນເຈັບຫຼາຍຄົນທີ່ຕິດເຊື້ອໄວຣັດ SARS-CoV-2)

ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ, ມີແພດໝໍນັບພັນຄົນບໍ່ຫວາດຫວັນຕໍ່ຄວາມອັນຕະລາຍທີ່ມີຕໍ່ຊີວິດຂອງຕົນ, ເຂົ້າຮ່ວມໂດຍກົງຢູ່ບັນດາຈຸດຮ້ອນເຮັ່ງ ກໍຄືເຂດເກີດໂລກລະບາດ, ບັນດາຮາກຖານປິ່ນປົ່ວພະຍາດ, ຫ້ອງທົດລອງ, ສູນພະຍາບານສຸກເສີນ… ຮູບພາບກ່ຽວກັບຄວາມສຸດຈິດສຸດໃຈຂອງບັນດາແພດໝໍໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ-19 ນັ້ນໄດ້ຮັບການຮັບຮູ້ຈາກປະຊາຊົນຫວຽດນາມ.

        ຂະແໜງ HI ປ້ອງກັນ, ສະກັດກັ້ນໂລກລະບາດ, ໂຮງໝໍຫວຽດນາມ - ຊູແອັດ ພວມປິ່ນປົວໃຫ້ຄົນເຈັບຫຼາຍຄົນທີ່ຕິດເຊື້ອໄວຣັດ SARS-CoV-2. ນີ້ແມ່ນຂະແໜງພິເສດໄດ້ຮັບການສ້າງຕັ້ງຂຶ້ນເມື່ອເກີດໂລກລະບາດໂຄວິດ-19 ແລະ ປິ່ນປົວຈຳນວນຜູ້ຕິດເຊື້ອພະຍາຍາດໂຄວິດ-19 ຫຼາຍກວ່າໝູ່ໃນບໍລິເວນແຂວງ ກວາງນິງ. ຂະແໜງນີ້ໄດ້ຮັບການສ້າງຕັ້ງໂດຍມີຄວາມແຕກຕ່າງເມື່ອທຽບໃສ່ບັນດາພະແນກອື່ນຂອງໂຮງໝໍ, ບັນດາສັນຍານເຫຼືອງ, ຂຽວ, ແດງ ໄດ້ຊັບຊ້ອນຢ່າງມີວິທະຍາສາດ, ຈະແຈ້ງເພື່ອຈຳແນກຄວາມສ່ຽງ, ຕິດຕາມອາການສະພາບຂອງຄົນເຈັບໃນແຕ່ລະມື້. ທ່ານໝໍ ບຸ່ຍຖຸ໊ຍຮັ່ງ, ຂະແໜງຍ່ອຍອາຫານ, ຜູ້ປະຈຳການປິ່ນປົວຢູ່ເຂດ HI ປ້ອງກັນ, ສະກັດກັ້ນໂລກລະບາດໂຮງໝໍຫວຽດນາມ - ຊູແອັດ, ໃຫ້ຮູ້ວ່າ.

        “ບັນດາເດັກນ້ອຍຢູ່ທີ່ນີ້ຍັງນ້ອຍຢູ່, ສະນັ້ນການປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນຍາກທີ່ສຸດ. ພວກຂ້າພະເຈົ້າຕ້ອງຊັບຊ້ອນ, ແນະນຳ ແລະ ຕິດຕາມເດັກນ້ອຍເພື່ອຮັກສາຄວາມສະອາດ, ຫຼີກລ້ຽງການຕິດແປດອອກສູ່ສິ່ງແວດລ້ອມ. ນັ້ນແມ່ນຍັງບໍ່ທັນເວົ້າເຖິງເລື່ອງກິ່ນດື່ມ, ດຳເນີນຊີວິດຂອງພວກເດັກ, ໂສ້ງເສື້ອ ພວກຂ້າພະເຈົ້າຕ້ອງເກັບໄວ ແລະ ອົບແຫ້ງຕະຫຼອດເພື່ອໃຫ້ພວກເດັກມີເຄື່ອງນຸ່ງໃຊ້.”

        ສ່ວນຢູ່ຂະແໜງສຸກເສີມ, ໂຮງໝໍຫຼາຍຂະແໜງແຂວງ ເຊີນລາ ສືບຕໍ່ເພີ່ມແຫຼ່ງກຳລັງ, ພາຫະນະ, ກຽມພ້ອມການຮັບຄົນເຈັບຕະຫຼອດວັນ ແລະ ຄືນ, ໜູນຊ່ວຍດ້ານວິຊາສະເພາະ, ເປັນເຈົ້າການຮັບມືກັບບັນດາສະພາບການທີ່ເກີດຂຶ້ນ ໂດຍບັງເອີ້ນ, ໂດຍສະເພາະແມ່ນການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ-19. ທ່ານໝໍ ໂດ້ຊວັນທູ, ຫົວໜ້າໂຮງໝໍຫຼາຍຂະແໜງແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ກະກຽມຢຸກຢາ, ເຄື່ອງອຸປະກອນ, ທາດເຄມີວິໄຈນັບແຕ່ເວລາກ່ອນບຸນເຕັດ ເພື່ອຮັບປະກັນມີຢາພຽງພໍຮັບໃຊ້ໃຫ້ແກ່ຄົນເຈັບ, ບໍ່ປະໃຫ້ຕ້ອງອີ່ງໃສ່ແຫຼ່ງສະໜອງຍາມຕົ້ນປີໃໝ່ ເພື່ອພ້ອມແລ້ວຮັບໃຊ້ວຽກງານກວດ, ປິ່ວປົວພະຍາດ”.

        ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກທີ່ພວມປະເຊີນໜ້າຂອງແຂວງ ຢາລາຍ ຕໍ່ໜ້າໂລກລະບາດໂຄວິດ-19, ຄະນະປະຕິບັດງານລວມມີແພດໝໍ 8 ຄົນ ໂດຍທ່ານຮອງຫົວໜ້າພະແນກສາທາລະນະສຸກນະຄອນ ດ່ານັ້ງ ຫງວຽນຕຽນຮົ່ງ ເປັນຫົວໜ້າຄະນະ ເດີນທາງໄປຊ່ວຍໃຫ້ແຂວງ ຢາລາຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທ່ານໝໍ ຫງວຽນຕຽນຮົ່ງ ໃຫ້ຮູ້ວ່າ, ການເພີ່ມເຕີມພະນັກງານແພດໝໍໃນຄັ້ງນີ້ແມ່ນປະຕິບັດຕາມຄຳຮຽກຮ້ອງຂອງກະຊວງສາທາລະນະສຸກຫວຽດນາມ, ໂດຍສຸມໃສ່ການຊອກຄົ້ນຫາຜູ້ຕິດເຊື້ອໂຄວິດ-19. ນີ້ລ້ວນແຕ່ແມ່ນກຳລັງທີ່ມີປະສົບການໃນການຊອກຄົ້ນຫາກໍລະນີຕິດເຊື້ອ F1, F2 ໃນເວລາທີ່ນະຄອນ ດ່ານັ້ງ ເກີດໂລກລະບາດໂຄວິດ-19 ເມື່ອເດືອນ ກໍລະກົດ 2020. ທ່ານ ຫງວຽນຕຽນຮົ່ງ, ກ່າວວ່າ.

        “ທິມງານແພດໝໍດ່ານັ້ງ ໄປໜູນຊ່ວຍເຂົາເຈົ້າກ່ຽວກັບວິທີຊອກຄົ້ນພາຫະນະຕາມຫາຜູ້ຕິດເຊື້ອ, ໝາຍຄວາມວ່າຊອກຫາກໍລະນີຕິດເຊື້ອ F1. ທີ 2 ແມ່ນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກ່ຽວກັບການຊອກຫາ ໃນການຄຸ້ມຄອງກໍລະນີ F1, F2. ພະນັກງານແພດໝໍທີ່ໄປໜູນຊ່ວຍໃນຄັ້ງນີ້ແມ່ນບັນດາພະນັກງານທີ່ມີປະສົບການໃນວິທີຊອກຄົ້ນຫາບັນດາກໍລະນີຕິດເຊື້ອ”.

        ຮູບພາບກ່ຽວກັບຄວາມສຸດຈິດສຸດໃຈຂອງບັນດາແພດໝໍໃນການເຄື່ອນໄຫວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ຝັງເລິກໃນດວງໃຈຂອງຊາວຫວຽດນາມ ແຕ່ລະຄົນ. ບັນດາຄວາມມານະພະຍາຍາມຂອງຂະແໜງສາທາລະນະສຸກໄດ້ປະກອບສ່ວນເຂົ້າໃນໄຊຊະນະລວມຂອງປະເທດຊາດ ໃນການສະກັດກັ້ນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ