ບໍລິຈາກປລາດສະມາກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ-19: ການກະທຳອັນສູງສົ່ງ

(VOVWORLD) -ໃນສະພາບໂລກຍັງບໍ່ທັນມີວັກຊິນສະເພາະເພື່ອປີ່ນປົວພະຍາດໂຄວິດ-19 ໂດຍສະເພາະ, ເລື່ອງນຳໃຊ້ປລາດສະມາຂອງຜູ້ທີ່ໄດ້ຮັບການປີ່ນປົວຫາຍດີແລ້ວເພື່ອປິ່ນປົວຜູ້ຕິດໂຄວິດໄດ້ຮັບການຕີລາຄາວ່າແມ່ນວິທີໃໝ່ໃນການປິ່ນປົວຄົນເຈັບ, ໂດຍສະເພາະແມ່ນຜູ້ເຈັບໜັກ.
ບໍລິຈາກປລາດສະມາກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ-19: ການກະທຳອັນສູງສົ່ງ - ảnh 1(ການບໍລິຈາກປລາດສະມາຂອງຜູ້ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວແມ່ນສ້າງຄວາມຫວັງຕໍ່ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19)

ສິ່ງທີ່ໜ້າຊື່ນຊົມແມ່ນ, ພາຍຫຼັງໂຮງໝໍເຂດຮ້ອນສູນກາງ ປະກາດຂ່າວເລືອກເອົາຜູ້ບໍລິຈາກປລາດສະມາເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19, ມີຜູ້ມາຈົດທະບຽນນັບສິບຄົນ ດ້ວຍຄວາມປາດຖະໜາຢາກປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ມີອາການເຈັບໜັກ. ນີ້ແມ່ນການກະທຳອັນສູງສົ່ງຢ່າງແທດຈິງ, ເປັນໜ້າເຄົາລົບນັບຖືໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ.

        ໃນເດືອນມີນາ ຜ່ານມາ, ມີນັກສຶກສາຫວຽດນາມ ນາງ ຫງວຽນທິອ໊ຽນ ກັບມາຈາກອັງກິດ ແລະ ໄດ້ຢັ້ງຢືນວ່າຕິດເຊື້ອພະຍາດໂຄວິດ-19. ຮອດຕົ້ນເດືອນ ເມສາ, ນັກສຶກສາຜູ້ນີ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ແຕ່ສິ່ງທີ່ໜ້າສົນໃຈນັ້ນແມ່ນ: ຈາກນາງສາວທີ່ບໍ່ມີຄວາມກ້າຫານ ແລະ ຮ້ອງໃຫ້ເມື່ອທ່ານໝໍເຈາະເອົາເລືອດ, ໃນຄັ້ງນີ້, ນາງ ອ໊ຽນ ມີຄວາມເຊື່ອໝັ້ນຕົນເອງມາໂຮງໝໍເຂດຮ້ອນສູນກາງ ເພື່ອກະກຽມບໍລິຈາກປລາດສະມາຊ່ວຍປິ່ນປົວພະຍາດໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19. ນາງ ຫງວຽນທິອ໊ຽນ ແບ່ງປັນວ່າ.

        “ຫວ່າງມໍ່ໆມານີ້, ຂ້າພະເຈົ້າເຫັນວ່າໂລກລະບາດໄດ້ແຜ່ລະບາດຄືນໃໝ່, ມີບາງກໍລະນີເສຍຊີວິດແລ້ວ. ກ່ອນນີ້ຂ້າພະເຈົ້າໄດ້ຮັບຄວາມເອົາໃຈໃສ່ປິ່ນປົວ, ສະນັ້ນຂ້າພະເຈົ້າຢາກປະກອບສິ່ງໃດສິ່ງໜຶ່ງໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດຢູ່ຫວຽດນາມ. ຖ້າຫາກວ່າຂ້າພະເຈົ້າສາມາດກູ້ເອົາຊີວິດຄົນອື່ນໄດ້, ຂ້າພະເຈົ້າເຫັນວ່ານັ້ນແມ່ນພາກພູມໃຈເມື່ອໄດ້ເຮັດວຽກງານທີ່ເປັນປະໂຫຍດ”.

        ສຳລັບບັນດາແພດໝໍຢູ່ໂຮງໝໍເຂດຮ້ອນສູນກາງ, ສິ່ງພິເສດໃນການຕ້ອນຮັບບັນດາຜູ້ສະໝັກໃຈບໍລິຈາກປລາດສະມາໃນມື້ໜຶ່ງກາງເດືອນສິງຫາ, ແມ່ນໄດ້ພົບປະກັບຄົນເຈັບທີ່ເຄີຍໄດ້ຮັບການປິ່ນປົວພະຍາດຫາຍດີຢູ່ໂຮງໝໍແຫ່ງນີ້. ນັ້ນແມ່ນຄົນເຈັບທີ 83, ນາງ Kelly Michelle Koch, ຖືສັນຊາດອາເມລິກາ. ນາງ Kelly ແບ່ງປັນວ່າ ຕົນເອງມີຄວາມໂຊກດີເມື່ອໄດ້ຮັບການປິ່ນປົວຢູ່ຫວຽດນາມ. ໃນເວລາປິ່ນປົວພະຍາດຢູ່ທີ່ນີ້ ທ່ານນາງໄດ້ຮັບການເບິ່ງແຍງດູແລ ແລະ ປິ່ນປົວຢ່າງສຸດຈິດສຸດໃຈຈາກແພດໝໍ. ເມື່ອໄດ້ຮັບຂ່າວວ່າ ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດ ແລະ ມີບັນດາຜູ້ຕິດເຊື້ອພະຍາດໂຄວິດ-19 ມີອາການເຈັບໜັກ, ນາງໄດ້ຊື້ປີ້ຍົນເດີນທາງຈາກນະຄອນ ໂຮ່ຈີມິນ ມາຮ່າໂນ້ຍ ເພື່ອບໍລິຈາກປລາດສະມາ.

        “ຂ້າພະເຈົ້າໄດ້ຮັບຂ່າວວ່າ ລັດຖະບານຫວຽດນາມ ພວມຮຽກຮ້ອງໃຫ້ບັນດາຜູ້ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວຈົ່ງບໍລິຈາກປລາດສະມາ, ສະນັ້ນ ຂ້າພະເຈົ້າຫວັງວ່າ ນີ້ແມ່ນໂອກາດເພື່ອຊ່ວຍຄົນອື່ນ ກໍຄືຊ່ວຍໃຫ້ປະເທດຫວຽດນາມ ໄດ້ສ່ວນໃດສ່ວນໜຶ່ງ”.

        ແລະກໍ່ໃນວັນດຽວກັນ, ໃນສື່ Facebook ສ່ວນຕົວຂອງຕົນ, ເອື້ອຍ ຮ່າທູທາວ, ຄົນເຈັບທີ 196 ໄດ້ຮັບການປິ່ນປົວຫາຍດີແລ້ວ ຈາກພະຍາດໂຄວິດ-19 ໄດ້ແບ່ງປັນວ່າ “ມື້ນີ້, ໂຮງໝໍໄດ້ເຈາະເອົາເລືອດຂອງຂ້າພະເຈົ້າໄປວິໄຈເພື່ອຄັດເລືອກ ແລະ ໄດ້ຮັບຄຳປຶກສາ, ອະທິບາຍຢ່າງລະອຽດຈາກທ່ານໝໍ. ຂ້າພະເຈົ້າຫວັງວ່າ ການວິໄຈເລືອດຂອງຂ້າພະເຈົ້າຈະບັນລຸຜົນ”. ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ເອື້ອຍ ທາວ ໃຫ້ຮູ້ວ່າ, ຕົນເອງຢາກຕອບບຸນແທນຄຸນບັນດາແພດໝໍ ແລະ ປະເທດຊາດຍ້ອນໄດ້ກູ້ເອົາຊີວິດຂອງຕົນໄວ້.

        “ປະຈຸບັນ, ຂ້າພະເຈົ້າຢາກອຸທິດສ່ວນອັນໃດອັນໜຶ່ງ, ປະກອບເຫື່ອແຮງ ເລັກໆນ້ອຍໆຂອງຕົນເພື່ອກູ້ຊ່ວຍຊີວິດຂອງຜູ້ຕິດໂຄວິດ, ເພື່ອຕອບບຸນແທນຄຸນປະເທດຊາດ, ແພດໝໍຍ້ອນໄດ້ຊ່ວຍຊີວິດຂ້າພະເຈົ້າ”.

        ຕາມທ່ານໝໍຍິງ ຫວູທິທູເຮືອງ, ຫົວໜ້າພະແນກກວດພະຍາດສາຂາ ຢາຍຟ໊ອງ, ໂຮງໝໍເຂດຮ້ອນສູນກາງ ແລ້ວ, ວິທີປິ່ນປົວດ້ວຍການນຳໃຊ້ປລາດສະມາໄດ້ນຳໃຊ້ຢູ່ຫຼາຍປະເທດໃນໂລກ ແລະ ໄດ້ຮັບການຕີລາຄາວ່າແມ່ນມາດຕະການປິ່ນປົວທີ່ມີຄວາມປອດໄພ, ນຳມາເຊິ່ງປະສິດທິຜົນໃດໜຶ່ງໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19, ພິເສດແມ່ນຜູ້ທີ່ມີອາການເຈັບໜັກ.

        “ພວກຂ້າພະເຈົ້ານຳໃຊ້ວິທີປິ່ນປົວຈາກຜູ້ໄດ້ຮັບການປິ່ນປົວຫາຍດີແລ້ວ, ປລາດສະມາຂອງຄົນເຫຼົ່ານັ້ນແມ່ນບັນຈຸພູມຕ້ານທານຕ້ານໄວຮັດ SARS-CoV-2 ຢ່າງມີປະສິດທິຜົນສູງ. ເມື່ອຖືກນຳສົ່ງໄປໃນຮ່າງກາຍຂອງຜູ້ມີອາການເຈັບໜັກ, ພູມຕ້ານທານຈະໜູນຊ່ວຍແກ່ການຂ້າໄວຣັດໃນຕົວຂອງຄົນເຈັບຢູ່ໃນລະດັບປານກາງ, ໜັກ. ນີ້ແມ່ນວິທີຊ່ວຍສະໜອງກຳລັງພົບເພື່ອຕ້ານທານຕໍ່ພະຍາດຂອງຜູ້ຕິດເຊື້ອໂດຍທັນທີ”.

        ໃນສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນ ແລະ ຍັງບໍ່ທັນມີຢາປິ່ນປົວສະເພາະນັ້ນ, ການກະທຳສະໝັກໃຈບໍລິຈາກປລາດສະມາຂອງບັນດາຜູ້ທີ່ໄດ້ຮັບການປິ່ນປົວຫາຍດີຈາກຜູ້ຕິດໂຄວິດນັ້ນ ແມ່ນການສ້າງຄວາມຫວັງຕໍ່ການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19, ນີ້ແມ່ນການກະທຳອັນສູງສົ່ງ, ມີວັດທະນະທຳມະນຸດ ແລະ ເປັນໜ້າເຄົາລົບນັບຖື.

ຕອບກັບ

ຂ່າວ/ບົດ​ອື່ນ