ບາດກ້າວບຸກທະລຸຈາກການຫັນເປັນດີຈີຕອນ ຮອດພົນລະເມືອງດີຈີຕອນຢູ່ແຂວງ ລ້າງເຊີນ

(VOVWORLD) -ບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍການຫັນເປັນດີຈີຕອນໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງລະບົບການເມືອງ ໃນການສ້າງອຳນາດການປົກຄອງຮັບໃຊ້ປະຊາຊົນ, ເພື່ອປະຊາຊົນ.
ບາດກ້າວບຸກທະລຸຈາກການຫັນເປັນດີຈີຕອນ ຮອດພົນລະເມືອງດີຈີຕອນຢູ່ແຂວງ ລ້າງເຊີນ - ảnh 1ລ້າງເຊີນ ສູ້ຊົນຮອດປີ 2025 ໃຫ້ໄດ້ນອນໃນກຸ່ມ 10 ແຂວງ, ນະຄອນນຳໜ້າໃນທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ
(ພາບ: vietnam.vn)
 ໂດຍປະຕິບັດຕາມໂຄງການຫັນເປັນດີຈີຕອນແຫ່ງຊາດ, ແຂວງ ລ້າງເຊີນ ໄດ້ກຳນົດ ເສົ້າຄ້ຳແມ່ນ “ຫັນອົງການຂອງພັກເປັນດີຈີຕອນ”; “ພັດທະນາອຳນາດການປົກຄອງດີຈີຕອນ”; “ເສດຖະກິດດີຈີຕອນ”, “ສັງຄົມດີຈີຕອນ” ແລະ “ດ່ານຊາຍແດນດີຈີຕອນ”. ບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍການຫັນເປັນດີຈີຕອນໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງທັງລະບົບການເມືອງ ໃນການສ້າງອຳນາດການປົກຄອງຮັບໃຊ້ປະຊາຊົນ, ເພື່ອປະຊາຊົນ.

        ໂດຍປະຕິບັດຕາມໂຄງການຫັນເປັນດີຈີຕອນແຫ່ງຊາດ, ແຂວງ ລ້າງເຊີນ ສູ້ຊົນຮອດປີ 2025 ໃຫ້ໄດ້ນອນໃນກຸ່ມ 10 ແຂວງ, ນະຄອນນຳໜ້າໃນທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ. ລ້າງເຊີນ ໄດ້ຊີ້ນຳການສ້າງຄະນະຊີ້ນຳຫັນເປັນດີຈີຕອນ ຈາກຂັ້ນແຂວງລົງຮອດຮາກຖານ, ສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນການຊີ້ນຳຜັນຂະຫຍາຍເພື່ອບັນລຸໄດ້ ແລະ ລື່ນກາຍຄາດໝາຍທີ່ໄດ້ວາງອອກ.

        ວິວັດທະນາການໃນການຫັນເປັນດີຈີຕອນໃນບໍລິເວນແຂວງ ລ້າງເຊີນ ໄດ້ຮັບການຜັນຂະຫຍາຍທັງໝົດ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ປີ 2021 ແມ່ນປີສ້າງຂີດໝາຍຢ່າງແຮງຂອງແຂວງ ລ້າງເຊີນ ກ່ຽວກັບການຫັນເປັນດີຈີຕອນ ດ້ວຍໝາກຜົນທີ່ໜ້າຊື່ນຊົມ ລ້າງເຊີນນອນໃນ Top ບັນດາແຂວງ, ນະຄອນກ່ຽວກັບຫຼາຍຂົງເຂດຂອງການຫັນເປັນດີຈີຕອນ ແລະ ຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໄປທຸກຂົງເຂດ, ປະຊາຊົນທຸກຊັ້ນວັນນະໃນບໍລິເວນແຂວງ. ທ່ານ ຮ່ວາງກວກຕວນ, ຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງແຂວງ ລ້າງເຊີນ, ຕີລາຄາວ່າ:

        “ເລື່ອງຫັນຂະແໜງການສຶກສາເປັນດີຈີຕອນຢ່າງຮອບດ້ານນັ້ນ ໄດ້ຊ່ວຍຍົກສູງປະສິດທິຜົນການຮຽນ - ການສອນ  ແລະ ຄຸ້ມຄອງການສຶກສາ, ຮັບປະກັນການຄຸ້ມຄອງ ການຮຽນ - ການສອນຢ່າງຖືກຕ້ອງ, ກະຈ່າງແຈ້ງ, ປະກອບສ່ວນປະຕິຮູບລະບຽບການບໍລິການ, ເສີມຂະຫຍາຍກຳລັງປະດິດຄິດສ້າງຂອງຄູອາຈານ ແລະ ນັກຮຽນ, ຊ່ວຍນັກຮຽນສຳຜັດກັບວິທີການຮຽນ - ການສອນທັນສະໄໝ. ອາດເວົ້າໄດ້ວ່າ, ເຕັກໂນໂລຊີດີຈີຕອນໄດ້ຊ່ວຍແຂວງຫຍຸ້ງຍາກຄື ລ້າງເຊີນ ມີກາລະໂອກາດສຳຜັດດ້ານຄວາມຮູ້, ເຕັກໂນໂລຊີຕື່ມອີກເມື່ອທຽບໃສ່ແຂວງອື່ນ”.

        ການຫັນເປັນດີຈີຕອນໄດ້ກາຍເປັນນິຍາມທີ່ລື້ງເຄີຍສຳລັບປະຊາຊົນແຕ່ລະຄົນ ເຖິງວ່າຈະຢູ່ຕົວເມືອງ ຫຼື ຊົນນະບົດ, ບ້ານຕ່າງໆ ແລະ ໄດ້ສ້າງການປ່ຽນແປງໃນຫຼາຍຂົງເຂດ, ຈາກລະບຽບການບໍລິຫານໃນແຕ່ລະວັນ, ການຮ່ຳຮຽນຂອງລູກຫຼານ ຫຼື ການບົວລະບັດທົ່ງນາ…

        ເພື່ອຍົກສູງປະສິດທິຜົນການຫັນເປັນດີຈີຕອນ ຕາມທິດຖືເອົາປະຊາຊົນເປັນໃຈກາງ, ປະຊາຊົນແມ່ນກຳລັງໜູນ ແລະ ແມ່ນເປົ້າໝາຍພັດທະນາ, ຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ໄດ້ຜັນຂະຫຍາຍລະບົບ “ພົນລະເມືອງດີຈີຕອນແຂວງ ລ້າງເຊີນ”, ໂດຍປະມວນເອົາບັນດາໂປຼແກຼມຄື ນຳໃຊ້ການບໍລິການສາທາລະນະ, ຊອກຄົ້ນຂໍ້ມູນທີ່ດິນ, ຊື້ເຄື່ອງໃນເວັບໄຊການຄ້າເອເລັກໂຕນິກ… ໃນໄລຍະຈະມາເຖິງ, ລະບົບ “ພົນລະເມືອງດີຈີຕອນແຂວງ ລ້າງເຊີນ” ຈະສືບຕໍ່ປະມວນເອົາຫຼາຍໂປຼແກຼມອື່ນຕື່ມອີກ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.

        “ການສ່ອງແສງທັງໝົດຂອງປະຊາຊົນ ອາດຈະໄປເຖິງພະນັກງານຕາແສງ, ເມືອງ, ແຂວງ ແລະ ຢູ່ຂັ້ນສູງກວ່າ, ມີຄວາມແທດຈິງຕໍ່ປະຊາຊົນທີ່ສຸດ”.

        “ຂ້າພະເຈົ້າເຫັນວ່າ ມີຄວາມສະດວກທີ່ສຸດຕໍ່ປະຊາຊົນ, ຊ່ວຍໃຫ້ປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ, ຂໍ້ຂາດຕົກບົກຜ່ອງ ເຊິ່ງບໍ່ສາມາດສົ່ງສານເຖິງຂັ້ນມີສິດອຳນາດໄດ້”.

        ໄປພ້ອມກັບລະບົບ “ພົນລະເມືອງດີຈີຕອນແຂວງ ລ້າງເຊີນ”, ການນຳໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຊີຢູ່ບັນດາອົງການຂອງພັກ, ອຳນາດການປົກຄອງ ແລະ ທຸກດ້ານເສດຖະກິດ - ສັງຄົມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງທັງລະບົບການເມືອງຂອງແຂວງ ລ້າງເຊີນ ໃນການສ້າງອຳນາດການປົກຄອງຮັບໃຊ້ປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານ ໂຮ່ຕຽນທ້ຽວ, ປະທານຄະນະກຳມະການປະຊາຊົນແຂວງ ລ້າງເຊີນ, ຢືນຢັນວ່າ:

        “ການຫັນເປັນດີຈີຕອນ ອາດຈະປະສົບຜົນສຳເລັດ ຖ້າມີການເຂົ້າຮ່ວມຂອງທົ່ວປວງຊົນ. ປະຊາຊົນຕ້ອງແມ່ນເຈົ້າກຳ, ຕ້ອງແມ່ນກຳລັງໜູນ ແລະ ເປົ້າໝາຍຂອງການຫັນເປັນດີຈີຕອນ. ຍ້ອນເຫດນັ້ນ, ໜ້າທີ່ສຳຄັນທີ່ສຸດແມ່ນເຮັດແນວໃດເພື່ອຍົກສູງຄວາມຮັບຮູ້, ປະກອບຄວາມຮູ້ໃຫ້ແກ່ປະຊາຊົນ, ເຮັດແນວໃດເພື່ອໃຫ້ປະຊາຊົນໄດ້ສຳຜັດ ກັບບັນດາໂປຼແກຼມອັດສະລິຍະ ທີ່ໄດ້ປະມວນຢູ່ໃນລະບົບດີຈີຕອນ ໄດ້ຢ່າງງ່າຍ ແລະ ເຮັດແນວໃດເພື່ອໃຫ້ການນຳໃຊ້ບັນດາການບໍລິການດີຈີຕອນ ກາຍເປັນຄວາມຕ້ອງການໜຶ່ງທີ່ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ.”

        ຕາມການຕີລາຄາຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ແຂວງ ລ້າງເຊີນ ແມ່ນໜຶ່ງໃນບັນດາແຂວງ, ນະຄອນນຳໜ້າໃນການຫັນເປັນດີຈີຕອນ. ໃນນັ້ນ, ລ້າງເຊີນ ແມ່ນແຂວງທຳອິດທີ່ຜັນຂະຫຍາຍ ລະບົບດ່ານຊາຍແດນດີຈີຕອນປະສົບຜົນສຳເລັດ; ແມ່ນແຂວງທຳອິດທີ່ຜັນຂະຫຍາຍລະບົບ “ລ້າງເຊີນ Cloud” Make in Vietnam. ມູນຄ່າການລົງທຶນຂອງລັດແມ່ນໜ້ອຍທີ່ສຸດ ແຕ່ນຳມາເຊິ່ງປະສິດທິຜົນຢ່າງໃຫຍ່ຫຼວງ, ປະຢັດງົບປະມານຂອງລັດ, ພ້ອມທັງເປັນບົດຮຽນ, ຕົວແບບ ເພື່ອໃຫ້ລະບົບ cloud computing Make in Vietnam ສາມາດທະວີຄູນໄປທົ່ວປະເທດ.

        ວິວັດທະນາການຫັນເປັນດີຈີຕອນຂອງແຂວງລ້າງເຊີນ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຍົກສູງປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂັ້ນແຂວງ (PAPI), ດັດຊະນີແກ່ງແຍ້ງຂັ້ນແຂວງ PCI. ຈາກໝາກຜົນທີ່ບັນລຸໄດ້ນັ້ນ, ກິດຈະການຫັນເປັນດີຈີຕອນຂອງທ້ອງຖິ່ນນີ້ໄດ້ ແລະ ພວມສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແຂງແຮງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃນບໍລິເວນແຂວງລ້າງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ