ບານເຕະ ຫວຽດນາມ ຜູກພັນກັບຄູຝຶກ Park Hang Seo ໄປອີກນານ

(VOVWORLD) - ພາຍຫລັງພະຍາຍາມເຈລະຈາຫລາຍຄັ້ງນັ້ນ, ສະຫະພັນບານເຕະ ຫວຽດນາມ ແລະ ຄູຝຶກຊາວ ສ.ເກົາຫຼີ Park Hang Seo ກໍ່ບັນລຸໄດ້ຂໍ້ຕົກລົງຕໍ່ສັນຍາ. ນີ້ແມ່ນຂ່າວດີສຳລັບແຟນບານ ຫວຽດນາມ, ຍ້ອນວ່າທ່ານ Park ແມ່ນຄູຝຶກທີ່ມີຄວາມເກັ່ງກ້າສາມາດ, ສາມາດນຳບານເຕະ ຫວຽດນາມ ພິຊິດບັນດາເປົ້າໝາຍສູງກ່ວາ ໃນການແຂ່ງຂັນບານເຕະຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ສາກົນ.
ບານເຕະ ຫວຽດນາມ ຜູກພັນກັບຄູຝຶກ Park Hang Seo ໄປອີກນານ - ảnh 1 ະຫະພັນບານເຕະ ຫວຽດນາມ ແລະ ຄູຝຶກຊາວ ສ.ເກົາຫຼີ Park Hang Seo ກໍ່ບັນລຸໄດ້ຂໍ້ຕົກລົງຕໍ່ສັນຍາ (ພາບ: Vietnamplus)

ສັນຍາສະບັບເກົ່າຂອງຄູຝຶກ Park Hang Seo ຈະໝົດກຳນົດໃນວັນທີ 31 ມັງກອນ 2020. ກຳນົດເວລາຂອງສັນຍາສະບັບໃໝ່ແມ່ນ 3 ປີ, ນັບແຕ່ວັນທີ 01 ກຸມພາ 2020 ຮອດວັນທີ 01 ກຸມພາ 2023. ມູນຄ່າຂອງສັນຍາບໍ່ໄດ້ເປີດເຜີຍໃຫ້ຮູ້, ແຕ່ສື່ມວນຊົນພາຍໃນປະເທດ ແລະ ສາກົນຖືວ່າ: ລະດັບເງິນເດືອນຂອງທ່ານ Park Hang Seo ແມ່ນປະມານ 50 ພັນ USD/ເດືອນ (ທົບ 2,5 ເທົ່າເມື່ອທຽບໃສ່ລະດັບເງິນເດືອນເກົ່າ). ປັດຈຸບັນ, ຄູຝຶກ Park Hang Seo ແມ່ນຜູ້ທີ່ໄດ້ຮັບເງິນເດືອນສູງກ່ວາໝູ່ໃນປະຫວັດສາດຂອງກິລາບານເຕະ ຫວຽດນາມ. ຕາມທ່ານ ເຈິ່ນກວັກຕ໊ວນ, ຮອງປະທານຜູ້ປະຈຳການສະຫະພັນບານເຕະ ຫວຽດນາມ ແລ້ວ, ກ່ຽວກັບດ້ານຫຼັກການ, ສັນຍາຈະໄດ້ຮັບການລົງນາມຄືນໃໝ່ພາຍໃນເວລາຫລັງ 3 ປີ, ແຕ່ພາຍຫລັງ 2 ປີ ຖ້າຫາກເຫັນວ່າ ມີຄວາມຈຳເປັນ, 2 ຝ່າຍອາດຈະພິຈາລະນາແກ່ຍາວສັນຍາຕື່ມອີກ ເພື່ອສະແດງຄວາມເຊື່ອໝັ້ນຕໍ່ກິລາບານເຕະ ຫວຽດນາມ ວ່າຈະມີການພັດທະນາຢ່າງແຮງ. ທ່ານ ເຈິ່ນກວັກຕ໊ວນ ໃຫ້ຮູ້ວ່າ:

2 ຝ່າຍໄດ້ແລກປ່ຽນບັນຫາກ່ຽວກັບດ້ານວິຊາສະເພາະ, ການກຳນົດທິດໃຫ້ແກ່ບານເຕະ ຫວຽດນາມ. 2 ຝ່າຍລົງນາມຕໍ່ກຳນົດເວລາສັນຍາ. ໃນໄລຍະຈະມາເຖິງ, ບັນດາໜ້າທີ່ລະອຽດ ລ້ວນແຕ່ຈະມີບັນດາມາດຕະການ ເພື່ອປະຕິບັດ ແລະ ພວກຂ້າພະເຈົ້າກໍ່ພວມຜັນຂະຫຍາຍບັນດາມາດຕະການນີ້. ຫວັງວ່າ ຄວາມໄຝ່ຝັນຂອງ ຫວຽດນາມ ຢາກເຂົ້າແຂ່ງຂັນບານໂລກ World Cup ໃກ້ຈະປະກົດຜົນເປັນຈິງແລ້ວ.

ທ່ານ Park Hang Seo ເປັນຫົວໜ້າຄູຝຶກທິມບານເຕະ ຫວຽດນາມ ມາແຕ່ເດືອນ ຕຸລາ 2017. ພາຍຫລັງໄລຍະເວລາພຽງແຕ່ 2 ປີ, ບານເຕະ ຫວຽດນາມ ໄດ້ປະສົບຜົນສຳເລັດ ດ້ວຍບັນດາຜົນງານທີ່ມະຫັດສະຈັນ ແລະ ມີຊື່ສຽງຄື: ໄດ້ເຂົ້າຮອບແຂ່ງຂັນເລືອກເອົາ 4 ທິມງານແຂ່ງຂັນຊິງແຊັມ ອາຊີ - Asian Cup 2019, ໄດ້ຮັບລາງວັນຮອງຊະນະເລີດ U23 ອາຊີ 2018, ໄດ້ເຂົ້າຮອບຮອງຊະນະເລີດ Asian Games, ໄດ້ແຊັມ AFF Cup 2018. ພາຍໃຕ້ການບັນຊາຂອງຄູຝຶກ Park Hang Seo, ທິມຊາດບານເຕະ ຫວຽດນາມ ແລະ ທິມບານເຕະ U23 ຫວຽດນາມ ໄດ້ມີຄວາມແຂງແກ່ນກ່ວາ, ຍາກທີ່ຈະມີທິມໃດເອົາຊະນະໄດ້ແບບງ່າຍດາຍ. ທິມບານເຕະ ຫວຽດນາມ ສາມາດເອົາຊະນະທິມບານເຕະທີ່ແຂງແກ່ນຢູ່ ອາຊີ ຫລາຍທິມ ໂດຍສະເພາະແມ່ນທິມ ໄທ. ທ່ານ ມິງຫາຍ ນັກຂ່າວກິລາຖືວ່າ:

ດ້ວຍບັນດາການອຸທິດສ່ວນຂອງທ່ານ Park Hang Seo, ແນ່ນອນວ່າ ທ່ານມີຄວາມເໝາະສົມກັບຄ່າເງິນເດືອນສູງ. ບັນດານັກເຕະເຂົ້າໃຈວ່າ ທ່ານ Park ຈະສືບຕໍ່ຜູກພັນກັບຕົນເອງ ດັ່ງນັ້ນ ເຂົາເຈົ້າຈຶ່ງມີຄວາມເຊື່ອໝັ້ນ. ຄູຝຶກ Park Hang Seo ພວມແມ່ນສັນຍາລັກແກ່ງໄຊຊະນະ, ສັນຍາລັກແຫ່ງຄວາມຄາດຫວັງຢາກພິຊິດເຖິງຈຸດສູງສຸດຂອງຄວາມສະຫງ່າລາສີ.

ຄູຝຶກ Park Hang Seo ໄດ້ຮັບລາງວັນຄູຝຶກຊາຍໂດດເດັ່ນຂອງປີ, ໃນຂະນະນັ້ນ, ນັກເຕະ ຫງວຽນກວາງຫາຍ ລູກສິດຂອງທ່ານ Park ກໍ່ໄດ້ຮັບລາງວັນນັກເຕະໂດດເດັ່ນຢູ່ພິທີມອບລາງວັນ AFF 2019 ຫວ່າງແລ້ວນີ້ຢູ່ ຮ່າໂນ້ຍ. ໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ, ນັບແຕ່ປີ 2013  ເປັນຕົ້ນມາ, ກ່ອນນີ້ ສິງກະໂປ ແລະ ໄທ ເຄີຍໄດ້ຮັບລາງວັນນີ້ມາກ່ອນແລ້ວ. ເຖິງວ່າບັນລຸໄດ້ຜົນສຳເລັດຢ່າງໃຫຍ່ຫລວງກໍ່ຕາມ, ແຕ່ຄູຝຶກ Park Hang Seo ຍັງໃຫ້ຮູ້ດ້ວຍຄວາມຖ່ອມຕົວວ່າ:

ຂ້າພະເຈົ້າມາ ຫວຽດນາມ ບໍ່ແມ່ນຢາກສ້າງໃຫ້ບານເຕະ ຫວຽດນາມ ມີການປ່ຽນແປງຢ່າງກະໂດດຂັ້ນດອກ. ສິ່ງສຳຄັນທີ່ສຸດແມ່ນບານເຕະ ຫວຽດນາມ ມີຈຸດພິເສດສະເພາະ, ມີກຳລັງບົ່ມຊ້ອນສະເພາະຂອງມັນເອງ. ນອກນັ້ນ, ບັນດາຄູຝຶກຟໄລຍະກ່ອນນີ້ ກໍ່ໄດ້ສ້າງພື້ນຖານໃຫ້ແກ່ກິລາບານເຕະ ຫວຽດນາມ ມາແລ້ວ. ຂ້າພະເຈົ້າພຽງແຕ່ເປັນຜູ້ມາໃຊ້ແຫຼ່ງກຳລັງນີ້ ນັບແຕ່ກ່ອນມາຮອດປັດຈຸບັນ ແລະ ເສີມຂະຫຍາຍກຳລັງບົ່ມຊ້ອນຂອງບານເຕະ ຫວຽດນາມ ໃຫ້ດີທີ່ສຸດເທົ່ານັ້ນ.”

ຄູຝຶກ Park Hang Seo ໄດ້ປ່ຽນແປງໂສມໜ້າຂອງບານເຕະ ຫວຽດນາມ. ປະຫວັດສາດຂອງກິລາບານເຕະ ຫວຽດນາມ ໄດ້ມີຄູຝຶກ “ຊາວຕ່າງປະເທດ” ຫລາຍຄົນຮັບໜ້າທີ່ນຳພາບັນດາທິມຊາດບານເຕະ, ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ທ່ານ Park Hang Seo ແມ່ນຄູຝຶກທີ່ປະສົບຜົນສຳເລັດທີ່ສຸດ. ສະຫະພັນບານເຕະ ຫວຽດນາມ ແລະ ແຟນບານຫວັງວ່າ ທ່ານ Park Hang Seo ຈະສືບຕໍ່ມີຄວາມຜູກພັນກັບບານເຕະ ຫວຽດນາມ ຕະຫລອດການ.

ຕອບກັບ

ຂ່າວ/ບົດ​ອື່ນ