ປື້ມດີຈີຕອນແຜ່ກະຈ່າຍຄວາມມັກອ່ານປື້ມຫຼາຍຂຶ້ນ

(VOVWORLD) -ການອ່ານປື້ມຜ່ານໂທລະສັບມືຖື, ໄອແພດ ພວມນັບມື້ນັບແຜ່ຫຼາຍໃນຊຸມປີມໍ່ໆມານີ້. ຖ້າມີເວລາຫວ່າງຄື ການເດີນທາງລະຫວ່າງບັນດາແຂວງ, ນະຄອນ ຫຼື ເວລາພັກຜ່ອນໃນການເຮັດວຽກ, ຜູ້ອ່ານກໍ່ສາມາດອ່ານຕໍ່ປື້ມທີ່ພວມອ່ານ ຫຼື ອັບເດັດຂໍ້ມູນຂ່າວໃນໜັງສືພິມອອນລາຍ.
ປື້ມດີຈີຕອນແຜ່ກະຈ່າຍຄວາມມັກອ່ານປື້ມຫຼາຍຂຶ້ນ - ảnh 1ຜູ້ອ່ານສາມາດປະກອບຄຳເຫັນ, ຄຳຕິຊົມ ແລະ ໃຫ້ຂະແນນແກ່ປື້ມທີ່ຕົນເອງໄດ້ອ່ານ
(ພາບປະກອບ: hanoimoi.com.vn)

ການພັດທະນາຂອງໂທລະສັບມືຖື (smartphone) ໄດ້ເຮັດໃຫ້ຄວາມລື້ງເຄີຍອ່ານປື້ມຂອງຜູ້ອ່ານຫຼາຍຄົນປ່ຽນແປງໄປ. ແທນທີ່ໄປຮອດໃສກໍ່ຕ້ອງຈັບປື້ມໄປນຳເພື່ອອ່ານໃນເວລາຫວ່າງ, ຫຼາຍຄົນໄດ້ຫັນໄປສູ່ການອ່ານປື້ມດີຈີຕອນ ebook ຫຼືອ່ານປື້ມທາງອອນລາຍ. ຄວາມສະດວກນີ້ໄດ້ເປີດກວ້າງທ່າອ່ຽງໃໝ່ ແລະ ແຜ່ກະຈ່າຍຂະບວນການອ່ານປື້ມຢູ່ຫວຽດນາມຢ່າງກ້ວາງຂວາງໃນທົ່ວທຸກແທບຖິ່ນທີ່ຫວຽດນາມ.

ໃນຍາມມີເວລາຫວ່າງ, ເອື້ອຍ ຫງວຽນທິແອັງ, ເປັນຄົນຍາມຢູ່ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ ມັກອ່ານເລື່ອງສັ້ນ, ເລື່ອງວັນນະຄະດີ ຫຼື ອ່ານຂ່າວປະຈຳວັນຜ່ານໂທລະສັບມືຖື. ເລື່ອງອ່ານປື້ມໄດ້ຊ່ວຍໃຫ້ເອື້ອຍມີຄວາມຮູ້ໃໝ່ໃນການດຳລົງຊີວິດໄດ້ຫຼາຍຢ່າງກວ່າ. ຕອນຄ່ຳເມື່ອມາຮອດເຮືອນ, ເອື້ອຍຍັງຮັກສາການອ່ານປື້ມພ້ອມກັບລູກຂອງຕົນ. ຍາມໃດເອື້ອຍ ແອັງ ກໍ່ມີຄວາມເຊື່ອໝັ້ນວ່າ ເພື່ອໃຫ້ລູກຂອງຕົນມີຄວາມເມົາມົວກັບການອ່ານປື້ມ, ຜູ້ເປັນພໍ່ເປັນແມ່ຕ້ອງເປັນແບບຢ່າງກ່ອນ.

“ຂ້າພະເຈົ້າມັກອ່ານຂ່າວ, ໜັງສືພິມເພື່ອສາມາດກຳໄດ້ແຫຼ່ງຂ່າວກ່ຽວກັບການສຶກສາ, ສຸຂະພາບ, ເມື່ອຕອນຄ່ຳກັບເມືອບ້ານຈຶ່ງມີເວລາອ່ານປື້ມພ້ອມກັບລູກຂອງຕົນ. ຂ້າພະເຈົ້າຍັງມັກຊື້ປື້ມວາງຂາຍຢູ່ຮ້ານຫຼາຍກວ່າ ສະນັ້ນຢູ່ເຮືອນຂ້າພະເຈົ້າໄດ້ຊື້ປື້ມອ່ານຫຼາຍຫົວໃຫ້ລູກຂອງຕົນ. ບັນດາປື້ມບຳລຸງຄວາມຮູ້ແມ່ນບໍ່ຕ້ອງເວົ້າແລ້ວ, ຂ້າພະເຈົ້າໄດ້ຊື້ປື້ມອ່ານກ່ຽວກັບວິທະຍາສາດ, ຊອກຮູ້ທຳມະຊາດຢູ່ອ້ອມຂ້າງເຮົາໃຫ້ແກ່ນັກຮຽນອີກດ້ວຍ”.

ການອ່ານປື້ມຜ່ານໂທລະສັບມືຖື, ໄອແພດ ພວມນັບມື້ນັບແຜ່ຫຼາຍໃນຊຸມປີມໍ່ໆມານີ້. ຖ້າມີເວລາຫວ່າງຄື ການເດີນທາງລະຫວ່າງບັນດາແຂວງ, ນະຄອນ ຫຼື ເວລາພັກຜ່ອນໃນການເຮັດວຽກ, ຜູ້ອ່ານກໍ່ສາມາດອ່ານຕໍ່ປື້ມທີ່ພວມອ່ານ ຫຼື ອັບເດັດຂໍ້ມູນຂ່າວໃນໜັງສືພິມອອນລາຍ. ຕາມເອື້ອຍ ຫງວຽນມິງຮັ່ງ, ຢູ່ເມືອງ ດົ໊ງດາ, ຮ່າໂນ້ຍ ແລ້ວ, ປື້ມດີຈີຕອນ ebook ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ຜູ້ອ່ານເທົ່ານັ້ນ, ຫາກຍັງຊ່ວຍປະຢັດເງິນຊື້ປື້ມ, ໂດຍສະເພາະແມ່ນສຳລັບນັກຮຽນ, ນັກສຶກສາ, ຜູ້ມີລາຍຮັບຕ່ຳໃນສັງຄົມອີກດ້ວຍ.

“ເວລາຫວ່າງແມ່ນບໍ່ໄດ້ດົນຄືຕອນຂີ່ລົດເມ, ລົດໂດຍສານ ນ້ອງຈະອ່ານປື້ມ ebook ຜ່ານໂທລະສັບມືຖື ແມ່ນສະດວກທີ່ສຸດ. ໂດຍອີງຕາມການນຳໃຊ້, ຈຸດປະສົງ ແລະ ໃນສະພາບທີ່ແຕກຕ່າງກັນ ນ້ອງຈະເລືອກເອົາປື້ມໃຫ້ເໝາະສົມທີ່ສຸດເພື່ອອ່ານ”.

ໂດຍກຳແໜ້ນທ່າອ່ຽງນັ້ນ, ໃນໄລຍະ 2 ປີມານີ້, ວັນບຸນປື້ມຫວຽດນາມ 24 ເມສາ ໄດ້ຮັບການຈັດຕັ້ງຂຶ້ນປະຈຳປີໃນເວັບໄຊ Book.365.vn. ຢູ່ເວັບໄຊນີ້, ຜູ້ອ່ານບໍ່ພຽງແຕ່ໄດ້ເຂົ້າຮ່ວມບັນດາການໂອ້ລົມສົນທະນາດ້ານວິທະຍາດສາດກ່ຽວກັບວັດທະນະທຳການອ່ານໃນທ່າອ່ຽງຫັນເປັນດີຈີຕອນ, ຮັບຟັງນັກບັນລະຍາຍແນະນຳປື້ມໃໝ່, ແລກປ່ຽນກັບນັກວັນນະຄະດີທີ່ຕົນເອງນິຍົມເທົ່ານັ້ນ ຫາກຍັງສາມາດຊອກຫາປື້ມນັບພັນໆຫົວອີກດ້ວຍ. ທ່ານ ຫງວຽນງວຽນ, ຫົວໜ້າກົມພິມຈຳໜ່າຍ, ການພິມ ແລະ ການຈຳໜ່າຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ, ຮອງປະທານສະມາຄົມພິມຈຳໜ່າຍຫວຽດນາມ, ໃຫ້ຮູ້ວ່າ.

“ຂ້າພະເຈົ້າຄິດວ່າ ນີ້ແມ່ນທ່າອ່ຽງທີ່ຕ້ອງເປັນໄປໃນຍຸກສະໄໝເຕັກໂນໂລຊີປະຈຸບັນ. ພວກເຮົາພວມປະຕິບັດການຫັນເປັນດີຈີຕອນ ແລະ ສ້າງເສດຖະກິດດີຈີຕອນ, ເປັນທີ່ຈະແຈ້ງແລ້ວວ່າ ທຸກຂົງເຂດລ້ວນແຕ່ມີການຫັນປ່ຽນ. ໃນຊຸມປີຜ່ານມາ, ລະດັບການພັດທະນາ ebook ຢູ່ບັນດາປະເທດທີ່ຈຳໜ່າຍປື້ມເອເລກໂຕນິກພັດທະນາແມ່ນຢູ່ໃນລະດັບສູງທີ່ສຸດ. ມີຫຼາຍຫົວໜ່ວຍຈຳໜ່າຍປື້ມເຫັນໄດ້ຄວາມໝາຍສຳຄັນຂອງວັນບຸນປື້ມຄືແນວນັ້ນ ສະນັ້ນໄດ້ຕັ້ງໜ້າປ່ຽນແປງ, ນັບທັງການປ່ຽນແປງຂັ້ນຕອນການຈຳໜ່າຍ ກໍຄືການເຄື່ອນໄຫວຄຸ້ມຄອງຂອງຕົນ. ແລະຂ້າພະເຈົ້າຖືວ່າ, ລັກສະນະນີ້ຈະຊ່ວຍໃຫ້ວັນບຸນປື້ມ ແລະ ebook ຈະກ້າວໄປໄກກວ່າອີກ”.

ມີຈຸດໜຶ່ງທີ່ມີຄວາມແຕກຕ່າງກັນຂອງປື້ມດີຈີຕອນ, ນັ້ນແມ່ນຜູ້ອ່ານສາມາດປະກອບຄຳເຫັນ, ຄຳຕິຊົມ ແລະ ໃຫ້ຂະແນນແກ່ປື້ມທີ່ຕົນເອງໄດ້ອ່ານ, ຜູ້ອ່ານສາມາດສືບຕໍ່ແນະນຳບັນດາປື້ມທີ່ຕົນເອງນິຍົມຜ່ານສື່ສັງຄົມອອນລາຍ, ຜ່ານການເສັງຊອກຫາຜູ້ແທນວັດທະນະທຳການອ່ານ ຫຼື ບັນດາລາຍການສະເພາະຂອງສຳນັກພິມຈຳໜ່າຍ. ທ່ານ ຟ້າມກວ໊ກຮຸ່ງ, ຫົວໜ້າກົມຫໍສະມຸດ, ກະຊວງວັດທະນະນຳ, ກິລາ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ນັບມື້ນັບມີນັກຮຽນ, ນັກສຶກສາຫຼາຍຄົນເຂົ້າຮ່ວມລາຍການແນະນຳປື້ມ.

“ປີ 2020, ມີນັກສຶກສາໃນທົ່ວປະເທດກວ່າ 1 ລ້ານຄົນເຂົ້າຮ່ວມ. ປີ 2021 ນີ້ ແນ່ນອນວ່າຈະດຶງດູດໄດ້ຫຼາຍກວ່າ, ເພື່ອແຜ່ຂະຫຍາຍວັດທະນະທຳການອ່ານໃຫ້ແກ່ນັກຮຽນ, ນັກສຶກສາຮໍ່າຮຽນໃຫ້ຫຼາຍກວ່າ ດ້ວຍບັນດາແຜນການກະທຳ, ດ້ວຍທັກສະ ແລະ ຄວາມເມົາມົວກັບການອ່ານປື້ມ ເພື່ອສົ່ງສານວັດທະນະທຳການອ່ານໃນປະຊາຄົມສາກົນໄດ້ເປັນຢ່າງດີກວ່າ.”

ພຽງແຕ່ເລືອກເອົາແບບງ່າຍໆໃນໂທລະສັບມືຖື ຫຼື ໄອແພດ, ຜູ້ອ່ານສາມາດສຳພັດ, ແລກປ່ຽນກັບນັກວັນນະຄະດີທີ່ຕົນເອງນີຍົມ, ອັບເດັດປື້ມເລື່ອງໃໝ່ທີ່ໃກ້ຈະພິມຈຳໜ່າຍ ແລະ ສາມາດປະກອບຄຳເຫັນ, ໃຫ້ຄຳວິຈານຈຸດດີ, ຈຸດອ່ອນກ່ຽວກັບປື້ມທີ່ຕົນເອງພວມອ່ານ. ຄວາມສະດວກດັ່ງກ່າວໄດ້ເປີດທ່າອ່ຽງໃໝ່ ແລະ ແຜ່ກະຈ່າຍຂະບວນການອ່ານປື້ມຢ່າງກວ້າງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ