ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ

(VOVWORLD) - ໝາກຜົນທີ່ປະເທດລາວ ບັນລຸໄດ້ໃນເບື້ອງຕົ້ນ ໄດ້ເຮັດໃຫ້ໂລກມີຄວາມເຂົ້າໃຈລວມກ່ຽວກັບລາວວ່າ ແມ່ນປະເທດທີ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຍູ້ໂຄວິດ-19 ໃຫ້ຖອຍໄປ.

ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ ກໍ່ຄືໃນໂລກ, ລາວ ໄດ້ຮັບການຕີລາຄາວ່າ ແມ່ນແບບຢ່າງທີ່ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານໂຄວິດ-19. ມາຮອດປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ລາວ ແມ່ນ 41 ຄົນ, ບໍ່ມີຜູ້ເສຍຊີວິດ. ໝາກຜົນດັ່ງກ່າວ ແມ່ນຍ້ອນຄວາມມານະພະຍາຍາມຂອງລັດຖະບານ ແລະ ການຮ່ວມມືຂອງປະຊາຊົນລາວແຕ່ລະຄົນ ໃນການປ້ອງກັນ, ຕ້ານໂຄວິດ-19.

ສາມັກຄີ, ເປັນຈິດໜຶ່ງໃຈດຽວ ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດຮອບໃໝ່

ດ້ວຍຄຳຂວັນ “ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ” ໄດ້ຮັບຖືວ່າ ແມ່ນກຳລັງແຮງທາງດ້ານຈິດໃຈ, ປະກອບສ່ວນ ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໃນການສະກັດກັ້ນ, ຍູ້ໂຄວິດ-19 ໃຫ້ຖອຍໄປ. ຈາກບັນດາໝາກຜົນທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານໂຄວິດ-19 ນັ້ນ, ລາວໄດ້ຮັບການຕີລາຄາສູງຈາກຫລາຍປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບບັນດາມາດຕະການຂອງປະເທດນີ້ແມ່ນທັນການ, ມີປະສິດທິຜົນ, ບໍ່ປະໃຫ້ໂຄວິດ-19 ແຜ່ລະບາດອອກສູ່ວົງກ້ວາງ, ຈຳນວນກໍລະນີຕິດເຊື້ອຢູ່ໃນລະດັບຕ່ຳ, ເປັນຕົ້ນແມ່ນບໍ່ມີກໍລະນີໃດເສຍຊີວິດຍ້ອນໂຄວິດ-19.

ປ້ອງກັນ, ຕ້ານໂຄວິດ-19 ແມ່ນຄວາມຮັບຜິດຊອບຂອງປະຊາຊົນລາວແຕ່ລະຄົນ - ảnh 1ລັດຖະບານລາວ ຮຽກຮ້ອງໃຫ້ພົນລະເມືອງປະເທດນີ້ທຸກຄົນ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ (ພາບ: VOV)

ປະຈຸບັນ, ລາວພວມຢືນຢູ່ຕໍ່ໜ້າຄວາມສ່ຽງແຜ່ລະບາດຮອບໃໝ່ຢ່າງສູງ ເມື່ອໃນຊຸມວັນມໍ່ໆມານີ້, ເຊື້ອພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດອອກສູ່ວົງກ້ວາງຢູ່ຫລາຍປະເທດທີ່ມີຊາຍແດນຕິດກັບລາວຢ່າງແຮງ, ພິເສດແມ່ນຢູ່ ໄທ ມີຊາວຜູ້ອອກແຮງງານລາວພວມເຮັດວຽກນັບຫລາຍພັນຄົນ. ເຖິງຢ່າງໃດກໍ່ຕາມ, ລັດຖະບານລາວ ມີບັນດາບາດກ້າວເດີນຢ່າງທັນການແຕ່ຫົວທີ ເພື່ອຫຼີກລ້ຽງຄວາມສ່ຽງແຜ່ລະບາດຮອບໃໝ່. ລັດຖະບານລາວສືບຕໍ່ອອກແຈ້ງການເຕືອນຢ່າງຕໍ່ເນື່ອງ ແລະ ຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ; ປະຕິບັດການກວດກາຄົນເຂົ້າອອກເມືອງຢ່າງເຄັ່ງຄັດ; ເພີ່ມທະວີວຽກງານວິເຄາະ…ທ່ານປະລິນຍາເອກ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາວ ຕີລາຄາສູງຕໍ່ການຮ່ວມມືຈາກປະຊາຊົນ.

                                           (ສຽງທ່ານ ຣັດຕະນະໄຊ ເພັດສຸວັນ) 
  ສິ່ງທ້າທາຍຂອງລາວ ຕໍ່ຄວາມຕ້ອງການກ່ຽວກັບວັກຊິນກັນໂຄວິດ-19

ບໍ່ພຽງແຕ່ສະກັດກັ້ນໂຄວິດ-19 ຢ່າງມີປະສິດທິຜົນເທົ່ານັ້ນ, ລັດຖະບານລາວ ກໍ່ຍູ້ແຮງການເຄື່ອນໄຫວສັກວັກຊິນກັນໂຄວິດ-19 ໃຫ້ພົນລະເມືອງ. ໂດຍໄດ້ຮັບການໜູນຊ່ວຍຈາກປະຊາຄົມສາກົນ, ມາຮອດປະຈຸບັນ ລາວໄດ້ຮັບວັກຊິນ Sinopharm 2000 ໂດສ ຈາກ ຈີນ, ວັກຊິນ Sputnick V 500 ໂດສ ຈາກລັດເຊຍ, ໃນເບື້ອງຕົ້ນໄດ້ດຳເນີນການສັກວັກຊິນໃຫ້ຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງຄື ແພດໝໍ, ຜູ້ອາສາສະໝັກ, ທະຫານ, ຕຳຫລວດ, ຜູ້ທີ່ມີຄວາມຕ້ອງການເຂົ້າ-ອອກເມືອງ…ຜ່ານມາ, ອົງການອະນາໄມໂລກ (WHO) ກໍ່ຈັດເອົາປະເທດລາວ ເຂົ້າບັນຊີລາຍຊື່ແມ່ນ 1 ໃນຈຳນວນ 92 ປະເທດ ແລະ ເຂດແຄ້ວນໄດ້ຮັບການຊ່ວຍເຫຼືອວັກຊິນກັນໂຄວິດ-19 ໃນປີ 2021. ຄາດວ່າ ຈະມີປະຊາກອນແຕ່ 15 – 20% (ເທົ່າກັບ 1,4 ລ້ານຄົນ) ໄດ້ສັກວັກຊິນກັນໂຄວິດ-19.

ເຖິງຢ່າງໃດກໍ່ຕາມ, ຕາມທ່ານຮອງສາດສະດາຈານ, ປະລິນຍາເອກ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວແລ້ວ, ສິ່ງທ້າທາຍໃຫຍ່ທີ່ມີຕໍ່ ລາວ ໃນປະຈຸບັນ ແມ່ນປະລິມານວັກຊິນບໍ່ຫລາຍ, ແຫຼ່ງງົບປະມານຊື້ວັກຊິນຍັງບໍ່ຄົບເທື່ອ ເພື່ອຕອບສະໜອງໃຫ້ແກ່ພົນລະເມືອງທຸກຄົນ. ໃນສະເພາະໜ້າ, ລັດຖະບານຈະວາງແຜນ, ແບ່ງເປັນແຕ່ລະເປົ້າໝາຍ, ແຕ່ລະໄລຍະ, ກຸ່ມຄົນທີ່ມີຄວາມສ່ຽງຕິດເຊື້ອສູງ ຈະໄດ້ຮັບການບຸລິມະສິດສັກກ່ອນ. ພ້ອມກັນນັ້ນ, ຈະພິຈາລະນາ, ປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອດຸ່ນດ່ຽງງົບປະມານຊື້ວັກຊິນ. ຕາມການຄາດຄະເນ, ແຕ່ລະໂດສແມ່ນມີມູນຄ່າແຕ່ 18-20 USD/ຄົນ.

(ສຽງທ່ານ ບຸນກອງ ສີຫາວົງ)
  ໃນສະພາບແຫຼ່ງສະໜອງວັກຊິນຍັງຈຳກັດຢູ່, ມາດຕະການທີ່ມີປະສິດທິຜົນທີ່ສຸດ ຊຶ່ງປະເທດລາວຍົກອອກ ຍັງແມ່ນຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ. ໝາກຜົນທີ່ປະເທດລາວ ບັນລຸໄດ້ໃນເບື້ອງຕົ້ນ ເຮັດໃຫ້ໂລກມີຄວາມເຂົ້າໃຈລວມກ່ຽວກັບລາວວ່າ ແມ່ນປະເທດທີ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວຜ່ານຜ່າຄວາມຫຍຸ້ງຍາກ, ປະສົບຜົນສຳເລັດໃນການປ້ອງກັນ, ຕ້ານ, ສະກັດກັ້ນ ແລະ ຍູ້ໂຄວິດ-19 ໃຫ້ຖອຍໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ