ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ

(VOVWORLD) - ປາພະຄານ ຫວີງທຶກ ຕັ້ງຢູ່ຈອມພູ ເດົ່າຕ໊ານ, ທາງທິດເໜືອຕາແສງເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ, ແຂວງ ກວ໋າງນິງ ໄດ້ຮັບຖືວ່າແມ່ນໂຄມໄຟທະເລ ຢູ່ຈຸດທີ່ຕັ້ງທຳອິດໃນຈຳນວນປາພະຄານກ່ວາ 90 ແຫ່ງ ລຽບຕາມລວງຍາວທາງທະເລ ໃນບັນດາໝູ່ເກາະຂອງປະເທດຊາດ. 

ເພື່ອໃຫ້ປາພະຄານໄດ້ເຄື່ອນໄຫວຕະຫລອດກ່ວາ 50ປີຜ່ານມານັ້ນ, ໄດ້ມີການປະກອບສ່ວນອັນໃຫຍ່ຫລວງຂອງກຳມະກອນຢູ່ທີ່ນີ້. ບົດຂຽນຂອງນັກຂ່າວ ຢຸຍທ໊າຍ.

ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ  - ảnh 1 ປາພະຄານ ຫວີງທຶກ ຕັ້ງຢູ່ຈອມພູ ເດົ່າຕ໊ານ, ທາງທິດເໜືອຕາແສງເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ, ແຂວງ ກວ໋າງນິງ 

ຕະຫລອດ 15 ປີມານີ້, ມື້ໃດກໍເຊັ່ນດຽວກັນ, ໃນເວລາ 7 ໂມງເຊົ້າ , ອ້າຍ ຫງວຽນດິ່ງເວື້ອງ, ເປັນໜຶ່ງໃນກຳມະກອນ 9 ຄົນທີ່ພວມເຮັດວຽກຢູ່ປາພະຄານ ຫວີງທຶກ ໄດ້ເລີ່ມຕົ້ນປະຕິບັດວຽກງານຂອງຕົນ. ໜ້າທີ່ຂອງອ້າຍແມ່ນ ຂົນເຊື້ອເພີງຂຶ້ນເຖິງຍອດປາພະຄານ, ລາຍງານສະພາບການດິນຟ້າອາກາດ ແລະ ບຳລຸງ, ຮັກສາປາພະຄານ. ຮອດເວລາປະມານ 11 ໂມງຕອນທ່ຽງ, ອ້າຍ ເວືຶ້ອງ ພ້ອມກັບເພື່ອນຮ່ວມອາຊີບຂອງຕົນໄດ້ປະຕິບັດການບຳລຸງຮັກສາເຄື່ອງກະຈາຍໄຟຟ້າ, ລະບົບຖ່ານໃຊ້ພະລັງງານແສງຕາເວັນ, ມ້ຽນມັດຈັດແຈງເຮັດອະນາໄມຢູ່ຂອບເຂດດັ່ງກ່າວ.

ເຮັດວຽກຢູ່ບ່ອນສູງ, ໄດ້ສຳຜັດ ກັບອາກາດຮ້າຍແຮງ ໂດຍກົງ ເປັນຕົ້ນແມ່ນ: ແສງແດດ, ລົມທະເລ, ເຮັດໃຫ້ໃບໜ້າຂອງກຳມະກອນຊາວ ຮ່າໂນ້ຍ ດຳຂຳພາຍຫລັງເຮັດວຽກມາໄດ້ຫລາຍປີ. ອ້າຍ ເວື້ອງ ຫວນຄືນຄາວ ຫາກໍ່ມາເຮັດວຽກໃໝ່, ຄວາມຫຍຸ້ງຍາກທີ່ສຸດສຳລັບອ້າຍ ແລະ ເພື່ອນຮ່ວມອາຊີບແມ່ນຢ້ານຟ້າຮ້ອງຟ້າຜ່າ, ພະຍຸລົມແຮງໃນຕອນກາງຄືນ. ອ້າຍ ເວື້ອງ ແບ່ງປັນຄວາມໃນໃຈ ທີ່ໄດ້ເຮັດວຽກຢູ່ບ່ອນເປົ່າປ່ຽວນີ້ວ່າ ເຖິງວ່າຄິດຮອດລູກຄິດຮອດເມຍກໍ່ບໍ່ມີໃຜເວົ້າອອກມາ ແຕ່ໝົດທຸກຄົນນັ້ນ ໃຜໆກໍ່ມີຄວາມເຂົ້າໃຈ ແລະ ລະດົມກຳລັງໃຈກັນ:

ບາງຄັ້ງຄາວກໍ່ມີຄະນະນັກທ່ອງທ່ຽວ 2 3 ຄະນະມາທ່ຽວຢູ່ທີ່ນີ້. ອ້າຍນ້ອງກໍ່ມີວຽກງານ ຕື່ມອີກ ຫລາຍຢ່າງ, ແຕ່ວ່າກໍ່ມີຜູ້ນັ້ນຜູ້ນີ້ມາລົມນຳ, ອ້າຍນ້ອງກໍ່ມີຄວາມເບີກບານມ່ວນຊື່ນກ່ວາ.

ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ  - ảnh 2 ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ 

ອ້າຍ ຫວູວັນຢຸງ ຊາວ ຫ໋າຍຟ່ອງ, ຫົວໜ້າຫໍປາພະຄານ ຫວີງທຶກ, ຍາມໃດກໍ່ກຳນົດກັບອ້າຍນ້ອງວ່າ: ປາພະຄານທະເລ ຍາມໃດກໍ່ເປັນຈຸດປະກາຍແສງສະຫວ່າງໃນທຸກເງື່ອນໄຂຂອງດິນຟ້າອາກາດ. ໃນວິວັດການເຄື່ອນໄຫວ, ອ້າຍ ຢຸງ ແລະ ເພື່ອນຮ່ວມອາຊີບຕ້ອງກວດກາຢ່າງເປັນປະຈຳ ເພື່ອວ່າ ເມື່ອ ເກີດກໍລະນີໃດໜຶ່ງຂຶ້ນ ກໍ່ຕ້ອງມີວິທີຮັບມືໃນທັນທີ.

ພວກຂ້າພະເຈົ້າກຳນົດວ່າ ຖ້າແມ່ນອາຊີບແລ້ວ, ໄດ້ຊຶມເຂົ້າເລືອດເນື້ອແລ້ວນັ້ນ,  ແມ່ນຕ້ອງຮັກສາວຽກງານນີ້ໂດຍຈິດໃຈເຮັກວຽກຢ່າງບໍ່ມີວັນພັກ, ວັນບຸນ.

ປາພະຄານບໍ່ພຽງແຕ່ແມ່ນບ່ອນແນະນຳໃຫ້ກ່ຳປັ່ນແລ່ນໄປມາໃນຕອນກາງຄືນໃນທ່າມກາງມະຫາສະໝຸດອັນກ້ວາງໃຫຍ່ໄພສານເທົ່ານັ້ນ ແຕ່ຍັງເປັນຫຼັກໝາຍຢັ້ງຢືນອະທິປະໄຕທະເລ, ໝູ່ເກາະຂອງ ຫວຽດນາມ ອີກດ້ວຍ. ສຳລັບຊາວປະມົງ ຫຼື ຜູ້ບັງຄັບບັນຊາກ່ຳປັ່ນຢູ່ທະເລແຕ່ລະຄົນ ເຖິງວ່າເກີດມີພະຍຸລົມແຮງ, ປາພະຄານປຽບເໝືອນດັ່ງຄວາມເຊື່ອໝັ້ນ ແລະ ກຳລັງແຮງທາງດ້ານຈິດໃຈບໍ່ແມ່ນໜ້ອຍ. ອ້າຍ ຫງວຽນວັນທັ໊ງ ແລະ ເອື້ອຍ ເລທູເຮືອງ, ຊາວປະມົງດຳລົງຊີວິດຢູ່ເກາະ ຫວີງທຶກ, ນະຄອນ ໝ໊ອງກ໊າຍ ແບ່ງປັນວ່າ:

ສຳລັບຄວາມໝາຍຂອງປາພະຄານນັ້ນ ກະໂຕຂ້າພະເຈົ້າເອງກໍເຫັນວ່າ ມັນປຽບເໝືອນດັ່ງປ້າຍສັນຍານ ທີ່ໜູນຊ່ວຍໃຫ້ແກ່ການຄົມມະນາຄົມທາງນ້ຳ, ມັນມີປະໂຫຍດຫລາຍທີ່ສຸດ ເມື່ອເກີດມີລົມແຮງ, ຝົນຕົກ ຫຼື ໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວປະມົງພວກຂ້າພະເຈົ້າໄປຫາປາ. ຜູ້ບັງຄັບບັນຊາກ່ຳປັ່ນຄືຂ້າພະເຈົ້າ ຖ້າບໍ່ມີແສງໄຟເຍືອງຈາກປາພະຄານນັ້ນ ກໍ່ບໍ່ສາມາດໄປໄດ້, ຍ້ອນອີງໃສ່ປາພະຄານ ຈຶ່ງສາມາດກຳນົດໄດ້ທີ່ຕັ້ງຂອງກ່ຳປັ່ນ ດ້ວຍປະສົບການຂອງພວກຂ້າພະເຈົ້າ.”

“ຂ້າພະເຈົ້າມີຄວາມເຄົາລົບນັບຖືຕໍ່ຜູ້ທີ່ເຮັດວຽກຢູ່ປາພະຄານນີ້ຢ່າງຈິງໃຈ. ເຂົາເຈົ້າຕ້ອງມັກຮັກອາຊີບທີ່ສຸດ ຈຶ່ງສາມາດເຮັດວຽກນີ້ໄດ້. ປະຊາຊົນຢູ່ເກາະໜ່ວຍນີ້ ມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອປາພະຄານໄດ້ສ້າງຈຸດທີ່ເປັນເອກະລັກສະເພາະຂອງຕົນ.

ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ  - ảnh 3 ປາພະຄານຢູ່ເຂດນ້ຳແດນດິນຕອນເໜືອສຸດຂອງປະເທດຊາດ 

ເມື່ອເວົ້າເຖິງປາພະຄານຢູ່ເຂດນ້ຳດິນແດນເໜືອສຸດຂອງປະເທດຊາດ, ໃຜໆກໍ່ມີຄວາມເອກອ້າງທະນົງໃຈຄືແນວນັ້ນ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ຜູ້ທີ່ເຮັດວຽກຢູ່ປາພະຄານ ຍາມໃດກໍ່ມີຄວາມສຸດອົກສຸດໃຈເພື່ອເຮັດໃຫ້ “ປາພະຄານ” ສາດແສງສະຫວ່າງໃນທ່າມກາງທະເລທີ່ກ້ວາງໃຫຍ່. ເພາະວ່າ, ຍິ່ງກ່ວາໃຜໝົດ, ເຂົາເຈົ້າເຂົ້າໃຈວ່າ ແສງສະຫວ່າງທີ່ສາດສ່ອງອອກມາຈາກບັນດາປາພະຄານນັ້ນ ບໍ່ພຽງແຕ່ມີປະໂຫຍດໃຫ້ແກ່ການ “ເຍືອງທາງ, ກຳນົດທີ່ຕັ້ງ” ຮັບປະກັນຄວາມປອດໄພໃຫ້ກ່ຳປັ່ນທີ່ແລ່ນຢູ່ກາງທະເລເທົ່ານັ້ນ ແຕ່ມັນຍັງມີຄວາມໝາຍເປັນຫຼັກໝາຍຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ