ຜັດປ່ຽນກັນປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ DK1

(VOVWORLD) - ໃນທ່າມກາງທະເລ, ບັນດາສູນເຮືອນຮ້ານທີ່ຂຶ້ນກັບກອງພັນ DK1, ທະຫານເຮືອເຂດ 2 ປຽບເໝືອນແຜ່ນກຳບັງ, ບໍ່ພຽງແຕ່ຮັກສາຄວາມສະຫງົບສຸກໃຫ້ເຂດດິນຕໍ່ແຜ່ນເທົ່ານັ້ນ ແຕ່ຍັງເປັນບັນດາເສົາຫຼັກໝາຍອະທິປະໄຕຢູ່ທະເລ, ເປັນບ່ອນອີງທີ່ໝັ້ນແກ່ນໃຫ້ແກ່ຊາວປາມົງອອກໄປຫາປາຢູ່ໄກຝັ່ງອີກດ້ວຍ. 

ຢູ່ເຂດທະເລທີ່ມີພະຍຸລົມແຮງ, ທຸກຄວາມຫຍຸ້ງຍາກ, ລຳບາກ, ຂາດເຂີນທັງວັດຖຸ ແລະ ຈິດໃຈ, ແຕ່ພົນທະຫານຢູ່ສູນເຮືອນຮ້ານ ຍາມໃດກໍ່ກຽມພ້ອມຮັບໜ້າທີ່, ສາມັກຄີ, ເປັນເອກະພາບ, ຮັກສາຄວາມເຊື່ອໝັ້ນ, ຈັບປືນ, ຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະອັນສັກກາລະບູຊາຂອງປະເທດຊາດໄວ້ໃຫ້ໝັ້ນຄົງ. ບົດຂຽນຂອງນັກຂ່າວ VOV.

ຜັດປ່ຽນກັນປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ DK1 - ảnh 1 ສູນເຮືອນຮ້ານ DK1/7

ໂດຍແມ່ນໜຶ່ງໃນບັນດາພະນັກງານທີ່ໄປປະຕິບັດງານຢູ່ສູນເຮືອນຮ້ານແຕ່ທ້າຍປີ 2019. ພັນຕີ ຫງວຽນວັນເລິມ, ຫົວໜ້າຜູ້ບັນຊາການສູນເຮືອນຮ້ານ DK1/20, ຜູ້ທີ່ມີຄວາມຜູກພັນກັບທະເລມາໄດ້ປະມານ 20 ປີ, ແຕ່ ເຈື່ອງຊາ ເຂດ 4 ຈົນເຖິງບັນດາສູນເຮືອນຮ້ານ DK1 ເຂດ 2. ພັນຕີ ຫງວຽນວັນເລິມ ແບ່ງປັນວ່າ: ສະພາບດິນຟ້າອາກາດໃນຊ່ວງເວລານັບແຕ່ເດືອນ ພະຈິກ ຫາເດືອນ ມັງກອນ ຂອງປີຕໍ່ໄປ ມັກຈະເກີດມີພະຍຸ, ລົມແຮງຄື້ນຟອງສູງ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຂຶ້ນຊັ້ນສູງ ເພື່ອປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ, ບາງເທື່ອວິທີດີທີ່ສຸດ ແມ່ນໃຊ້ສະໂນຊູຊີບລອຍເຂົ້າໄປຫາເຮືອນຮ້ານ.

ຜັດປ່ຽນກັນປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ DK1 - ảnh 2 ພັນຕີ ຫງວຽນວັນເລິມ, ຫົວໜ້າຜູ້ບັນຊາການສູນເຮືອນຮ້ານ DK1/20

ມີຫລາຍວິທີເພື່ອຂຶ້ນສູນເຮືອນຮ້ານ: ໜຶ່ງແມ່ນຂີ່ເຮືອ ໄປຮອດຕີນເຮືອນຮ້ານ ແລ້ວໄຕ່ຂັນໄດຂຶ້ນ. ສອງແມ່ນລອຍເຂົ້າໄປຫາ. ສາມແມ່ນໂຫນເຊືອກເຂົ້າໄປຫາສູນເຮືອນຮ້ານ.

ຂ້າພະເຈົ້າມີຄວາມເປັນກຽດທີ່ສຸດ ແລະ ກໍ່ເຫັນວ່າ ອ້າຍນ້ອງພະນັກງານ, ນັກຮົບຫລາຍຄົນມີຄວາມກະຕືລືລົ້ນຢາກໄປປະຕິບັດງານຢູ່ສູນເຮືອນຮ້ານ ເພື່ອອຸທິດສ່ວນນ້ອຍຂອງຕົນເຂົ້າໃນຜົນງານລວມຂອງກົມກອງ, ເປັນຕົ້ນແມ່ນກອງພັນ DK1, ກອງທັບເຮືອເຂດ 2  ເພື່ອປົກປັກຮັກສາເຂດໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ. ນັ້ນແມ່ນຄວາມເອກອ້າງທະນົງໃຈຂອງທະຫານເຮືອ ດ້ວຍຈິດໃຈຍາມໃດກໍ່ກຽມພ້ອມຮັບໜ້າທີ່ ແລະ ປະຕິບັດໜ້າທີ່ໃຫ້ສຳເລັດເປັນຢ່າງດີ.

ອຳລາ ຈາກຄອບຄົວ ແລະ ຍາດຕິພີ່ນ້ອງ ເພື່ອໄປຮັບໜ້າທີ່ຕຳແໜ່ງໃໝ່. ຮ້ອຍເອກ ຫວູຢຸຍຮ່ວາງ, ຮອງຫົວໜ້າຜູ້ບັນຊາການສູນເຮືອນຮ້ານ DK1/16, ບ້ານເກີດເມືອງນອນຢູ່ເມືອງ ກ໋ວາງເຊືອງ, ແຂວງ ແທັງຮ໋ວາ ໄດ້ເຂົ້າເປັນທະຫານມາໄດ້ 18 ປີແລ້ວ  ແລະ ດ້ວຍປະສົບການໃນການເດີນທະເລເປັນເວລາຫລາຍປີ ຈົນເຖິງຂັ້ນວ່າ ສາມາດເບິ່ງກະແສນ້ຳ, ຄື້ນຟອງທະເລ ລາວກໍ່ສາມາດຮູ້ໄດ້ກ່ຽວກັບສະພາບດິນຟ້າອາກາດຂອງທະເລໃນຊຸມວັນຈະມາເຖິງ. ຮ້ອຍເອກ ຫວູຢຸຍຮ່ວາງ ໃຫ້ຮູ້ວ່າ:

 “ໃນຖານະຕຳແໜ່ງໃໝ່, ໄລຍະເວລາເພື່ອປະຕິບັດໜ້າທີ່ໃຫ້ສຳເລັດແມ່ນຈະຍາວກ່ວາ, ຈະມີຫລາຍສິ່ງໃໝ່ ແລະ ປະຫລາດໃຈ. ຕົນເອງກໍ່ໄດ້ລະດົມກຳລັງໃຈຄອບຄົວ, ລູກເມຍ, ມີຈິດໃຈປະຕິບັດໜ້າທີ່ເປັນຢ່າງດີ, ມີຄວາມອຸ່ນອ່ຽນໃຈຕໍ່ກັບຄອບຄົວ ເພື່ອປະຕິບັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.”

ຜັດປ່ຽນກັນປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ DK1 - ảnh 3 ຮ້ອຍເອກ ຫວູຢຸຍຮ່ວາງ, ຮອງຫົວໜ້າຜູ້ບັນຊາການສູນເຮືອນຮ້ານ DK1/16

ໃນການໄປປະຕິບັດໜ້າທີ່ວຽກງານໃນຄັ້ງນີ້, ຮ້ອຍເອກ ໂດວັນທຶກ, ຫົວໜ້າຜູ້ບັນຊາສູນເຮືອນຮ້ານ DK1/18 ໄດ້ຮັບຂ່າວດີ ເມື່ອເມຍຂອງອ້າຍກຳລັງຖືພາລູກຜູ້ທີ 2, ສາຍຕາສະແດງໃຫ້ເຫັນຄວາມດີໃຈ. ອ້າຍມີຄວາມດີໃຈຄືແນວນັ້ນ, ແນ່ນອນວ່າ ຄອບຄົວອ້າຍມີຄວາມເຊື່ອໝັ້ນຢ່າງແນວແນ່ ເປັນໄປດ້ວຍການເສຍສະຫຼະ ເພື່ອໃຫ້ອ້າຍມີຄວາມອຸ່ນອ່ຽນໃຈ ໄປປະຕິບັດໜ້າທີ່ວຽກງານ, ຜູກພັນກັບທະເລທ້ອງຟ້າຂອງປະເທດຊາດ.  ຮ້ອຍເອກ ທຶກ ແບ່ງປັນຄວາມໃນໃຈວ່າ: ກໍຮູ້ສຶກເສົ້າໃຈຢູ່ ເພາະວ່າບໍ່ໄດ້ໄປຮັບ - ໄປສົ່ງລູກໄປໂຮງຮຽນໃນແຕ່ລະມື້, ບໍ່ໄດ້ເບິ່ງແຍງລູກດ້ວຍຕົນເອງ, ບໍ່ໄດ້ຊ່ວຍວຽກຄອບຄົວ. ແຕ່ວ່າເມື່ອເປັນນາຍທະຫານນັ້ນ ໃຜໆກໍ່ກຳນົດຄວາມຕ້ອງການຢາກຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ໄດ້ຮັບການຊ່ວຍເຫຼືອຈາກກົມກອງ, ຄວາມເຂົ້າໃຈຈາກຄອບຄົວ, ນາຍທະຫານຄືພວກອ້າຍ ຍາມໃດກໍ່ພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອປະຕິບັດສຳເລັດໜ້າທີ່.

ເມື່ອມາຮັບໜ້າທີ່ວຽກງານຢູ່ສູນເຮືອນຮ້ານ ໃນຍາມໃກ້ຈະຮອດບຸນເຕັດ, ຕົນເອງຮູ້ສຶກໂສກເສົ້າໜ້ອຍໜຶ່ງ, ແຕ່ກໍ່ບໍ່ມີບັນຫາຫຍັງ, ຕົນເອງໄດ້ກຳນົດວ່າ ນີ້ແມ່ນໜ້າທີ່ຂອງປະເທດຊາດ, ຂອງຂັ້ນເທິງມອບໝາຍໃຫ້, ຕົນເອງຕ້ອງພະຍາຍາມເຮັດໃຫ້ສຳເລັດ ແລະ ຈັບປືນຢືນຍາມ ເພືຶ່ອປົກປັກຮັກສາເຂດທະເລໃຫ້ມີຄວາມໝັ້ນຄົງນັ້ນ ຍາດຕີພີ່ນ້ອງຂອງຕົນທີ່ຢູ່ເຂດດິນຕໍ່ແຜ່ນຈະໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນກ່ວາ.

ໃນຊຸມປີມໍ່ໆມານີ້, ພັກ, ລັດ, ກອງທັບ, ເຫຼົ່າທັບເຮືອ ແລະ ປະຊາຊົນທົ່ວປະເທດມີຄວາມເອົາໃຈໃສ່ທີ່ສຸດ, ສະຫງວນນ້ຳໃຈຮັກແພງ, ປຸກລະດົມ, ໃຫ້ກຳລັງໃຈຢ່າງໃຫຍ່ຫລວງທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພະນັກງານ, ນັກຮົບສູນເຮືອນຮ້ານ. ຊີວິດການເປັນຢູ່ຂອງພະນັກງານ, ນັກຮົບນັບມື້ນັບໄດ້ຮັບການປັບປຸງນັບແຕ່ບ່ອນເຮັດວຽກ, ການກິນການຢູ່ ຕະຫລອດຮອດການເພີ່ມພູນຜະລິດຜົນ, ການຫຼິ້ນກິລາອອກກຳລັງກາຍ…ພັນເອກ ດິງວັນທັ໊ງ, ຮອງຫົວໜ້າຜູ້ບັນຊາການທະຫານເຮືອເຂດ 2 ໃຫ້ຮູ້ວ່າ:

ທຸກໆປີລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫລວງຈາກພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບໃນທົ່ວປະເທດ, ເຊິ່ງໄດ້ສົ່ງນ້ຳໃຈຮັກແພງ, ສົ່ງຂອງຂວັນ, ສົ່ງຄຳປຸກລະດົມກຳລັງໃຈ, ນັ້ນແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງທີ່ສຸດ. ພະນັກງານ, ນັກຮົບສູນເຮືອນຮ້ານ DK1 ໝັ້ນໝາຍວ່າ ຈະຈັບປືນເວນຍາມ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ຜັດປ່ຽນກັນປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ DK1 - ảnh 4 ພັນເອກ ດິງວັນທັ໊ງ, ຮອງຫົວໜ້າຜູ້ບັນຊາການທະຫານເຮືອເຂດ 2 

ກ່ວາ 30 ປີຜ່ານມາ, ພະນັກງານ, ນັກຮົບທະຫານເຮືອທຸກລຸ້ນຄົນ, ຊຶ່ງໂດຍກົງແມ່ນພະນັກງານ, ນັກຮົບກອງພັນ DK1 , ທະຫານເຮືອເຂດ 2  ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງກອງທັບວິລະຊົນ. ປະຕິບັດໜ້າທີ່ຢູ່ສູນເຮືອນຮ້ານ ທີ່ຕັ້ງຢູ່ໃນທ່າມກາງທະເລທ້ອງຟ້າອັນກ້ວາງໃຫຍ່, ເຊິ່ງແມ່ນບ່ອນທີ່ພວກອ້າຍອາດຈະຢູ່ໜຶ່ງປີ, ຫ້າປີ ຫຼື ຫລາຍກ່ວານັ້ນ ແມ່ນເກົ້າປີ, ສິບປີ ແລະ ຫລາຍກ່ວານັ້ນອີກ. ແຕ່ພວກອ້າຍຍັງຍົກສູງຈິດໃຈເພື່ອປະເທດຊາດ, ເພື່ອພາລະກິດປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ