ຜູ້ນຳວິນຍານຂອງໝູ່ບ້ານເຂົ້າໃນຮູບພາບທີ່ເຮັດດ້ວຍເມັດເຂົ້າ

(VOVWORLD) -ຄຶວເຕິ໊ນບຶວ ໄດ້ຊອກຮູ້ວິທີເຮັດຮູບພາບດ້ວຍເມັດເຂົ້າເອງ, ນັບແຕ່ຂັ້ນຕອນຍ້ອມສີເມັດເຂົ້າ, ການຮັກສາເມັດເຂົ້າບໍ່ໃຫ້ປຽກ ຊຸ່ມ, ຕົກໂຫມກ… ອ້າຍໄດ້ຍ້ອມສີເມັດເຂົ້າດ້ວຍຜັກທຳມະຊາດຊະນິດຕ່າງໆໄດ້ 120 ສີ.
ຜູ້ນຳວິນຍານຂອງໝູ່ບ້ານເຂົ້າໃນຮູບພາບທີ່ເຮັດດ້ວຍເມັດເຂົ້າ - ảnh 1(ຄຶວເຕິ໊ນບຶວ ໄດ້ຊອກຮູ້ວິທີເຮັດຮູບພາບດ້ວຍເມັດເຂົ້າເອງ)

ດ້ວຍຄວາມມັກຮັກ, ຄວາມເມົາມົວຫຼົງໄຫຼຂອງຕົນ, ອ້າຍບ່າວ ຄຶວເຕິ໊ນບຶວ, ເກີດປີ 1995, ຢູ່ນະຄອນເກິນເທີ ໄດ້ຊອກຮູ້, ຄົ້ນຄວ້າ, ນຳບັນດາຮູບພາບທີ່ເຮັດດ້ວຍເມັດເຂົ້າອອກສູ່ທ້ອງຕະຫຼາດ. ຍ້ອນມີການປະດິດຄິດສ້າງທາງດ້ານສິລະປະຢ່າງບໍ່ຢຸດຢັ້ງນັ້ນ, ຮູບພາບທີ່ເຮັດດ້ວຍເມັດເຂົ້າຈຶ່ງໄດ້ວາງຂາຍຢູ່ຫຼາຍແຫ່ງທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ນັບແຕ່ຄາວຍັງເປັນນັກຮຽນ, ນັກສຶກສາ, ຄຶວເຕິ໊ນບຶວ ມີຄວາມມັກຮັກ, ນິຍົມລິດຕະພັນຮູບພາບທີ່ເຮັດດ້ວຍເມັດເຂົ້າຂອງນັກສິລະປະການລຸ້ນຕ່າງໆ. ພາຍຫຼັງຮຽນຈົບມະຫາວິທະຍາໄລ, ປີ 2016 ອ້າຍໄດ້ເລີ່ມສ້າງອາຊີບເຮັດຮູບພາບດ້ວຍເມັດເຂົ້າ.

        ຄຶວເຕິ໊ນບຶວ ໄດ້ຊອກຮູ້ວິທີເຮັດຮູບພາບດ້ວຍເມັດເຂົ້າເອງ, ນັບແຕ່ຂັ້ນຕອນຍ້ອມສີເມັດເຂົ້າ, ການຮັກສາເມັດເຂົ້າບໍ່ໃຫ້ປຽກ ຊຸ່ມ, ຕົກໂຫມກ… ອ້າຍໄດ້ຍ້ອມສີເມັດເຂົ້າດ້ວຍຜັກທຳມະຊາດຊະນິດຕ່າງໆໄດ້ 120 ສີ. ຕົ້ນປີ 2018, ຄຶວເຕິ໊ນບຶວ ເລີ່ມຜະລິດບັນດາຜະລິດຕະພັນແຟຊັນ, ພວງກະແຈ, ເຄື່ອງຕົບແຕ່ງໃນຄອບຄົວ… ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ. ອ້າຍກໍ່ໄດ້ຈັດງານວາງສະແດງທີ່ມີຊື່ວ່າ “ຄວາມຮັກທີ່ມີຕໍ່ເມັດເຂົ້າ” ໃນເດືອນ ມິຖຸນາ 2020. ອ້າຍ ຄຶວເຕິ໊ນບຶວ, ແບ່ງປັນວ່າ.

        “ໂດຍສ້າງໝູ່ບ້ານອາຊີບເຮັດຮູບພາບດ້ວຍເມັດເຂົ້າ, ຂ້າພະເຈົ້າໄດ້ສວມບົດບາດເປັນຜູ້ສືບທອດອາຊີບໃຫ້ແກ່ໝູ່ເພື່ອນທີ່ມີຄວາມຕ້ອງການ ເພື່ອສ້າງເປັນໝູ່ບ້ານອາຊີບທີ່ກວ້າງໃຫຍ່ກວ່າ. ຈາກໝູ່ບ້ານອາຊີບນັ້ນ, ຂ້າພະເຈົ້າໄດ້ກຳນົດທິດວ່າຈະສ້າງເປັນໝູ່ບ້ານທ່ອງທ່ຽວເຮັດຮູບພາບດ້ວຍເມັດເຂົ້າ. ເມື່ອລູກຄ້າມາຢ້ຽມຢາມຈະໄດ້ຊົມນັກສິລະປະການເຮັດຮູບພາບດ້ວຍເມັດເຂົ້າ ແລະ ໄດ້ເຂົ້າຮ່ວມການເຮັດທົດລອງ, ຫຼັງຈາກນັ້ນຈະໄດ້ເອົາຮູບພາບທີ່ຕົນເອງເຮັດນັ້ນກັບເມືອບ້ານ. ຮູບພາບທີ່ເຮັດດ້ວຍເມັດເຂົ້າຂອງຂ້າພະເຈົ້າໄດ້ຖືກນຳໄປຂາຍຢູ່ ອົດສະຕາລີ, ຝລັ່ງ ແລະ ຕະຫຼາດຢູ່ພາຍໃນປະເທດ”.

ຜູ້ນຳວິນຍານຂອງໝູ່ບ້ານເຂົ້າໃນຮູບພາບທີ່ເຮັດດ້ວຍເມັດເຂົ້າ - ảnh 2(ບໍລິສັດ MTV ຄຶວເຕິ໊ນບຶວ ຈຳກັດ ພວມສຸມໃສ່ຜະລິດຮູບພາບຸນເຕັດປີຄວາຍ 2021)

ເຫດຜົນທີ່ຜະລິດຕະພັນທີ່ເຮັດດ້ວຍເມັດເຂົ້າຂອງ ຄຶວເຕິ໊ນບຶວ ໄດ້ຮັບຄວາມນິຍົມກໍ່ຍ້ອນວ່າ ນອກຈາກມີຫຼາຍສີແລ້ວ, ບັນດາຊຸດສະສົມທີ່ມີຫົວຂໍ້ອຸດົມສົມບູນຄື: ດອກບົວ, ການລະຫຼີ້ນພື້ນເມືອງ, ວັດທະນະທຳເອີລົບ… ບັນດາທັດສະນີຍະພາບ, ສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງຫວຽດນາມ ຄື: ວັດ ຂົວຍີ່ປຸ່ນ ຢູ່ໂຮ້ຍອານ, ຂົວ ເກິ່ນເທີ, ໂຮງລະຄອນ ກາວບັນເລົ່າ ຢູ່ ບາກລຽວ… ກໍ່ໄດ້ເຮັດດ້ວຍເມັດເຂົ້າຢ່າງລະອຽດອ່ອນ ແລະ ສວຍງາມ.

        ຮູບແບບດຳເນີນທຸລະກິດຂອງ ຄຶວເຕິ໊ນບຶວ ບໍ່ພຽງແຕ່ສ້າງລາຍຮັບໃຫ້ແກ່ຕົນເອງເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳໃຫ້ແກ່ສະມາຊິກຊາວໜຸ່ມຫຼາຍຄົນອີກດ້ວຍ. ປະຈຸບັນ, ຮາກຖານຜູ້ຜະລິດຮູບພາບຂອງອ້າຍ ໄດ້ສ້າງວຽກເຮັດງານທຳໃຫ້ນັກສຶກສາ 9 ຄົນ, ດ້ວຍລາຍຮັບແຕ່ 3 ຫາ 5 ລ້ານດົ່ງ/ຄົນ/ເດືອນ. ບໍ່ພຽງແຕ່ຖ່າຍທອດອາຊີບເທົ່ານັ້ນ, ຄຶວເຕິ໊ນບຶວ ຍັງໄດ້ສ້າງແຫຼ່ງບັນດານໃຈໃນການປະດິດຄິດສ້າງທາງດ້ານສິລະປະໃຫ້ຜູ້ຮ່ຳຮຽນຕື່ມອີກ. ນ້ອງ ແທັກກິມເງິນ, ນັກສຶກສາມະຫາວິທະຍາໄລ ນາມເກິ່ນເທີ, ຜູ້ທີ່ພວມຮຽນອາຊີບເຮັດຮູບພາບດ້ວຍເມັດເຂົ້າ, ແບ່ງປັນວ່າ.

        “ຍ້ອນເຂົ້າຮ່ວມການເຄື່ອນໄຫວຂອງຊາວໜຸ່ມ, ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮູ້ຈັກກັບອ້າຍ ບຶວ, ຂ້າພະເຈົ້າເຫັນຮູບພາບຕ່າງໆຂອງອ້າຍ ບຶວ ເຮັດແມ່ນງາມທີ່ສຸດ ສະນັ້ນຂ້າພະເຈົ້າໄດ້ຮ່ຳຮຽນເອົາ, ມາຮອດປະຈຸບັນຂ້າພະເຈົ້າຮຽນໄດ້ 6 ເດືອນແລ້ວ. ເພື່ອຂາຍຮູບພາບທີ່ໄດ້ເຮັດສຳເລັດນັ້ນ, ນັກສິລະປະການຕ້ອງມີຄວາມຄ່ອງແຄ້ວ, ລະອຽດອ່ອນ, ບວກກັບການມີຫົວຄິດປະດິດສ້າງຕື່ມອີກ. ຂ້າພະເຈົ້ານັບມື້ນັບມັກຮັກຮູບພາບທີ່ເຮັດດ້ວຍເມັດເຂົ້າຂອງອ້າຍ ບຶວ”.

        ຜ່ານເວລາ 4 ປີທີ່ເລີ່ມດຳເນີນທຸລະກິດ, ຄຶວເຕິ໊ນບຶວ ໄດ້ສ້າງເຄື່ອງໝາຍການຄ້າໃຫ້ຜະລິດຕະພັນຂອງຕົນແມ່ນ G.A.O. ອ້າຍກໍ່ໄດ້ສ້າງບໍລິສັດ MTV ຄຶວເຕີ໊ນບຶວ ຈຳກັດ. ພິເສດ, ຜະລິດຕະພັນຮູບພາບທີ່ເຮັດດ້ວຍເມັດເຂົ້າ ໄດ້ຈັດອັນດັບ1 ຕາແສງ 1 ຜະລິດຕະພັນ (OCOP) ລະດັບ 4 ດາວ ຂອງນະຄອນເກິ່ນເທີ. ອ້າຍ ຮີ່ງທ໊າຍງວຽນ, ຮອງເລຂາຄະນະຊາວໜຸ່ມນະຄອນ ເກິນເທີ, ຜູ້ທີ່ໄດ້ໜູນຊ່ວຍອ້າຍ ຄຶວເຕິ໊ນບຶວ, ໃຫ້ຮູ້ວ່າ.

        “ຈາກແບບຢ່າງຄືອ້າຍ ຄຶວເຕິ໊ນບຶວ, ປະຈຸບັນ ຂະບວນການເລີ່ມທຸລະກິດຢູ່ ເກິ່ນເທີ ກໍ່ພວມໄດ້ຮັບການພັດທະນາ. ພວກຂ້າພະເຈົ້າໄດ້ສ້າງຕັ້ງສະໂມສອນເລີ່ມທຸລະກິດປະດິດຄິດສ້າງ ແລະ ຫາກໍ່ສະເໜີຕົວສະໂມສອນເລີ່ມທຸລະກິດທາງອອນລາຍ. ຜົນສຳເລັດຂອງອ້າຍ ບຶວ ໄດ້ສ້າງກຳລັງໜູນທີ່ໃຫຍ່ຫຼວງໃຫ້ແກ່ນັກສຶກສາ, ກໍຄືໄວໜຸ່ມຢູ່ເຂດຕົວເມືອງ, ເຂດຊົນນະບົດມີກຳລັງໜູນຕື່ມອີກ ເພື່ອໃຫ້ພວກເພື່ອນມີຄວາມກ້າຫານໃນການເລີ່ມທຸລະກິດ”.

        ບໍລິສັດ MTV ຄຶວເຕິ໊ນບຶວ ຈຳກັດ ພວມສຸມໃສ່ຜະລິດຮູບພາບຸນເຕັດປີຄວາຍ 2021. ຊຸດຜະລິດຕະພັນປີນີ້ລວມມີ: ປະໂຫຍກຄຳກອນຄູ່ບຸນເຕັດ, ຕົວໜັງສືຈີນ, ຮູບແບບດອກໄມ້ມີສີສັນຂອງລະດູບານໃໝ່. ຜະລິດຕະພັນຮູບພາບທີ່ເຮັດດ້ວຍເມັດເຂົ້າຂອງ ຄຶວເຕິ໊ນບຶວ ຈະນັບນື້ນັບໄດ້ໄປວາງຂາຍຢູ່ຫຼາຍບ່ອນກວ່າ, ປະກອບສ່ວນໂຄສະນາຮູບພາບຂອງປະເທດຊາດ ແລະ ຊາວຫວຽດນາມ ໃຫ້ແກ່ນັກທ່ອງທ່ຽວຢູ່ທົ່ວທຸກແຫ່ງຫົນ.

ຕອບກັບ

ຂ່າວ/ບົດ​ອື່ນ