“ ພະອິນແດນຫວຽດນາມ” ເລື່ອງກະຕູນຊຸດທຳອິດ ກ່ຽວກັບອະທິປະໄຕເຂດທະເລໝູ່ເກາະ

“ ພະອິນແດນຫວຽດນາມ” ເລື່ອງກະຕູນຊຸດທຳອິດ ກ່ຽວກັບອະທິປະໄຕເຂດທະເລໝູ່ເກາະ - ảnh 1
ເລື່ອງກະຕູນ “ ພະ​ອິນ​ແດນ​ຫວຽດນາມ : ຮ່ວາງ​ຊາ-​ເຈືອງ​ຊາ”
(ພາບ:vanhoadoisong)

ເຫຼັ້ມທຳ​ອິດໃນຊຸດເລື່ອງກະຕູນ “ ພະ​ອິນ​ແດນ​ຫວຽດນາມ : ຮ່ວາງ​ຊາ-​ເຈືອງ​ຊາ” ທີ່ພາດຫົວຂໍ້ “ ຢັ້ງຢືນອະທິປະໄຕ” ຂອງບໍລິສັດ ຟານທິ ຊຶ່ງຫາກໍແນະນຳຕໍ່ ຜູ້ອ່ານ ພາຍຫຼັງ​ຜັນ​ຂະຫຍາຍມາ​ເປັນ​ເວລາ​ເກືອບ 1 ປີ. ນີ້​ແມ່ນ​ເລື່ອງກະຕູນ​ຊຸດ​ທຳ​ອິດ​ກ່ຽວ​ກັບ​ປະຫວັດສາດ​ໝູ່​ເກາະ​ທະ​ເລ​ຂອງ​ຫວຽດນາມ. ​ເລື່ອງກະຕູນ​ແມ່ນ​ບາດກ້າວລິ​ເລີ່​ມ​ໃຫ້​ແກ່​ແບບ​ວິທີ​ໂຄສະນາ​ເຜີຍ​ແຜ່​ສານ​ຮັກ​ຊາດ, ລະດັບ​ຄວາມ​ຮູ້​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລໝູ່​ເກາະ​ເຖິງ​ລຸ່ນໄວ​ໜຸ່ມຢ່າງ​ມີ​ປະສິດທິ​ຜົນ.

       ເລື່ອງກະຕູນ “ ພະ​ອິນ​ແດນ​ຫວຽດນາມ : ຮ່ວາງ​ຊາ-​ເຈືອງ​ຊາ” ​ແມ່ນ​ເລື່ອງ​ສືບ​ທອດ​ຊຸດ​ເລື່ອງ​ກະຕູນ“ ພະ​ອິນ​ແດນ​ຫວຽດນາມ ” ທີ່​ມີ​ຊຶ່ສຽງ,​​ໃນ​ນັ້ນ​ຕົວ​ລະຄອນ​ທີ່​ລຶ້ງ​ເຄີຍຄື ຕີ້(ໝາຍ​ເຖິງ​ໜູ) ພ້ອມ​ກັບ ສິວ (ໝາຍ​ເຖິງ​ຄວາຍ), ​ເຢີ​ນ(ໝາຍ​ເຖິງ​​ເສືອ)....​ແມ່ນ​ບັນດາ​ຕົວ​ລະຄອນ​ໃນ​ເລື່ອງ​ລາວ​ກ່ຽວ​ກັບ​ປະຫວັດ ສາດຂອງ​ໝູ່​ເກາະຮ່ວາງ​ຊາ-​ເຈືອງ​ຊາ ​ແລະ ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ເຫຼັ້ມທຳ​ອິດໃນຊຸດເລື່ອງກະຕູນ “ ພະ​ອິນ​ແດນ​ຫວຽດນາມ : ຮ່ວາງ​ຊາ-​ເຈືອງ​ຊາ” ​ໄດ້​ແນະນຳ​ກ່ຽວ​ກັບ​ບັນດາ​ເອກະສານ​ປະຫວັດສາດ​ຄື : ​ເຈົ້າ​ຊີວິ​ດ ຢາ​ລອງ​ໄດ້​ກຳນົດ ​ແລະ ຢັ້ງຢືນອະທິປະໄຕສຳລັບ​ບັນດາ​ໝູ່​ເກາະ​ໃນ​ທະ​ເລ​ຕາ​ເວັນ​ອອກ, ​ເຈົ້າ​ຊີວິດ​ມິ​ງໝ້າ​ງ ມີ​ທ່າ​ທີ​ເດັດ​ດຽວ​ຕໍ່ ອະທິປະ​ໄຕ​ເຂດ​ທະ​ເລໝູ່​ເກາະ ​ຂອງ​ຫວຽດນາມ, ທຸງຊາດ​ຜືນ​ທຳ​ອິດ​ຢູ່ ໝູ່​ເກາະຮ່ວາງ​ຊາ..... ທ່ານ​ນາງ ຟານ​ທິມີ້​ແຫ້ງ ຜູ້ອຳນວຍການ ບໍລິສັດ ຟານທິ ​ໃຫ້​ຮຸ້ວ່າ : 

    “ ​ໂດຍ​ເລີ່​ມມາ​ຈາກ​ຄວາມ​ຈິງ​ດັ່ງກ່າວ, ດັ່ງ​ນັ້ນ ບໍລິສັດ ຟານທິ ​ໄດ້​ອີງ​ຕາມ​ຜົນສຳ​ເລັດ​ຂອງພະ​ອິນ​ແດນ​ຫວຽດນາມ​ໃນ​ຫຼາຍ​ປີ ທີ່​ຜ່ານ​ມາ ​ແລະ ​ໄດ້​ຜູກ​ຮັດ​ເຂົ້າ​ໃນ​ຫົວ​ເລື່ອງ ຮ່ວາງ​ຊາ-​ເຈືອງ​ຊາ ​ເພື່ອ​ຊ່ວຍ​ໃຫ້​ຜູ້​ອ່ານ​ຂອກ​ຮູ້​ກ່ຽວ​ກັບ ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ​ໂດຍ​ຜ່ານ​ການ​ອ່ານ​ ​ເລື່ອງກະຕູນ ”

  ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຮຽບຮຽງ​ເລື່ອງ​ກະຕູນ​ດັ່ງກ່າວ ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ແນະນຳ​ບັນດາ​ຄວາມ​ຮູ້​ດ້ານ​ປະ​ຫວັດ​ສາດ, ມີ​ການ​ເລົ່າ​ເລື່ອງ​ແບບ​ຕະຫຼົກ​ຂອງ​ບັນດາ​ຕົວ​ລະຄອນ. ພ້ອມ​ກັນ​ນັ້ນ, ບັນດາ​ຕົວ​ພະຍານ​ຫຼັກ​ຖານ​ຕ້ອງ​ເປັນ​ຈິງ ​ແລະ ສຳລັບ ​ເລື່ອງກະຕູນ ​ແມ່ນ​ຕ້ອງ​ສ້າງ​ຄວາມ​ມ່ວນ​ຊື່ນ, ​ແທດ​ເໝາະ​ກັບ​ເກັ່ນ​ອາຍຸ. ທ່ານ​ນາງ ຟານ​ທິມີ້​ແຫ້ງ ຜູ້ອຳນວຍການ ບໍລິສັດ ຟານທິ ​ໃຫ້​ຮຸ້ອີກວ່າ : 

   “ ປະຈຸ​ບັນ, ບໍລິສັດ ຟານທິ ​ໄດ້​ສາມາດ​ຊອກ​ຫາ​ທິດ​ກ້າວ​​ເດີນ​ແກ່​ຕົນ​ເອງ, ດັ່ງ​ນັ້ນ​ວຽກ​ງານ​ທຸກ​ຢ່າງ​ພວມ​ດຳ​ເນ​ີນ​ໄປ​ດ້ວຍ​ດີ. ພ້ອມ​ກັນ​ນັ້ນ, ບໍລິສັດ ຟານທິ ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ທ່ານ ດຣ ຂະ​ແໜງປະຫວັດສາດ ຫງວຽນ​ຍ້າ ກໍ​ຄື ກອງ​ບັນຊາ​ການ​ກອງທັບ​ເຮືອ ກ່ຽວ​ກັບ​ເອກະສານ​ປະຫວັດສາດອີກ​ດ້ວຍ ”

   ສ່ວນ​ທ່ານ ດຣ ຂະ​ແໜງປະຫວັດສາດ ຫງວຽນ​ຍ້າ ​ເປີດ​ເຜີຍ​ວ່າ :

    “ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ວິທີ​ແນະນຳ​ເນື້ອ​ໃນ​ຊຶ່ງ​ໃນ​ປະຈຸ​ບັນ​​ໄວ​ໜຸ່ມມີ​ຄວາມ​ຕ້ອງການ​ທີ່​ສຸດ. ກ່ອນ​ອື່ນ​ໝົດ, ພວກ​ນ້ອງ​ນັກຮຽນ​ຈາກ​ຊັ້ນ​ອະນຸບານ​ເຖິງ​ປະຖົມ ດ້ວຍ​ເລື່ອງ​ກະຕູນ ປະກອບ​ດ້ວຍຫຼາຍ​ເຫຼັ້ມ, ​ໃນ​ນັ້ນ ​ເຫຼັ້ມ​ທຳ​ອິດ​ແມ່ນ ຢັ້ງຢືນ ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມຢູ່ໝູ່​ເກາະຮ່ວາງ​ຊາ-​ເຈືອງ​ຊາ”. ການ​ແນະນຳ​ແບບ​ນີ້​ແມ່ນ​ມ່ວນ​ຫຼາຍ, ​ໄວ​ໜຸ່ມ​ຫວຽດນາມ​ສາມາດ​ສຳຜັດ​ໄດ້​ໄວ. ທີ່ 2 ​ແມ່ນ​ເມື່ອ​ເລີ່​ມຕົ້ນ ​ເລື່ອງກະຕູນ ກໍ​ມີບັນດາໜ້າ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ເນື້ອ​ໃນ​ຂອງ ​ເລື່ອງກະຕູນ ”

  ດ້ວຍ​ຄວາມ​ປະ​ທັບ​ໃຈ​ໄດ້​ສຳຜັດ​ດ້ວຍ​ຕາ ​ແລະ ສາມາດ​ເຂົ້າ​ໃຈງ່າຍ, ເລື່ອງກະຕູນ “ ພະ​ອິນ​ແດນ​ຫວຽດນາມ : ຮ່ວາງ​ຊາ-​ເຈືອງ​ຊາ” ​ຈະ​ຊ່ວຍ​ໃຫ້​ຜູ້​ອ່ານ​ສາມາດ​ເຂົ້າ​ໃຈ​ຫຼາຍ​ກ່ວາ​ກ່ຽວ​ກັບ​ປະຫວັດສາດ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ​ເລື່ອງກະຕູນພິ​ເສດນີ້ ​ສາມ​າດສ້າງ​ຄວາມປະ​ທັບ​ໃຈ​ຕໍ່​ຜູ້​ອ່ານ​ລຸ່ນໜຸ່ມ​,​ແມ່ນ​ທິດ​ກ້າວ​ເດີນ​ໃໝ່​ໃນ​ການ​ສຶກສາ​ນ້ຳ​ໃຈ​ຮັກ​ຊາດ​ໃຫ້​ແກ່​ໄວ​ໜຸ່ມ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ