ພາລະກິດຈະສໍາເລັດດ້ວຍຄໍາວ່າ “ເປັນຈິດໜຶ່ງໃຈດຽວກັນ”

(VOVWORLD) -ສຳພາດທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢູ່ນິວຢອກ ອາຍຸການ 1993 – 1999 ແລະ ບັນດາອົງການຈັດຕັ້ງສາກົນຢູ່ເຊີແນວ ແຕ່ປີ 2002 – 2008.

ພາລະກິດຈະສໍາເລັດດ້ວຍຄໍາວ່າ “ເປັນຈິດໜຶ່ງໃຈດຽວກັນ” - ảnh 1 ທ່ານເອກອັກຄະລັດຖະທູດ ໂງກວາງຊວັນ

(ພາບ: news.zing.vn)

ຂໍຮຽນທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ທ່ານມີຄວາມຮູ້ສຶກແນວໃດຕໍ່ບັນຍາກາດໃນຈຸດເວລາພິເສດນັ້ນ?

        “ໃນສະໄໝທີ່ຍັງເປັນເອກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ຂອງຊຸມປີ 90 ນັ້ນ, ພວກຂ້າພະເຈົ້າໄດ້ເວົ້ານຳກັນວ່າ ຈະກະກຽມຄືແນວໃດເພື່ອໃຫ້ ຫວຽດນາມ ໄດ້ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການທຳອິດ 2008 – 2009. ໝາຍຄວາມວ່າ ຫຼັງຈາກນັ້ນ 10 ປີ ພວກເຮົາໄດ້ກັບຄືນມາຮັບຕຳແໜ່ງນີ້, ເຊິ່ງເປັນຕຳແໜ່ງທີ່ໃນພື້ນຖານການເມືອງຂອງປະເທດໃດໃນໂລກກໍຢາກເປັນສະມາຊິກ ເພື່ອປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ຄືດັ່ງເປັນສະມາຊິກຂອງ ສປຊ. ພ້ອມດຽວກັນນັ້ນ ສໍາລັບພາກພື້ນ, ພວກເຮົາໄດ້ຮັບຕຳແໜ່ງເປັນປະທານ ອາຊຽນ ອີກຄັ້ງໜຶ່ງ, ນຳພາທຸກວຽກງານ ແລະ ລາຍການຂອງອາຊຽນໃນທົດສະວັດໃໝ່ ເຊິ່ງໄດ້ເລີ່ມແຕ່ວັນທີ 1 ເດືອນ ມັງກອນປີ 2020 ນີ້”.

ບັນຍາກາດຂອງບັນດາເຫດການສຳຄັນນີ້ມີຄວາມແຕກຕ່າງກັນແນວໃດ ເມື່ອທຽບໃສ່ຈຸດເວລາຂອງ 10 ກວ່າປີກອ່ນນີ້ ເມື່ອຫວຽດນາມ ເປັນຄັ້ງທໍາອິດທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ຂໍຮຽນທ່ານ?

        “ຈຸດຄ້າຍຄືກັນກໍມີ, ແຕກຕ່າງກັນກໍມີ ແຕ່ອາດເວົ້າໄດ້ວ່າ ຈຸດພິເສດແມ່ນ ກ່ອນນີ້ 10 ປີ ຫວຽດນາມ ໄດ້ສ້າງຊື່ສຽງຮຽງນາມຢ່າງໃຫຍ່ຫຼວງ ກ່ຽວກັບທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ແຕ່ສຳລັບການປ່ອນບັດຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນອາຍຸການນີ້, ພາຍຫຼັງ 10 ປີ ຈໍານວນບັດສະໜັບສະໜູນຫວຽດນາມ ແມ່ນ 192 ບັດໃນຈຳນວນ 193 ບັດ, ຜ່ານຕົວເລກດັ່ງກ່າວ ພວກເຮົາເຫັນໄດ້ວ່າ ນີ້ແມ່ນຄວາມກ້າວໜ້າທີ່ບໍ່ເຄີຍຄິດມາກ່ອນ. ສຳລັບພວກຂ້າພະເຈົ້າເອງ ເຊິ່ງເປັນຜູ້ທີ່ເຄີຍຮັບຜິດຊອບວຽກງານດັ່ງກ່າວມາກ່ອນ ແລະ ຕິດຕາມເຫດການຄັ້ງນີ້, ພວກຂ້າພະເຈົ້າເຫັນວ່າ ຈຸດເວລາ ເຊິ່ງໂລກຮັບຮອງ ຫວຽດນາມ ດ້ວຍຈຳນວນບັດສະໜັບສະໜູນສູງຄືແນວນັ້ນ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າໄດ້ມອບໝາຍໜ້າທີ່ສຳຄັນໃຫ້ ຫວຽດນາມ ເພື່ອພ້ອມກັບບັນດາປະເທດສະມາຊິກອື່ນໆຂອງ ສປຊ ແກ້ໄຂບັນດາບັນຫາຮ້ອນເຮັ່ງໃນພື້ນຖານການເມືອງໂລກ; ພິເສດແມ່ນບັນດາການປະທະກັນ, ບັນດາຈຸດຮ້ອນເຮັ່ງທີ່ພວມເກີດຂຶ້ນ”.

ເພື່ອສາມາດປະຕິບັດທັງສອງໜ້າທີ່ດັ່ງກ່າວໄດ້ເປັນຢ່າງດີນັ້ນ, ໃນສານທີ່ໄດ້ສົ່ງໄປ ເນື່ອງໃນໂອກາດ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ກ່າວວ່າ: “ພາລະກິດຈະສໍາເລັດຍ້ອນຄວາມເປັນຈິດໜຶ່ງໃຈດຽວກັນນີ້ ໝາຍຄວາມວ່າແນວໃດ, ຮຽນທ່ານເອກອັກຄະລັດຖະທູດ?

        “ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຍົກອອກສານໜຶ່ງມີຄວາມສຳຄັນທີ່ສຸດ ແລະ ຂ້າພະເຈົ້າຢາກໄຈ້ແຍກຄືດັ່ງນີ້. ທີໜຶ່ງ ແມ່ນຢູ່ລະດັບປະເທດ ແມ່ນຕ້ອງມີຄວາມເຫັນດີເຫັນພ້ອມ, ເປັນຈິດໜຶ່ງໃຈດຽວ, ມີເຈດຈຳນົງອັນດຽວກັນ, ພ້ອມກັນຕັດສິນໃຈ ແລະ ພ້ອມກັນມີການກະທຳ. ຢູ່ໃນລະດັບພາກພື້ນ ອາຊຽນ, ຂ້າພະເຈົ້າຄິດວ່າຕ້ອງມີຄວາມເຫັນດີເຫັນພ້ອມ, ມີເຈດຈໍານົງອັນດຽວກັນພ້ອມກັນຕັດສິນໃຈ ແລະ ພ້ອມກັນມີການກະທໍາ. ສ່ວນຢູ່ໃນລະດັບສາກົນ, ສະຫະປະຊາຊາດນັ້ນ ແມ່ນຕ້ອງມີຄວາມເຫັນດີເຫັນພ້ອມ, ພ້ອມກັນຕັດສິນໃຈ ແລະ ພ້ອມກັນມີການກະທໍາ”.

        “ຄໍາວ່າ ເຫັນດີເຫັນພ້ອມ ແມ່ນອັນລວມທີ່ສຸດ ເພາະວ່າທັງໂລກນີ້ໄດ້ເຫັນດີເຫັນພ້ອມເລືອກຕັ້ງ ຫວຽດນາມ ເປັນສະມາຊິກຂອງ ສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021 ແລະຄວາມຕັດສິນໃຈຂອງໂລກ ກໍແມ່ນປັດໄຈໜຶ່ງດຽວເພື່ອປົກປັກຮັກສາສັນຕິພາບ. ສ່ວນໃນພາກພື້ນ ອາຊຽນ, ພວກເຮົາສາມາດເຫັນຄວາມເຫັນດີເຫັນພ້ອມໄດ້ຢ່າງຈະແຈ້ງກວ່າ ເພາະວ່າ ອາຊຽນ ພຽງແຕ່ສາມາດແກ້ໄຂບັນຫາໄດ້ ກໍໃນເມື່ອມີຄວາມເຫັນດີເຫັນພ້ອມເທົ່ານັ້ນ. ຫຼັກການເຫັນດີເຫັນພ້ອມຂອງ ອາຊຽນ ແມ່ນສິ່ງທີ່ຈະແຈ້ງ, ບໍ່ອາດທໍາລາຍໄດ້. ນັ້ນແມ່ນປະເພນີ ແລະ ແມ່ນກໍາລັງແຮງຂອງອາຊຽນ”.

        “ສ່ວນຢູ່ພາຍໃນປະເທດ, ເລື່ອງດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປະທານ ອາຊຽນ ໃນປີ 2020 ບໍ່ແມ່ນເລື່ອງສະເພາະຂອງກະຊວງການຕ່າງປະເທດ ຫຼືກະຊວງອຸດສາຫະກໍາ ແລະ ການຄ້າເທົ່ານັ້ນ ຫາກຍັງແມ່ນຂອງກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການແລະການລົງທຶນ, ກະຊວງການເງິນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະສັງຄົມ, ພ້ອມກັບບັນດາກະຊວງ, ຂະແໜງການອື່ນໆກໍຕ້ອງມີຄວາມຮັບຜິດຊອບນໍາກັນ. ພວກເຮົາຕັດສິນໃຈເພື່ອສ້າງກໍາລັງແຮງສັງລວມ, ເພື່ອສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ, ເປັນຈິດໜຶ່ງໃຈດຽວ, ພ້ອມກັນມີເຈດຈໍານົງ, ພ້ອມກັນຕັດສິນໃຈ, ພ້ອມກັນມີການກະທໍາ. ຂ້າພະເຈົ້າຄິດວ່າ ສິ່ງດັ່ງກ່າວ ຈະຮັບປະກັນໃຫ້ແກ່ການບັນລຸປະສິດທິຜົນສູງ, ຮັບປະກັນການປະຕິບັດໜ້າທີ່ເຊິ່ງພາກພື້ນ ແລະ ສາກົນມອບໝາຍໃຫ້ໄດ້ຢ່າງມີໄຊ.”

ຕໍ່ໄປນີ້, ແມ່ນບົດຂຽນດ້ວຍຫົວຂໍ້ວ່າ “ເປັນຈິດໜຶ່ງໃຈດຽວກັນ-ເພື່ອພາລະກິດລວມ”.

        ປີ 2020, ຫວຽດນາມ ເປັນກຽດໄດ້ດຳລົງຕຳແໜ່ງໃຫຍ່ໃນລະດັບພາກພື້ນ ແລະ ສາກົນ, ໃນນັ້ນພົ້ນເດັ່ນແມ່ນບົດບາດເປັນປະທານອາຊຽນ. ນີ້ໄດ້ຮັບຖືວ່າແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນການພັດທະນາປະຊາຄົມອາຊຽນ ຢ່າງມີຄວາມກົມກຽວ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ, ສະໜິດຕິດພັນ, ມີຄວາມຮັບຜິດຊອບ ແລະ ມີຄວາມສາມາດຮັບມືຢ່າງສູງແທດຈິງກວ່າອີກ. ໂດຍແມ່ນປະທານອາຊຽນ 2020, ຫວຽດນາມ ໄດ້ຢືນຢັນເຖິງການເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສືບທອດຄວາມມານະພະຍາຍາມຂອງບັນດາອາຍຸການປະທານອາຊຽນ ກ່ອນນີ້, ເພື່ອພ້ອມກັບບັນດາສະມາຊິກກຳນົດທິດພັດທະນາປະຊາຄົມອາຊຽນ ຮອດປີ 2025 ແລະ ຍາວໄກກວ່າອີກ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າຈະສຸມໃສ່ຊຸກຍູ້ການພັດທະນາກວມລວມ, ໃນນັ້ນມີວັດທະນະທຳ - ສັງຄົມໄດ້ສຸມໃສ່ເຂົ້າໃນ 3 ຂົງເຂດພື້ນຖານຄື: ທັກສະການອອກແຮງງານ, ວຽກເຮັດງານທຳທີ່ສົມເຫດສົມຜົນ ແລະ ຮັບປະກັນຊີວິດສັງຄົມແບບຍືນຍົງ. ນອກນັ້ນແມ່ນຊຸກຍູ້ການເຊື່ອມຕໍ່ປະຊາຄົມ, ພິເສດແມ່ນເສີມຂະຫຍາຍສີສັນວັດທະນະທຳບັນດາປະເທດອາຊຽນ, ສ້າງຄຸນຄ່າລວມຂອງທັງປະຊາຄົມ”.

        ສະເພາະທາງດ້ານເສດຖະກິດ, ຫວຽດນາມ ໄດ້ສ້າງຂໍ້ລິເລີ່ມບຸລິມະສິດຫຼາຍຂໍ້ທີ່ແຕກຕ່າງກັນ, ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືທາງດ້ານເນື້ອໃນເສດຖະກິດອາຊຽນ ປີ 2020. ບັນດາຫົວຂໍ້ບຸລິມະສິດດັ່ງກ່າວແມ່ນມີຄວາມສະໜິດຕິດພັນກັບຫົວຂໍ້ບຸລິມະສິດລວມຂອງທັງປີ ອາຊຽນ ໃຫ້ຊ່ອງທາງ, ກວມລວມບັນດາແນວຄວາມຄິດການຮ່ວມມືອາຊຽນ ຂອງຫວຽດນາມ ຢ່າງຮອບດ້ານ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ, ເຈິ່ນຕ໊ວນແອັງ, ຊີ້ແຈ້ງວ່າ.

        “ກະຊວງອຸດສາຫະກຳ ການຄ້າຫວຽດນາມ ສືບຕໍ່ປະຕິບັດເປົ້າໝາຍສ້າງປະຊາຄົມເສດຖະກິດອາຊຽນ, ໃນນັ້ນຮັບປະກັນໃຫ້ອາຊຽນ ນັບມື້ນັບກາຍເປັນພາກພື້ນທ່ີ່ຂະຫຍັນຂັນເຄື່ອນກວ່າ, ພ້ອມທັງນຳພາໃນຂອບເຂດການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມ ຈະສືບຕໍ່ສ້າງສຳເລັດ ແລະ ປັບປຸງການສ້າງເງື່ອນໄຂ ແລະ ຄວາມເສລີດ້ານການຄ້າໃຫ້ມີຄວາມສະດວກ, ກ່ອນອື່ນໝົດແມ່ນການຮ່ວມມືຢູ່ພາຍໃນກຸ່ມ, ຍ້ອນນີ້ແມ່ນປັດໄຈສຳຄັນເພື່ອພິສູດໃຫ້ເຫັນປະສິດທິຜົນ ກໍຄືພະລັງຊີວິດຂອງອາຊຽນ”.

        ຢູ່ລະດັບສາກົນ, ເລື່ອງດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຫຼາຍຢ່າງ, ໃນນັ້ນໄດ້ກວດກາຄືນ ແລະ ສ້າງສຳເນົາກ່ຽວກັບແຕ່ລະບັນຫາໃນໂຄງການດຳເນີນງານ; ສ້າງກົນໄກສົມທົບ, ທາບທາມຄຳເຫັນລະຫວ່າງຂະແໜງການໃນການແກ້ໄຂວຽກງານຂອງຫວຽດນາມ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດ. ເມື່ອດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນມັງກອນ 2020, ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມຫຼາຍຄັ້ງ, ໃນນັ້ນມີກອງປະຊຸມປຶກສາຫາລືເປີດຂັ້ນລັດຖະມົນຕີ ກ່ຽວກັບການປະຕິບັດກົດບັດຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ກໍ່ຄືບົດບາດຂອງອົງການຈັດຕັ້ງຢູ່ພາກພື້ນ, ໃນນັ້ນມີການຮ່ວມມືກັບສະພາຄວາມໝັ້ນຄົງສະຫະປະຊາຊາດ… ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ເນັ້ນໜັກວ່າ.

        “ວິວັດການເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດ, ພວກເຮົາມີກົນໄກສົມທົບກັນເພື່ອມີທັດສະນະຢ່າງທັນການ, ດ້ວຍຄຳກ່າວປາໄສ, ການປ່ອນບັດລົງຄະແນນສຽງ ຫຼື ບັນດາການເຄື່ອນໄຫວອື່ນໆຄື ເຂົ້າຮ່ວມບັນດາກຸ່ມເຮັດວຽກ, ບັນດາກຸ່ມເຈລະຈາເພື່ອພ້ອມກັບບັນດາປະເທດອື່ນຊຸກຍູ້ບັນຫາຕ່າງໆ ເພື່ອຜົນປະໂຫຍດລວມ ແຕ່ກໍ່ຕ້ອງສ່ອງແສງໃຫ້ເຫັນທັດສະນະຂອງຫວຽດນາມ”.

        ຫວຽດນາມ ຢືນຢັນຄວາມຕັດສິນໃຈສູງໃນອາຍຸການທີ 2 ທີ່ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານອາຊຽນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມ ແລະ ວຽກງານລວມຂອງປະຊາຄົມຢູ່ພາກພື້ນ, ສາກົນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ.

ຂໍຮຽນທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ດ້ວຍບົດຮຽນຂອງຕົນ, ທ່ານມີຄວາມເຊື່ອໝັ້ນແນວໃດກ່ຽວກັບເລື່ອງ ຫວຽດນາມ ອາດຈະປະຕິບັດສຳເລັດທັງ 2 ບົດບາດດັ່ງກ່າວໃນປີ 2020?.

        “ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່, ເພາະວ່າ ໃນສານຂອງທ່ານເລຂາທິການໃຫຍ່ສົ່ງໄປນັ້ນ, ທັງລະບົບການເມືອງຂອງພວກເຮົາລ້ວນແຕ່ໄດ້ເຂົ້າຮ່ວມ, ບັນດາກະຊວງ, ຂະແໜງການ, ນັບແຕ່ປະຊາຊົນຕະຫຼອດຮອດການນຳລ້ວນແຕ່ເຫັນແຈ້ງໜ້າທັງ 2 ຕຳແໜ່ງທີ່ນີ້ວ່າແມ່ນມີຄວາມໝາຍສຳຄັນຄືແນວໃດ. ພວກເຮົາກໍ່ເຫັນແຈ້ງຄວາມໄວ້ເນື້ອເຊື່ອໃຈຂອງພາກພື້ນ ແລະ ປະຊາຄົມສາກົນທີ່ສະຫງວນໃຫ້ແກ່ຫວຽດນາມ. ຄວາມໄວ້ເນື້ອເຊື່ອໃຈນັ້ນແມ່ນເປັນໜ້າເອກອ້າງທະນົງໃຈ. ດ້ວຍການກະກຽມຂອງຕົນ ແລະ ຖັນແຖວພະນັກງານທີ່ມີປະສົບການຫຼາຍຢ່າງ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ພວກເຮົາຈະປະຕິບັດສຳເລັດອາຍຸການດຳລົງຕຳແໜ່ງເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ເປັນຢ່າງດີ”.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ ໂງກວາງຊວັນ.

ຕອບກັບ

ຂ່າວ/ບົດ​ອື່ນ