ລາກເຢືອງ ໝູນໃຊ້ເຕັກໂນໂລຊີ, ຜະລິດກະສິກຳເພື່ອພັດທະນາ

(VOVWORLD) -ໃນຊຸມປີມໍ່ໆມານີ້, ເມືອງ ລາກເຢືອງ ໄດ້ສຸມໃສ່ການກະເສດສຸມ, ເພີ່ມສະມັດຕະພາບຕົ້ນໄມ້ຫຼັກແຫຼ່ງພິເສດຊະນິດຕ່າງໆຢູ່ເຂດຊີວະພາບ. ພໍ່ຊາວກະສິກອນຢູ່ທີ່ນີ້ພວມສຳຜັດ, ປະຕິບັດການຫັນເປັນດີຈີຕອນໃນການຜະລິດເທື່ອລະກ້າວ
ລາກເຢືອງ ໝູນໃຊ້ເຕັກໂນໂລຊີ, ຜະລິດກະສິກຳເພື່ອພັດທະນາ - ảnh 1(ເມືອງ ລາກເຢືອງສະໜອງຜະລິດຕະພັນກາເຟ Arabica – Catimor ຄຳ ຕາມຂັ້ນຕອນຄົບວົງຈອນ)

        ເມືອງ ລາກເຢືອງ, ຂຶ້ນກັບເຂດພູດອຍທາງພາກເໜືອແຂວງ ເລິມດົ່ງ, ມີເນື້ອທີ່ດິນວາງແຜນຜັງການຜະລິດເກືອບ 10.000 ເຮັກຕາ. ໃນນັ້ນ, ເກືອບ 740 ເຮັກຕາແມ່ນທຳການຜະລິດກະສິກຳປອດສານພິດ, ກະສິກຳເຕັກໂນໂລຊີສູງ. ໃນຊຸມປີມໍ່ໆມານີ້, ເມືອງ ລາກເຢືອງ ໄດ້ສຸມໃສ່ການກະເສດສຸມ, ເພີ່ມສະມັດຕະພາບຕົ້ນໄມ້ຫຼັກແຫຼ່ງພິເສດຊະນິດຕ່າງໆຢູ່ເຂດຊີວະພາບ. ພໍ່ຊາວກະສິກອນຢູ່ທີ່ນີ້ພວມສຳຜັດ, ປະຕິບັດການຫັນເປັນດີຈີຕອນໃນການຜະລິດເທື່ອລະກ້າວ, ສ້າງຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ) ເປັນເອກະລັກສະເພາະ ເພື່ອຍົກສູງປະສິດທິຜົນທາງດ້ານເສດຖະກິດ. ປະຈຸບັນ, ມູນຄ່າການຜະລິດກະສິກຳຢູ່ເມືອງ ລາກເຢືອງ ບັນລຸ 330 ລ້ານດົ່ງ/ເຮັກຕາ/ປີ.

        ໃນໄລຍະຜ່ານມາ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍຕາມ, ແຕ່ການຜະລິດ ແລະ ສະໜອງຜະລິດຕະພັນກາເຟ Arabica – Catimor ຄຳ ຕາມຂັ້ນຕອນຄົບວົງຈອນມີເຄື່ອງໝາຍການຄ້າຊື່ວ່າ Langbiang ຂອງບັນດາຄອບຄົວດຳເນີນທຸລະກິດຢູ່ບໍລິເວນເມືອງ ລາກເຢືອງ ຍັງໄດ້ຮັບການຜັນຂະຫຍາຍເປັນຢ່າງດີ. ຕາມເອື້ອຍ K’Cham, ເຈົ້າຂອງຄອບຄົວດຳເນີນທຸລະກິດ ບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນຄອບຄົວໄດ້ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນທຸກຂອດການຜະລິດ.

        ເມື່ອຫັນຈາກການຂາຍກາເຟສົດໃຫ້ບັນດາພໍ່ຄ້າຊາວຂາຍ ໄປສູ່ຮູບແບບຜະລິດກາເຟຄົບວົງຈອນ, ແຫຼ່ງລາຍຮັບໄດ້ຮັບປະກັນເປັນປົກກະຕິກວ່າຫຼາຍ. ຜະລິດຕະພັນກາເຟທີ່ເຮັດອກມາກໍ່ຂາຍໄດ້ໝົດ. ຍ້ອນຜະລິດ ແລະ ສະໜອງຕາມໃບສັ່ງຊື້, ສະນັ້ນ ບໍ່ເປັນຫ່ວງກ່ຽວກັບສົ້ນອອກຂອງຜະລິດຕະພັນ. ເລື່ອງລາຮັບກໍ່ຮັບປະກັນກວ່າ ເມື່ອທຽບໃສ່ຜະລິດຕະພັນກະເສດອື່ນ.

        ທ່ານ Cill Poh, ຮອງປະທານຄະນະກຳມະການປະຊາຊົນເມືອງ ລາກເຢືອງ, ໃຫ້ຮູ້ວ່າ ມີວິສາຫະກິດດຳເນີນທຸລະກິດຫຼາຍແຫ່ງໃນບໍລິເວນແຂວງ ໄດ້ປະຕິບັດການຫັນເປັນດີຈີຕອນ, ນຳໃຊ້ບັນດາເຕັກໂນໂລຊີເຕັກນິກເຂົ້າໃນການຜະລິດ ນັບແຕ່ຂອດຜະລິດ, ການປຸງແຕ່ງ, ແຈກຢາຍ ຕະຫຼອດຮອດການຈຳໜ່າຍຜະລິດຕະພັນ, ແຕ່ສຳລັບຊາວເຜົ່າສ່ວນໜ້ອຍຄືເອື້ອຍ K’Cham ແລ້ວ, ນີ້ແມ່ນບາດກ້າວສຳຄັນ.

ລາກເຢືອງ ໝູນໃຊ້ເຕັກໂນໂລຊີ, ຜະລິດກະສິກຳເພື່ອພັດທະນາ - ảnh 2(ເມືອງ ລາກເຢືອງ ຍັງໄດ້ ແລະ ພວມສ້າງສະໂມສອນ OCOP)

 ເພື່ອສືບຕໍ່ທະວີຄູນບັນດາຮູບແບບດັ່ງກ່າວ, ນອກຈາກການຍູ້ແຮງການຝຶກອົບຮົມ, ຖ່າຍທອດວິທະຍາສາດເຕັກນິກໃຫ້ແກ່ປະຊາຊົນແລ້ວ, ເມືອງ ລາກເຢືອງ ຍັງໄດ້ ແລະ ພວມສ້າງສະໂມສອນ OCOP ແລະ ສ້າງສູນແນະນຳຜະລິດຕະພັນ OCOP ມີເຄື່ອງໝາຍການຄ້າ Langbiang ໃຫ້ແກ່ແຂກທ່ອງທ່ຽວ. ນີ້ກໍ່ແມ່ນບ່ອນເພື່ອໃຫ້ປະຊາຊົນ ແລະ ວິສາຫະກິດມີເງື່ອນໄຂເຊື່ອມຕໍ່, ພົວພັນແລກປ່ຽນ, ຮ່ຳຮຽນ, ປ່ຽນແປງຈິນຕະນາການໃນການຜະລິດ, ຮ່ວມມື ແລະ ເສີມຂະຫຍາຍທ່າແຮງຜະລິດຕະພັນກະເສດພິເສດສະເພາະຂອງທ້ອງຖິ່ນເທື່ອລະກ້າວ. ທ່ານ Cill Poh, ໃຫ້ຮູ້ວ່າ:

        ມາຮອດປະຈຸບັນ, ເມືອງ ລາກເຢືອງ ໄດ້ສ້າງສູນວາງສະແດງບັນດາຜະລິດພັນ OCOP, ເພື່ອໂຄສະນາ, ແນະນຳບັນດາຜະລິດຕະພັນທີ່ໄດ້ຜະລິດຢູ່ທ້ອງຖິ່ນເຖິງແຂກທ່ອງທ່ຽວ. ຈາກນັ້ນ, ກໍຊ່ວຍຮັບປະກັນໃຫ້ສົ້ນອອກຢູ່ພາຍໃນປະເທດ ແລ ສົ່ງອອກເປັນົກກະຕິ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງເມືອງ”.

        ປະຈຸບັນ, ເມືອງ ລາກເຢືອງ ມີ 28 ຜະລິດຕະພັນກະເສດ OCOP ບັນລຸມາດຕະຖານແຕ່ 3 ຫາ 4 ດາວ. ທາງເມືອງພວມສືບຕໍ່ສະເໜີໃຫ້ແຂວງ ເລິມດົ່ງ ຕີລາຄາ ຮັບຮອງ 19 ຜະລິດຕະພັນ OCOP ອື່ນຕື່ມອີກ. ນີ້ແມ່ນບັນດາຜະລິດຕະພັນກະເສດທີ່ໄດ້ຮັບການຜະລິດຕາມທິດເຕັກໂນໂລຊີສູງ, ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນຂັ້ນຕອນການຜະລິດ. ທ່ານ ສືແທງຮ່ວາຍ, ປະທານຄະນະກຳມະການປະຊາຊົນເມືອງ ລາກເຢືອງ, ຢືນຢັນວ່າ:

        “ກະສິກຳຍັງແມ່ນຂະແໜງເສດຖະກິດປາຍແຫຼມຂອງເມືອງ ແລະ ສືບຕໍ່ມີບັນດາໂຄງການຈຸດສຸມເພື່ອພັດທະນາກະສິກຳ, ໃນນັ້ນມຸ່ງໄປເຖິງກະສິກຳອັດສະລິຍະ, ສ້າງບັນດາລະບົບຮ່ວມສຳພັນ ຕິດພັນກັບການນຳໃຊ້ເຕັກໂນໂລຊີເຂົ້າໃນການຜະລິດ, ຄືຊອກຫາຕົ້ນກຳເນີດຜະລິດຕະພັນ, ຜະລິດຕະພັນ OCOP ເພື່ອສ້າງທ່າແຮງຂອງທ້ອງຖິ່ນ. ຜ່ານນັ້ນ, ຂະແໜງກະສິກຳສືບຕໍ່ສ້າງບັນດາສູນໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເມືອງ, ຕິດພັນກັບການທ່ອງທ່ຽວກະເສດ, ດຶງດູດບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນກໍ່ສ້າງບັນດາເຂດປຸງແຕ່ງຜະລິດຕະພັນກະເສດ”.

ໃນໄລຍະຈະມາເຖິງ, ເມືອງ ລາກເຢືອງ ກຳນົດເດີນຕາມທິດພັດທະນາກະສິກຳອົງຄະທາດ, ສ້າງຄວາມດຸ່ນດ່ຽງລະຫວ່າງປະລິມານ ແລະ ຄຸນນະພາບ. ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ, ສະຫະກອນ ແລະ ຄອບຄົວຊາວກະສິກອນໃນການຖ່າຍທອດ, ທະວີຄູນຂັ້ນຕອນເຕັກນິກທຳການຜະລິດກະສິກຳປອດສານພິດ, ສ້າງລະບົບຜະລິດ ຜະລິດຕະພັນກະເສດຕິດພັນກັບຕະຫຼາດຈຳໜ່າຍ ຢ່າງມີສະຖຽນລະພາບ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ