ລາວ - ຕະຫຼາດລົງທຶນຕ່າງປະເທດຫຼາຍທີ່ສຸດຂອງ ຫວຽດນາມ

(VOVWORLD) -ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນຢູ່ ລາວ.
ລາວ - ຕະຫຼາດລົງທຶນຕ່າງປະເທດຫຼາຍທີ່ສຸດຂອງ ຫວຽດນາມ - ảnh 1 (ບໍລິສັດ Star telecom ດ້ວຍເຄື່ອງໝາຍການຄ້າ Unitel)

ປະຈຸບັນ, ຫວຽດນາມ ພວມຢືນອັນດັບທີ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນຢູ່ ລາວ. ມີຫຼາຍໂຄງການເຄື່ອນໄຫວເປັນປົກກະຕິ, ບັນລຸປະສິດທະຜົນ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ມອບເຂົ້າງົບປະມານ, ສ້າງວຽກເຮັດງານທຳ, ບຳລຸງສ້າງ ແລະ ຍົກສູງສີມືອາຊີບໃຫ້ແກ່ຜູ້ອອກແຮງງານ, ປັບປຸງພື້ນຖານໂຄງລ່າງຢູ່ບາງທ້ອງຖິ່ນ… ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງລັດຖະບານ ລາວ.

        ໂດຍເລີ່ມເຄື່ອນໄຫວຢ່າງເປັນທາງການແຕ່ເດືອນ ກັນຍາ ປີ 2009, ດ້ວຍເງິນລົງທຶນຈຳນວນ 29 ລ້ານ USD, ບໍລິສັດ Star telecom ດ້ວຍເຄື່ອງໝາຍການຄ້າ Unitel ແມ່ນໜຶ່ງໃນບັນດາໂຄງການລົງທຶນຕ່າງປະເທດຕາມຮູບແບບຮ່ວມສຳພັນບັນລຸຜົນສຳເລັດທີ່ສຸດຂອງກຸ່ມບໍລິສັດອຸດສາຫະກຳໂທລະຄົມມະນາຄົມກອງທັບ ຫວຽດນາມ. ພາຍຫຼັງເຄື່ອນໄຫວເປັນເວລາ 12 ປີ, Unitel ແມ່ນເຄືອຂ່າຍໃຫຍ່ທີ່ສຸດຢູ່ລາວ ດ້ວຍຜູ້ນຳໃຊ້ 3,3 ລ້ານຄົນ, ກວມເອົາ 57% ອັດຕາສ່ວນຕະຫຼາດ,  ປະກອບສ່ວນນຳ ລາວ ກາຍເປັນໜຶ່ງໃນບັນດາປະເທດທີ່ມີສັນຍານປົກຄຸມ ແລະ ລະດັບຄວາມໄວ 4G ດີທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ສະໜອງອິນເຕີເນັດຄວາມໄວສູງເຖິງປະຊາຊົນ ລາວ ທຸກຄົນ.

        ກໍ່ຄ້າຍຄືກັບບໍລິສັດ Star telecom, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ໄດ້ສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື, ປະກອບທຶນລະຫວ່າງທະນາຄານພັດທະນາ ລາວ ແລະ ບໍລິສັດໃຫຍ່ປະກັນໄພໄປສະນີ ຫວຽດນາມ. ໃນຕະຫຼອດ 12 ປີຜ່ານມາ, ບໍລິສັດພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຈຸດຢືນໃນສັງຄົມດ້ວຍກວ່າ 200 ສາຂາຢູ່ຫຼາຍແຫ່ງໃນທົ່ວປະເທດ ລາວ. ຕາມການສະຖິຕິຂອງສະມາຄົມປະກັນໄພ ແລ້ວ, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ ແມ່ນໜຶ່ງໃນບັນດາບໍລິສັດປະກັນໄພແຖວໜ້າຂອງ ລາວ ທີ່ມີລະດັບເຕີບໂຕສະເລ່ຍສູງທີ່ສຸດຢູ່ຕະຫຼາດ (ແຕ່ 40%-50%). ນອກຈາກບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສັງຄົມ, ບໍລິສັດຍັງມີການປະກອບສ່ວນຫຼາຍຢ່າງເຂົ້າໃນໂຄງການພັດທະນາວົງຄະນະຍາດ ລາວ, ປະກອບສ່ວນຮັກສາພາບພົດຂອງການພົວພັນຮ່ວມມື ຫວຽດນາມ - ລາວ. ທ່ານ ໂດ້ດັງແຄງ, ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມດຳເນີນທຸລະກິດຖືກຕາມກົດໝາຍ, ມີການເຕີບໂຕດີທີ່ສຸດ ໂດຍສະເພາະແມ່ນລາຍຮັບປະຈຳປີ ແລະ ປະກອບເຂົ້າງົບປະມານຢ່າງຄົບຖ້ວນ, ປະກອບເຂົ້າ GDP ຂອງປະເທດ ລາວ. ແຕ່ລະປີ, ພວກຂ້າພະເຈົ້າມີການເຄື່ອນໄຫວຫຼາຍຢ່າງເພື່ອປະກອບສ່ວນໃຫ້ແກ່ສັງຄົມ ດ້ວຍລາຍການກຸສົນ, ແບ່ງປັນກັບປະຊາຄົມ”.

ລາວ - ຕະຫຼາດລົງທຶນຕ່າງປະເທດຫຼາຍທີ່ສຸດຂອງ ຫວຽດນາມ - ảnh 2(ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ)

ຕາມການສະຖິຕິແລ້ວ, ຍາມໃດ ລາວ ກໍ່ຢືນອັນດັບທີ 1 ໃນຈຳນວນ 78 ປະເທດ, ເຂດແຄ້ວນທີ່ ຫວຽດນາມ ໄດ້ລົງທຶນຢູ່ຕ່າງປະເທດ, ດ້ວຍ 209 ໂຄງການ ມີຈຳນວນທຶນຈົດທະບຽນ 5,1 ຕື້ USD. ມາຮອດປະຈຸບັນ, ບັນດາໂຄງການລົງທຶນຂອງ ຫວຽດນາມ ມີຢູ່ທຸກເຂດພາກຂອງ ລາວ, ໃນຫຼາຍຂົງເຂດຄື: ການເງິນທະນາຄານ, ໂທລະຄົມມະນາຄົມ, ການບໍລິການ, ປ່າໄມ້… ພາຍຫຼັງທີ່ຫຼາຍໂຄງການຂອງວິສາຫະກິດ ຫວຽດນາມ ຢູ່ ລາວ ເລີ່ມເຄື່ອນໄຫວນັ້ນ ບໍ່ພຽງແຕ່ສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນເທົ່ານັ້ນ ຫາກຍັງຊ່ວຍໃຫ້ພໍ່ແມ່ປະຊາຊົນປ່ຽນແປງຈິນຕະນາການໃນການຜະລິດ ແລະ ຄວາມລື້ງເຄີຍໃນການດຳລົງຊີວິດປະຈຳວັນອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ເນັ້ນໜັກວ່າ:

(ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ)

        ໃນການຢ້ຽມຢາມ ລາວ ຄັ້ງຕ່າງໆ, ການນຳ ຫວຽດນາມ ຍາມໃດກໍ່ສະຫງວນເວລາເພື່ອພົບປະກັບວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ຮ່ວມມືຢູ່ ລາວ ເພື່ອຊອກຮູ້ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ເພື່ອນຳການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ພັດທະນາສອດຄ່ອງກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ການພົບປະກັບປະຊາຄົມວິສາຫະກິດ ຫວຽດນາມ ຢູ່ ລາວ ໃນເດືອນ ພຶດສະພາ ຜ່ານມາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ:

        “ພວກເຮົາຕ້ອງສູ້ຊົນ, ມານະພະຍາຍາມເພື່ອເຮັດແນວໃດນຳການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ມີບາດກ້າວບຸກທະລຸ, ສົມກັບລະດັບ, ສາຍພົວພັນແບບພິເສດໂດຍມີໜຶ່ງບໍ່ມີສອງລະຫວ່າງ 2 ປະເທດພວກເຮົາ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນ 2 ປະເທດ”.

        ເລື່ອງຍາມໃດ ລາວ ກໍ່ຢືນຢູ່ແຖວໜ້າຈຳນວນບັນດາປະເທດ ແລະ ເຂດແຄ້ວນເຊິ່ງບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ຕ່າງປະເທດນັ້ນ ບໍ່ພຽງແຕ່ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ ລາວ ອ້າຍນ້ອງນັບລ້ານຄົນເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບໜັກແໜ້ນ, ເຂົ້າໃນຕົວຈິງ ແລະ ບັນລຸປະສິດທິຜົນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ