(vovworld) - ຫວ່າງແລ້ວນີ້ ສຳເນົາເອກະສານກ່ຽວກັບການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຂອງ ຫວຽດນາມ ໄດ້ຮັບການຍື່ນສະເຫນີຕໍ່ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາປີ 2003 ພິຈາລະນາເພື່ອໃຫ້ອົງການວັດທະນະທຳ, ວິທະຍາສາດ ແລະ ສຶກສາຂອງ ສປຊ (UNESCO) ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຕາງໜ້າຂອງມວນມະນຸດ. ນີ້ແມ່ນຂ່າວດີສຳລັບປະຊາຊົນແຂວງ ຟູທໍ້ເວົ້າສະເພາະ ແລະ ປະຊາຊົນ ຫວຽດນາມເວົ້າລວມ
ໃນດວງໃຈຂອງຊາວຫວຽດນາມ ແຕ່ລະຄົນ, ໃຜໆກໍມີຄວາມເຄົາລົບນັບຖືບັນດາເຈົ້າຊີວິດຮຸ່ງ ຜູ້ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງປະເທດຊາດຄືດັ່ງຄຳເວົ້າຂອງປະທານໂຮ່ຈິມິນ. ແຕ່ລະປີ ເມື່ອຮອດເດືອນ 3 ຕາມຈັນທະປະຕິທິນ, ຊາວ ຫວຽດນາມ ຢູ່ທຸກແຖບຖິ່ນໄດ້ເຕົ້າໂຮມກັນຢູ່ ແຂວງ ຟູທໍ້ ເພື່ອຖະຫວາຍທູບທຽນອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາເຈົ້າຊີວິດຮຸ່ງ. ແລະປະຈຸບັນ ຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດຫວຽດນາມ ລ້ວນແຕ່ມີສະຖານທີ່ໄຫວ້ບູຊາບັນດາເຈົ້າຊີວິດຮູ່ງ. ສະນັ້ນ ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ກາຍເປັນສິສັນວັດທະນະທຳພິເສດຂອງຊາດ ຫວຽດນາມ. ຮອງສາສະດາຈານ ເຈືອງກວັກບີ່ງ (Trương Quốc Bình), ສັງກັດສະຖາບັນວັດທະນະທຳສິລະປະ ຫວຽດນາມ ໄດ້ຢືນຢັນວ່າ: ຜ່ານໄລຍະນັບພັນປີ, ຢູ່ ຫວຽດນາມ ການເຫລື້ອມໃສ ໄຫວ້ບູຊາປູ່ຍາຕ່າຍາຍໄດ້ພັດທະນາເປັນການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໃນທົ່ວປະເທດຊາດ. ນີ້ແມ່ນປະກົດການຫນຶ່ງດຽວຢູ່ໃນໂລກ ເມື່ອປະຊາຊົນໃນທົ່ວປະເທດ ຫວຽດນາມ ໄດ້ຖືວ່າຕົນເອງແມ່ນມີກົກເຄົ້າເຫງົ້າກໍດຽວກັນ ແລະ ສ້າງຕັ້ງສຸສານລວມ, ຈັດຕັ້ງວັນບູຊາເຈົ້າຊີວິດຮຸ່ງໃນມື້ດຽວ. ປ້າ ຟ້າມງອກຈຸກ(Phạm Ngọc Chúc) ຊາວ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ປີໃດຂ້າພະເຈົ້າກໍພາລູກຫລານກັບຄືນແຂວງ ຟູທໍ້ ເພື່ອຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ. ເຮັດຄືແນວນັ້ນ ເພື່ອຕັກເຕືອນໃຫ້ພວກຫລານຕ້ອງສະແດງຄວາມຮູ້ບຸນຄຸນເຖິງປູ່ຍ່າຕາຍາຍ, ກົກເຄົ້າເຫງົ້າກໍຂອງຕົນ. ເມື່ອໄດ້ຮັບຂ່າວວ່າ ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງໄດ້ຮັບການຮັບຮອງແມ່ນມໍລະດົກຂອງໂລກ, ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ.”
ປຊຊ ຫວຽດນາມ ກັບຄືນ ຟູທໍ້ ເພື່ອອາໄລຫາເຈົ້າຊີວິດຮຸ່ງ
ພາບ:giaoduc.com |
ຕາມນັກຄົ້ນຄ້ວາປະຫວັດສາດຫລາຍທ່ານແລ້ວ, ບໍ່ທັນມີປະເທດໃດໃນໂລກ ທຳການໄຫວ້ບູຊາເຈົ້າຊີວິດຄືຢູ່ ຫວຽດນາມ. ເພາະສະນັ້ນ ບັນດາຄຸນຄ່າພົ້ນເດັ່ນໃນທົ່ວໂລກ, ການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ຮັບການຍື່ນສະເຫນີຕໍ່ UNESCO ເພື່ອພິຈາລະນາຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ. ທ່ານນາງ ເລທິມີນລີ (Lê Thị Minh Lý), ອະດີດຮອງຫົວຫນ້າກົມມໍລະດົກວັດທະນະທຳ, ປະຈຸບັນເປັນກຳມະການສະພາມໍລະດົກແຫ່ງຊາດ, ຜູ້ອຳນວຍການສູນຄົ້ນຄ້ວາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳ ສັງກັດສະມາຄົມມໍລະດົກວັດທະນະທຳ ຫວຽດນາມ ໃຫ້ຮູ້ວ່າ:
“ການພິຈາລະນາສຳເນົາເອກະສານດັ່ງກ່າວກໍປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພາະວ່າ ມັນກ່ຽວຂ້ອງເຖິງຫລາຍຂົງເຂດແຕກຕ່າງກັນ. ພິເສດ ສຳລັບມໍລະດົກວັດທະນະທຳບໍ່ມີຮູບຮ່າງ, ບົດບາດຂອງວົງຄະນາຍາດຕ້ອງມີຄວາມສຳຄັນທີ່ສຸດໃນການອະນຸລັກຮັກສາມໍລະດົກ, ການເຫລື້ອມໃສໄຫວ້ບູຊາປູ່ຍ່າຕາຍາຍ.”
ພິທິໄຫວ້ບູຊາເຈົ້າຊີວິດຮຸ່ງ
ພາບ:internet |
ສຳເນົາເອກະສານການເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງຂອງ ຫວຽດນາມ ຖືກຍື່ນສະເຫນີຕໍ່ UNESCO ໄດ້ສະແດງໃຫ້ເຫັນຄຸນຄ່າຂອງມໍລະດົກ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືທີ່ມີຕໍ່ປູ່ຍ່າຕາຍາຍ. ມາຮອດປະຈຸບັນ, ການເຫລື້ອມໃສ ໄຫວ້ບູຊາເຈົ້າຊີວິດຮຸ່ງ ແມ່ນມໍລະດົກຫນຶ່ງຂອງ ຫວຽດນາມ ໄດ້ຮັບຮອງຈາກ UNESCO.