ວັນຄວາມສຸກສາກົນ - ວັນແຫ່ງຄວາມຮັກແພງ ແລະ ແບ່ງປັນ

(VOVWORLD) -ປະຈຸບັນ, ວັນທີ 20 ມີນາ ແຕ່ລະປີບໍ່ພຽງແຕ່ແມ່ນວັນເພື່ອເຊີດຊູຄວາມຜາສຸກຂອງມະນຸດເທົ່ານັ້ນ, ຫາກຍັງແມ່ນວັນເພື່ອການກະທຳດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແບ່ງປັນຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ທຸກຄົນ.
ວັນຄວາມສຸກສາກົນ - ວັນແຫ່ງຄວາມຮັກແພງ ແລະ ແບ່ງປັນ - ảnh 1ວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງກຸ່ມບໍລິສັດໄຟຟ້າ
(ພາບ: npt.com.vn)

ນັບແຕ່ປີ 2013 ໂລກໄດ້ຖືເອົາວັນທີ 20 ມີນາ ໃນແຕ່ລະປີແມ່ນວັນຄວາມສຸກສາກົນ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຕອບສະໜອງວັນນີ້. ປີ 2014, ເປັນຄັ້ງທຳອິດຫວຽດນາມ ຈັດວັນຄວາມສຸກສາກົນ ດ້ວຍສານແຜ່ຂະຫຍາຍຄວາມຮັກແພງ. ປະຈຸບັນ, ວັນທີ 20 ມີນາ ແຕ່ລະປີບໍ່ພຽງແຕ່ແມ່ນວັນເພື່ອເຊີດຊູຄວາມຜາສຸກຂອງມະນຸດເທົ່ານັ້ນ, ຫາກຍັງແມ່ນວັນເພື່ອການກະທຳດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ແບ່ງປັນຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ທຸກຄົນ.

        “ໃນການດຳລົງຊີວິດມີຄົນເຈັບຫຼາຍຄົນຕ້ອງການເລືອດເພື່ອປິ່ນປົວພະຍາດ, ໂດຍສະເພາະແມ່ນພວກເດັກນ້ອຍ, ສະນັ້ບ ແຕ່ລະຄົນໄປບໍລິຈາກເລືອດຂອງຕົນ ຈະສາມາດກູ້ເອົາຊີວິດຂອງເດັກນ້ອຍຫຼາຍຄົນ ແລະ ບັນດາຄົນເຈັບ.”

        “ຂ້າພະເຈົ້າກໍ່ປາດຖະໜາຢາກປະກອບສ່ວນໃດສ່ວນໜຶ່ງສົ່ງຢາດເລືອດຂອງຕົນເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຜູ້ເຈັບເປັນ, ຜູ້ປະສົບກັບຄວາມຫຍຸ້ງຍາກ”

        ນ້ອງຢາກແຜ່ຂະຫຍາຍສານບໍລິຈາກເລືອດກູ້ເອົາຊີວິດ ແມ່ນວຽກງານທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ນ້ອງກໍ່ຢາກໃຫ້ຫຼາຍຄົນແຜ່ຂະຫຍາຍສານດັ່ງກ່າວ. ແຕ່ລະເທື່ອເຮັດຄືແນວນັ້ນ, ນ້ອງເຫັນວ່າມັນມີຄວາມໝາຍທີ່ສຸດ.

        “ພວກເຮົາຈົ່ງແບ່ງປັນບັນດາຄວາມຜາສຸກທີ່ສຸດຂອງຕົນ, ເຖິງວ່າເລກໆນ້ອຍໆ, ລຽບງ່າຍກໍ່ຕາມ ແຕ່ຈົ່ງແຜ່ຂະຫຍາຍເຖິງປະຊາຄົມ”

        ບັນຍາກາດຂອງວັນບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈຂອງກຸ່ມບໍລິສັດໄຟຟ້າ (EVN) ຟົດຟື້ນທີ່ສຸດ. ຄວາມຜາສຸກສຳລັບເຂົາເຈົ້າແມ່ນໄດ້ບໍລິຈາກເລືອດຂອງຕົນໃຫ້ແກ່ຄົນເຈັບ.

        ຢູ່ຫວຽດນາມ, ບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແຜ່ຂະຫຍາຍຄວາມຮັກແພງ, ເພື່ອປະຊາຄົມໄດ້ດຳເນີນໄປໃນແຕ່ລະມື້. ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ເປັນເວລາກວ່າ 1 ປີຜ່ານມາ ໄດ້ມີຮູບພາບທີ່ດີງາມ, ແບ່ງປັນຄວາມທຸກຄວາມສຸກ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນປະຊາຄົມ. ອ້າຍ ໂຮ່ງອັກແທັງ, ຫົວໜ້າສະໂມຊອນ “ເຮືອນຄົວແຫ່ງຄວາມຮັກ” ແລະ “ຖ້ຽວລົດເມບໍ່ເສຍຄ່າ” ຢູ່ພາກກາງຫວຽດນາມ, ແບ່ງປັນວ່າ.

        “ຂ້າພະເຈົ້າຄິດວ່າພຽງແຕ່ແບ່ງປັນໃຫ້ພໍ່ແມ່ປະຊາຊົນອັນທີ່ເຮົາມີ. ເຮົາແບ່ງປັນ 5 ສ່ວນ, 10 ສ່ວນເພື່ອຊ່ວຍເຂົາເຈົ້າ. ແຕ່ສ່ວນຂອງຕົນເອງ, ພຽງແຕ່ໄດ້ຮັບຮ້ອຍຍິ້ມ, ເຫັນເຂົາເຈົ້າມີຄວາມສຸກ, ເຮົາກໍ່ຮູ້ສຶກມ່ວນແລ້ວ”.

ວັນຄວາມສຸກສາກົນ - ວັນແຫ່ງຄວາມຮັກແພງ ແລະ ແບ່ງປັນ - ảnh 2ຖ້ຽວລົດເມບໍ່ເສຍຄ່າ
(ພາບ: thanhnien.vn)

ບໍ່ພຽງແຕ່ເປັນເລື່ອງບັງເອີນໃນຕາຕະລາງຈັດອັນດັບ “ດັດຊະນີໜ່ວຍໂລກຜາສຸກ” ໂດຍ New Economics Foundation ຫາກໍ່ປະກາດເມື່ອຕົ້ນເດືອນ ກຸມພາ 2021 ຜ່ານມາ, ຫວຽດນາມ ຢືນແຖວໜ້າຢູ່ອາຊີ ແລະ ຢືນອັນດັບທີ 5 ໃນໂລກ. ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2020 ໂດຍອົງການ ສະຫະປະຊາຊາດເພື່ອການພັດທະນາປະກາດແລ້ວ, ຫວຽດນາມ ນອນໃນກຸ່ມບັນດາປະເທດມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງໃນໂລກ. ສະນັ້ນ, ອາດເຫັນໄດ້ວ່າ ຄຸນນະພາບການດຳລົງຊີວິດບໍ່ພຽງແຕ່ຄິດໄລ່ຜ່ານລາຍຮັບເທົ່ານັ້ນ, ຫາກຍັງແມ່ນຄວາມຮູ້ສຶກໄດ້ເຖິງຄວາມສຸກໃນການດຳລົງຊີວິດຂອງປະຊາຊົນແຕ່ລະຄົນອີກດ້ວຍ.

        ຄວາມຜາສຸກສຳລັບແຕ່ລະຄົນແມ່ນມີຄວາມແຕກຕ່າງກັນ, ຄວາມຜາສຸກສຳລັບແຕ່ລະຈຸດເວລາກໍ່ມີການປ່ຽນແປງ. ວັດຖຸບໍ່ແມ່ນປັດໃຈໜຶ່ງດຽວເພື່ອຮັບປະກັນຄວາມຜາສຸກ. ສຳລັບຫຼາຍຄົນແລ້ວ, ຄວາມຜາສຸກພຽງແຕ່ແມ່ນໄດ້ເຮັດວຽກງານທີ່ມີປະໂຫຍດໃຫ້ແກ່ປະຊາຄົມເທົ່ານັ້ນ. ນາງ ຫງວຽນແຮ້ງຈາງ, ນັກອາສາສະໝັກກອງທຶນເພື່ອໂສມໜ້າຫວຽດນາມ, ແບ່ງປັນວ່າ.

        “ຂ້າພະເຈົ້າຄິດວ່າ ການແຜ່ຂະຫຍາຍຄວາມຜາສຸກຂອງຕົນເຖິງທຸກຄົນ ແມ່ນຄວາມໝາຍເລິກເຊິ່ງຂອງສານວັນຄວາມສຸກສາກົນ ເຊິ່ງສະຫະປະຊາຊາດໄດ້ຄັດເລືອກ. ຄວາມຮັກແພງ ແລະ ການແບ່ງປັນໄດ້ຊ່ວຍເຊື່ອມຕໍ່ລະຫວ່າງທຸກຄົນໃນສັງຄົມ. ເພື່ອສະໜັບສະໜູນວັນຄວາມສຸກສາກົນປີນີ້, ຂ້າພະເຈົ້າຈະເຂົ້າຮ່ວມການເດີນທາງເຖິງເຂດພູສູງເພື່ອມອບນ້ຳນົມໂພສະນາການໃຫ້ແກ່ເດັກນ້ອຍຢູ່ທີ່ນັ້ນ, ດ້ວຍຄວາມປາດຖະໜາວ່າຈະປະກອບສ່ວນເຂົ້າໃນການເຄື່ອນໄຫວກຸສົນເພື່ອປະຊາຄົມ”.

        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ປະກາດຖືເອົາວັນທີ 20 ມີນາ ແຕ່ລະປີແມ່ນວັນຄວາມສຸກສາກົນ, ນັບແຕ່ປີ 2012. ມາຮອດປະຈຸບັນ, ມີ 193 ປະເທດໄດ້ພ້ອມກັນໃຫ້ຄຳໝັ້ນສັນຍາມີການກະທຳ, ມານະພະຍາຍາມຫຼາຍກວ່າເພື່ອສ້າງໂລກເປັນໜຶ່ງດຽວ, ນຳມາເຊິ່ງຄວາມຜາສຸກໃຫ້ແກ່ມະນຸດ. ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ມີຂໍ້ຕົກລົງນັບແຕ່ປີ 2013 ອະນຸມັດຜ່ານແຜນຮ່າງ “ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນຄວາມສຸກສາກົນ 20 ມີນາ ແຕ່ລະປີ”. ສິ່ງດັ່ງກ່າວມີຄວາມໝາຍອັນໃຫຍ່ຫຼວງ ເພື່ອແນໃສ່ສືບຕໍ່ປະຕິບັດເປົ້າໝາຍຂະຫຍາຍການຊ່ວຍໜູນສັງຄົມ, ສ້າງຄອບຄົວຫວຽດນາມ ທີ່ອີ່ມໜຳສຳລານ, ກ້າວໜ້າ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ