ວິສາຫະກິດ ແລະ ຜູ້ອອກແຮງງານເຂດອຸດສາຫະກຳໃນບໍລິເວນນະຄອນຮ່າໂນ້ຍ ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ

(VOVWORLD) -ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການຊີ້ນຳ ສະເໜີໃຫ້ກຳມະບານທຸກຂັ້ນສົມທົບກັບຜູ້ນຳໃຊ້ຜູ້ອອກແຮງງານຢູ່ບັນດາຫົວໜ່ວຍ, ວິສາຫະກິດກະກຽມໃຫ້ທຸກສະພາບການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຄືເວລາຜ່ານມາ
ວິສາຫະກິດ ແລະ ຜູ້ອອກແຮງງານເຂດອຸດສາຫະກຳໃນບໍລິເວນນະຄອນຮ່າໂນ້ຍ ປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ - ảnh 1 ການວັດແທກອຸນຫະພູມນັບແຕ່ປະຕູເຂົ້າ-ອອກ
(ພາບ: dangcongsan.vn)

ໃນຊຸມເດືອນຜ່ານມາ, ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ຫວຽດນາມ. ພິເສດແມ່ນມີຫຼາຍກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ໄດ້ກວດພົບໃນວິສາຫະກິດແຫ່ງໜຶ່ງຢູ່ແຂວງ ຫາຍເຢືອງ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ຢູ່ບັນດາວິສາຫະກິດແມ່ນສູງທີ່ສຸດ ຖ້າບໍ່ໄດ້ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ. ຕໍ່ໜ້າສະພາບການດັ່ງກ່າວ, ວິສາຫະກິດ ແລະ ຜູ້ອອກແຮງງານຢູ່ບັນດາເຂດອຸດສາຫະກຳໃນບໍລິເວນນະຄອນຮ່າໂນ້ຍ ໄດ້ເປັນເຈົ້າການປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ຖືກຕ້ອງຕາມຂໍ້ກຳນົດແຍກຫ່າງຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.

        ເວລາ 17 ໂມງ, ຢູ່ຕະຫຼາດ ທົນເບົ່າ, ຕາແສງ ກິມຈູງ, ເມືອງ ດົງແອັງ, ນະຄອນ ຮ່າໂນ້ຍ, ມີຜູ້ອອກແຮງງານບາງຄົນຫາກໍ່ເລີກວຽກ, ຍາດເວລາເພື່ອຊື້ອາຫານໃຫ້ແກ່ຄາບເຂົ້າໃນຕອນຄ່ຳ. ຜູ້ອອກແຮງງານສ່ວນຫຼາຍໄດ້ໃຊ້ຜ້າອັດປາກ-ອັດດັງ, ປະຕິບັດບັນດາຂໍ້ກຳນົດແຍກຫ່າງຢ່າງຖືກຕ້ອງ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ. ເອື້ອຍ ຟ້າມບິ໊ກຖຸຍ, ຜູ້ອອກແຮງງານບໍລິສັດ Sei ຫວຽດນາມ ຈຳກັດ, ຢູ່ເຂດອຸດສາຫະກຳ ທັງລອງ, ຮ່າໂນ້ຍ, ແບ່ງປັນວ່າ:

        “ການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນໜ້າທີ່ລວມຂອງທຸກໆຄົນ, ສະນັ້ນ ຂ້າພະເຈົ້າກໍ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຂໍ້ກຳນົດໃຊ້ຜ້າອັດປາກ - ອັດດັງເມື່ອອອກຈາກເຮືອນ. ຢູ່ບັນດາເຂດສາທາລະນະ, ຕ້ອງລ້າງມື້ດ້ວຍສະບູ ຫຼື ໃສ່ນ້ຳຢາຂ້າເຊື້ອ ເມື່ອມີການພົບປະຢູ່ພາຍນອກ ແລະ ຈຳກັດການເຕົ້າໂຮມຫຼາຍຄົນຢູ່ນອກບໍລິສັດ”.

        ສ່ວນອ້າຍ ໂງເກື່ອງ, ຜູ້ອອກແຮງງານບໍລິສັດ ໂຕໂຕຫວຽດນາມ ຈຳກັດ ໃຫ້ຮູ້ວ່າ: ຍ້ອນການຜັນແປຂອງໂລກລະບາດໂຄວິດ-19 ສັບສົນນັ້ນ, ສະນັ້ນທາງບໍລິສັດກໍ່ໄດ້ປະຕິບັດຫຼາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດນັບແຕ່ປະຕູເຂົ້າ-ອອກ, ຈຳກັດຜູ້ອື່ນທີ່ຢູ່ນອກບໍລິສັດພົບປະກັບຜູ້ອອກແຮງງານ, ໂດຍສະເພາະແມ່ນຢູ່ເຂດປະຕູເຂົ້າ-ອອກ, ດຳເນີນການວັດແທກອຸນຫະພູມ, ແຈກຜ້າອັດປາກ-ອັດດັງ, ນ້ຳຢາລ້າງມືຂ້າເຊື້ອໃຫ້ແກ່ຜູ້ອອກແຮງງານ.

        “ພວກຂ້າພະເຈົ້າຕ້ອງໃຊ້ຜ້າອັດປາກ-ອັດດັງ ໃຫ້ຖືກຕ້ອງຕາມຂໍ້ກຳນົດ, ເວັ້ນແຕ່ເວລາກິນເຂົ້າທ່ຽງ. ໃນເວລາກິນເຂົ້າທ່ຽງ, ທຸກຄົນຍັງປະຕິບັດການແຍກຫ່າງ 2ມ ໃນເວລາຕໍ່ແຖວເພື່ອຮັບຄາບເຂົ້າ. ເມື່ອກິນເຂົ້າ ທຸກຄົນກໍ່ບໍ່ໂອ້ລົມນຳກັນ. ຢູ່ເທິງໂຕະມີແຜ່ນກັ້ນບັງດ້ວຍເມກາເພື່ອແຍກກັບຜູ້ນັ່ງທາງຂ້າງ ແລະ ດ້ານໜ້າ.”

        ບໍລິສັດ ໂຕໂຕຫວຽດນາມ ຈຳກັດມີ 2 ໂຮງງານຢູ່ ຮ່າໂນ້ຍ ແລະ ແຂວງ ຮືງອຽນ ມີຜູ້ອອກແຮງງານກວ່າ 5.000 ຄົນ. ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທາງບໍລິສັດໄດ້ມີການປ່ຽນແປງບາງຂໍ້ກຳນົດ. ທ່ານນາງ ຟ້າມທິບິ໊ກຫາຍ, ປະທານກຳມະບານບໍລິສັດ ໂຕໂຕຫວຽດນາມ ຈຳກັດ ໃຫ້ຮູ້ວ່າ: ນັບແຕ່ເມື່ອກ່ອນທີ່ເກີດໂລກລະບາດ, ທາງບໍລິສັດໄດ້ນຳໃຊ້ມາດຕະການຄືນຸ່ງຊຸດເສື້ອຂອງບໍລິສັດນັບແຕ່ຢູ່ເຮືອນມາບໍລິສັດ ເພື່ອຫຼີກລ້ຽງຜູ້ອອກແຮງງານພົບປະກັນ:

        “ຜູ້ອອກແຮງງານຕ້ອງໃຊ້ຜ້າອັດປາກ-ອັດດັງນັບແຕ່ຕອນເຂົ້າໂຮງງານ. ສ່ວນການວັດແທກອຸນຫະພູມແມ່ນປະຕິບັດກ່ອນທີ່ຈະເຂົ້າໂຮງງງານ. ບໍລິສັດມີ 2 ໂຮງງານຢູ່ຮ່າໂນ້ຍ ແລະ ຮືງອຽນ, ການເກີດໂລກລະບາດຄັ້ງກ່ອນນີ້ ທາງບໍລິສັດໄດ້ອອກຂໍ້ກຳນົດວ່າ ບໍ່ໃຫ້ຜູ້ອອກແຮງງານຍ້າຍບ່ອນເຮັດວຽກລະຫວ່າງ 2 ໂຮງງານແລ້ວ. ປະຈຸບັນ, ທາງບໍລິສັດໄດ້ປຶກສາຫາລືກັນ ແລະ ຈະມີແຈ້ງການໃໝ່ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຄັ່ງຂັດກວ່າອີກ”.

        ເພື່ອຊ່ວຍໃຫ້ຜູ້ອອກແຮງງານກຳໄດ້ຂໍ້ມູນການຜັນແປຂອງໂລກລະບາດໂຄວິດ-19 ເປັນປະຈຳກວ່າ, ໂຄສະນາເພື່ອໃຫ້ຜູ້ອອກແຮງງານບໍ່ປະໝາດຕໍ່ການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ວິສາຫະກິດ ແລະ ຢູ່ເຮືອນ, ມີວິສາຫະກິດຫຼາຍແຫ່ງໄດ້ຕິດຕັ້ງລະບົບໂທລະໂຄ່ງເພື່ອແນໃສ່ສົ່ງຂໍ້ມູນຂ່າວເຖິງຜູ້ອອກແຮງງານກ່ຽວກັບສະພາບການໂລກລະບາດ. ເອື້ອຍ ຮ່ວາງທິເຮືອງ, ຜູ້ອອກແຮງງານບໍລິສັດ ການ (Kan) ຫວຽດນາມ ຈຳກັດ, ຢູ່ເຂດອຸດສາຫະກຳ ທັງລອງ, ໃຫ້ຮູ້ວ່າ:

        “ໂທລະໂຄ່ງໂຄສະນາໄດ້ຕິດຕັ້ງຢູ່ເຮືອນຄົວຂອງບໍລິສັດ ແລະ ໄດ້ເປີດເປັນປະຈຳໃນຕອນທ່ຽງ. ພ້ອມກັນນັ້ນ, ເວລາກິນເຂົ້າທ່ຽງກໍ່ໄດ້ແບ່ງເປັນຫຼາຍເວລາ. ຄືກ່ອນນີ້ຈະກິນເຂົ້າທ່ຽງໃນເວລາ 11 ໂມງ ແລະ 12 ໂມງ, ມາບັດນີ້ແມ່ນແບ່ງເປັນ 11 ໂມງ 30 ນາທີ, 11 ໂມງ 45 ນາທີ, 12 ໂມງ ແລະ 12 ໂມງ 15 ນາທີ. ການແບ່ງເວລາກິນຄືແນວນັ້ນແມ່ນເພື່ອໃຫ້ທຸກຄົນມີບ່ອນນັ່ງຫ່າງກັນ 2ມ”.

        ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ມີການຊີ້ນຳ ສະເໜີໃຫ້ກຳມະບານທຸກຂັ້ນສົມທົບກັບຜູ້ນຳໃຊ້ຜູ້ອອກແຮງງານຢູ່ບັນດາຫົວໜ່ວຍ, ວິສາຫະກິດກະກຽມໃຫ້ທຸກສະພາບການໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຄືເວລາຜ່ານມາ; ສືບຕໍ່ໂຄສະນາບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ເຕືອນສະມາຊິກກຳມະບານ, ພາລະກອນ ຜູ້ອອກແຮງງານຍົກສູງສະຕິລະມັດລະວັງ, ປະຕິບັດບັນດາຄຳກ່າວເຕືອນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນສະພາບການໃໝ່ຢ່າງເຂັ້ມງວດ, ປະຕິບັດສານ “5 ຢ່າງ” ຂອງກະຊວງສາທາລະນະສຸກໃຫ້ເປັນຢ່າງດີລວມມີ: ໃຊ້ຜ້າອັດປາກ-ອັດດັງ, ລ້າງມືຂ້າເຊື້ອ, ແຍກຫ່າງ, ບໍ່ເຕົ້າໂຮມກັນ, ແຈ້ງອາການສຸຂະພາບໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ