ສັນ​ຍາ RCEP - ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ

(VOVWORLD) -ຫວ່າງມໍ່ໆມານີ້, ເວັບໄຊ Vietnam Briefing ຂອງບໍລິສັດໃຫ້ຄຳປຶກສາໃນການລົງທຶນ Dezan Shira & Associates ໄດ້ຄັດສະເໜີບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ (WB), ໃນນັ້ນໄດ້ໄຈ້ແຍກບັນດາກາລະໂອກາດ ແລະ ສິ່ງທ້າທາຍຂອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຕໍ່ພື້ນຖານເສດຖະກິດຂອງບັນດາປະເທດສະມາຊິກຢ່າງລະອຽດ, ໃນນັ້ນມີ ຫວຽດນາມ.

ສັນ​ຍາ RCEP - ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ - ảnh 1ພາບປະກອບ: TTXVN

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ລະຫວ່າງ ອາຊຽນ (ໃນນັ້ນມີ ຫວຽດນາມ) ແລະ 5 ຄູ່ຮ່ວມມືແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວຊີແລນ ໄດ້ລົງນາມໃນເດືອນພະຈິກ ປີ 2020 ແລະ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2022 ເປັນຕົ້ນໄປ.

ເປົ້າໝາຍຂອງສັນຍາແມ່ນສ້າງພື້ນຖານຮ່ວມມືດ້ານເສດຖະກິດຢ່າງເລິກເຊິ່ງ, ສຸມໃສ່ບັນດາຂົງເຂດການຄ້າສິນຄ້າ, ການບໍລິການ ແລະ ການລົງທຶນ. RCEP ກວມເອົາປະມານ 30% ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນທົ່ວໂລກ, ລວມມູນຄ່າ 26,2 ພັນຕື້ USD ແລະ ເກືອບ 1/3 ປະຊາກອນໂລກ, ປະມານ 2,2 ຕື້ຄົນ.

ກາລະໂອກາດໃຫຍ່ ແຕ່ຜົນປະໂຫຍດບໍ່ສະໝ່ຳສະເໝີ

         ມີນັກເສດຖະກິດຫຼາຍຄົນໄດ້ຕີລາຄາວ່າ RCEP ແມ່ນຂໍ້ຕົກລົງໃຫຍ່ລຸ້ນໃໝ່. ສັນຍານີ້ຈະນຳກາລະໂອກາດມາໃຫ້ ອາຊີ ໄປທັນກັບການຄ້າພາຍໃນກຸ່ມ ເຊິ່ງEU ທີ່ພວມໄດ້ຊົມໃຊ້ໃນປັດຈຸບັນ. ຕາມ RCEP ແລ້ວ, ມີປະມານ 90% ປະເພດພາສີການຄ້າໃນກຸ່ມຈະໄດ້ຮັບການລົບລ້າງ. ການຄ້າລະຫວ່າງເຂດໄດ້ຮັບການກະຕຸກຊຸກຍູ້ຢ່າງໃຫຍ່ຫຼວງ ເມື່ອບັນດາປະເທດ ຢູ່ອາຊີ ປາຊີຟິກ ມານະພະຍາຍາມຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. RCEP ກໍ່ຈະຕັ້ງບັນດາຂໍ້ກຳນົດລວມກ່ຽວກັບການຄ້າ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ ແລະ ການແກ້ງແຍ້ງ, ເພີ່ມທະວີທີ່ຕັ້ງຂອງພາກພື້ນ ອາຊີ - ປາຊີຟິກ ຄື “ສູນຈຸດສຸມ” ສຳລັບການຄ້າທົ່ວໂລກ.

         ໃນບົດວິເຄາະຫວ່າງມໍ່ໆມານີ້ກ່ຽວກັບຂໍ້ຕົກລົງນີ້, ພາກສ່ວນການຄ້າຂອງ ສປຊ (UNCTAD) ໃຫ້ຮູ້ວ່າ RCEP ຈະຊຸກຍູ້ການຄ້າລະຫວ່າງພາກພື້ນຕື່ມອີກ 42 ຕື້ USD. ຈີນໄດ້ຮັບຖືວ່າແມ່ນປະເທດໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.

ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຫຼາຍທ່ານຖືວ່າ ທ່າໄດ້ປຽບຂອງ RCEP ຈະບໍ່ສະໝ່ຳສະເໝີລະຫວ່າງ 15 ປະເທດທີ່ໄດ້ລົງນາມ. ຈີນ - ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ, ພ້ອມກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ. RCEP ຈະອະນຸຍາດໃຫ້ ຈີນ ສຳຜັດກັບບັນດາຕະຫຼາດນຳເຂົ້າສຳຄັນທີ່ຍົກເວັ້ນພາສີ ຄື: ຍີ່ປຸ່ນ ແລະ ສ.ເກົາຫຼີ, ພ້ອມທັງຮັບປະກັນສິດສຳຜັດກັບບັນດາຕະຫຼາດຊອກຫາແຫຼ່ງສະໜອງການນຳເຂົ້າ (ບັນດາປະເທດ ອາຊຽນ) ໃຫ້ລະບົບສະໜອງການຜະລິດຢ່າງມະຫາສານຂອງຕົນ. ປັດຈຸບັນ, ຈີນບໍ່ມີຂໍ້ຕົກລົງສອງຝ່າຍ ກັບ ຍີ່ປຸ່ນ ແລະ ພຽງແຕ່ມີຂໍ້ຕົກລົງຈຳກັດກັບ ສ.ເກົາຫຼີ - ເຊິ່ງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ແລະ ທີ 5 ຂອງປະເທດນີ້.

         ມີນັກຊ່ຽວຊານຫຼາຍທ່ານກໍ່ຄາດຄະເນວ່າ ໃນຂະນະທີ່ບັນດາພື້ນຖານເສດຖະກິດໃຫຍ່ຢູ່ອາຊີ ຈະໄດ້ຮັບສ່ວນຫຼາຍຜົນປະໂຫຍດສ່ວນຫຼາຍ, RCEP ອາດຈະເຮັດໃຫ້ບັນດາປະເທດທີ່ນ້ອຍກ່ວາໃນ ອາຊຽນ ປະສົບກັບສິ່ງທ້າທາຍ ແລະ ເສຍຜົນປະໂຫຍດ, ຍ້ອນວ່າ ຂໍ້ຕົກລົງການຄ້າບໍ່ລວມມີບັນດາຂະແໜງອຸດສະຫະກຳຫຼັກຂອງເຂົາເຈົ້າ. ບັນດາປະເທດ ອາຊຽນ ທີ່ນ້ອຍກ່ວາອາດເສຍຜົນປະໂຫຍດຈາກໂຄງການບູລິມະສິດການຄ້າ ເຊິ່ງອະນຸຍາດໃຫ້ເຂົາເຈົ້າສົ່ງອອກບັນດາຜະລິດຕະພັນໂດຍຍົກເວັ້ນພາສີ ອອກນອກອາຊຽນ, ລວມມີທັງສ.ເກົາຫຼີ ແລະ ຍີ່ປຸ່ນ.

ນຳມາເຊິ່ງກະໂອກາດຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ

         ຫວ່າງມໍ່ໆມານີ້, ບົດລາຍງານຂອງ WB ໄດ້ຄາດຄະເນວ່າ ໃນໄລຍະ 2020 – 2035, ຫວຽດນາມ ຈະຫຼຸດລະດັບພາສີນຳເຂົ້າສະເລ່ຍແຕ່ 0,8 ລົງ 0,2%, ໃນຂະນະທີ່ໄດ້ຊົມໃຊ້ລະດັບພາສີສົ່ງອອກຫຼຸດແຕ່ 0,6% ລົງ 0,1%. ຕາມແຜນການທີ່ເປັນໜ້າປະເອີບໃຈທີ່ສຸດ, ເມື່ອຍາດແຍ່ງໄດ້ທຸກຜົນປະໂຫຍດ. ຫວຽດນາມ ຈະມີລະດັບລາຍຮັບສູງທີ່ສຸດໃນຈຳນວນບັນດາປະເທດສະມາຊິກ RCEP. ລະດັບລາຍຮັບຂອງ ຫວຽດນາມ ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ກັບລະດັບພື້ນຖານ, ສູງກ່ວາປະເທດຕ່າງໆທີ່ມີລາຍຮັບເພີ່ມຂຶ້ນພຽງແຕ່ 2,5%. ທຸກໆປະເທດສະມາຊິກ RCEP ລ້ວນແຕ່ເຫັນປະຈັກຕາການສົ່ງອອກ ແລະ ນຳເຂົ້າເພີ່ມຂຶ້ນ, ໃນນັ້ນ ຫວຽດນາມ ຄາດວ່າ ບັນລຸລະດັບເພີ່ມຂຶ້ນການສົ່ງອອກສູງທີ່ສຸດດ້ວຍ 11,4%. ກໍຄ້າຍຄືກັນ, ການນຳເຂົ້າຂອງ ຫວຽດນາມ ກໍ່ມີການເຕີບໂຕພໍສົມຄວນ, ຢູ່ລະດັບ 9,2%.

         RCEP ຍັງສ້າງກາລະໂອກາດຊຸກຍູ້ການເຕີບໂຕ ແລະ ໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ແລະ ມາເລເຊຍ ແມ່ນບັນດາປະເທດທີ່ໄດ້ຮັບການຄາດຄະເນວ່າ ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກສັນຍາສະບັບນີ້.  RCEP ຈະຊ່ວຍໃຫ້ ຫວຽດນາມ ສຳຜັດກັບຕະຫຼາດບໍລິໂພກໃຫຍ່ທົບ 2 ເທົ່າເມື່ອທຽບໃສ່ຂອບຂະໜາດຂອງບັນດາຕະຫຼາດໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ຍ້ອນວ່າ RCEP ລວມມີທັງ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງຍົກສູງມາດຕະຖານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ລະດັບສູງກ່ວາ ແລະ ມີລັກສະນະແກ້ງແຍ້ງທີ່ເຂັ້ມງວດກ່ວາ.

         ປັດຈຸບັນ, ອັດຕາ ການຄ້າລະຫວ່າງບັນດາປະເທດ RCEP ກວມເອົາພຽງແຕ່ 20% ຍອດການຄ້າຂອງບັນດາປະເທດສະມາຊິກ, ດັ່ງນັ້ນ, ມີຫຼາຍກາລະໂອກາດເພີ່ມກະແສການຄ້າໃນພາກພື້ນ ເພື່ອຊຸກຍູ້ການເຕີບໂຕ. ສຳລັບ ຫວຽດນາມ, ຍ້ອນໄດ້ເຂົ້າຮ່ວມບັນດາສັນຍາ FTA ຕ່າງໆໃນພາກພື້ນ, ດັ່ງນັ້ນ ສ່ວນຫຼາຍຜົນປະໂຫຍດ ບໍ່ແມ່ນມາຈາກການຫຼຸດຜ່ອນລະດັບພາສີ ເຊິ່ງຢູ່ໃນລະດັບຕ່ຳຢູ່ແລ້ວ, ແທນທີ່ນັ້ນ ແມ່ນການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະມາຈາກບັນດາຄຳໝັ້ນສັນຍາຢ່າງເລິກເຊິ່ງກ້ວາງຂວາງກວ່າ, ຮອບດ້ານກ່ວາ ຜ່ານການຄ້າພາຍໃນກຸ່ມ RCEP, ບັນດາກົດເກນຕົ້ນກຳເນີດລວມ ແລະ ການເປີດເຜີຍທີ່ຫຼາຍກວ່າອີກສຳລັບສິນຄ້າ ແລະ ການບໍລິການຜ່ານບັນດາຕະຫຼາດ.

ຕອບກັບ

ຂ່າວ/ບົດ​ອື່ນ