ສະໂມສອນດວງດາວຂຽວ - ຈຸດນັດພົບຂອງນັກສິລະປິນໜຸ່ມທີ່ເມົາມົວກັບສິລະປະເວທີສະແດງ

(VOVWORLD) -  ດ້ວຍຄວາມປາດຖະໜາຢາກກາຍເປັນສະຖານທີ່ ເພື່ອໃຫ້ນັກສຶກສາບັນດາໂຮງຮຽນສິລະປະ, ນັກສິລະປິນໜຸ່ມມີສະຖານທີ່ເພື່ອສືບຕໍ່ເດີນຕາມຄວາມໃຝ່ຝັນຂອງຕົນ, ສະໂມສອນ “ດວງດາວຂຽວ” - ໂຮງລະຄອນນະຄອນ ໂຮ່ຈີມິນ ຮັບການສ້າງຕັ້ງຂຶ້ນ. ສະໂມສອນຈະແມ່ນສະຖານທີ່ຊ່ວຍໃຫ້ບັນດານັກສິລະປິນໜຸ່ມໄດ້ເຂົ້າຮ່ວມພຶດຕິກຳຕົວຈິງ, ຍັບມໍ່ເຂົ້າໃກ້ກັບມະຫາຊົນເທື່ອລະກ້າວ.
ສະໂມສອນດວງດາວຂຽວ - ຈຸດນັດພົບຂອງນັກສິລະປິນໜຸ່ມທີ່ເມົາມົວກັບສິລະປະເວທີສະແດງ  - ảnh 1 ພາບປະກອບ

ປະຈຸບັນ, ນະຄອນ ໂຮ່ຈີມິນ ມີເວທີການສະແດງລະຄອນໃຫຍ່, ນ້ອຍປະມານເກືອບ 10 ແຫ່ງ. ຫລາຍແຫ່ງແມ່ນມີຊື່ສຽງຮຽງນາມຄື: ເວທີສະແດງລະຄອນ 5B; ເວທີສະແດງ ຈົ໊ງດົ່ງ (ກອງທອງ); ເວທີສະແດງລະຄອນ ໄຊງ່ອນ; ເວທີສະແດງລະຄອນ ຝູຍ້ວນ; ໂຮງລະຄອນ ນະຄອນ ໂຮ່ຈີມິນ; ເວທີສະແດງ ນາມກວາງ; ເວທີສະແດງໄວໜຸ່ມ…ເຖິງຢ່າງໃດກໍ່ຕາມ, ເພື່ອເຮັດໃຫ້ເວທີສະແດງໄດ້ມີການເຄື່ອນໄຫວໃນທຸກໆຄ່ຳຄືນນັ້ນ ນັກສິລະປິນ, ພິເສດແມ່ນນັກສິລະປິນໜຸ່ມໄດ້ມາສະແດງ ແມ່ນບົດໂຈດທີ່ແກ້ຍາກສຳລັບບັນດາກອງສິລະປະ. ການສ້າງຕັ້ງສະໂມສອນ “ດວງດາວຂຽວ” ດ້ວຍພື້ນຖານບຸກຄະລາກອນ ແມ່ນບັນດານັກສະແດງອາຊີບຢູ່ໂຮງລະຄອນນະຄອນ ໃນເບືຶ້ອງຕົ້ນໄດ້ສ້າງຄວາມດູດດື່ມ, ຜ່ານນັ້ນ ຕອບສະໜອງຄວາມມຸ່ງມາດປາດຖະໜາ, ຄວາມຄອງຄອຍຂອງນັກສິລະປິນໜຸ່ມ ແລະ ນັກສຶກສາຫລາຍຄົນ. ເພື່ອນ Kita, ສະມາຊິກຄົນໃໝ່ຂອງສະໂມສອນແບ່ງປັນວ່າ:

 “ເຮົາປະກອບອາຊີບນີ້ ບໍ່ທັນດົນປານໃດ, ໄດ້ຮູ້ວ່າ: ບັນດາອ້າຍເອື້ອຍຢູ່ທີ່ນີ້ມີການແບ່ງປັນ ໃນອະນາຄົດກໍ່ຕັ້ງຄວາມຫວັງໃສ່ລຸ້ນນັກສິລະປິນໜຸ່ມ ເພື່ອສ້າງບັນຍາດກາດໃໝ່ໃຫ້ແກ່ພື້ນຖານລະຄອນ ໄຊງ່ອນ ໃນອະນາຄົດ. ບັນດານັກສິລະປິນຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ໂຮງລະຄອນ ນະຄອນ ກ່ຽວກັບດ້ານວິຊາສະເພາະ ແລະ ເທືອກເຖົາເຫລົ່າກໍຂອງມັນ. ບັນດາສະມາຊິກມາທີ່ນີ້ ໃຜໆກໍ່ລ້ວນແຕ່ມີຄວາມຫວັງຢາກໄດ້ຮ່ຳຮຽນ ແລະ ເຮັດວຽກດ້ວຍຄວາມຮັກຕໍ່ເວທີສະແດງຢ່າງແທ້ຈິງ.”

ສະໂມສອນ “ດວງດາວຂຽວ” ໂຮງລະຄອນ ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອຊ່ວຍໃຫ້ບັນດານັກສິລະປິນໜຸ່ມ, ນັກສຶກສາສິລະປະທີ່ໃກ້ຈະຮຽນຈົບມາຝຶກຝົນຫຼໍ່ຫຼອມທັກສະການສະແດງລະຄອນ, ການກຳກັບເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອໃຫ້ບັນດາເພື່ອນໜຸ່ມທີ່ບໍ່ທັນໄດ້ຮຽນໃນໂຮງຮຽນ ເຊິ່ງມີຄວາມເມົາມົວກັບການສະແດງ  ກໍ່ສາມາດເຂົ້າຮ່ວມເພື່ອຄວາມເມົາມົວຫຼົງໄຫຼຂອງຕົນ. ສະມາຊິກຫລາຍຄົນຖືວ່າ: ເຂົ້າຮ່ວມສະໂມສອນ ຊ່ວຍໃຫ້ບັນດານັກສະແດງໜຸ່ມ ຊອກຫາໂອກາດໄດ້ຫລາຍກ່ວາ ເພື່ອມີຄວາມພໍໃຈກ່ຽວກັບຄວາມໃຝ່ຝັນໃນການເຮັດອາຊີບສິລະປະ ແລະ ໄດ້ສະແດງສິລະປະ. ເລິມງອັກຖາວ, ສະມາຊິກສະໂມສອນດວງດາວຂຽວໃຫ້ຮູ້ວ່າ:

“ສິລະປະການສະແດງບົນເວທີຂອງພວກເຮົາພວມຖືກຫລົງລືມ, ສະໂມສອນນີ້ ມີຄວາມປາດຖະໜາຢາກປຸກລຸກສິລະປະການສະແດງ, ເຮັດໃຫ້ການເຄື່ອນໄຫວຂອງເວທີສະແດງຢູ່ນະຄອນ ໂຮ່ຈີມິນ ມີຄວາມຟົດຟື້ນ, ດຶງດູດຜູ້ຊົມມາເບິ່ງຫລາຍກ່ວາ. ບັນດາສະມາຊິກບໍ່ກ້າໝັ້ນໝາຍຫລວງຫລາຍ ແຕ່ແນ່ນອນວ່າ ຈະພ້ອມກັບບັນດາອ້າຍເອື້ອຍຢູ່ທີ່ນີ້ ເຮັດສິ່ງໃດໃຫ້ແກ່ອາຊີບ, ໃຫ້ເວທີສະແດງ ເພື່ອມີຄວາມພໍໃຈກັບຄວາມໃຝ່ຝັນຂອງຕົນ.”

ສະໂມສອນດວງດາວຂຽວ - ຈຸດນັດພົບຂອງນັກສິລະປິນໜຸ່ມທີ່ເມົາມົວກັບສິລະປະເວທີສະແດງ  - ảnh 2  ພາບປະກອບ

ຕາມຜູ້ກຳກັບ ເຈິ່ນກຸ໊ຍບີ່ງ, ຮອງຜູ້ອຳນວຍການໂຮງລະຄອນ ນະຄອນ ໂຮ່ຈີມິນແລ້ວ, ແນວຄວາມຄິດໃນການກໍ່ສ້າງສະໂມສອນນີ້ ແມ່ນຄະນະຜູ້ອຳນວຍການຂອງໂຮງລະຄອນມີຄວາມໃຝ່ຝັນມາໄດ້ 2 ປີແລ້ວ. ຍ້ອນສະພາບຕົວຈິງ, ນັບແຕ່ຫລາຍປີມານີ້ ບັນດານັກສຶກສາທີ່ຮຽນຂະແໜງສິລະປະການສະແດງ, ການກຳກັບ ພາຍຫລັງຮຽນຈົບ ມີນັກສຶກສາຫລາຍຄົນ ບໍ່ສາມາດຊອກວຽກເຮັດໃຫ້ແກ່ຕົນເອງໄດ້. ມີຫລາຍບົດສະແດງ ໄດ້ມີການປະກອບສ່ວນຈາກນັກສຶກສາ ເພື່ອປ້ອງກັນບົດວິທະຍານິພົນຈົບຊັ້ນ ແຕ່ມະຫາຊົນພັດບໍ່ຮູ້ຈັກເຖິງ, ໃນຂະນະທີ່ໂຮງລະຄອນ ພວມປະສົບກັບຄວາມຫຍຸ້ງຍາກໃນການຊອກຫາບັນດາບົດສະແດງທີ່ມີຄຸນນະພາບ. ສະນັ້ນ, ເມື່ອສະໂມສອນ “ດວງດາວຂຽວ” ໄດ້ຮັບການສ້າງຕັ້ງຂຶ້ນ ໄດ້ກາຍເປັນສະຖານທີ່ເຕົ້າໂຮມ, ເປັນຂົວເຊື່ອມຕໍ່ນຳບັນດາບົດສະແດງທີ່ມີເນື້ຶ້ອໃນທີ່ດີ, ໄດ້ຮັບການລົງທຶນ ແລະ ສົມທົບກັບນັກສະແດງຕົ້ນຕໍຂອງໂຮງລະຄອນ ດຳເນີນການສະແດງຢ່າງເປີດເຜີຍຕໍ່ມະຫາຊົນ ເພື່ອສ້າງລາຍຮັບ. ຜູ້ກຳກັບ ເຈິ່ນກຸ໊ຍບີ່ງ ໃຫ້ຮູ້ວ່າ:

 “ແຕ່ລະຫົວໜ່ວຍສິລະປະ, ແຕ່ລະບຸກຄົນທີ່ເຄື່ອນໄຫວສິລະປະ ຕ້ອງມີຄວາມມານະພະຍາຍາມ, ຍ້ອນເຫດນັ້ນ ຂ້າພະເຈົ້າກໍ່ມີຄວາມປາດຖະໜາວ່າ ຜ່ານບັນດາການເຄື່ອນໄຫວຮັບເອົາຈາກຕົວຈິງນັ້ນ ໄດ້ເຕົ້າໂຮມບັນດາເພື່ອນໜຸ່ມ ເພື່ອມີບັນຍາກາດໃໝ່ ເຮັດແນວໃດ ໃຫ້ມັນເໝາະສົມ ແລະ ໃກ້ຊິດສະໜິດສະໜົມກັບຜູ້ຊົມກ່ວາ.

ສະໂມສອນດວງດາວຂຽວທີ່ຮັບການສ້າງຕັ້ງຂຶ້ນນັ້ນ ໄດ້ສ້າງບັນຍາກາດໃໝ່ໃຫ້ແກ່ເວທີການສະແດງລະຄອນຂອງນະຄອນໂຮ່ຈີມິນ. ພ້ອມທັງ ປະກອບກຳລັງເຫື່ອແຮງສ່ວນໃດສ່ວນໜຶ່ງໃຫ້ແກ່ການພັດທະນາສິລະປະຢູ່ນະຄອນ ໂຮ່ຈີມິນ ໃຫ້ນັບມື້ນັບຟົດຟື້ນກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ