ສ້າງຄວາມຮັ່ງມີຈາກບັນດາຜະລິດຕະພັນບັນລຸມາດຕະຖານ OCOP 3 ດາວ

(VOVWORLD) -ຄະນະກຳມະກອນ ປຊຊ ແຂວງ ອຽນບາຍ ໄດ້ມອບໃບຢັ້ງຢືນບັນລຸມາດຕະຖານ OCOP 3 ດາວ ໃຫ້ແກ່ບັນດາຜະລິດຕະພັນຂອງສະຫະກອນຊາວໜຸ່ມ ເລີມເທຶ້ອງ ແຂວງອຽນບາຍ.
ສ້າງຄວາມຮັ່ງມີຈາກບັນດາຜະລິດຕະພັນບັນລຸມາດຕະຖານ OCOP 3 ດາວ - ảnh 1(ຮູບແບບລ້ຽງໂຕກະຕ່າຍ)

ໃນຊຸມມໍ່ມານີ້, ເສດຖະິດລວມໝູ່ຢູ່ໃນບໍລິເວນເມືອງ ລຸກອຽນ, ແຂວງ ອຽນບ້າຍ ໄດ້ມີບາດກ້າວພັດທະນາດີພໍສົມຄວນ, ຈາກຮູບແບບລ້ຽງປູກ ຕະຫຼອດຮອດການປຸງແຕ່ງຜະລິດຕະພັນລວງເລິກໃນນັ້ນ, ສະຫະກອນຊາວໜຸ່ມ ເລິມເທື້ອງ ແມ່ນໜຶ່ງໃນບັນດາແບບຢ່າງ ກ່ຽວກັບການຮ່ວມສຳພັນພັດທະນາການຜະລິດ ເພື່ອແນໃສ່ສະກັດກັ້ນບັນດາຄວາມສ່ຽງ, ຮັບປະກັນສົ້ນອອກໃຫ້ແກ່ຜະລິດຕະພັນ.

ພາຍຫຼັງຊອກຮູ້ຕະຫຼາດເປັນເວລາຫຼາຍປີ, ຮ່ຳຮຽນບົດຮຽນຈາກບັນດາແຂວງໃກ້ຄຽງ, ອ້າຍ ຟ້າມຫາຍຈ່ຽວ, ເກີດປີ 1986 ຢູ່ຕາແສງ ເລິມເທື້ອງ, ເມືອງ ລຸກອຽນ, ແຂວງ ອຽນບາຍ ໄດ້ຕົກລົງເລືອກເອົາຮູບແບບລ້ຽງໂຕກະຕ່າຍ, ຍ້ອນຕາມອ້າຍແລ້ວ, ກະຕ່າຍແມ່ນສັດລ້ຽງທີ່ເໝາະສົມກັບອາກາດຂອງທ້ອງຖິ່ນ ແລະ ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງພໍສົມຄວນ. ເດືອນ ມີນາ 2018, ອ້າຍໄດ້ເຕົ້າໂຮມ, ຂົນຂວາຍຄອບຄົວຈຳນວນໜຶ່ງເຂົ້າຮ່ວມການສ້າງຕັ້ງສະຫະກອນຊາວໜຸ່ມ ເລິມເທື້ອງ ໂດຍອ້າຍເປັນປະທານ, ຂະແໜງຕົ້ນຕໍແມ່ນຜະລິດ, ປຸງແຕ່ງບັນດາຜະລິດຕະພັນຈາກກະຕ່າຍ ແລະ ໜໍ່ໄຜ່:

“ປະຈຸບັນ, ສະຫະກອນມີຫຼາຍຂະແໜງອາຊີບດຳເນີນທຸລະກິດ, ແຕ່ຕົ້ນຕໍຍັງແມ່ນລ້ຽງກະຕ່າຍ ແລະ ປູກໜໍ່ໄຜ່. ສະເພາະໂຕກະຕ່າຍ, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ສະນັ້ນກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກໜ້ອຍໜຶ່ງ, ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າກໍ່ມີແຜນການກຳນົດທິດແລ້ວ. ລະອຽດແມ່ນ, ປັດຈຸບັນ ສົ້ນອອກຍັງຂ້ອນຂ້າງຊັກຊ້າ ສະນັ້ນ ໃນຕໍ່ໜ້າພວກຂ້າພະເຈົ້າຈະຮັກສາຝູງກະຕ່າຍໄວ້, ເມື່ອສົ້ນອອກອ່າວດີຂຶ້ນ ພວກຂ້າພະເຈົ້າຈະຂະຫຍາຍຝູງກະຕ່າຍຕື່ມອີກ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງຕັ້ງໜ້າຊອກຫາສົ້ນອອກຕື່ມອີກ”.

ພາຍຫຼັງສ້າງຕັ້ງສະຫະກອນ ແລະ ກຳນົດອາຊີບ, ເພື່ອຮັບປະກັນສົ້ນອອກຂອງຜະລິດຕະພັນໃຫ້ໝັ້ນຄົງ, ອ້າຍ ຟ້າມຫາຍຈ່ຽວ ໄດ້ໄປແຂວງ ທາຍງວຽນ ເພື່ອຊອກຮູ້ຕະຫຼາດ ແລະ ເຊັນສັນຍາຈຳໜ່າຍຜະລິດຕະພັນກັບສະຫະກອນຊາວໜຸ່ມ ເຕີນລິງ, ເມືອງ ດ້າຍຕື່, ພ້ອມກັບຮ້ານອາຫານຫຼາຍຮ້ານຢູ່ພາຍໃນ ແລະ ນອກແຂວງ. ຍ້ອນມີການຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສະນັ້ນ ໃນໄລຍະອັນສັ້ນໆ ນັບແຕ່ເມື່ອສ້າງຕັ້ງ, ສະຫະກອນຊາວໜຸ່ມ ເລິມເທື້ອງ ໄດ້ພັດທະນາສະມາຊິກຂຶ້ນເປັນ 22 ຄອບຄົວ, ດ້ວຍຝູງກະຕ່າຍກວ່າ 4.000 ໂຕ/ຊຸດ. ຄິດສະເລ່ຍໃນແຕ່ລະເດືອນ, ສະຫະກອນໄດ້ສົ່ງອອກກະຕ່າຍພັນຊີ້ນປະມານ 1 ລ້ານໂຕນ, ດ້ວຍລາຄາເປັນປົກກະຕິແມ່ນ 70.000 ດົ່ງ/ກິໂລກຣາມ. ເພື່ອຫັນຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ສະຫະກອນຍັງປຸງແຕ່ງຊີ້ນກະຕ່າຍດ້ວຍຫຼາຍເຍື່ອງຄື: ຊີ້ນກະຕ່າຍເອືອບເຄື່ອງປຸງ ເພື່ອຂົ້ວ, ຈືນ, ຈືນກອບ… ສະໜອງໃຫ້ຕະຫຼາດ. ອ້າຍ ຟ້າມຫວູລຶກ, ສະມາຊິກສະຫະກອນຊາວໜຸ່ມ ເລິມເທື້ອງ, ແບ່ງປັນວ່າ:

“ເມື່ອກ່ອນນີ້ ຂ້າພະເຈົ້າບໍ່ໄດ້ລ້ຽງກະຕາຍ, ພາຍຫຼັງເຫັນວ່າຫຼາຍຄົນລ້ຽງກໍ່ບັນລຸຜົນດີ ສະນັ້ນ ຂ້າພະເຈົ້າໄດ້ພ້ອມກັບອ້າຍນ້ອງທາງສະຫະກອນ ລ້ຽງ ແລະ ພັດທະນາ. ເມື່ອຮ່ວມສຳພັນນຳກັນ ກໍ່ໄດ້ແບ່ງປັນບົດຮຽນຫຼາຍຢ່າງຄື: ເຮັດຄອກ, ຟາມ, ປະການສົມພັນ, ການປ້ອງກັນ ຕ້ານໂລກລະບາດ”.

ຄຽງຂ້າງການລ້ຽງກະຕ່າຍນັ້ນ, ທາງສະຫະກອນຍັງປູກ ແລະ ປຸງແຕ່ງຜະລິດຕະພັນຈາກໜໍ່ໄຜ່ - ເຊິ່ງແມ່ນຜະລິດຕະພັນເປັນເອກລັກສະເພາະຂອງຕາແສງ ເລິມເທື້ອງ. ດ້ວຍເນື້ອທີ່ປະມານ 100 ເຮັກຕາ, ແຕ່ລະປີ ສະຫະກອນເກັບໜໍ່ໄມ້ສົດກວ່າ 400 ໂຕນ, ຜະລິດໜໍ່ໄມ້ແຫ້ງປະມານ 5 ໂຕນ. ຈາກນັ້ນ, ແຕ່ລະຄອບຄົວບັນລຸລາຍຮັບສະເລ່ຍປະມານ 100 ລ້ານດົ່ງ/ປີ. ເອຶ້ອຍ ຮ່ວາງທິແຍດ, ເລຂາຄະນະຊາວໜຸ່ມຕາແສງ ເລິມເທື້ອງ, ເມືອງ ລຸກອຽນ ໃຫ້ຮູ້ວ່າ, ໃນເບື້ອງຕົ້ນ, ຮູບແບບສະຫະກອນດັ່ງກ່າວ ໄດ້ນຳມາເຊິ່ງປະສິດທິຜົນຢູ່ທ້ອງຖິ່ນ, ສ້າງວຽກເຮັດງານທຳຢູ່ກັບທີ່ໃຫ້ແກ່ຊາວໜຸ່ມທ້ອງຖິ່ນ, ຊ່ວຍຫຼຸດຜ່ອນສະພາບຊາວໜຸ່ມປະລະບ້ານເກີດເມືອງນອນ ໄປເຮັດວຽກຢູ່ໄກບ້ານ.

“ປະສິດທິຜົນເຊິ່ງສະຫະກອນຊາວໜຸ່ມ ເລິມເທື້ອງ ທີ່ນຳມາໃຫ້ຢ່າງຈະແຈ້ງທີ່ສຸດນັ້ນແມ່ນ ສ້າງວຽກເຮັດງານທຳຢູ່ກັບທີ່ໃຫ້ແກ່ຊາວໜຸ່ມທ້ອງຖິ່ນ. ພາຍຫຼັງເຄື່ອນໄຫວເປັນປົກກະຕິໄລຍະໜຶ່ງ ແລະ ເປີດກວ້າງບັນດາຜະລິດຕະພັນ, ຂອບເຂດດຳເນີນທຸລະກິດຂອງສະຫະກອນ ກໍ່ໄດ້ຊ່ວຍສ້າງວຽກເຮັດງານທຳເປັນປົກກະຕິ ໃຫ້ຜູ້ອອກແຮງງານຢູ່ເຂດຊົນນະບົດກວ່າ 20 ຄົນ; ຊ່ວຍໃຫ້ຊາວໜຸ່ມມີກາລະໂອກາດສຳຜັດກັບແຫຼ່ງທຶນກູ້ຢືມເພື່ອພັດທະນາເສດຖະກິດ, ກໍ່ຮ່າງສ້າງຕົວຢູ່ບ້ານເກີດເມືອງນອນ”.

ທ້າຍປີ 2020 ຜ່ານມາ, ຄະນະກຳມະການປຊຊແຂວງ ອຽນບາຍ ໄດ້ມອບໃບຢັ້ງຢືນບັນລຸມາດຕະຖານ OCOP 3 ດາວໃຫ້ແກ່ບັນດາຜະລິດຕະພັນຂອງສະຫະກອນຊາວໜຸ່ມ ເລີມເທຶ້ອງ ແຂວງອຽນບາຍ. ນີ້ແມ່ນເງື່ອນໄຂສະດວກຢ່າງແທ້ຈິງເພື່ອຊ່ວຍໃຫ້ສະຫະກອນເປີດກວ້າງຕະຫຼາດ, ຂະຫຍາຍສະມາຊິກ, ກໍ່ຄືສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຊາວໜຸ່ມຢູ່ທ້ອງຖິ່ນໃນໄລຍະຈະມາເຖິງຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ