ສ້າງ​ດ່າໜັງ​ໃຫ້ກາຍ​ເປັນ​ສູນ​ເລີ່​ມຕົ້ນ​ທຸລະ​ກິດ​ແຫ່ງ​ຊາດ

(VOVWORLD) -ຕາມມະຕິເລກທີ 43 ຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມວ່າດ້ວຍການກໍ່ສ້າງ ແລະ ພັດທະນານະຄອນດ່າໜັງ ຮອດປີ 2030, ວິໄສທັດຮອດປີ 2045, ຮອດປີ 2030 ດ່າໜັງ ຈະສໍາເລັດການກໍ່ສ້າງຕົເມືອງອັດສະລິຍະ ເຊື່ອມຕໍ່ກັບບັນດາຕາໜ່າງຕົວເມືອງອັດສະລິຍະໃນທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຢ່າງຄົບຊຸດດ່າໜັງ ຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາໃໝ່່ດ້ວຍເປົ້າໝາຍກາຍເປັນສູນເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງ ຂອງຫວຽດນາມ ແລະ ເປັນນະຄອນທະເລທີ່ເປັນໜ້າດຳລົງຊີວິດຂອງ ອາຊີ.

 

        ປັດຈຸບັນ, ດ່າໜັງ ມີສະພາບແວດລ້ອມດໍາເນີນທຸລະກິດຢ່າງສະດວກ, ມີສະພາບແວດລ້ອມດໍາເນີນຊີວິດທີ່ດີ, ແມ່ນເງື່ອນໄຂ ເພື່ອສາມາດດຶງດູດການປະດິດຄິດສ້າງໃນການເລີ່ມທຸລະກິດ. ໄປຄຽງຄູ່ກັນນັ້ນ, ດ່າໜັງ ຍັງມີກົນໄກນະໂຍບາຍເພື່ອໜູນຊ່ວຍການປ່ຽນແປງໃໝ່ປະດິດຄິດສ້າງ ສະນັ້ນໃນໄລຍະຜ່ານມາ ດ່າໜັງ ໄດ້ກໍ່ສ້າງບັນດາສູນບໍາລຸງສ້າງ, ສູນປະດິດຄິດສ້າງ ແລະ ບ່ອນເຮັດວຽກລວມ. ມະຫາວິທະຍາໄລແຫ່ງຕ່າງໆຂອງດ່າໜັງ ກໍຕັ້ງໜ້າເຂົ້າຮ່ວມບັນດາຮູບແບບການຮ່ວມມືເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ ພາຍໃຕ້ການຊ່ວຍເຫຼືອຂອງກະຊວງວິທະຍາສາດ - ເຕັກໂນໂລຢີຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນ.

ສ້າງ​ດ່າໜັງ​ໃຫ້ກາຍ​ເປັນ​ສູນ​ເລີ່​ມຕົ້ນ​ທຸລະ​ກິດ​ແຫ່ງ​ຊາດ - ảnh 1 ວັນບຸນເລີ່ມຕົ້ນທຸລະກິດປະດິດຄິດສ້າງ ດ່າໜັງ ຄັ້ງທີ 4 ປີ 2019, ດ້ວຍຫົວຂໍ້ “ເສີມຂະຫຍາຍແຫຼ່ງກໍາລັງທ້ອງຖິ່ນ ເພື່ອພັດທະນາສະພາບແວດລ້ອມແຫ່ງການເລີ່ມ ຕົ້ນທຸລະກິດປະດິດຄິດສ້າງ” (ພາບ: vov)

        ນະຄອນດ່າໜັງ ໄດ້ຜັນຂະຫຍາຍບັນດາກົນໄກການເງິນ ເພື່ອແນໃສ່ໜູນຊ່ວຍໃຫ້ແກ່ການປະດິດຄິດສ້າງເລີ່ມຕົ້ນທຸລະກິດ, ນອກຈາກນັ້ນ ກໍຊອກຫາບັນດາກອງທຶນປ່ຽນແປງໃໝ່, ກອງທຶນປະດິດຄິດສ້າງເລີ່ມຕົ້ນທຸລະກິດ, ກອງທຶນປະກັນໄພ. ການນໍານະຄອນ ພ້ອມກັບພະແນກວິທະຍາສາດ - ເຕັກໂນໂລຢີ ແລະບັນດາຂະແໜງການ ໄດ້ເຕ້ົາໂຮມນັກຊ່ຽວຊານ ເພື່ອກໍ່ສ້າງຍຸດທະສາດສາທິດ ໃຫ້ແກ່ການປະດິດຄິດສ້າງເລີ່ມຕົ້ນທຸລະກິດຢູ່ດ່າໜັງ. ຫວ່າງມໍ່ໆມານີ້, ດ່າໜັງ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຕັ້ງວັນບຸນເລີ່ມຕົ້ນທຸລະກິດປະດິດຄິດສ້າງ ດ່າໜັງ ຄັ້ງທີ 4 ປີ 2019, ດ້ວຍຫົວຂໍ້ “ເສີມຂະຫຍາຍແຫຼ່ງກໍາລັງທ້ອງຖິ່ນ ເພື່ອພັດທະນາສະພາບແວດລ້ອມແຫ່ງການເລີ່ມ ຕົ້ນທຸລະກິດປະດິດຄິດສ້າງ”. ວັນບຸນມີການເຂົ້າຮ່ວມຂອງນັກປາຖະກະຖາພາຍໃນປະເທດ 30 ຄົນ ແລະ ຫຼາຍກວ່າ 20 ກອງທຶນລົງທຶນ ແລະ ບໍລິສັດລົງທຶນ ມາຊອກຫາກາລະໂອກາດຮ່ວມມືດໍາເນີນທຸລະກິດ. ທ່ານ ເຈິ່ນວັນຕຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ, ໃຫ້ຮູ້ວ່າ:

        ຈາກຜົນສໍາເລັດຂອງວັນບຸນເລີ່ມຕົ້ນທຸລະກິດຄັ້ງນີ້ຂອງ ດ່າໜັງ ຈະພັດທະນາດິນແດນແຫ່ງນີ້ ໃຫ້ກາຍເປັນເຂດພາກກາງ ແລະ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຂອງພາກກາງ ຈະມີເງື່ອນໄຂພັດທະນາ, ເຊື່ອມຕໍ່ພ້ອມກັບສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຂອງທັງປະເທດ. ຂ້າພະເຈົ້າຫວັງວ່າ ດ້ວຍການພັດທະນາ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຂອງດ່າໜັງເວົ້າສະເພາະ ແລະ ພາກກາງເວົ້າລວມນັ້ນ ພວກເຮົົາຈະມີ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດທີ່ທຽມທັນກັບບັນດາປະເທ.

        ຕາມທ່ານຖ໊າຍບ໊າແກ໋ງ, ຫົວໜ້າພະແນກວິທະຍາສາດ - ເຕັກໂນໂລຢີ ນະຄອນດ່າໜັງ ແລ້ວ, ໃນໄລຍະຜ່ານມາ ດ່າໜັງ ໄດ້ກະກຽມເພື່ອພັດທະນາການປະດິດຄິດສ້າງເລີ່ມຕົ້ນທຸລະກິດ ແລະ ຈະແມ່ນເສົາຄໍ້າໃນການພັດທະນາ. ປັດໄຈສໍາຄັນທີ່ສຸດເພື່ອເລີ່ມຕົ້ນທຸລະກິດປະດິດຄິດສ້າງ ນັ້ນແມ່ນແຫຼ່ງຊັບພະຍາກອນ ແລະ ປັດຈຸບັນ ດ່າໜັງ ໄດ້ມີີລະບົບມະຫາວິທະຍາໄລທີ່ດີ ແລະພວມຈັບຈ່ອງຊັບພະຍາກອນມະນຸດນໍາໂຮງຮຽນແຫ່ງຕ່າງໆ ເພື່ອໃຫ້ເຂົາເຈົ້າກໍ່ສ້າງຕາມການກໍານົດທິດເອົາໃຈໃສ່ເປັນພິເສດເຖິງເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນອຸດສາຫະກໍາອັດຕະໂນມັດ, ເຕັກໂນໂລຢີສູງ, ເຕັກໂນໂລຢີຊີວະສາດ. ເຖິງຢ່າງໃດກໍຕາມ, ດ່າໜັງ ກໍວາງເປົ້າໝາຍດຶງດູດຊັບພະຍາກອນ ມະນຸດຈາກແຂວງອື່ນ, ນັບທັງຈາກບັນດາປະເທດຕ່າງໆທີ່ມາເລີ່ມຕົ້ນທຸລະກິດຢູ່ຫວຽດນາມ. ອໍານາດການປົກຄອງ ໄດ້ສ້າງຕັ້ງ “ສະພາປະສານງານຕ່າໜ່າງເລີ່ມ ຕົ້ນທຸລະກິດດ່າໜັງ” ໂດຍໄວ, ປະກາດໃຊ້ແຜນຮ່າງ “ພັດທະນາ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງ ຮອດປິ 2020, ວິໄສທັດຮອດປີ 2030” ເພື່ອແນໃສ່ພັດທະນາ ສະພາບແວດລ້ອມແຫ່ງການເລີ່ມ ຕົ້ນທຸລະກິດ ແລະ ເສີມຂະຫຍາຍທ່າແຮງບົ່ມຊ້ອນໃນການພັດທະນາປະຊາຄົມວິສາຫະກິດເລີ່ມຕົ້ນທຸລະກິດຂອງດ່າໜັງ. 

ສ້າງ​ດ່າໜັງ​ໃຫ້ກາຍ​ເປັນ​ສູນ​ເລີ່​ມຕົ້ນ​ທຸລະ​ກິດ​ແຫ່ງ​ຊາດ - ảnh 2   ທ່ານເລຈູງຈິງ, ຮອງປະທານ ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ກ່າວຄໍາເຫັນຢູ່ວັນບຸນ (ພາບ: vov)

        ທ່ານເລຈູງຈິງ, ຮອງປະທານ ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ, ໃຫ້ຮູ້ວ້າ: ດ່າໜັງ ກໍປະຕິຮູບການບໍລິຫານຢ່າງແຮງ ເພື່ອແກ້ໄຂບັນດາລະບຽບການໃຫ້ແກ່ນັກລົງທຶນ. ການກໍ່ສ້າງລັດຖະບານເອເລັກໂຕນິກຂອງດ່າໜັງພວມຢືນຢູ່ແຖວໜ້າໃນທົ່ວປະເທດ, ເຊິ່ງມີຄວາມສະດວກທີ່ສຸດໃຫ້ແກ່ການລົງທຶນ, ດໍາເນີນທຸລະກິດ ແລະ ເປົ້າໝາຍຂອງນະຄອນແມ່ນສ້າງຄວາມສະດວກໃຫ້ແກ່ນັກລົງທຶນ, ໂດຍສະເພາະແມ່ນການລົງທຶນປະດິດຄິດສ້າງເລີ່ມຕົ້ນທຸລະກິດ ສ້າງຕັ້ງບໍລິສັດ ເພື່ອດໍາເນີນທຸລະກິດຢູ່ດ່າໜັງ. ທ່າໄດ້ປຽບໃນການເດີນຕາມຫຼັງ ໄດ້ເອື້ອອໍານວຍໃຫ້ດ່າໜັງມີກາລະໂອກາດໝູນໃຊ້ບັນດາຮູບແບບການບໍລິຫານຢ່າງມີຫົວຄິດປະດິດສ້າງ ທີ່ມີລັກສະນະຍືນຍົງສູງ. ທ່ານກ່າວວ່າ:

        ພວກ້າພະເຈົ້າປາດຖະໜາຢາກສືບຕໍ່ຍູ້ແຮງການຮ່ວມສໍາພັນກັ/ບັນດ ປັດໄຈໃນ ສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຂອງນະຄອນ, ສໍາຜັກັບແຫຼ່ງທຶນ ແລະ ເຕັກໂນໂລຢີສາກົນ ຂອງບັນດານັກລົງທຶນ ເພື່ອແນະນໍາ ແລະ ເຊື່ອມຕໍ່ກັບປະຊາຄົມທ້ອງຖິ່ນ. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໃນອະນາຄົໃກ້ໆນີ້, ດ່າໜັງ ຈະສ້າງຕັ້ງສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດ ປ່ຽແປງໃໝ່, ປະດິດຄິດສ້າງຢ່າງຄົບຊຸດ. ບັນດາວິສາຫະກິດເລີ່ມຕົ້ນທຸລະກິດພາ/ໃນ ແລະ ຕ່າງປະເທດມາແຫ່່ງນີ້ ເພື່ອພ້ອມກັນຮ່ວມມື, ລົງທຶນ ແລະ ພັດທະນາ.

        ເພື່ອສືບຕໍ່ຍົກສູງທີ່ຕັ້ງບົດບາດຂອງດ່າໜັງຂອງສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດແຫ່ງຊາດ, ການນໍານະຄອນ ແລະ ສະພາປະສານງານຕາໜ່າງເລີ່ມຕົ້ນທຸລະກິດ ດ່າໜັງ ພວມມານະພະຍາຍາມກໍ່ສ້າງບັນດາກົນໄກ, ນະໂຍບາຍ ສ້າງເງື່ອນໄຂຫຼໍ່ລ້ຽງ, ສ້າງແນວຄວາມຄິດເລີ່ມຕົ້ນທຸລະກິດ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ເປັນທ່າແຮງຂອງທ້ອງຖິ່ນຄືການທ່ອງທ່ຽວ, ການບໍລິການອາຫານການກິນ. ໝາກຜົນໃນເບື້ອງຕົ້ນ ໄດ້ສະແດງໃຫ້ເຫັນຄໍາ/ໝັ້ນສັນຍາ ແລະ ຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ດ່າໜັງກາຍເປັນສູນປະດິດຄິດສ້າງເລີ່ມຕົ້ນທຸລະກິດຂອງຫວຽດນາມ ແລະ ພາກພື້ນອາຊຽນ.  

ຕອບກັບ

ຂ່າວ/ບົດ​ອື່ນ