ສາມັກຄີ ຮ່ວມແຮງຮ່ວມໃຈ, ຊາວນະຄອນໂຮ່ຈີມິນ ພວມຢືນຢູ່ຢ່າງໝັ້ນຄົງຕໍ່ໜ້າໂລກລະບາດ

(VOVWORLD) -ນີ້ແມ່ນຈຸດເວລາທີ່ປະຊາຊົນທົ່ວປະເທດເວົ້າລວມ, ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ, ພ້ອມກັນສາມັກຄີ, ປະກອບສ່ວນແຫຼ່ງກຳລັງແຮງເພື່ອຊ່ວຍນະຄອນໃສ່ຊື່ ລຸງໂຮ່ ຢືນຢູ່ຢ່າງ ໝັ້ນຄົງ ຜ່ານຜ່າໂລກລະບາດ.
ສາມັກຄີ ຮ່ວມແຮງຮ່ວມໃຈ, ຊາວນະຄອນໂຮ່ຈີມິນ ພວມຢືນຢູ່ຢ່າງໝັ້ນຄົງຕໍ່ໜ້າໂລກລະບາດ - ảnh 1(ສະຖານທີ່ສະໜອງສິນຄ້າຍັງເປີດປະຕູຢູ່, ຮັບປະກັນດ້ານສະບຽງອາຫານທີ່ຈຳເປັນຢ່າງ ພຽງພໍໃຫ້ແກ່ປະຊາຊົນ)

ນະຄອນ ໂຮ່ຈີມິນ ພວມຢູ່ໃນຊຸມມື້ປະຕິບັດການແຍກຫ່າງສັງຄົມ ຕາມຄຳສັ່ງເລກທີ 16 ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍບັນດາການຜັນແປທີ່ສັບສົນ. ປະສິດທິຜົນໃນເວລາ 15 ວັນຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມີນ ມີຄວາມໝາຍຕັດສິນ, ຄອບງຳບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ຢູ່ເຂດເສດຖະກິດຈຸດສຸມທາງພາກໃຕ້ຫວຽດນາມ ແລະ ທົ່ວປະເທດ. ນີ້ແມ່ນຈຸດເວລາທີ່ປະຊາຊົນທົ່ວປະເທດເວົ້າລວມ, ປະຊາຊົນນະຄອນ ໂຮ່ຈີມິນ ເວົ້າສະເພາະ, ພ້ອມກັນສາມັກຄີ, ປະກອບສ່ວນແຫຼ່ງກຳລັງແຮງເພື່ອຊ່ວຍນະຄອນໃສ່ຊື່ ລຸງໂຮ່ ຢືນຢູ່ຢ່າງ ໝັ້ນຄົງ ຜ່ານຜ່າໂລກລະບາດ.

“ສະຫງວນທຸກສິ່ງທຸກຢ່າງດີທ່ີສຸດໃຫ້ແກ່ນະຄອນ ໂຮ່ຈີມິນ ຕ້ານໂລກລະບາດ” ແມ່ນບັນດາສິ່ງເຊິ່ງພັກ, ລັດ ແລະ ແລະ ປະຊາຊົນໃນທົ່ວປະເທດພວມປະຕິບັດໃນຊຸມມື້ຜ່ານມາ, ສ້າງເປັນກຳລັງແຮງສັງລວມ ຊ່ວຍໃຫ້ນະຄອນ ໂຮ່ຈີມິນ ມີຄວາມໝັ້ນໃຈ, ມີແຫຼ່ງກຳລັງໝັ້ນຄົງເພື່ອປະຕິບັດການຕໍ່ສູ້ຄັ້ງໃຫຍ່ເພື່ອຕ້ານໂລກລະບາດໂຄວິດ-19… ນັບແຕ່ຕົ້ນເດືອນ ມິຖຸນາ, ເມື່ອໂລກລະບາດເລີ່ມແຜ່ລະບາດຢູ່ນະຄອນ ໂຮ່ຈີມິນ, ມີຫຼາຍແຂວງ, ນະຄອນໃນທົ່ວປະເທດໄດ້ສະໜັບສະໜູນເງິນນັບ 10 ຕື້ດົ່ງ, ພ້ອມກັບຜະລິດຕະພັນກະເສດ, ທັນຍາຫານນັບຮ້ອນໂຕນ. ພ້ອມກັບການສະໜັບສະໜູນດ້ານວັດຖຸສິ່ງຂອງ, ແຫຼ່ງການເງິນ, ຍັງມີບັນດາຄຳລະດົມກຳລັງໃຈເພື່ອແນໃສ່ປະກອບແຫຼ່ງກຳລັງຕື່ມອີກ ພ້ອມກັບນະຄອນຜ່ານຜ່າໂລກລະບາດ, ເພື່ອໃຫ້ປະຊາຊົນກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ເຖິງວ່າ, ນະຄອນຂອງພວກຂ້າພະເຈົ້າກໍ່ພວມເກີດໂລກລະບາດ ແລະ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດກໍ່ຕາມ, ແຕ່ໃນປະຈຸບັນ ສະພາບການຜັນແປຂອງໂລກລະບາດຢູ່ນະຄອນ ໂຮ່ຈີມິນ ຍັງສັບສົນກວ່າຫຼາຍ. ດ້ວຍນ້ຳໃຈຂອງປະຊາຊົນ ນະຄອນດ່ານັ້ງ ທີ່ສະຫງວນໃຫ້ແກ່ນະຄອນ ໂຮ່ຈີມິນ, ພວກຂ້າພະເຈົ້າຂໍແບ່ງເບົາກັບຄວາມຫຍຸ້ງຍາກ ແລະ ຢາກຊ່ວຍນະຄອນ ໂຮ່ຈີມິນ ສ່ວນໃດສ່ວນໜຶ່ງໃນວຽກງານປ້ອງກັນ, ຕ້ານໂລກລະບາດ”.

ໃນໄລຍະ 15 ວັນປະຕິບັດການແຍກຫ່າງສັງຄົມ, ເຖິງວ່າ ປະຊາຊົນນະຄອນປະສົບກັບຄວາມຫຍຸ້ງຍາກ, ບໍ່ສະດວກໃນການດຳລົງຊີວິດກໍ່ຕາມ ແຕ່ຍິ່ງກວ່າໃດໝົດ, ທຸກຄົນລ້ວນແຕ່ມີຄວາມເຫັນດີເຫັນພ້ອມກັບບັນດາມາດຕະການເຊິ່ງອຳນາດການປົກຄອງປະຕິບັດ ເພື່ອແນໃສ່ສະກັດກັ້ນ, ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປໂດຍໄວ. ນາງ ຫງວຽນທິຈ່າ, ຢູ່ເມືອງ ບິ່ງແທ້ງ ໃຫ້ຮູ້ວ່າ, ໃນໄລຍະນີ້ບັນດາຮ້ານສັບພະສິນຄ້າ ແລະ ສະຖານທີ່ສະໜອງສິນຄ້າຍັງເປີດປະຕູຢູ່, ຮັບປະກັນດ້ານສະບຽງອາຫານທີ່ຈຳເປັນຢ່າງ ພຽງພໍໃຫ້ແກ່ປະຊາຊົນ, ສະນັ້ນ, ນາງມີຄວາມອຸ່ນອ່ຽນໃຈທີ່ສຸດ ແລະ ປະຕິບັດຕາມຄຳສັ່ງເລກທີ 16 ຂອງລັດຖະບານ:

“ຂ້າພະເຈົ້າສະໜັບສະໜູນເລື່ອງທາງນະຄອນຈັດວາງຄຳສັ່ງເລກທີ 16, ຍ້ອນມີພຽງວິທີປະຕິບັດທີ່ເຂັ້ມແຂງຈຶ່ງສາມາດຍູ້ໂລກລະບາດໃຫ້ຖອຍໄປໄດ້ ເພື່ອກັບຄືນສູ່ການດຳລົງຊີວິດເປັນປົກກະຕິຄືໃນເມືອກ່ອນ. ຍ້ອນປະຕິບັດການແຍກຫ່າງສັງຄົມໃນປີ 2020 ແລ້ວ, ສະນັ້ນຂ້າພະເຈົ້າກໍ່ບໍ່ສະສົມສະບຽງອາຫານຫຼາຍ. ຂ້າພະເຈົ້າຍັງເຮັດວຽກທາງອອນລາຍຄືທຳມະດາໃນໄລຍະຜ່ານມາ ແລະ ຈະນຳໃຊ້ເວລາແຍກຫ່າງນີ້ເພື່ອເບິ່ງແຍງດູແລໃຫ້ແກ່ຄອບຄົວໄດ້ຫຼາຍກວ່າ”.

ສາມັກຄີ ຮ່ວມແຮງຮ່ວມໃຈ, ຊາວນະຄອນໂຮ່ຈີມິນ ພວມຢືນຢູ່ຢ່າງໝັ້ນຄົງຕໍ່ໜ້າໂລກລະບາດ - ảnh 2(ການໜູນຊ່ວຍນີ້ໄດ້ຊ່ວຍໃຫ້ປະຊາຊົນຫຼຸດຜ່ອນຄວາມກັງວົນໃນການດຳລົງຊີວິດ)

ໂລກລະບາດໂຄວິດ-19 ມີການຜັນແປທີ່ນັບມື້ນັບສັບສົນ, ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ຜູ້ເລາະຂາຍເຄື່ອງຕາມທາງ, ຜູ້ອອກແຮງງານນອກລະບົບ… ໂດຍເຂົ້າໃຈໄດ້ສິ່ງດັ່ງກ່າວ, ນະຄອນ ໂຮ່ຈີມິນ ໄດ້ຜັນຂະຫຍາຍບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 886 ຕື້ດົ່ງໂດຍໄວໃຫ້ແກ່ປະຊາຊົນຜູ້ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ໃນບໍລິເວນ. ທ່ານນາງ ຟານກ່ຽວແທັງເຮືອງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

“ສຳລັບປະຊາຊົນໃນເຂດຈຳກັດບໍລິເວນ ໄດ້ມີບ້ວງເງິນຊື້ສິ່ງຂອງທີ່ຈຳເປັນໃນໄລຍະປະຕິບັດຄຳສັ່ງເລກທີ 16. ໜູນຊ່ວຍໃຫ້ແກ່ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກ ຫຼື ບໍ່ລົງນາມສັນຍາແຮງງານ, ຜູ້ອອກແຮງງານນອກລະບົບ. ແນວໂຮມປະເທດຊາດນະຄອນໄດ້ສົມທົບກັບບັນດາອົງການຈັດຕັ້ງສະມາຊິກເປີດບັນດາຮ້ານສັບພະສິນຄ້າບໍ່ເກັບຄ່າ, ATM ເຂົ້າສານ… ພ້ອມກັນນັ້ນ, ທາງນະຄອນກໍ່ໄດ້ຫັກເງິນເພື່ອຊື້ເຄື່ອງຂອງທີ່ຈຳເປັນມອບໃຫ້ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກແຕ່ລະພູດ ມີມູນຄ່າ 300.000 ດົ່ງ”.

ບັນດາການໜູນຊ່ວຍເຫຼົ່ານັ້ນໄດ້ຊ່ວຍໃຫ້ປະຊາຊົນຫຼຸດຜ່ອນຄວາມກັງວົນໃນການດຳລົງຊີວິດໄດ້ສ່ວນໃດສ່ວນໜຶ່ງ. ທ່ານນາງ ຫງວຽນທິເຟື້ອງ, ຜູ້ອອກແຮງງານນອກລະບົບ, ອາໄສຊົ່ວຄາວຢູ່ເມືອງ ບິ່ງແທ້ງ, ແບ່ງປັນວ່າ:

“ພະນັກງານບ້ານໄດ້ລົງໄປຮອດເຮືອນມອບເງິນໜູນຊ່ວຍຄືແນວນີ້, ເຮົາ ມີຄວາມຕື້ນຕັນໃຈ ແລະ ດີໃຈທີ່ສຸດ. ເມື່ອປະຕິບັດຄຳສັ່ງແຍກຫ່າງສັງຄົມເປັນເວລາ 15 ວັນນັ້ນ ຂ້າພະເຈົ້າມີຄວາມວິຕົກກັງວົນຫຼາຍ, ຢ້ານວ່າບໍ່ມີເງິນເພື່ອຊື້ເຂົ້າ, ຂອງກິນ. ປະຈຸບັນມີຈຳນວນເງິນນີ້ແລ້ວ, ຄອບຄົວມີຄວາມອຸ່ນອ່ຽນໃຈໃນຊຸມມື້ຈະມາເຖິງ”.

15 ວັນປະຕິບັດຕາມຄຳສັ່ງເລກທີ 16 ແມ່ນຈຸດເວລາຕັດສິນເພື່ອໃຫ້ນະຄອນ ໂຮ່ຈີມິນ ຄວບຄຸມໂລກລະບາດ. ດ້ວຍຄວາມເຫັນດີເຫັນພ້ອມຂອງປະຊາຊົນທຸກຊັ້ນວັນນະ, ພ້ອມກັບການຮ່ວມເດີນທາງ, ການໜູນຊ່ວຍຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນຕ່າງໆ, ນະຄອນ ໂຮ່ຈີມິນ ຈະຢືນຢູ່ຢ່າງໝັ້ນຄົງ ສາມາດຍາດໄດ້ໄຊຊະນະຕໍ່ໂລກລະບາດໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ