ຫໍ​ພິ​ພິ​ທະ​ພັນຊົນ​ເຜົ່າວິ​ທະ​ຍາ ຫວຽດ​ນາມ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ກໍຄືກັນກັບສະຖານທີ່ທ່ອງທ່ຽວອື່ນໆຢູ່ຮ່າໂນ້ຍ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຈຳນວນແຂກທີ່ມາຢ້ຽມຊົມຫໍພິພິທະພັນຫຼຸດລົງປະມານ ¾ ເມື່ອທຽບໃສ່ໄລຍະດຽວກັນຂອງໄລຍະກ່ອນທີ່ເກີດໂລກລະບາດໂຄວິດ - 19, ມີບາງຈຸດເວລາຕົວເລກດັ່ງກ່າວຍັງສູງກ່ວາອີກແລະນັ້ນແມ່ນສັນຍານທີ່ເປັນໜ້າກັງວົນ.



ຫໍ​ພິ​ພິ​ທະ​ພັນຊົນ​ເຜົ່າວິ​ທະ​ຍາ ຫວຽດ​ນາມ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ

ຕໍ່ໜ້າບັນດາຜົນກະທົບຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19, ຫໍພິພິທະພັນຕ້ອງສ້າງບັນດາລາຍການຢ້ຽມຊົມທີ່ດຶງດູດໃຈອອກມາເພື່ອແນໃສ່ຟື້ນຟູຈຳນວນແຂກທີ່ມາຢ້ຽມຊົມຄື: ສຸມໃສ່ຍູ້ແຮງການປະຕິບັດບັນດາມາດຕະການໜູນຊ່ວຍ, ກະຕຸ້ນການໄປຢ້ຽມຊົມ, ນຳໃຊ້ໂປມໍຊັນເຂົ້າຊົມບໍ່ເສຍຄ່າ, ຫຼຸດລາຄາປີ້, ສ້າງລາຍການຢ້ຽມຊົມດ້ວຍບັນດາຫົວຂໍ້ທີ່ເປັນຫຼາຍຮູບແບບຄື: ລະດູບານໃໝ່, ລະດູແລ້ງ, ລະດູໃບໄມ້ຫຼົ່ນ, ລະດູໜາວ, ວັນບຸນໄຫວ້ພະຈັນ, ວັນບຸນເຕັດ…ທ່ານນາງ ປທ ອານທູຈ່າ ຮອງຫົວໜ້າຫ້ອງມູນເຊື້ອແລະການສຶກສາ, ສັງກັດຫໍພິທີທະພັນຊົນເຜົ່າວິທະຍາຫວຽດນາມໃຫ້ຮູ້ວ່າ:

ເມື່ອຫາສະເໜີອອກມາໃຜກໍ່ຮູ້ສຶກກັງວົນ, ບໍ່ຮູ້ວ່າຈະເຮັດໄດ້ຫຼືບໍ່, ເມື່ອສ້າງບັນດາການເຄື່ອນໄຫວນີ້ອອກມາແລ້ວຈະມີ ຜູ້ໃດມາຢ້ຽມຊົມບໍ່, ແຕ່ດ້ວຍຄວາມຕັດສິນໃຈທີ່ວ່າມີແຂກມາຢ້ຽມຊົມຄົນໜຶ່ງກໍ່ຮັບໃຊ້. ດັ່ງນັ້ນ ທາງຫໍພິພິທະພັນຈິ່ງໄດ້ສ້າງບັນດາລາຍການຢ້ຽມຊົມທີ່ອຸດົມສົມບູນແລະດຶງດູດໃຈອອກມາ, ແລະໃນຈຸດເວລາ 2020 ເຖິງວ່າໂລກລະບາດໂຄວິດ - 19 ຈະກັບຄືນມາລະບາດອີກ 2,3 ຮອບກໍຕາມ, ແຕ່ຈຳນວນແຂກຈົດທະບຽນເຂົ້າຢ້ຽມຊົມຫໍພິພິທະພັນຍັງມີຫຼາຍພໍສົມຄວນ.

ພາຍຫຼັງຜັນຂະຫຍາຍບັນດາລາຍການ, ນະໂຍບາຍດຶງດູດແຂກເຂົ້າມາຢ້ຽມຊົມມາເປັນໄລຍະໜຶ່ງ, ຫໍພິທິທະພັນກໍບັນລຸໄດ້ບັນດາໝາກຜົນທີ່ດີພໍສົມຄວນ, ຈຳນວນແຂກມາຢ້ຽມຊົມໄດ້ເພີ່ມຂຶ້ນຫຼາຍ ເປັນຕົ້ນແມ່ນໃນຍາມທ້າຍອາທິດ, ມີບາງຈຸດເວລາຈຳນວນແຂກທ່ອງທ່ຽວມີເຖິງ 1000 ຄົນຕໍ່ວັນ.

ເພື່ອຜັນຂະຫຍາຍບັນດາທ່າແຮງທີ່ມີຢູ່ແລ້ວຂອງຕົນໃຫ້ດີກ່ວາອີກ, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມຍັງຮ່ວມສຳພັນກັບບັນດາໂຮງຮຽນ, ຫົວໜ່ວຍແລະບໍລິສັດທ່ອງທ່ຽວເພື່ອສ້າງບັນດາການເຄື່ອນໄຫວຢ້ຽມຊົມຕາມຄວາມຮຽກຮ້ອງ. ພົ້ນເດັ່ນແມ່ນເຫດການຈັດການເຄື່ອນໄຫວລະຫວ່າງຫໍພິພິທະພັນກັບໂຮງຮຽນ Vinschool ດ້ວຍຫົວຂໍ້ທີ່ວ່າ “ຄາບເຂົ້າໃນຄອບຄົວ”, ເມື່ອເຂົ້າຮ່ວມ, ພວກນ້ອງນ້ອຍຈະໄດ້ຄົ້ນຫາທຸກໆຈຸດທີ່ເປັນເອກະລັກສະເພາະໃນຫ້ອງແຕ່ງກິນຂອງເຮືອນມູນເຊື້ອຂອງບັນດາຊົນເຜົ່າ, ເອື້ອຍຄູ ຫງວຽນທິທວາ ອາຈານສອນຂອງໂຮງຮຽນ Vinschool ໃຫ້ຮູ້ວ່າ:

ຂ້າພະເຈົ້າຮູ້ສຶກວ່າລາຍການ “ຄາບເຂົ້າຄອບຄົວ”ນັ້ນ ຫໍພິພິທະພັນໄດ້ຈັດຕັ້ງຢ່າງລະອຽດລະອໍມີແບບມີແຜນເຊິ່ງຊ່ວຍໃຫ້ບັນດານັກຮຽນສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນດາສິ່ງທີ່ຕົນເອງໄດ້ຮຽນຢ່າງຈະແຈ້ງ. ບໍ່ພຽງແຕ່ເທົ່ານັ້ນເມື່ອມານີ້, ພວກນ້ອງຍັງໄດ້ຮັບຄວາມຮູ້ຫຼາຍຢ່າງກ່ຽວກັບ 54 ຊົນເຜົ່າຫວຽດນາມ.

ບັນດາລາຍການຢ້ຽມຊົມທີ່ສະຫງວນໃຫ້ແກ່ກຸ່ມເປົ້າໝາຍຄອບຄົວຢູ່ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມໄດ້ເລີ່ມຂຶ້ນແຕ່ເດືອນເມສາຂອງທຸກປີ (ໂດຍແມ່ນຈຸດເວລາທີ່ນັກຮຽນໃກ້ຈະພັກແລ້ງ) ດ້ວຍການເຄື່ອນໄຫວທີ່ດຶງດູດໃຈຫຼາຍຢ່າງຄື: ວັນຄອບຄົວ, ລະດູແລ້ງສຳລັບນ້ອງ, ຫວນຄືນຄາວເຍົາໄວ… ທ່ານນາງ ປ.ທ ອານທູຈ່າ ໃຫ້ຮູ້ວ່າຕື່ມອີກວ່າ:

ພາຍຫຼັງສັງເກດແລະຄົ້ນຄ້ວາສະພາບການຕົວຈິງ, ຫໍພິພິທະພັນເຫັນໄດ້ວ່າໃນບັນດາວັນທ້າຍອາທິດ, ບັນດາຄອບຄົວບໍ່ມີສະຖານທີ່ລະຫຼິ້ນຫຼາຍ, ຫໍພິພິທະພັນຕັ້ງຢູ່ຮ່າໂນ້ຍໂດຍບໍ່ຕ້ອງໄປໄກ, ຄ່າໃຊ້ຈ່າຍກໍເໝາະສົມແລະຍິ່ງໄປກ່ວານັ້ນເມື່ອມາຫໍພິພິທະພັນບັນດາຄອບຄົວຈະມີເງື່ອນໄຂເພື່ອພ້ອມກັນເຂົ້າຮ່ວມບັນດາການລະຫຼິ້ນ, ຊອກຫາກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຫວຽດນາມກໍ່ຄືບັນດາປະເທດໃນໂລກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວເພີ່ມທະວີຄວາມສະໜິດແລະ ຄວາມຜູກພັນກັນ.

ໂດຍສືບຕໍ່ຜົນສຳເລັດຂອງການເຄື່ອນໄຫວ “ຄວາມມ່ວນຊື່ນໃນລະດູແລ້ງທີ່ຍາກຈະລືມໄດ້” ຊຶ່ງໄດ້ຮັບການຈັດຕັ້ງໃນລະດູແລ້ງປີ 2020, ລະດູແລ້ງປີນີ້, ຫໍພິພິທະພັນຈະສືບຕໍ່ຈັດຕັ້ງລາຍການເພື່ອແນໃສ່ເປົ້າໝາຍແມ່ນພວກນ້ອງນ້ອຍ. ຈຸດໃໝ່ຂອງການເຄື່ອນໄຫວປີນີ້ນັ້ນແມ່ນບັນດານ້ອງນ້ອຍຈະເຂົ້າຮ່ວມດ້ວຍຕົນເອງເຊິ່ງບໍ່ມີພໍ່ແມ່ຢູ່ຄຽງຂ້າງ, ເຮັດວຽກເປັນກຸ່ມນຳກັນ. ນ້ອງຫງວຽນຢາບ໋າວອາຍຸ 12 ປີ, ພວມດຳລົງຊີວິດຢູ່ຮ່າໂນ້ຍເລົ່າສູ່ຟັງວ່າ:

ຫຼານຮູ້ສຶກດີໃຈຫຼາຍ ເມື່ອໄດ້ເຂົ້າຮ່ວມການເຄື່ອນໄຫວນີ້, ຢູ່ທີ່ນີ້ຫຼານໄດ້ຮູ້ຈັກເພື່ອນໃໝ່ຫຼາຍຄົນ, ຫຼິ້ນການລະຫຼິ້ນພື້ນເມືອງຕ່າງໆທີ່ມ່ວນແລະຮຽນຮູ້ໄດ້ຄວາມຮູ້ຫຼາຍຢ່າງກ່ຽວກັບປະເທດຕົນ.

ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກແລະບັນດາປະເທດບ້ານໃກ້ເຮືອນຄຽງ, ຫວຽດນາມຍາມໃດກໍ່ຍົກສູງສະຕິລະວັງຕົວ, ຍົກອອກບັນດາມາດຕະການສະກັດກັ້ນໂລກລະບາດໂຄວິດ - 19. ທາງຫໍພິພິທະພັນພ້ອມກັບບັນດາບໍລິສັດທ່ອງທ່ຽວຍາມໃດກໍ່ປະຕິບັດບັນດາມາດຕະການຄື: ໃສ່ຜ້າອັດປາກ, ຮັກສາໄລຍະຫ່າງ, ລ້າງມືຂ້າເຊື້ອ, ບໍ່ເຕົ້າໂຮມກັນຫຼາຍຄົນ, ແຈ້ງອາການສຸຂະພາບ, ພ້ອມທັງຍູ້ແຮງບັນດາລາຍການຢ້ຽມຊົມຂອງຕົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນພາຍໃນປະເທດເວົ້າລວມແລະປະຊາຊົນຮ່າໂນ້ຍເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ