ຫວຽດນາມ ຫັນເປັນດີຈີຕອນເພື່ອແນໃສ່ພັດທະນາການທ່ອງທ່ຽວ

(VOVWORLD) -ປະຈຸບັນ, ການຫັນເປັນດີຈີຕອນໄດ້ນຳໃຊ້ຢ່າງກວ້າງຂວາງພໍສົມຄວນໃນຫຼາຍຂະແໜງ, ຂົງເຂດທີ່ແຕກຕ່າງກັນ
ຫວຽດນາມ ຫັນເປັນດີຈີຕອນເພື່ອແນໃສ່ພັດທະນາການທ່ອງທ່ຽວ - ảnh 1 (ການຫັນເປັນດີຈີຕອນປະກອບສ່ວນນຳຂະແໜງທ່ອງທ່ຽວຫວຽດນາມ ມີການພັດທະນາໄວກວ່າ)

ໃນໄລຍະຜ່ານມາ, ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງພື້ນຖານເສດຖະກິດໂລກ ແລະ ຂະແໜງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ນັ້ນແມ່ນຂະແໜງທ່ອງທ່ຽວ. ປະຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ-19 ໄດ້ໂດຍພື້ນຖານແລ້ວ, ແຕ່ເພື່ອສາມາດຄົງຕົວ ແລະ ພັດທະນາ, ຂະແໜງທ່ອງທ່ຽວຫວຽດນາມ ຕ້ອງຫັນປ່ຽນຕົວເອງເຮັດແນວໃດເພື່ອໃຫ້ແທດເໝາະກັບທ່າອ່ຽງໃນປະຈຸບັນ. ໂດຍກຳແໜ້ນໄດ້ສິ່ງດັ່ງກ່າວ, ພາຍໃຕ້ການໜູນຊ່ວຍຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ສະມາຄົມທ່ອງທ່ຽວຫວຽດນາມ ໄດ້ຈັດຕັ້ງງານຕະຫຼາດນັດການທ່ອງທ່ຽວ ດ້ວຍຫົວຂໍ້ວ່າ “ຫວຽດນາມ ຫັນເປັນດີຈີຕອນ ເພື່ອພັດທະນາການທ່ອງທ່ຽວ” ເພື່ອແນໃສ່ກະຕຸ້ນການທ່ອງທ່ຽວ ນຳມາເຊິ່ງສິ່ງໃໝ່ໆໃຫ້ແກ່ນັກທ່ອງທ່ຽວ.

        ດ້ວຍຫົວຂໍ້ວ່າ “ຫວຽດນາມ ຫັນເປັນດີຈີຕອນ ເພື່ອພັດທະນາການທ່ອງທ່ຽວ”, ຄະນະຈັດຕັ້ງໄດ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ອົງການຈັດຕັ້ງທີ່ເຂົ້າຮ່ວມງານຕະຫຼາດ ຍົກອອກບັນດາຂໍ້ລິເລີ່ມໃນວິວັດການຄຸ້ມຄອງ, ດຳເນີນທຸລະກິດ ແລະ ການເຄື່ອນໄຫວດ້ານການທ່ອງທ່ຽວ ຕິດພັນກັບການປະຕິບັດການຫັນເປັນດີຈີຕອນເພື່ອໃຫ້ຂະແໜງທ່ອງທ່ຽວຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕໃນຊຸມປີຈະມາເຖິງ.

        ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ການເຄື່ອນໄຫວຂອງຫຼາຍພື້ນຖານການຄຸມຄອງ ແລະ ດຳເນີນທຸລະກິດທີ່ມີມາແຕ່ດົນນານຂອງຂະແໜງທ່ອງທ່ຽວບໍ່ສາມາດຮັກສາໄດ້, ຊ້ຳບໍ່ໜຳແມ່ນບັນລຸປະສິດທິຜົນຕ່ຳກວ່າຫຼາຍເມື່ອທຽບໃສ່ຫຼາຍປີຜ່ານມາ. ການເຊື່ອມຕໍ່ລະຫວ່າງບັນດາພາກສ່ວນຂອງຂະບວນວິວັດແຫ່ງການຜະລິດ, ດຳເນີນທຸລະກິດແບບເກົ່າພວມກາຍເປັນສິ່ງທີ່ຫຼ້າຫຼັງ, ສະນັ້ນ ການຫັນເປັນດີຈີຕອນແມ່ນມາດຕະການທີ່ມີຄວາມເໝາະສົມທີ່ສຸດສຳລັບຂະແໜງທ່ອງທ່ຽວໃນຍຸກປະຈຸບັນ. ທ່ານ ຫງວຽນຮິວອີອຽນ, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Saigontourist, ໃຫ້ຮູ້ວ່າ.

        “ສຳລັບສະພາບການໃນປະຈຸບັນ, ພວກເຮົາອາດເຫັນໄດ້ວ່າ, ເລື່ອງນຳໃຊ້ເຕັກໂນໂລຊີເຂົ້າໃນການດຳເນີນທຸລະກິດແມ່ນມີການພັດທະນາຢ່າງກະໂດດຂັ້ນເມື່ອທຽບໃສ່ຊຸມປີກ່ອນປະມານ 50%-100%. ຕໍ່ໜ້າສະພາບການນັ້ນ, ບໍລິສັດທ່ອງທ່ຽວ Saigontourist ກໍ່ເລີ່ມຫັນປ່ຽນມາເປັນການຄ້າເອເລັກໂຕນິກແລ້ວ, ຂາຍຜະລິດຕະພັນຜ່ານອິນເຕີແນັດ ແລະ ປະຈຸບັນພວກຂ້າພະເຈົ້າກໍ່ພວມສືບຕໍ່ສ້າງຊັອບແວຄຸ້ມຄອງ, ບໍລິຫານຕື່ມອີກ ເຮັດແນວໃດເພື່ອນຳຊອບແວນັ້ນເຂົ້າໃນບັນດາຊ່ອງຂາຍເຄື່ອງໃນໂລກ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກຂ້າພະເຈົ້າຫັນປ່ຽນຮູບແບບການດຳເນີນທຸລະກິດ”.

        ປະຈຸບັນ, ການຫັນເປັນດີຈີຕອນໄດ້ນຳໃຊ້ຢ່າງກວ້າງຂວາງພໍສົມຄວນໃນຫຼາຍຂະແໜງ, ຂົງເຂດທີ່ແຕກຕ່າງກັນຄື: ການແພດ, ການສຶກສາ, ຄຸ້ມຄອງ, ດຳເນີນທຸລະກິດ… ການຫັນເປັນດີຈີຕອນກໍ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງຄື: ຫຼຸດຜ່ອນເວລາ, ຫັນກົງຈັກໃຫ້ກະທັດລັດ, ນຳໃຊ້ບັນດາຖານຂໍ້ມູນຂອງວິສາຫະກິດໄດ້ຢ່າງສຸດຂີດ, ຍູ້ແຮງການໂຄສະນາ, ແນະນຳຜະລິດຕະພັນຜ່ານທາງອິນເຕີແນັດ, ຜ່ານນັ້ນສາມາດສຳຜັດກັບລູກຄ້າໄດ້ຫຼາຍກວ່າ.

        ບໍ່ສະເພາະແຕ່ຫວຽດນາມ ເທົ່ານັ້ນ, ປະຈຸບັນມີຫຼາຍປະເທດໃນໂລກໄດ້ນຳໃຊ້ການຫັນເປັນດີຈີຕອນເຂົ້າໃນຂະແໜງທ່ອງທ່ຽວ. ທ່ານນາງ ຣາຕີວັນ ບຸນປະຄອງ, ຫົວໜ້າຜູ້ຕາງໜ້າຫ້ອງການທ່ອງທ່ຽວໄທ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

     

 (ທ່ານນາງ ຣາຕີວັນ ບຸນປະຄອງ)

ການຫັນເປັນດີຈີຕອນບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວເທົ່ານັ້ນ, ຫາກຍັງໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວ, ນັກທ່ອງທ່ຽວສາມາດເລືອກເອົາສະຖານທີ່ທ່ອງທ່ຽວ, ເຂດພັກຜ່ອນບຳລຸງສຸຂະພາບ, ໂຮງແຮມ, ຍານພາຫະນະໄປມາໄດ້ຢ່າງສະດວກສະບາຍ ແລະ ມີລາຄາທີ່ເໝາະສົມ. ເອື້ອຍ ດັ້ງທິທາວມາຍ, ພວມດຳລົງຊີວິດຢູ່ຮ່າໂນ້ຍ, ແບ່ງປັນວ່າ.

        “ດ້ວຍການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນຂະແໜງທ່ອງທ່ຽວ, ຂ້າພະເຈົ້າສາມາດຈ່ອງຫ້ອງພັກ, ຍານພາຫະນະໄປມາ ແລະ ຈ່າຍຄ່າບໍລິການຜ່ານທາງອິນເຕີແນັດ. ນອກນັ້ນ, ຂ້າພະເຈົ້າຍັງໄດ້ຮັບຊົມພາບຖ່າຍຂອງບັນດາສະຖານທີ່ທ່ອງທ່ຽວຢ່າງມີຊີວິດຊີວາກວ່າ ຜ່ານລະບົບເຕັກໂນໂລຊີເຊິ່ງບັນດາບໍລິສັດທ່ອງທ່ຽວນຳໃຊ້. ພາຍຫຼັງທີ່ໄດ້ຮັບຊົມ, ຂ້າພະເຈົ້າໄດ້ຈ່ອງລາຍການໄປທ່ອງທ່ຽວຢູ່ ຍາຈາງ ໃຫ້ຄອບຄົວໃນເດືອນ ມີນາ 2021 ຈະມາເຖິງ.”

        ໂລກພວມກ້າວເຂົ້າສູ່ຍຸກ 4.0, ໃນນັ້ນ ການພັດທະນາພູມປັນຍາທຽມ ແລະ ບັນດາເຕັກໂນໂລຊີທີ່ທັນສະໄໝ ໄດ້ ແລະ ພວມປ່ຽນແປງຊີວິດສັງຄົມໃນທຸກດ້ານ, ພິເສດແມ່ນຂະແໜງທ່ອງທ່ຽວ. ສະນັ້ນ, ການຫັນເປັນດີຈີຕອນຈະໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກບັນດາວິສາຫະກິດທ່ອງທ່ຽວຫວຽດນາມ, ສິ່ງດັ່ງກ່າວຈະປະກອບສ່ວນນຳຂະແໜງທ່ອງທ່ຽວຫວຽດນາມ ມີການພັດທະນາໄວກວ່າ ແລະ ກາຍເປັນຂະແໜງເສດຖະກິດປາຍແຫຼມໃນອະນາຄົດຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ