ຫຼາຍທ້ອງຖິ່ນສ້າງລາຍການທ່ອງທ່ຽວຮັບໃຊ້ SEA Games 31

(VOVWORLD) -ຮ່າໂນ້ຍ - ແຫ່ງຈັດພິທີເປີດ, ພິທີອັດ ແລະ ຈັດຕັ້ງການແຂ່ງຂັນກິລາຫຼາຍປະເພດ ໃນ SEA Games 31, ຄາດວ່າດຶງດູດນັກກິລາ, ຄູຝຶກ, ພະນັກງານ, ເຈົ້າໜ້າທີ່ມາຈາກບັນດາປະເທດ ອາຊຽນ ນັບໝື່ນຄົນ ແລະ ມີນັກທ່ອງທ່ຽວມາ ຮ່າໂນ້ຍ ເພື່ອມາຊົມມາເຊຍ, ຢ້ຽມຢາມນັບຫຼາຍພັນຄົນ.
ຫຼາຍທ້ອງຖິ່ນສ້າງລາຍການທ່ອງທ່ຽວຮັບໃຊ້ SEA Games 31 - ảnh 1ລາຍການທ່ອງທ່ຽວດ້ວຍລົດຖີບ
(ພາບ:hanoimoi.com.vn)

ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (SEA Games 31), ເຊິ່ງແມ່ນເຫດການກິລາໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແມ່ນເຫດການສາກົນໃຫຍ່ທຳອິດຂອງ ຫວຽດນາມ ພາຍຫຼັງໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ເປັນເວລາຍາວ. ນີ້ແມ່ນໂອກາດເພື່ອດຶງດູດນັກທ່ອງທ່ຽວສາກົນ, ຟື້ນຟູການທ່ອງທ່ຽວຂອງ ຫວຽດນາມ. ໂດຍຍາດແຍ່ງເອົາກາລະໂອກາດດັ່ງກ່າວ, ບັນດາທ້ອງຖິ່ນໄດ້ຕັ້ງໜ້າໂຄສະນາ, ແນະນຳບັນດາລາຍການທ່ອງທ່ຽວພິເສດທີ່ເປັນເອກະລັກສະເພາະເພື່ອແນະນຳໃຫ້ນັກທ່ອງທ່ຽວ, ເຈົ້າໜ້າທີ່, ນັກກິລາເຂົ້າຮ່ວມ SEA Games 31.

SEA Games 31 ດຳເນີນແຕ່ວັນທີ 12 – 23 ພຶດສະພາ ຢູ່ຮ່າໂນ້ຍ ແລະ 11 ແຂວງ, ນະຄອນໃກ້ຄຽງ. ນີ້ແມ່ນໂອກາດເພື່ອໃຫ້ນັກກິລາ, ເຈົ້າໜ້າທີ່ຂະແໜງກິລາ, ຜູ້ຊົມສາກົນມາ ຫວຽດນາມ, ໂດຍສະເພາະແມ່ນ ຮ່າໂນ້ຍ, ເຊິ່ງແມ່ນບ່ອນດຳເນີນພິທີໄຂ, ພິທີອັດ ແລະ ຫຼາຍເນື້ອໃນແຂ່ງຂັນ. ເຫດການກິລາທີ່ຟົດຟື້ນດັ່ງກ່າວແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ດຶງດູດນັກທ່ອງທ່ຽວສາກົນ, ຟື້ນຟູການທ່ອງທ່ຽວ. ທ່ານ ເຈິ່ນຟອງບິ່ງ, ຮອງຫົວໜ້າກົມຕະຫຼາດທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

“ພາຍຫຼັງ SEA Games 22 ໄດ້ຈັດຂຶ້ນດ້ວຍຜົນສຳເລັດເມື່ອປີ 2003 ຢູ່ ຫວຽດນາມ, ຊຸມປີຕໍ່ໄປແມ່ນ 2004, 2005 ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ລ້ວນແຕ່ມີການເຕີບໂຕຢ່າງແຮງ, ດ້ວຍລະດັບແຕ່ 10 – 20%/ປີ. ໃນຄັ້ງນີ້, SEA Games 31  ໄດ້ຈັດຂຶ້ນໃນຈຸດເວລາພິເສດ, ນັ້ນແມ່ນພາຍຫຼັງທ່ີຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ມາເປັນໄລຍະຍາວ ແລະ ພຽງແຕ່ໃນເວລາສັ້ນໆ ເມື່ອ ຫວຽດນາມ ເປີດປະຕູຢ່າງຮອບດ້ານໃນວັນທີ 15 ມີນາ 2022. ເລື່ອງຈັດຕັ້ງ, ນຳໃຊ້ເຫດການເພື່ອໂຄສະນາ, ສົ່ງເສີມ ຈະແມ່ນກຳລັງພັກດັນຊຸກຍູ້ຂະແໜງທ່ອງທ່ຽວ ຫວຽດນາມ ຟື້ນຟູ ແລະ ກັບຄືນສູ່ທ່າພັດທະນາໃນໄລຍະຈະມາເຖິງໂດຍໄວ”.

ຮ່າໂນ້ຍ - ແຫ່ງຈັດພິທີເປີດ, ພິທີອັດ ແລະ ຈັດຕັ້ງການແຂ່ງຂັນກິລາຫຼາຍປະເພດ ໃນ SEA Games 31, ຄາດວ່າດຶງດູດນັກກິລາ, ຄູຝຶກ, ພະນັກງານ, ເຈົ້າໜ້າທີ່ມາຈາກບັນດາປະເທດ ອາຊຽນ ນັບໝື່ນຄົນ ແລະ ມີນັກທ່ອງທ່ຽວມາ ຮ່າໂນ້ຍ ເພື່ອມາຊົມມາເຊຍ, ຢ້ຽມຢາມນັບຫຼາຍພັນຄົນ. ເພື່ອຮັບປະກັນວຽກງານກະກຽມຢ່າງລອບຄອບຖີ່ຖ້ວນທີ່ສຸດ, ທ່ານ ຫງວຽນຮົ່ງມິງ, ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ຂະແໜງທ່ອງທ່ຽວ ຮ່າໂນ້ຍ ໄດ້ມີແຜນການເພື່ອແນະນຳການທ່ອງທ່ຽວນະຄອນຫຼວງ ໃຫ້ແກ່ນັກທ່ອງທ່ຽວ, ນັກກິລາ, ນັກຂ່າວສາກົນ. ພວກຂ້າພະເຈົ້າໄດ້ຈັດຫຼາຍເຫດການເພື່ອຂ່ຳນັບຮັບຕ້ອນໃນຈຸດເວລາກ່ອນ, ໃນ ແລະ ພາຍຫຼັງ SEA Games 31 ຄື: ງານບຸນມອບຂອງຂວັນ, ງານບຸນອາຫານການກິນ, ງານບຸນທ່ອງທ່ຽວໃນເວລາແຕ່ວັນທີ 12-23 ພຶດສະພາ. ຜ່ານນັ້ນ, ໂຄສະນາບັນດາຮູບແບບ, ທ່າແຮງຂອງຂະແໜງທ່ອງທ່ຽວ ຮ່າໂນ້ຍ”.

ຫຼາຍທ້ອງຖິ່ນສ້າງລາຍການທ່ອງທ່ຽວຮັບໃຊ້ SEA Games 31 - ảnh 2ລາຍການທ່ອງທ່ຽວໃໝ່, ພິເສດແມ່ນຄົ້ນຫາພະລາດຊະວັງ ທັງລອງ
(ພາບ:hanoimoi.com.vn)

ບັນດາບໍລິສັດທ່ອງທ່ຽວໃນນະຄອນຫຼວງ ຮ່າໂນ້ຍ ກໍ່ໄດ້ສ້າງ 28 ລາຍການທ່ອງທ່ຽວ, ເພື່ອຮັບໃຊ້ບັນດາຄະນະຜູ້ແທນ, ຄູຝຶກ, ນັກກິລາ ແລະ ນັກທ່ອງທ່ຽວເຂົ້າຮ່ວມເຫດການດັ່ງກ່າວ. ບັນດາລາຍການທ່ອງທ່ຽວໄດ້ສຸມໃສ່ຄຸນຄ່າວັດທະນະທຳ, ປະຫວັດສາດ, ສະຖາປັດຕະຍາກຳ, ສະຖານທີ່ທ່ອງທ່ຽວໃນນະຄອນຫຼວງ ຮ່າໂນ້ຍ ກັບບັນດາສະຖານທີ່ຢູ່ແຂວງ, ນະຄອນໃກ້ຄຽງ… ພ້ອມກັນນັ້ນ, ບັນດາບໍລິສັດຍັງສ້າງລາຍການທ່ອງທ່ຽວຄົ້ນຫາບັນດາສະຖານທີ່ຢູ່ໃກ້ກັບ ຮ່າໂນ້ຍຄື: ນິງບິ່ງ, ຮະລອງ, ຊາປາ, ລາຍເຈົາ. ທ່ານນາງ ຈິ້ງທິມິເງະ, ຮອງປະທານຜູ້ປະຈຳການສະມາຄົມທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:

ປະຈຸບັນ, ມີບາງຜະລິດຕະພັນທ່ອງທ່ຽວຂອງ ຮ່າໂນ້ຍ ໄດ້ກຽມພ້ອມຮັບໃຊ້, ໄດ້ສ້າງໃໝ່ ແລະ ໄດ້ແປເປັນຫຼາຍພາສາຕ່າງປະເທດ. ຕົວຢ່າງຄື, ນອກຈາກ city tourແລ້ວ, ຮ່າໂນ້ຍ ຍັງສ້າງບັນດາລາຍການທ່ອງທ່ຽວໃໝ່, ພິເສດແມ່ນຄົ້ນຫາພະລາດຊະວັງ ທັງລອງ, ລາຍການທ່ອງທ່ຽວຄຸກ ຮວາລໍ່, ຫຼືການເຊື່ອມຕໍ່ຜະລິດຕະພັນຂຽວ, ທ່ອງທ່ຽວປອດໄພດ້ວຍການຖີບລົດຖີບໄປຍັງສະຖານທີ່ໃກ້ຄຽງຄື: ບາດຈ່າງ, ເທື່ອງຕິນ, ກວກອວຍ, ບາວີ… ຜະລິດຕະພັນທ່ອງທ່ຽວທັງໝົດເຫຼົ່ານັ້ນໄດ້ກຽມພ້ອມຕ້ອນຮັບນັກທ່ອງທ່ຽວ”

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີພື້ນຖານກິລາພັດທະນາຢ່າງແຮງ, ພ້ອມດຽວກັນນັ້ນ ການເຄື່ອນໄຫວທ່ອງທ່ຽວກິລາທາງທະເລ, ກິລາພະຈົນໄພ, ແລ່ນ… ກໍ່ມີຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບ. ຍ້ອນເຫດນັ້ນ, SEA Games 31 ກໍ່ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວ ຫວຽດນາມ ພິຈາລະນາ, ຍູ້ແຮງບັນດາການເຄື່ອນໄຫວທ່ອງທ່ຽວກິລາ. ບໍ່ພຽງແຕ່ເປັນເຫດການກິລາສຳຄັນເທົ່ານັ້ນ, SEA Games 31 ຍັງເປັນກຳລັງພັກດັນຢ່າງແຮງຊຸກຍູ້ໃຫ້ຂະແໜງທ່ອງທ່ຽວ ຮ່າໂນ້ຍ ແລະ ບັນດາແຂວງ, ນະຄອນໃກ້ຄຽງ ພັດທະນາອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ