ຮັກ​ຫວຽດ​ນາມ​ຜ່ານ​ການ​ຮຽນ​ພາ​ສາ

(VOVWORLD) -ການສອບເສັງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼາຍຈາກບັນດາຜູ້ເຂົ້າຮ່ວມການສອບເສັງທີ່ມາຈາກ 36 ທ້ອງຖິ່ນໃນທົ່ວປະເທດຍີ່ປຸ່ນ
ຮັກ​ຫວຽດ​ນາມ​ຜ່ານ​ການ​ຮຽນ​ພາ​ສາ - ảnh 1 (ຄວາມຕ້ອງການຮຽນພາສາຫວຽດ ຂອງຊາວຍີ່ປຸ່ນ ນັບມື້ນັບເພີ່ມຂຶ້ນ)

ການສອບເສັງກ່ຽວກັບຄວາມສາມາດດ້ານພາສາຫວຽດ ຄັ້ງທີ 3 ໂດຍວິທະຍາໄລພາສາຕ່າງປະເທດຍີ່ປຸ່ນ ຂຶ້ນກັບສະຫະສະມາຄົມການສຶກສາປອດກຳໄລ Bunsai Gakuen ຈັດຕັ້ງ, ຫາກໍ່ດຳເນີນຢູ່ໂຕກຽວ, ປະເທດຍີ່ປຸ່ນ. ວິທະຍາໄລພາສາຕ່າງປະເທດຍີ່ປຸ່ນ ແມ່ນຫົວໜ່ວຍທຳອິດ ແລະ ໜຶ່ງດຽວຈົນມາຮອດປະຈຸບັນຍັງໄດ້ຈັດຕັ້ງການສອບເສັງ ແລະ ອອກໃບຢັ້ງຢືນກ່ຽວກັບຄວາມສາມາດດ້ານພາສາຫວຽດ ໃຫ້ບັນດາຜູ້ເຂົ້າສອບເສັງໃນທົ່ວປະເທດຍີ່ປຸ່ນ.

        ການສອບເສັງກ່ຽວກັບຄວາມສາມາດດ້ານພາສາຫວຽດ ຄັ້ງທີ 3 ໄດ້ດຶງດູດເອົາຜູ້ສອບເສັງເຂົ້າຮ່ວມ 703 ຄົນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ການສອບເສັງຄັ້ງທີ 1 ແມ່ນ 379 ຄົນ ເຊິ່ງໄດ້ຈັດຕັ້ງເມື່ອປີ 2017. ຜູ້ເຂົ້າຮ່ວມມີອາຍຸສູງສຸດແມ່ນ 83 ປີ, ນ້ອຍສຸດແມ່ນ 12 ປີ. ເປົ້າໝາຍຜູ້ເຂົ້າຮ່ວມການສອບເສັງແມ່ນເປີດກວ້າງ, ຈາກນັກຮຽນ, ນັກສຶກສາ, ຕະຫຼອດຮອດທະນາຍຄວາມ, ຕຳຫຼວດ… ຕາມທ່ານ Yanagisawa Yoshio, ປະທານສະພາການສອບເສັງແລ້ວ, ການສອບເສັງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼາຍຈາກບັນດາຜູ້ເຂົ້າຮ່ວມການສອບເສັງທີ່ມາຈາກ 36 ທ້ອງຖິ່ນໃນທົ່ວປະເທດຍີ່ປຸ່ນ, ຈາກບັນດາທ້ອງຖິ່ນຢູ່ໃກ້ຄຽງໂຕກຽວ ຄືແຂວງ: Chiba, Saitama, Kanagawa… ຕະຫຼອດຮອດບັນດາຜູ້ເຂົ້າຮ່ວມການສອບເສັງທີ່ມາຈາກທິດຕາເວັນອອກສຸດ ແລະ ທິດຕາເວັນຕົກສຸດຂອງຍີ່ປຸ່ນ ຄື Hokkaido ແລະ Okinawa… ບັນດາຜູ້ເຂົ້າຮ່ວມການສອບເສັງລ້ວນແຕ່ມາແຕ່ເຊົ້າເພື່ອເຂົ້າຮ່ວມການສອບເສັງ. ກຸ່ມຜູ້ເຂົ້າຮ່ວມການສອບເສັງຫຼາຍທີ່ສຸດແມ່ນພາລະກອນບໍລິສັດ ແລະ ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງເຖິງຫວຽດນາມ.

        ບັນດາຜູ້ເຂົ້າຮ່ວມການສອບເສັງເຂົ້າຮ່ວມລ້ວນແຕ່ຖືວ່າ, ຫົວບົດການສອບເສັງແມ່ນເໝາະສົມກັບຄວາມສາມາດຂອງຜູ້ເຂົ້າຮ່ວມການສອບເສັງຕາມແຕ່ລະລະດັບ. ພ້ອມກັນນັ້ນ, ເນື້ອໃນການສອບເສັງກໍ່ມີຄວາມຮູ້ຫຼາຍຢ່າງກ່ຽວກັບຫວຽດນາມ, ກ່ຽວກັບການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ, ສະນັ້ນ, ຜ່ານຫົວບົດການສອບເສັງ, ຜູ້ເຂົ້າຮ່ວມການສອບເສັງກໍ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ ກວ່າອີກ. ອ້າຍ Mamoru Fuhita, ປະຈຸບັນພວມເຮັດວຽກຢູ່ບໍລິສັດ Itochu, ມີຄວາມເມົາມົວກັບການຮຽນພາສາຫວຽດ, ໄດ້ແບ່ງປັນວ່າ.

        “ຂ້າພະເຈົ້າແມ່ນພາລະກອນຂອງບໍລິສັດຍີ່ປຸ່ນ. ບໍລິສັດຂອງຂ້າພະເຈົ້າຮຽກຮ້ອງໃຫ້ພາລະກອນຕ້ອງຮຽນພາສາຫວຽດ ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ປີກ່ອນ, ຂ້າພະເຈົ້າໄດ້ດຳລົງຊີວິດຢູ່ຮ່າໂນ້ຍ ເປັນເວລາ 6 ເດືອນ ແລະ ໄດ້ຮຽນພາສາຫວຽດ ແລ້ວ. ຂ້າພະເຈົ້ານິຍົມວັດທະນະທຳຂອງຫວຽດນາມ ແລະ ຄິດວ່າ, ພາສາຫວຽດ ແມ່ນຍາກກວ່າພາສາຍີ່ປຸ່ນ, ແຕ່ຂ້າພະເຈົ້າພັດຢາກຮຽນພາສາຫວຽດ. ຂ້າພະເຈົ້າຄິດວ່າ, ເສດຖະກິດຫວຽດນາມ ພັດທະນາທີ່ສຸດ. ຂ້າພະເຈົ້າຮັກປະເທດຫວຽດນາມ ແລະ ຫວັງວ່າ ປະຊາຊົນລະຫວ່າງ 2 ປະເທດຈະນັບມື້ນັບສະໜິດຕິດພັນ, ມີຄວາມໃກ້ຊິດສະໜິດສະໜົມ. ຂ້າພະເຈົ້າຫວັງວ່າ, ຈະມີຊາວຍີ່ປຸ່ນ ຫຼາຍຄົນຮຽນພາສາຫວຽດ ແລະ ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງຫວຽດນາມ ຫຼາຍກວ່າ.”

        ທ່ານ Ise Yoji, ປະທານສະພາສຶກສາປອດກຳໄລ Bunsai Gakuen, ຜູ້ອຳນວຍການວິທະຍາໄລພາສາຕ່າງປະເທດຍີ່ປຸ່ນ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ມີການພັດທະນາຢ່າງແຮງໃນທຸກຂົງເຂດເສດຖະກິດ, ການຄ້າ, ການລົງທຶນ… ພ້ອມກັນນັ້ນ, ຄວາມຕ້ອງການຮຽນພາສາຫວຽດ ຂອງຊາວຍີ່ປຸ່ນ ນັບມື້ນັບເພີ່ມຂຶ້ນ. ສະນັ້ນ, ການສອບເສັງກ່ຽວກັບຄວາມສາມາດດ້ານພາສາຫວຽດ ໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາໃນການຮຽນພາສາຫວຽດ ຂອງຊາວຍີ່ປຸ່ນ, ກໍຄືຊາວຕ່າງປະເທດອາໄສຢູ່ຍີ່ປຸ່ນ. ທ່ານ Ise Yoji, ໃຫ້ຮູ້ວ່າ.

        “ນີ້ແມ່ນການສອບເສັງກ່ຽວກັບຄວາມສາມາດດ້ານພາສາຫວຽດ ຄັ້ງທີ 3 ແລະ ຈຳນວນຜູ້ເຂົ້າສອບເສັງນັບມື້ນັບເພີ່ມຂຶ້ນນັ້ນ ແມ່ນຍ້ອນການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາດີທີ່ສຸດ. ຍິ່ງໄປກວ່ານັ້ນ ແມ່ນຊາວຕ່າງປະເທດກໍຄືຊາວຫວຽດນາມ ມາຍີ່ປຸ່ນ ນັບມື້ນັບຫຼາຍຂຶ້ນ. ຕາມຂ້າພະເຈົ້າແລ້ວ, ສິ່ງດັ່ງກ່າວໄດ້ເຮັດໃຫ້ມີບັນດາຜູ້ມາຈົດທະບຽນເຂົ້າຮ່ວມການສອບເສັງເພີ່ມຂຶ້ນຢ່າງວ່ອງໄວ”.

        ທ່ານ ຟ້າມກວາງຮືງ, ເລຂາຜູ້ທີ່ໜຶ່ງຮັບຜິດຊອບວຽກງານການສຶກສາ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ, ຢືນຢັນວ່າ.

        “ຂະບວນການຮຽນພາສາຫວຽດ ຂອງຊາວຍີ່ປຸ່ນ ໃນຊຸມປີມໍ່ໆມານີ້ແມ່ນເພີ່ມຂຂຶ້ນຫຼາຍ. ທີໜຶ່ງ, ແມ່ນບັນດານັກສຶກສາທີ່ຮຽນພາສາຫວຽດ ຢູ່ບັນດາມະຫາວິທະຍາໄລທີ່ມີພະແນກພາສາຫວຽດ. ຈຳນວນດັ່ງກ່າວແມ່ນເພີ່ມຂຶ້ນ, ນີ້ແມ່ນບັນດາຜູ້ທີ່ມີຄວາມຮັກຕໍ່ຫວຽດນາມ ແລະ ໃນອະນາຄົດເຂົາເຈົ້າປາດຖະໜາຢາກເຮັດວຽກງານທີ່ມີສ່ວນກ່ຽວຂ້ອງເຖິງຫວຽດນາມ. ທີ 2 ແມ່ນ, ປະຈຸບັນ ຈຳນວນຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ເພີ່ມຂຶ້ນຢ່າງແຮງ. ສະນັ້ນ, ຈຶ່ງເກີດມີຄວາມຕ້ອງການໜູນຊ່ວຍດ້ານຊີວິດການເປັນຢູ່ໃຫ້ແກ່ບັນດາຊາວຫວຽດນາມ ທີ່ອາໄສຢູ່ຍີ່ປຸ່ນ. ບັນດາອົງການ, ອຳນາດການປົກຄອງທ້ອງຖິ່ນຍີ່ປຸ່ນ ເລີ່ມເອົາໃຈໃສ່ເຖິງການໜູນຊ່ວຍຊາວຕ່າງປະເທດດ້ວຍພາສາຂອງປະເທດນັ້ນ. ສະນັ້ນ, ຄວາມຕ້ອງການຢາກຮຽນພາສາຫວຽດ ຂອງຊາວຍີ່ປຸ່ນ ແມ່ນມີຫຼາຍ, ເຮັດໃຫ້ຈຳນວນຜູ້ຮຽນພາສາຫວຽດ ນັບທັງຮຽນລະບົບປົກກະຕິຢູ່ໂຮງຮຽນ ກໍຄືຮຽນດ້ວຍຕົນເອງ ຫຼື ທັງຮຽນທັງເຮັດວຽກໄດ້ເພີ່ມຂຶ້ນຢ່າງວ່ອງໄວ”.

        ເພື່ອສົ່ງເສີມຊາວຍີ່ປຸ່ນ ຮຽນພາສາຫວຽດ, ລັດຖະບານຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ຄວນເພີ່ມທະວີການໜູນຊ່ວຍເພື່ອໃຫ້ການສອບເສັງມີລັກສະນະພາວະວິໄສສູງ ແລະ ຕີລາຄາໃຫ້ຖືກຕ້ອງກັບກຳລັງຄວາມສາມາດຂອງບັນດາຜູ້ສອບເສັງ, ພ້ອມທັງໜູນຊ່ວຍການສົມທົບກັບບັນດາພະແນກພາສາຫວຽດ ຢູ່ບັນດາມະຫາວິທະຍາໄລຂອງຫວຽດນາມ, ເພື່ອແນໃສ່ຍົກສູງຄຸນນະພາບຂອງການສອບເສັງນີ້. ຕາມແຜນການແລ້ງ, ການສອບເສັງກ່ຽວກັບຄວາມສາມາດດ້ານພາສາຫວຽດ ຄັ້ງທີ 4 ຈະໄດ້ຈັດຂຶ້ນໃນທ້າຍເດືອນ ມິຖຸນາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ