ຮ້ານ​ເຂົ້າ “ຮອຍ​ຍິ້ມ Shinbi” ນຳ​ມາ​ເຊິ່ງ​ຄວາມ​ສຸກ​ ໃຫ້​ແກ່​ຄົນ​ເຈັບທີ່​ເປັນ​ໂລກ​ມະ​ເຮັງ

(VOVWORLD) - ນັບແຕ່ວັນຈັນ ຫາວັນສຸກ ຂອງທຸກໆອາທິດ, ຮ້ານເຂົ້າ 2.000 ດົ່ງ ທີ່ມີຊື່ວ່າ “ຮອຍຍິ້ມ Shinbi” ໄດ້ກາຍເປັນສະຖານທີ່ຮູ້ຈັກກັນດີສຳລັບພີ່ນ້ອງຄົນເຈັບ ແລະ ຄົນເຈັບທີ່ເປັນໂລກມະເຮັງນັບຮ້ອຍຄົນທີ່ພວມປິ່ນປົວຢູ່ໂຮງໝໍ K ເຕິນຈຽວ, ຮ່າໂນ້ຍ. ບັນດາກ່ອງເຂົ້າຮ້ອນໆ, ມີສານອາຫານຄົບ ພ້ອມກັບການຕ້ອນຮັບຢ່າງຈິງໃຈ , ສະໜິດສະໜົມຄືກັບຍາດພີ່ນ້ອງໃນຄອບຄົວດຽວກັນນັ້ນ ໄດ້ນຳມາເຊິ່ງຄວາມສຸກໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກຫຼາຍຄົນ. 
ຮ້ານ​ເຂົ້າ “ຮອຍ​ຍິ້ມ Shinbi” ນຳ​ມາ​ເຊິ່ງ​ຄວາມ​ສຸກ​  ໃຫ້​ແກ່​ຄົນ​ເຈັບທີ່​ເປັນ​ໂລກ​ມະ​ເຮັງ - ảnh 1ຈົ້າຂອງຮ້ານ ແລະ ຜູ້ອາສາສະໝັກ ກະກຽມຂອງກິນ ເພື່ອຕ້ອນຮັບລູກຄ້າ (ພາບ: VOV)

ແຕ່ 16 ໂມງແລງ, ຮ້ານເຂົ້າ “ຮອຍຍິ້ມ Shinbi” ຕັ້ງຢູ່ຖະໜົນຫຼວງ ຈູວັນອານ, ຕໍ່ໜ້າໂຮງໝໍ K3 (ສາຂາເຕິນຈຽນ, ແທງຈິ່, ຮ່າໂນ້ຍ) ກໍເລີ່ມຕ້ອນຮັບລູກຄ້າທີ່ເປັນພີ່ນ້ອງ ແລະ ຄົນເຈັບທີ່ີເປັນໂລກມະເຮັງ ຫຼື ຊາວຜູ້ອອກແຮງງານທີ່ທຸກຍາກ.

ເຈົ້າຂອງຮ້ານ ແລະ ຜູ້ອາສາສະໝັກ ໄດ້ຕ້ອນຮັບລູກຄ້າດ້ວຍຮອຍຍິ້ມທີ່ແຈ່ມໃສ, ຄຳວາຈາທີ່ເປັນມິດສະໜິດສະໜົມ ແລະ ມອບກ່ອງເຂົ້າທີ່ຍັງຮ້ອນໆ, ຫອມແຊບ, ມີສານອາຫານຄົບທຸກຢ່າງດ້ວຍລາຄາພຽງແຕ່ 2.000 ດົ່ງເທົ່ານັ້ນ. 

“ຂ້າພະເຈົ້າເຫັນວ່າ  ເຖິງວ່າຢູ່ບ້ານເພິ່ນເມືອງເຂົາ ແຕ່ເຂົາເຈົ້າກໍສຸດຈິດສຸດໃຈ ແລະ ຮັກແພງເຮົາທີ່ສຸດ. ຂ້າພະເຈົ້າເຫັນວ່າ ອາຫານຢູ່ນີ້ແຊບຫຼາຍ, ຄືກັບອາຫານບ້ານເຮົາ ແລະ ເມນູກໍໄດ້ປ່ຽນຕະຫຼອດ”.

“ອາຫານຢູ່ນີ້ແຊບ ແລະ ສະອາດຫຼາຍ. ເຂົາເຈົ້າໃຫ້ການບໍລິການ ແລະ ເບິ່ງແຍງເຮົາເປັນຢ່າງດີ, ເມນູອາຫານກໍປ່ຽນຕະຫຼອດ, ມີຄາບກິນປາ, ຄາບກິນຊີ້ນ, ຄາບກິນໄກ່. ຮ້ານເຂົ້ານີ້ມີຄວາມໝາຍທີ່ສຸດ, ໂດຍສະເພາະແມ່ນສຳລັບຜູ້ທີ່ປິ່ນປົວພະຍາດຢູ່ໂຮງໝໍນີ້ເປັນເວລາຍາວນານ, ເພາະວ່າ ສາມາດຫຼຸດຄ່າໃຊ້ຈ່າຍໄດ້ຫຼາຍພໍສົມຄວນ. ຂ້າພະເຈົ້າຂໍຂອບໃຈຜູ້ທີ່ມີໃຈບຸນໃຈກຸສົນ ແລະ ທຸກຄົນຢູ່ໃນຮ້ານທີ່ໄດ້ໃຫ້ການຊ່ວຍເຫຼືອພວກຂ້າພະເຈົ້າ”.

ຮ້ານ​ເຂົ້າ “ຮອຍ​ຍິ້ມ Shinbi” ນຳ​ມາ​ເຊິ່ງ​ຄວາມ​ສຸກ​  ໃຫ້​ແກ່​ຄົນ​ເຈັບທີ່​ເປັນ​ໂລກ​ມະ​ເຮັງ - ảnh 2ຮອຍຍິ້ມຂອງຍາດພີ່ນ້ອງຄົນເຈັບ ກໍແມ່ນຄວາມສຸກຂອງເຈົ້າຂອງຜູ້ເຮັດວຽກງານການກຸສົນຢູ່ຮ້ານ  “ຮອຍຍິ້ມ Shinbi” (ພາບ: VOV)

ແຕ່ລະມື້, ຮ້ານຈະແຕ່ງເຂົ້າກິນແຕ່ 150 – 200 ກ່ອງ (ລວມທັງ 30 ກ່ອງທີ່ສົ່ງໄປຂະແໜງເດັກຂອງ ໂຮງໝໍ K), ດ້ວຍເມນູອາຫານປ່ຽນໃໝ່ທຸກມື້, ມີອາຫານຄົບ 5 ໝູ່ ເຊິ່ງລວມມີ ເຂົ້າ, ຜັກ, ປາ, ຊີ້ນ ແລະ ຂອງຫວານ. ອ້າຍ ຫງວຽນວັນຫາຍ, ພໍ່ຄົວຂອງຮ້ານເຂົ້າຮອຍຍີ້ມ Shinbi, ໃຫ້ຮູ້ວ່າ:

“ຮ້ານເຂົ້ານີ້ ມີຈຸດພິເສດສະເພາະ, ບໍ່ຄືກັບຮ້ານຂາຍເຂົ້າທົ່ວໄປ ເພາະວ່າເຮົາຮັບໃຊ້ພີ່ນ້ອງຄົນເຈັບ, ຄົນເຈັບ ແລະ ຜູ້ທຸກຍາກ. ສະນັ້ນ, ເຮົາກໍຢາກເຮັດແນວໃດເພື່ອໃຫ້ພໍ່ແມ່ພີ່ນ້ອງໄດ້ກິນເຂົ້າແຊບໆ, ຫຼຸດຜ່ອນຄ່າໃຊ້ຈາຍ ແຕ່ຕ້ອງມີສານອາຫານຄົບທຸກຢ່າງ ແລະ ສົດໆ. ສິ່ງທີ່ຂ້າພະເຈົ້າມັກທີ່ສຸດແມ່ນ ມື້ໃດກໍໄດ້ຍິນລູກຄ້າບອກວ່າ “ອາຫານມື້ນີ້ແຊບຫຼາຍ”.

ເຈົ້າຂອງຮ້ານເຂົ້າ 2.000 ດົ່ງ ແມ່ນຜົວເມຍອ້າຍ ຫວໍຕຽນເລິມ (ອາຍຸ 45 ປີ) ແລະ ເອື້ອຍ ຫງວຽນຈ່າມີ (ອາຍຸ 37 ປີ), ຢູ່ເມືອງ ແທັງຊວນ, ຮ່າໂນ້ຍ. ອ້າຍ ຫວໍຕຽນເລິມ ແບ່ງປັນວ່າ ຮ້ານເຂົ້າແຫ່ງນີ້ໄດ້ເລີ່ມເປີດຂາຍແຕ່ວັນທີ 9 ມີນາ 2023. ກ່ອນໜ້ານັ້ນ ແມ່ນຮ້ານເຂົ້າ “ອຽນວຸຍ ເຕິນຈຽວ” ຂອງກອງທຶນ ບົງແຊນ (ດອກບົວ), ເຊິ່ງເລີ່ມເຄື່ອນໄຫວແຕ່ເດືອນ ມິຖຸນາ 2021. ຜົວເມຍອ້າຍ ເລິມ ກໍເປັນອາສາສະໝັກຂອງຮ້ານ ໃນໄລຍະເກີດໂລກລະບາດໂຄວິດ - 19. ເມື່ອເຈົ້າຂອງຮ້ານເກົ່າເຊົາເຮັດ, ແຕ່ເຫັນວ່າມີພີ່ນ້ອງຄົນເຈັບ, ຄົນເຈັບ ແລະ ຊາວຜູ້ອອກແຮງງານຫຼາຍຄົນຍັງຕ້ອງການການຊ່ວຍເຫຼືອຈາກວົງຄະນະຍາດ, ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານການເງິນຈາກໝູ່ຜູ້ໜຶ່ງ, ສອງຜົວເມຍກໍເລີຍຕັດສິນໃຈສືບຕໍ່ຮັບຜິດຊອບການເຄື່ອນໄຫວຂອງຮ້ານ, ເຖິງແມ່ນວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ.

“ຍາມໃດຂ້າພະເຈົ້າກໍເວົ້າກັບທຸກຄົນໃນຮ້ານວ່າ  ພວກເຮົາຈົ່ງຖືຮ້ານເຂົ້ານີ້ເປັນຮ້ານຂອງຕົນ. ໃຜກໍຢັ້ງຢືນວ່າ ຈະຮ່ວມເດີນທາງນຳກັນເປັນເວລາຍາວນານ, ບໍ່ແມ່ນ 1 ເດືອນ, 3 ເດືອນ, 6 ເດືອນ ຫຼືວ່າ 1 ປີ. ຂ້າພະເຈົ້າກໍປຸກລະດົມໃຫ້ທຸກຄົນຮ່ວມເດີນທາງນຳຂ້າພະເຈົ້າ ແລະ ມາຮອດປັດຈຸບັນນີ້ ທຸກຢ່າງກໍເຄື່ອນໄຫວໄດ້ດີພໍສົມຄວນ”.

ໂດຍເຂົ້າໃຈໄດ້ເຖິງການກະທຳທີ່ມີຄວາມໝາຍຂອງຜົວເມຍອ້າຍເລິມ, ແຕ່ລະມື້, ພໍ່ແມ່ພີ່ນ້ອງທີ່ຢູ່ແຖວດຽວກັນນັ້ນ  ແລະ ອາສາສະໝັກຫຼາຍຄົນ ກໍໄດ້ມາຮ່ວມແຮງຮ່ວມໃຈຊ່ວຍເຫຼືອ. ເອື້ອຍ ໂດ້ທິລານແອັງ, ຢູ່ເມືອງແທັງຊວນ, ຜູ້ຂາຍອາຫານປອດສານພິດ ໃຫ້ຮູ້ວ່າ:

“ມື້ໃດກໍເຊັ່ນດຽວກັນ, ລູກຄ້າລ້ວນແຕ່ຍ້ອງວ່າ ອາຫານແຊບຫຼາຍ ຄືກັນກັບການກິນເຂົ້າຢູ່ບ້ານ ແລະ ຜູ້ໃດກໍເວົ້າຄຳຂອບອົບຂອບໃຈ. ເວລານັ້ນ ນ້ອງຮູ້ສຶກມີຄວາມສຸກທີ່ສຸດ. ເຖິງວ່າເຮົາຍັງເປັນຜູ້ໜຸ່ມຜູ້ນ້ອຍ, ແຕ່ກໍສາມາດນຳເອົາຄວາມສຸກມາໃຫ້ຫຼາຍຄົນ”.

ເອື້ອຍ ຫງວຽນຈ່າມີ, ເມຍຂອງອ້າຍ ເລິມ ແບ່ງປັນວ່າ:

“ຮ້ານເຂົ້ານີ້ຫາກໍເປີດໄດ້ 1 ເດືອນເທົ່ານັ້ນ, ແຕ່ກໍມີຫຼາຍຄົນຢູ່ແຂວງອື່ນຄື ຢາລາຍ, ບັກນິງ ກໍໄດ້ຝາກເຂົ້າສານມາໃຫ້, ຜູ້ຢູ່ຮ່າໂນ້ຍ ໃກ້ໆນີ້ ກໍຝາກຜັກ, ຝາກຊີ້ນ, ເຄື່ອງປຸງມາໃຫ້ທຸກມື້. ຂ້າພະເຈົ້າຄິດວ່າ ເຮົາບໍ່ຈຳເປັນຕ້ອງໂຄສະນາຫຍັງຫຼາຍ, ພຽງແຕ່ເວົ້າແທ້ທຳຈິ ແລະ ເຮັດດ້ວຍນ້ຳໃຈ ແລ້ວເຂົາເຈົ້າຈະມາຮ່ວມແຮງຮ່ວມໃຈນຳເຮົາເອງ”.

ເຖິງວ່າຮ້ານຫາກໍເປີດໄດ້ໄລຍະໜຶ່ງກໍຕາມ, ແຕ່ບັນດາຄຳຂອບໃຈ, ຮອຍຍິ້ມຂອງຄົນເຈັບ, ຂອງພີ່ນ້ອງຄົນເຈັບ ແມ່ນນັບບໍ່ຖ້ວນ. ນີ້ກໍແມ່ນຄວາມສຸກ, ແມ່ນກຳລັງໜູນຊ່ວຍໃຫ້ຜົວເມຍອ້າຍ ເລິມ ແລະ ເອື້ອຍ ມີ ກໍຄືຜູ້ອາສາສະໝັກ ໄດ້ມີພະລັງແຮງໃນການເຮັດວຽກງານການກຸສົນນີ້ຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ