ຮ່າໂນ້ຍໃນບົດກະວີ

(VOVWORLD) -ຮ່າໂນ້ຍ ແມ່ນເຂດໃຈກາງກະວີຂອງປະເທດຊາດ ດ້ວຍບັນດານັກກະວີ, ບົດກະວີທີ່ມີຊື່ສຽງ.

ຮ່າໂນ້ຍໃນບົດກະວີ - ảnh 1ກະວີຮ່າໂນ້ຍ ໄດ້ເຕົ້າໂຮມກະວີທຸກປະເພດຂອງຫວຽດນາມ

(ພາບປະກອບອີນເຕີອແນັດ)

ມີກະແສກະວີກ່ຽວກັບຮ່າໂນ້ຍ ໄດ້ປະກົດຂຶ້ນກ່ອນນີ້ນັບພັນປີ, ເປັນການເຊື່ອມຕໍ່ລະຫວ່າງອະດີດຕະການ-ມູນເຊື້ອ ກັບຍຸກປະຈຸບັນ ເພື່ອໃຫ້ກະວີກ່ຽວກັບຮ່າໂນ້ຍ ຮັກສາໄດ້ຄວາມຈະເລີນຮຸ່ງເຮືອງ ທີ່ເຄີຍມີມາກ່ອນ, ກໍຄືເສີມຂະຫຍາຍ, ສືບທອດບັນດາຄຸນຄ່າທີ່ມີມາແຕ່ດົນນານ ແລະ ປະຈຸບັນ. ອະດີດ, ປະຈຸບັນ ແລະ ອະນາຄົດ, ຮ່າໂນ້ຍ ຍັງເປັນແຫຼ່ງບັນດານໃຈໃຫ້ແກ່ການແຕ່ງກະວີທີ່ບໍ່ມີວັນສິ້ນສຸດສຳລັບບັນດານັກກະວີ.

        ຮ່າໂນ້ຍ ແມ່ນເຂດໃຈກາງກະວີຂອງປະເທດຊາດ ດ້ວຍບັນດານັກກະວີ, ບົດກະວີທີ່ມີຊື່ສຽງ. ຮ່າໂນ້ຍ ກໍ່ແມ່ນບ່ອນຜູກພັນ, ພົບປະແລກປ່ຽນທາງດ້ານກະວີກັບບັນດາທ້ອງຖິ່ນ, ກໍຄືໃນໂລກ ຜ່ານການເຄື່ອນໄຫວຫຼາຍຢ່າງຄື: ວັນກະວີຫວຽດນາມ, ກອງປະຊຸມສາກົນໂຄສະນາວັນນະຄະດີ, ງານມະໂຫລານກະວີສາກົນ, ງານມະໂຫລານສະແດງກະວີທົ່ວປະເທດ… ກະວີຮ່າໂນ້ຍ ໄດ້ເຕົ້າໂຮມກະວີທຸກປະເພດຂອງຫວຽດນາມ, ລວມມີ: ກະວີຫົກແປດ, ເຈັດເຈັດຫົກແປດ, ຄຳພະຫຍາ, ກະວີໃໝ່, ກະວີເສລີ….

        ນັບແຕ່ກ່ອນມາຮອດປະຈຸບັນ, ນັກກະວີໃຫຍ່ຂອງຫວຽດນາມ ເກືອບທັງໝົດລ້ວນແຕ່ແຕ່ງບົດກະວີກ່ຽວກັບຮ່າໂນ້ຍ, ຈາກຄຳກາບກອນກ່ຽວກັບຄວາມຈົບງາມ, ມະນຸດ, ຊີວິດການເປັນຢູ່ເຂດດິນແດນເມືອງຫຼວງ ຕະຫຼອດຮອດບັນດາບົດກະວີທີ່ຕິດພັນກັບປະຫວັດສາດຂອງ ທັງລອງ - ຮ່າໂນ້ຍ ໃນໄລຍະຕ່າງໆ. ທ່ານປະລິນຍາເອກດ້ານພາສາ ໂດ້ແອັງຫວູ, ສັງກັດວິທະຍຸກະຈາຍສຽງຫວຽດນາມ, ຖືວ່າ.

        “ຮ່າໂນ້ຍ ໃນຍຸກສະໄໝສັກດີນາ ມີຫຼາຍຊື່ເອີ້ນຄື: ທັງລອງ, ດົງໂດ, ດົງກວານ, ດົງກິງ ແຕ່ຄຳສັບທີ່ວ່າ “ທັງລອງ” ຍັງໄດ້ນຳໃຊ້ຢູ່ໃນບົດກະວີຫຼາຍທີ່ສຸດ. ຈົນຮອດສະຕະວັດທີ 20 ກໍມີນັກກະວີຫຼາຍຄົນຍັງນຳໃຊ້ “ທັງລອງ” ຢູ່. ຮ່າໂນ້ຍ ໄດ້ປະກົດຕົວຂຶ້ນຫຼາຍທີ່ສຸດຢູ່ໃນບົດກະວີຂອງ ຈຶ້ງຮິວ, ບົດກອນຮ່າໂນ້ຍ ຂອງຟານຫວູ, ບົດກະວີທີ່ມີຊື່ວ່າ ສະໄໝສົງຄາມຮ່າໂນ້ຍ ເຈັບປວດ ແຕ່ສະຫງ່າອົງອາດຂອງ ລິວກວາງຫວູ. ຮ່າໂນ້ຍ ຍາມໃດກໍ່ແມ່ນບ່ອນສ້າງແຫຼ່ງບັນດານໃຈທີ່ບໍ່ມີວັນສິ້ນສຸດໃນກະວີຍຸກປະຈຸບັນ”

        ໃນໄລຍະເຄິ່ງທ້າຍສະຕະວັດທີ 18 ແລະ ເຄິ່ງຕົ້ນສະຕະວັດທີ 19 ແມ່ນໄລຍະທີ່ກະວີມີການພັດທະນາຢ່າງຮຸ່ງເຮືອງທີ່ສຸດຂອງຫວຽດນາມ ເວົ້າລວມ, ຮ່າໂນ້ຍ ເວົ້າສະເພາະ. ຢູ່ໃນນັ້ນ, ເຂດເມືອງຫຼວງ ໄດ້ປະກົດຕົວຂຶ້ນໃນຄວາມຈົບງາມທີ່ມີຊີວິດຊີວາ, ນັບແຕ່ມະນຸດຕະຫຼອດຮອດຖະໜົນຫົນທາງ, ທິວທັດທຳມະຊາດ, ບັນດາເຂດປູຊະນີຍະສະຖານວັດທະນະທຳ, ວັດຖຸພັນ, ອາຫານການກິນ. ໃນນັ້ນ, ບົດຜະຫຍາທີ່ມີຊື່ວ່າ “ຮ່າໂນ້ຍ 36 ສາຍ” ໄດ້ກາຍເປັນຄວາມເອກອ້າງທະນົງໃຈລວມຂອງຊາດຫວຽດນາມ. ພິເສດແມ່ນບັນດາບົດກະວີ, ບົດຜະຫຍາຂອງບັນດານັກກະວີໃນໄລຍະນີ້ລ້ວນແຕ່ນຳຊື່ເຂດດິນແດນ “ທັງລອງ” ເຂົ້າໃນບົດກະວີ ປຽບເໝືອນຄືດັ່ງການບັນທຶກຄວາມຊົງຈຳກ່ຽວກັບໄລຍະໜຶ່ງໄວ້ ເຊິ່ງພວກເຮົາບໍ່ອາດຫຼົງລືມໄດ້. ໃນນັ້ນ, ມີຊື່ສຽງທີ່ສຸດແມ່ນ ບົດກະວີທີ່ມີຊື່ວ່າ “ທັງລອງ ຄວາມຊົງຈຳໃນເມື່ອກ່ອນ” ຂອງ ບ່າຮວ້ຽນແທັງກວານ.

        ໃນສະໄໝສົງຄາມ (1945 - 1975), ຮູບພາບຂອງຮ່າໂນ້ຍ ໄດ້ປະກົດຕົວຂຶ້ນໃນຮູບແບບຄວາມເພີນຈິດ, ຕົວເມືອງໃຫຍ່ໂຕອະລັງການ ໃນບົດກະວີ ໄຕຕ໊ຽນ ຂອງນັກກະວີ ກວາງຢຸງ ຫຼື ກອນລຳທີ່ມີຊື່ວ່າ “ຖະໜົນຮ່າໂນ້ຍ” ຂອງນັກກະວີ ຟານຫວູ… ນັກກະວີ ຮ່ວາງຍ້ວນເກິ່ມ, ຮອງປະທານສະມາຄົມນັກປະພັນວັນນະຄີດີຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ກ້າວເຂົ້າສູ່ໄລຍະຕໍ່ສູ້ຕ້ານ ອາເມລິກາ ໂດຍສືບທອດຈາກບັນດານັກກະວີຕ້ານ ຝລັ່ງ, ບັນດາລຸ້ນອ້າຍຄື: ຟ້າມຕ໊ຽນຢວດ, ລິວກວາງຫວູ, ບັ່ງຫວຽດ… ລ້ວນແຕ່ມີບັນດາບົດກະວີມ່ວນກ່ຽວກັບຮ່າໂນ້ຍ. ນັກກະວີ ບັ່ງຫວຽດ ໄດ້ແຕ່ງບົດກະວີທີ່ມີຊື່ວ່າ “ກັບຄືນສູ່ຫົວໃຈຂອງຕົນ”. ກ້າວເຂົ້າສູ່ໄລຍະໃໝ່ພາຍຫຼັງປີ 1975, ພວກເຮົາໄດ້ມີນັກກະວີເກັ່ງບາງຄົນ. ນັກກະວີ ຟານຫວູ ໄດ້ແຕ່ງບົດກະວີທີ່ມີ່ຊື່ສຽງຂຶ້ນ ນັ້ນແມ່ນ “ຖະໜົນຮ່າໂນ້ຍ” ເຊິ່ງແມ່ນບົດກອນລຳທີ່ໄດ້ເອົາມາແຕ່ງເປັນບົດເພງ. ໃນຊ່ວງເວລາທີ່ເກີດໂລກລະບາດໂຄວິດ-19 ຜ່ານມາ, ພວກເຮົາກໍ່ໄດ້ແຕ່ງບົດກະວີມ່ວນຫຼາຍບົດເພື່ອເປັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະຈັດພິມຈຳໜ່າຍຊຸດກະວີກ່ຽວກັບຮ່າໂນ້ຍ”.

        ໃນຍຸກສະໄໝປະຈຸບັນ, ໂດຍສືບທອດຈາກລຸ້ນອ້າຍ, ບັນດານັກກະວີໜຸ່ມໃນປະຈຸບັນຍັງມີຄວາມຈູບຈ້າວຫ້າວຫັນທີ່ສຸດເມື່ອແຕ່ງກະວີກ່ຽວກັບນະຄອນຫຼວງຮ່າໂນ້ຍ. ບັນດານັກເສບດົນຕີຫຼາຍຄົນໄດ້ເອົາບົດກະວີມ່ວນກ່ຽວກັບຮ່າໂນ້ຍ ຫຼາຍບົດມາແຕ່ງເປັນເພງທີ່ມີຊື່ສຽງຄື: ຖະໜົນຮ່າໂນ້ຍ (ບົດກະວີຂອງ ໂຕຍືເຈົາ), ຮ່າໂນ້ຍ ໃນລະດູນີ້ແມ່ນບໍ່ມີຝົນຕົກ (ບົດກະວີຂອງ ບຸ່ຍແທັງຕ໊ວນ), ວັນກັບເມືອ ຮ່າໂນ້ຍ (ບົດກະວີຂອງ ແທັງຕຸ່ງ)… ນັກກະວີ ຫງວຽນຫວຽດຈ໊ຽນ, ຮອງປະທານສະມາຄົມນັກປະພັນວັນນະຄະດີຮ່າໂນ້ຍ, ຢືນຢັນວ່າ.

        “ອາດເວົ້າໄດ້ວ່າ, ໃນກະແສວັນນະຄະດີຂອງຍຸກສະໄໝປະຈຸບັນ, ບົດກະວີກ່ຽວກັບ ຮ່າໂນ້ຍ ໄດ້ມີການຫັນປ່ຽນຢ່າງເຫັນໄດ້ຊັດ, ມີຫົວຄິດປະດິດສ້າງ, ສ້າງຄວາມຕື້ນຕັນໃຈຕໍ່ຜູ້ອ່ານ. ບັນດານັກກະວີຮ່າໂນ້ຍ ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສີສັນໃໝ່, ຮູບໂສມໃໝ່ໃນຊີວິດວັນນະຄະດີສິລະປະກະວີ, ກາບກອນຫວຽດນາມ. ເຂົາເຈົ້າໄດ້ສືບທອດກັນມາ, ສ້າງຄວາມເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊາດໃນໄລຍະໃໝ່”.

        ທັງລອງ, ດົງໂດ, ຮ່າໂນ້ຍ, ບັນດາຊື່ເອີ້ນທີ່ສັກກະລະບູຊາ ແລະ ເຕັມໄປດ້ວຍຄວາມຮັກແພງນັ້ນຈະຢູ່ໃນດວງໃຈຂອງຊາວຫວຽດນາມ ແຕ່ລະຄົນ. ກະວີ, ກາບກອນທີ່ແຕ່ງກ່ຽວກັບດິນແດນມັງກອນບິນແຫ່ງເທບນິຍາຍນັບແຕ່ກ່ອນຈົນມາຮອດປະຈຸບັນ ຍາມໃດກໍ່ເຕັມໄປດ້ວຍພະລັງຊີວິດທີ່ມະຫັດສະຈັນ, ແຮງກ້າ. ກະວີ, ກາບກອນຫວຽດນາມ ເວົ້າລວມ, ຂອງຮ່າໂນ້ຍ ເວົ້າສະເພາະໄດ້ຮ່ວມເດີນທາງໄປກັບການເວລາປະຫວັດສາດຂອງຊາດ ເພື່ອບືນຕົວຂຶ້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ