ເຂົ້າປຸ້ນປູດຶງດູດໃຈແຂກຕ່າງປະເທດ, ລອດເຂົ້າ top ເຍື່ອງອາຫານແຊບທີ່ສຸດຢູ່ອາຊີ

(VOVWORLD) -ເຂົ້າປູ້ນປູແມ່ນເຍື່ອງອາຫານທົ່ວໄປແຕ່ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມ. ຈາກເມັດເຂົ້າ, ປູນາ ແລະ ວັດຖຸດີບອື່ນອີກ 2-3 ຢ່າງ
ເຂົ້າປຸ້ນປູດຶງດູດໃຈແຂກຕ່າງປະເທດ, ລອດເຂົ້າ top ເຍື່ອງອາຫານແຊບທີ່ສຸດຢູ່ອາຊີ - ảnh 1 (ເຂົ້າປຸ້ນປູທີ່ມີລົດຊາດພິເສດ ແລະ ແຊບນົວ, ດຶງດູດໃຈ)

ຊາວຫວຽດນາມ ໄດ້ປຸງແຕ່ງເປັນເຍື່ອງອາຫານເຂົ້າປຸ້ນປູທີ່ມີລົດຊາດພິເສດ ແລະ ແຊບນົວ, ດຶງດູດໃຈຜູ້ຮັບປະທານເຍື່ອງອາຫານນີ້.

        ຕອນທ່ຽງຂອງມື້ໜຶ່ງຍາມລະດູຮ້ອນ, ພວກຂ້າພະເຈົ້າໄດ້ແວ່ຮ້ານຂາຍເຂົ້າປຸ້ນປູຂອງປ້າ ເມີ່ມ, ເຮືອນເລກທີ 28, ຖະໜົນ ຮ່າງໂວຍ, ເມືອງຮ່ວານກ໊ຽມ, ຮ່າໂນ້ຍ. ນີ້ແມ່ນຮ້ານຂາຍເຂົ້າປຸ້ນປູທີ່ມີຊື່ສຽງຢູ່ຄຸ້ມເມືອງເກົ່າຮ່າໂນ້ຍ. ເຖິງວ່າ ອາຍຸສູງແລ້ວກໍ່ຕາມ, ແຕ່ລະມື້ ປ້າ ເມີ່ມ ໄດ້ຕື່ນແຕ່ 4 ໂມງ ເພື່ອເຮັດນ້ຳເຂົ້າປຸ້ນ ແລະ ກະກຽມບັນດາວັດຖຸດິບຕ່າງໆເພື່ອຂາຍໃນເວລາ 7 ໂມງ ຮອດ 16 ໂມງ. ປ້າ ເມີມ, ທັງໃສ່ເຂົ້າປຸ້ນປູໃຫ້ແຂກ ແລະ ທັງເວົ້າກັບພວກຂ້າພະເຈົ້າວ່າ.

        “ໃນເມື່ອກ່ອນເຂົ້າປຸ້ນປູແມ່ນເຮັດງ່າຍທີ່ສຸດ, ມີພຽງແຕ່ນ້ຳແກ້ງ, ໄຂ່ປູປ່ຽງໜຶ່ງ ແລະ ໝາກເລັ່ນ 2-3 ປ່ຽງເທົ່ານັ້ນ. ສ່ວນໃນປະຈຸບັນ, ຕາມແຂກມາກິນແລ້ວ ຕ້ອງມີຢໍ່, ຊີ້ນງົວ, ເຕົ້າຮູ້ຈືນ, ຫອຍ ໃສ່ນຳອີກ. ແປ້ງນົວກໍ່ໃສ່ໜ້ອຍໜຶ່ງ, ຜູ້ໃດມັກກິນກະປິ, ໃຜມັກໃສ່ເຄື່ອງປຸງກໍ່ຕື່ມໃສ່ເອງ. ນັ້ນແມ່ມຄວາມຕ້ອງການຂອງແຂກມາກິນ”.

        ທັງຕັກນ້ຳເຂົ້າປຸ້ນປູສີແດງໃສ່ຖ້ວຍເຂົ້າປຸ້ນ ປ້າ ເມີມ ທັງເວົ້າວ່າ, ເພື່ອເຮັດໃຫ້ ເຂົ້າປຸ້ນປູແຊບນົວດີນັ້ນ, ແຕ່ລະຂັ້ນຕອນຜູ້ປຸງແຕ່ງຕ້ອງເຮັດຢ່າງລະອຽດລະອໍ. ປູພາຍຫຼັງທີ່ແກະອອກຈາກອອງແລ້ວ ລ້າງໃຫ້ສະອາດ, ເອົາໄປຕຳແລ້ວຈຶ່ງຕອງເອົານ້ຳມັນໄປຕົ້ມເຮັດນ້ຳເຂົ້າປຸ້ນ. ໄຂປູໄດ້ເອົາອອກໄວ້ຢູ່ຕ່າງຫາກ ແລ້ວເອົາໄປຂົວກັບນ້ຳມັນ, ຜັກບົ່ວແຫ້ງ ພ້ອມກັບເຄື່ອງປຸງໜ້ອຍໜຶ່ງ. ພິເສດ, ນ້ຳເຂົ້າປຸ້ນປູຕ້ອງໃສ່ຊ່າເຫຼົ້າຕື່ມອີກເພື່ອໃຫ້ມັນມີລົດສົ້ມທີ່ເປັນເອກະລັກ. ສ່ວນເຂົ້າປຸ້ນຕ້ອງເອົາຊະນິດເປັນເສັ້ນ ເມື່ອໃສ່ກັບນ້ຳເຂົ້າປຸ້ນແລ້ວມັນຈະໜຽວ ແລະ ບໍ່ເລະ. ດ້ວຍເຄັດລັບດັ່ງກ່າວ, ຮ້ານຂາຍເຂົ້າປູ້ນປູຂອງປ້າ ເມີມ ຍາມໃດກໍ່ມີແຂກມາກິນເຕັມຮ້ານ.

        ອອກຈາກຮ້ານຂາຍເຂົ້າປຸ້ນປູຂອງປ້າ ເມີມ ແລ້ວ, ພວກຂ້າພະເຈົ້າສືບຕໍ່ໄປຍັງຮ້ານຂາຍເຂົ້າປຸ້ນປູ ຮ່ວຽນທູ, ເຮືອນເລກທີ 2F, ຖະໜົນ ກວາງຈູງ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ. ເຖິງວ່າຮ້ານນ້ອຍກໍ່ຕາມ, ແຕ່ກໍ່ມີແຂກມາກິນເຂົ້າປຸ້ນປູເປັນຈຳນວນຫຼາຍ. ຢູ່ທີ່ນີ້, ອ້າຍ Conor James, ຊາວ ອັງກິດ ໄດ້ແບ່ງປັນກັບພວກຂ້າພະເຈົ້າວ່າ, ເຂົ້າປຸ້ນປູຂອງຫວຽດນາມ ມີລົດຊາດພິເສດສະເພາະ ແລະ ແຊບທີ່ສຸດ.

        “ເປັນຄັ້ງທຳອິດທີ່ຂ້າພະເຈົ້າກິນເຂົ້າປຸ້ນປູຍ້ອນວ່າ ເພື່ອນຊາວຫວຽດນາມ ພາໄປກິນ, ຂ້າພະເຈົ້າຕົກສະເງີ້ເມື່ອເຫັນວ່າມັນມີລົດຊາດແຊບທີ່ສຸດ. ຖ້ວຍເຂົ້າປຸ້ນປູ ປະກອບດ້ວຍເສັ້ນເຂົ້າປຸ້ນ, ເຕົ້າຮູ້ຈືນ, ຢໍ່, ໄຂ່ປູ ແລະ ໃສ່ນ້ຳເຂົ້າປຸ້ນສີແດງ, ເບິ່ງແລ້ວເປັນຕາແຊບທີ່ສຸດ. ຂ້າພະເຈົ້າຈະຊວນເພື່ອນມາກິນເມື່ອເຂົາເຈົ້າມາຫຼີ້ນຢູ່ຫວຽດນາມ.”

        ອາ ຮ່ວຽນ, ເຈົ້າຂອງຮ້ານເຂົ້າປຸ້ນປູ, ຜູ້ທີ່ເຮັດອາຊີບນີ້ມາເປັນເວລາ 25 ປີ ໄດ້ແບ່ງປັນວ່າ, ຍ້ອນລົດສົ້ມ ແລະ ພໍດີກິນຂອງນນ້ຳເຂົ້າປຸ້ນ, ພ້ອມກັບກິ່ນຫອມຂອງຊ່າເຫຼົ້ານັ້ນ, ຮອດຍາມລະດູຮ້ອນເຂົ້າປຸ້ນປູດຶງດູດແຂກມາກິນຫຼາຍທີ່ສຸດ.

        “ມີຊາວຕ່າງປະເທດຫຼາຍຄົນໄດ້ມາກິນເຂົ້າປຸ້ນຢູ່ຮ້ານ, ໂດຍສະເພາະແມ່ນຊາວສ.ເກົາຫຼີ ແລະ ຊາວຍີ່ປຸ່ນ. ເມື່ອກິນແລ້ວ, ເຂົາເຈົ້າກໍ່ເວົ້າພາສາຕ່າງປະເທດ, ຍົກໂປ້ໃຫ້ຍິ້ມໃສ່ແລ້ວ ກໍ່ກັບເມືອ. ກ່ອນການເກີດໂລກລະບາດໂຄວິດ-19 ອາທິດໜຶ່ງເຂົາເຈົ້າໄດ້ມາກິນ 3 ເທື່ອ”.

        ອ້າຍ Conor, ຫາກໍກິນເຂົ້າປຸ້ນປູແລ້ວ, ໄດ້ເວົ້າວ່າ.

        “ຂ້າພະເຈົ້າເຫັນວ່າ, ເຂົ້າປຸ້ນປູແມ່ນເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳການກິນດື່ມຂອງຫວຽດນາມ. ເສັ້ນເຂົ້າປຸ້ນໜຽວນຸມ ປະສົມໃສ່ກັບວັດຖຸດິບອື່ນ ແລະ ນ້ຳເຂົ້າປຸ້ນສົ້ມໆຫວານໆເຮັດໃຫ້ອາຫານເຍື່ອງນີ້ພິເສດທີ່ສຸດ. ສົມພໍດອກ CNN Travel ຈຶ່ງໄດ້ແນະນຳໃຫ້ພວກຂ້າພະເຈົ້າຄວນຊີມລົດຊາດຂອງເຂົ້າປຸ້ນປູເມື່ອມາທ່ຽວຢູ່ຫວຽດນາມ”.

        ສ່ວນອາ ຮ່ວຽນ ໃຫ້ຮູ້ວ່າ, ອາ ມີຄວາມເອກອ້າງທະນົງໃຈເພື່ອເຂົ້າປູ້ນປູຂອງຫວຽດນາມ ໄດ້ຮັບການຕີລາຄາຈາກເວັບໄຊທ່ອງທ່ຽວ CNN Travel ວ່າແມ່ນເຂົ້າປຸ້ນແຊບທີ່ສຸດຢູ່ອາຊີ. ຕາມອາ ແລ້ວ, ເຂົ້າປຸ້ນປູແມ່ນເຍື່ອງອາຫານທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຕິດພັນກັບພື້ນຖານອະລິຍະທຳປູກເຂົ້ານາທາມທີ່ມີມາແຕ່ດົນນານຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ