ເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງທາງພາກໃຕ້ຫວຽດນາມຢູ່ໂຮງຮຽນ

(VOVWORLD) -ການເຄື່ອນໄຫວນີ້ແມ່ນສ້າງການຮ່ຳຮຽນແບບໃໝ່ທີ່ນຳມາສິດສອນໃນຊົ່ວໂມງຮຽນນອກຫຼັກສຸດ, ຊ່ວຍໃຫ້ນັກຮຽນສະສົມທັກສະການດຳລົງຊີວິດທີ່ຈຳເປັນໃນອະນາຄົດ.
ເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງທາງພາກໃຕ້ຫວຽດນາມຢູ່ໂຮງຮຽນ - ảnh 1 (ເຂົ້າໜົມບໍ່ພຽງແຕ່ເຮັດມາເພື່ອກິນເທົ່ານັ້ນ ຫາກຍັງເພື່ອແລກປ່ຽນວັດທະນະທຳອີກດ້ວຍ)

ໃນປີທຳອິດທີ່ປະຕິບັດລາຍການສຶກສາຂັ້ນມັດທະຍົມໃໝ່, ມີໂຮງຮຽນຫຼາຍແຫ່ງໃນບໍລິເວນນະຄອນ ເກິ່ນເທີ ໄດ້ໃຫ້ນັກຮຽນເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງທາງພາກໃຕ້ຫວຽດນາມ. ການເຄື່ອນໄຫວນີ້ແມ່ນສ້າງການຮ່ຳຮຽນແບບໃໝ່ທີ່ນຳມາສິດສອນໃນຊົ່ວໂມງຮຽນນອກຫຼັກສຸດ, ຊ່ວຍໃຫ້ນັກຮຽນສະສົມທັກສະການດຳລົງຊີວິດທີ່ຈຳເປັນໃນອະນາຄົດ.

        ມາຢ້ຽມຢາມໂຮງຮຽນປະຖົມ ຫວໍເຈື່ອງຕ່ວານ, ເມືອງ ນິງກ່ຽວ, ນະຄອນເກິ່ນເທີ ໃນຊົ່ວໂມງຮຽນນອກຫຼັກສຸດເຮັດເຂົ້າໜົມພື້ນເມືອງ, ເຂົາເຈົ້າເຫັນໄດ້ບັນຍາກາດທີ່ຟົດຟື້ນຂອງບັນດາເອື້ອຍ-ອ້າຍຄູ ແລະ ນັກຮຽນ. ຢູ່ໃນ “ເຮືອນຄົວນ້ອຍໆ” ຕັ້ງຢູ່ໃຈກາງເດີ່ມໂຮງຮຽນ, ມີນັກຮຽນຫຼາຍກຸ່ມພວມຄັ້ນແປ້ງ, ປັ້ນເຂົ້າໜົມ, ໜຶ້ງເຂົ້າໜົມ… ທຸກຄົນລ້ວນແຕ່ມີຄວາມມ່ວນຊື່ນ, ເຮັດເຂົ້າໜົມດ້ວຍຄວາມຈູບຈ້າວຫ້າວຫັນ. ບັນດານັກຮຽນໄດ້ເຮັດເຂົ້າໜົມພື້ນເມືອງທາງພາກໃຕ້ໂດຍກົງຄື: ເຂົ້າໜົມບໍ່, ເຂົ້າໜົມແກງ, ເຂົ້າໜົມແບ່ວ… ພາຍໃຕ້ການແນະນຳຈາກຊ່າງເຮັດເຂົ້າໜົມ ແລະ ບັນດາເອື້ອຍ-ອ້າຍຄູ່, ບັນດານັກຮຽນກໍ່ໄດ້ເຮັດເຂົ້າໜົມ ແລະ ລໍຖ້າຊີມບັນດາຜະລິດຕະພັນຂອງຕົນທີ່ເຮັດອອກມາ. ເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງເປັນເວລາ 2 ປີຢ່າງລຽນຕິດ, ນ້ອງ ຫງວຽນງອັກແຄ໊ງເງິນ, ນັກຮຽນຫ້ອງປໍ 5 A3, ປາດຖະໜາຢາກມີຊົ່ວໂມງຮຽນໃຫ້ຫຼາຍກວ່າເພື່ອຮູ້ຈັກວິທີເຮັດເຂົ້າໜົມພື້ນເມືອງໄດ້ຫຼາຍຊະນິດຕື່ມອີກ.

        “ເມື່ອລູກນັ່ງເຮັດເຂົ້າໜົມ, ລູກຮູ້ສຶກວ່າຄວາມເຄັ່ງຕຶງໄດ້ຜ່ອນຄາຍລົງ. ລູກໄດ້ຮຽນວິທີເຮັດເຂົ້າໜົມຫຼາຍຊະນິດ. ຮູ້ວິທີເຮັດເມື່ອກັບບ້ານລູກຈະເຮັດໃຫ້ພໍ່ແມ່ກິນ”.

ເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງທາງພາກໃຕ້ຫວຽດນາມຢູ່ໂຮງຮຽນ - ảnh 2(ທຸກຄົນລ້ວນແຕ່ມີຄວາມມ່ວນຊື່ນ, ເຮັດເຂົ້າໜົມດ້ວຍຄວາມຈູບຈ້າວຫ້າວຫັນ)

        ການເຄື່ອນໄຫວເຮັດເຂົ້າໜົມພື້ນເມືອງນີ້ໄດ້ສະຫງວນໃຫ້ນັກຮຽນແຕ່ຊັ້ນປໍ 3 ຮອດຊັ້ນປໍ 5. ແຕ່ລະຊັ້ນນັ້ນໄດ້ເຮັດເຂົ້າໜົມຊະນິດທີ່ແຕກຕ່າງກັນ, ຈາກງ່າຍໄປຫາຍາກ. ເອື້ອຍຄູ ດ່ວານທິທູຖຸຍ, ໂຮງຮຽນປະຖົມ ຫວໍເຈື່ອງຕ່ວານ, ແບ່ງປັນວ່າ.

        “ເມື່ອນັກຮຽນໄດ້ອ່ານປຶ້ມກ່ຽວກັບວິທີເຮັດເຂົ້າໜົມ ແລະ ຂ້າພະເຈົ້າໄດ້ເວົ້າວ່າ ພວກລູກຈະໄດ້ເຂົ້າຮ່ວມການເຮັດເຂົ້າໜົມນັ້ນ, ນັກຮຽນຜູ້ໃດກໍ່ຄອງຄອຍ ແລະ ມີຄວາມກະຕືລີລົ້ນ. ນອກຈາກເລື່ອງພວກລູກເຮັດເຂົ້າໜົມຢູ່ໂຮງຮຽນແລ້ວ ພວກລູກຍັງໄດ້ເຂົ້າຮ່ວມງານບຸນເຂົ້າໜົມພື້ນເມືອງ, ເຂົ້າຮ່ວມການເຮັດເຂົ້າໜົມພ້ອມກັບບັນດາຊ່າງເຮັດເຂົ້າໜົມໃນງານບຸນເຂົ້າໜົມອີກດ້ວຍ. ໂດຍໄດ້ເຂົ້າຮ່ວມການເຮັດເຂົ້າໜົມຕົວຈິງນັ້ນ, ຂ້າພະເຈົ້າເຫັນວ່ານັກຮຽນມີຄວາມຂະຫຍັນຂັນເຄື່ອນກວ່າ, ມັກຮ່ຳມັກຮຽນກວ່າ”.

        ນັກຮຽນຢູ່ໂຮງຮຽນປະຖົມ ໝາກດິ້ງຈີ ກໍ່ລໍຖ້າການເຂົ້າຮ່ວມເຮັດເຂົ້າໜົມພື້ນເມືອງນີ້. ພວກນ້ອງນັກຮຽນໄດ້ກະກຽມວັດຖຸດິບ, ນຳໃຊ້ບັນດາເຄື່ອງມືເຮັດເຂົ້າໜົມ, ຕັ້ງໃຈຮັບຟັງຊ່າງແນະນຳວິທີເຮັດເຂົ້າໜົມ. ເລື່ອງເຂົ້າຮ່ວມການເຮັດເຂົ້າໜົມພື້ນເມືອງນັ້ນ ທັງຊ່ວຍໃຫ້ພວກນ້ອງມີຫົວຄິດປະດິດສ້າງ, ມີຄວາມເຂົ້າໃຈ ແລະ ເຄົາລົບບັນດາຜູ້ເຮັດເຂົ້າໜົມຂອງບ້ານເກີດເມືອງນອນກວ່າ. ນ້ອງ ຫວໍຫງວຽດຄ໊ຽດແອັງ, ນັກຮຽນຫ້ອງປໍ 5, ໂຮງຮຽນປະຖົມ ໝາກດິ້ງຈີ, ໃຫ້ຮູ້ວ່າ.

        “ລູກເຫັນວ່າການຮຽນເຮັດເຂົ້າໜົມໃນມື້ນີ້ແມ່ນມ່ວນຊື່ນຫຼາຍ, ລູກມັກທີ່ສຸດຂັ້ນຕອນປີ້ງເຂົ້າໜົມ”.       ທາງໂຮງຮຽນໄດ້ຈັດການເຄື່ອນໄຫວເຮັດເຂົ້າໜົມພື້ນເມືອງເປັນປະຈຳເພື່ອແນໃສ່ສຶກສາອົບຮົມໃຫ້ນັກຮຽນຮູ້ວ່າຕ້ອງສາມັກຄີກັນ, ເສີມຂະຫຍາຍປະສິດທິຜົນລວມໝູ່. ບັນດາພວກນ້ອງໄດ້ແບ່ງກຸ່ມດ້ວຍຕົນເອງ, ປຶກສາຫາລື ແລະ ໃຫ້ຂໍ້ສັງເກດກ່ຽວກັບເຂົ້າໜົມທີ່ໄດ້ເຮັດອອກມາ. ເຂົ້າຮ່ວມການແນະນຳໃຫ້ພວກນ້ອງກ່ຽວກັບວິທີເຮັດເຂົ້າໜົມຢູ່ໂຮງຮຽນປະຖົມ ໝາກດິ້ງຈີ, ຊ່າງເຮັດເຂົ້າໜົມ ເຈືອງທິຈ່ຽວ, ແບ່ງປັນວ່າ.

        “ຂ້າພະເຈົ້າຢາກຮັກສາມູນເຊື້ອ ສະນັ້ນຈຶ່ງໄດ້ສ້າງບ່ອນເຮັດເຂົ້າໜົມໃຫ້ແກ່ພວກນ້ອງນັກຮຽນ ເພື່ອໃຫ້ພວກນ້ອງນັກຮຽນສາມາດເຮັດເຂົ້າໜົມ ແລະ ໄດ້ຊີມດ້ວຍຕົນເອງ ແລະ ໃຫ້ພວກນ້ອງຮູ້ຈັກເຖິງເຂົ້າໜົມແຫ່ງບ້ານເກີດເມືອງນອນຂອງຕົນ. ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງນຳຜະລິດຕະພັນຂອງປະເທດຫວຽດນາມ ອອກສູ່ໂລກອີກດ້ວຍ.”

        ແຕ່ດົນນານມາແລ້ວ, ເຂົ້າໜົມພື້ນເມືອງທາງພາກໃຕ້ໄດ້ກາຍເປີດຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳອາຫານການກິນທາງພາກໃຕ້. ສຳລັບຊາວພາກໃຕ້ຫວຽດນາມ ແລ້ວ, ເຂົ້າໜົມບໍ່ພຽງແຕ່ເຮັດມາເພື່ອກິນເທົ່ານັ້ນ ຫາກຍັງເພື່ອແລກປ່ຽນວັດທະນະທຳອີກດ້ວຍ. ປະຈຸບັນ, ຢູ່ພາກໃຕ້ມີເຂົ້າໜົມກວ່າ 100 ຊະນິດ ດ້ວຍວິທີເຮັດທີ່ແຕກຕ່າງກັນ. ເລື່ອງສິດສອນ, ປະຕິບັດການເຮັດເຂົ້າໜົມພື້ນເມືອງຢູ່ຕາມໂຮງຮຽນນັ້ນ ໄດ້ເປັນການປະກອບສ່ວນປ່ຽນແປງໃໝ່ວິທີສິດສອນ, ຍົກສູງຄຸນນະພາບການສຶກສາໃຫ້ນັກຮຽນ. ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາຊ່າງເຮັດເຂົ້າໜົມພື້ນເມືອງໄດ້ອະນຸລັກຮັກສາ ແລະ ສືບທອດໃຫ້ຄົນລຸ້ນໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ