ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ

(VOVWORLD) -ເດືອນມັງກອນຜ່ານມາ, ຜົນງານຂອງນັກຖ່າຍຮູບ ເຈິ່ນຕວັນຫວຽດ ຍາດໄດ້ລາງວັນກິດຕິມະສັກໃນການປະກວດຮູບຖ່າຍຂາວ - ດຳ ທີ່ມີຊື່ສຽງທີ່ສຸດໃນໂລກ “International Monochrome Photography Awards”. ລາວເປັນຊ່າງຖ່າຍຮູບ ຫວຽດນາມ ຜູ້ດຽວທີ່ຮ່ວມມືກັບ National Geographic (NatGeo), ເຊິ່ງເປັນວາລະສານທີ່ມີຊື່ສຽງຂອງສະມາຄົມພູມສາດແຫ່ງສະຫະລັດ ອາເມລິກາ. ເຈິ່ນຕວັນຫວຽດ ແມ່ນເຈົ້າຂອງຜົນງານຮູບຖ່າຍນັບຮ້ອຍແຜ່ນ ທີ່ເຊີດຊູຄວາມງາມ ຫວຽດນາມ ເຊິ່ງໄດ້ລົງພິມໃນວາລະສານດັ່ງກ່າວ. ສຳລັບ ຕວັນຫວຽດ ແລ້ວ, ການຖ່າຍຮູບ ບໍ່ພຽງແຕ່ເປັນວຽກງານໜຶ່ງເທົ່ານັ້ນ ຫາກຍັງແມ່ນຄວາມໄຝ່ຝັນຂອງລາວອີກດ້ວຍ.
ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ - ảnh 1ເຈິ່ນຕວັນຫວຽດ ແມ່ນເຈົ້າຂອງຜົນງານຮູບຖ່າຍນັບຮ້ອຍແຜ່ນ ທີ່ເຊີດຊູຄວາມງາມ ຫວຽດນາມ 

ປີ 2017, ຊ່າງຖ່າຍຮູບ ເຈິ່ນຕວັນຫວຽດ, ໃນຄາວນັ້ນລາວມີອາຍຸ 34 ປີ, ໄດ້ກາຍເປັນຜູ້ມີຊື່ສຽງໂດ່ງດັງໃນວົງການຖ່າຍຮູບລະດັບໂລກ ພາຍຫຼັງທີ່ຮູບຖ່າຍ “ການເຮັດທູບ” ຂອງ ລາວປະກົດໃນລາຍການ “Visions of Earth” ຂອງ NatGeo. ຫຼັງຈາກນັ້ນ 1 ປີ, ຮູບຖ່າຍດັ່ງກ່າວ ຄວ້າໄດ້ລາງວັນທີໜຶ່ງໃນລາຍການທ່ອງທ່ຽວ ໃນການປະກວດຮູບຖ່າຍຂອງ ວາລະສານ Smithsonian ຂອງ ອາເມລິກາ. ໄລ່ມາຮອດປັດຈຸບັນ,  ເຈິ່ນຕວັນຫວຽດ ມີຮູບຖ່າຍປະມານ 20 ແຜ່ນ ໄດ້ຄັດເລືອກເຂົ້າ Top “ບັນດາຮູບຖ່າຍງາມທີ່ສຸດໃນວັນ” ໂດຍ Your Shot ຄັດເລືອກ.  ໃນຈຳນວນຮູບຖ່າຍເຫຼົ່ານັ້ນ, ມີ ຮູບຖ່າຍ 7 ແຜ່ນ ໄດ້ຮັບລາງວັນ “ຈຸດເວລາສວຍງາມທີ່ສຸດໃນວັນ”.

“ຈົນຮອດປີ 2007, ຂ້າພະເຈົ້າ ຈິ່ງມີໂອກາດນຳໃຊ້ກ້ອງຖ່າຍຮູບດີຈີຕອນ Canon. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຄຸນນະພາບຂອງກ້ອງຖ່າຍເຫຼົ່ານັ້ນ.  ຮູບຖ່າຍຕ່າງໆລ້ວນແຕ່ງາມ ແລະ ເປັນພິເສດ. ຫຼັງຈາກນັ້ນ, ຂ້າພະເຈົ້າກໍຕັດສິນໃຈຊື້ກ້ອງຖ່າຍຮູບກ້ອງໜຶ່ງໃຫ້ຕົນເອງ ແລະ ຊອກຮູ້ເຕັກນິກຕ່າງໆດ້ວຍຕົນເອງ ເຮັດແນວໃດເພື່ອໃຫ້ຮູບທີ່ຖ່າຍອອກມາງາມທີ່ສຸດ”.

ໂດຍກຳເນີດ ແລະ ເຕີບໃຫຍ່ຂຶ້ນໃນຄອບຄົວລັດຖະກອນ, ເຈິ່ນຕວັນຫວຽດ ຮຽນຈົບມະຫາວິທະຍາໄລເປັນນັກສະຖາປານິກ ເມື່ອປີ 2005 ສົມດັ່ງຄວາມປາດຖະໜາແຕ່ຄາວຍັງນ້ອຍ. ແຕ່ລາວພັດເຮັດວຽກ ແລະ ຫາເງິນດ້ວຍອາຊີບເປັນຜູ້ສ້າງຊອບແວ. ຕອນນັ້ນ, ຕວັນຫວຽດ ຖືການຖ່າຍຮູບເປັນພຽງແຕ່ຄວາມໄຝ່ຝັນສ່ວນຕົວເທົ່ານັ້ນ, ຂະໜາດລາວເອງກໍບໍ່ຄຶດເລີຍວ່າ “ອາຊີບມືຊ້າຍ” ໃນເວລາຫວ່າງນັ້ນ ໄດ້ຊ່ວຍໃຫ້ລາວປະສົບຜົນສຳເລັດ ແລະ ມີຊື່ສຽງໂດ່ງດັງຄືປັດຈຸບັນນີ້. ບັນດາຜົນງານຂອງລາວ ໄດ້ເອົາລົງໃນສື່ສິ່ງພິມຕ່າງໆ ເປັນຕົ້ນແມ່ນ ວາລະສານ, ປຶ້ມພາບບັນທຶກ, ປຶ້ມບັນທຶກເຫດການສຳຄັນປະຈຳປີ,... ດ້ວຍຫຼາຍພາສາທີ່ແຕກຕ່າງກັນຂອງ NatGeo.

“ປີ 2019 NatGeo ໄດ້ສະເໜີຂໍຮ່ວມງານກັບຂ້າພະເຈົ້າ. ຂ້າພະເຈົ້າກໍເປັນຄົນຫວຽດ ຜູ້ດຽວໃນຈຳນວນຊ່າງຖ່າຍຮູບ 40 ຄົນທີ່ໄດ້ເລືອກ. ຂ້າພະເຈົ້າຄິດວ່າ ຫວຽດນາມ ມີ “ວັດສະດຸ” ຫຼາຍທີ່ສຸດເພື່ອສ້າງພາບໃຫ້ສວຍງາມ. ຫວຽດນາມ ມີທັດສະນີຍະພາບສວຍງາມຫຼາຍແຫ່ງ ພ້ອມທັງມີມູນເຊື້ອທີ່ອຸດົມສົມບູນ ແລະ ວັດທະນະທຳຫຼາກຫຼາຍສີສັນ. ມີຫຼາຍສິ່ງຫຼາຍຢ່າງສາມາດເລົ່າໃຫ້ເພື່ອນມິດສາກົນຟັງ.”

ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ - ảnh 2ຮູບເຮັດທູບ ໂດຍ ເຈິ່ນຕວັນຫວຽດ ຖ່າຍ

ໄລ່ມາຮອດປັດຈຸບັນ, ເຈິ່ນຕວັນຫວຽດ ຍາດໄດ້ລາງວັນພາຍໃນປະເທດ ແລະ ສາກົນ ກວ່າ 250 ລາງວັນ. ຮູບຖ່າຍກວ່າ 200 ແຜ່ນຂອງລາວ ໄດ້ລົງພິມໃນວາລະສານ NatGeo. ປີ 2019, ລາວກໍປະກອບສ່ວນຮູບຖ່າຍກວ່າ 1.000 ແຜ່ນເຂົ້າໃນໂຄງການ “ສິ່ງທີ່ມະຫັດສະຈັນ ຢູ່ ຫວຽດນາມ” ໂດຍ Google ສົມທົບກັບກົມໃຫຍ່ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ ດ້ວຍຈຸດປະສົງ ຊ່ວຍເຫຼືອບັນດາປະເທດທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19, ຊ່ວຍໃຫ້ເຂົາເຈົ້າສາມາດຄົ້ນຫາໂລກ. ເພື່ອຖ່າຍໄດ້ຮູບແຜ່ນໜຶ່ງທີ່ພໍໃຈນັ້ນ, ບາງເທື່ອ ຕວັນຫວຽດ ຕ້ອງເສຍເວລາ, ເສຍເຫື່ອແຮງຫຼາຍ, ແຕ່ຮູບຖ່າຍທີ່ອອກມາ ແມ່ນປະທັບໃຈທີ່ສຸດ, ນັກຖ່າຍຮູບ ໂດະຫືວຕວັນ ແບ່ງປັນວ່າ:

“ຂ້າພະເຈົ້ານັບຖືອ້າຍ ຫວຽດ ທີ່ສຸດ. ບັນດາຮູບພາບທີ່ລາວຖ່າຍອອກມາ ລ້ວນແຕ່ມີເອກະລັກສະເພາະ. ເມື່ອເຮົາຊົມ, ເຮົາກໍບໍ່ເຂົ້າໃຈໄດ້ວ່າ ອ້າຍ ຫວຽດ ເຮັດແນວໃດຈຶ່ງຖ່າຍຮູບອອກມາໄດ້ຄືແນວນັ້ນ. ຂ້າພະເຈົ້າເອງກໍເປັນຊ່າງຖ່າຍຮູບຄືກັນ ແຕ່ເຫັນຮູບຂອງອ້າຍ ຫວຽດ ຖ່າຍແລ້ວ ເບິ່ງແນວໃດກໍບໍ່ເບື່ອ.”

ເຈິ່ນຕວັນຫວຽດ - ຜູ້ນໍາພາບພົດ ຫວຽດນາມ ອອກສູ່ໂລກ - ảnh 3ການລະຫຼີ້ນພື້ນເມືອງຂອງເດັກນ້ອຍ ຢູ່ ໝຸຍແນ໊ 

ໃນປີ 2022 ຜ່ານມາ, ເຈິ່ນຕວັນຫວຽດ ສືບຕໍ່ໄດ້ເຊີດຊູພາບພົດ ຫວຽດນາມ ຜ່ານ ຮູບເງົາ Dare To Ride ທີ່ໄດ້ແຜ່ພາບຜ່ານຊ່ອງໂທລະພາບທີ່ມີຊື່ສຽງໃນໂລກ ນັ້ນກໍຄື Discovery ໃນເວລາ 30 ນາທີ.  ໃນຄັ້ງນີ້, ລາວ ໄດ້ກາຍເປັນນັກນຳທ່ຽວ ພາໝູ່ຕ່າງປະເທດ 3 ຄົນໄປຄົ້ນຫາທັດສະນີຍະພາບ, ອາຫານການກິນທີ່ເປັນເອກະລັກຂອງ ຮ່າໂນ້ຍ. ໃນໄລຍະຈະມາເຖິງ, ເຈິ່ນຕວັນຫວຽດ ຫວັງວ່າ ຈະສືບຕໍ່ປະຕິບັດໂຄງການຖ່າຍຮູບທິວທັດທຳມະຊາດຂອງ ຫວຽດນາມ ທີ່ຢຸດເຄື່ອນໄຫວຍ້ອນໂລກລະບາດໂຄວິດ - 19 ໃຫ້ສຳເລັດ. ລາວເວົ້າວ່າ “ຢູ່ພາຍໃນປະເທດ ມີທັດສະນີຍະພາບທີ່ສວຍງາມຫຼາຍແຫ່ງ ເຊິ່ງມະຫາຊົນຍັງບໍ່ທັນຮູ້ຈັກເຖິງ. ຂ້າພະເຈົ້າໄດ້ວາງເປົ້າໝາຍໄວ້ວ່າ ຈະໄປທ່ຽວ, ຖ່າຍທຳ ແລະ ແນະນຳໃຫ້ທຸກຄົນໄດ້ຮູ້ຈັກຢ່າງທົ່ວເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ