ເປີດປຶ້ມກໍ່ເຫັນບຸນເຕັດ: ວັນບຸນລະຫຼິ້ນພື້ນເມືອງສະຫງວນໃຫ້ເດັກ

(VOVWORLD) -ເຂົ້າຮ່ວມເຫດການ “ເປີດປຶ້ມກໍ່ເຫັນບຸນເຕັດ”, ພວກເດັກນ້ອຍໄດ້ເມົາມົວກັບການລະຫຼິ້ນພື້ນເມືອງທີ່ເປັນມູນເຊື້ອ
ເປີດປຶ້ມກໍ່ເຫັນບຸນເຕັດ: ວັນບຸນລະຫຼິ້ນພື້ນເມືອງສະຫງວນໃຫ້ເດັກ - ảnh 1(ພວກເດັກນ້ອຍໄດ້ເມົາມົວກັບການລະຫຼິ້ນພື້ນເມືອງທີ່ເປັນມູນເຊື້ອຄື ຟ້ອນຊາບ)
ດ້ວຍຄວາມປາດຖະໜາຢາກເຊີດຊູບັນດາຄຸນຄ່າວັດທະນະທຳເຂດພາກ ແລະ ສ້າງຄວາມຜູກພັນໃນຄອບຄົວ. ຮ້ານຂາຍປຶ້ມເຍົາວະຊົນ Lionbooks ຢູ່ ຮ່າໂນ້ຍ ຫາກໍ່ຈັດລາຍການ “ເປີດປຶ້ມກໍ່ເຫັນບຸນເຕັດ” ໄດ້ນຳເອົາບັນດາການລະຫຼິ້ນພື້ນເມືອງທີ່ເປັນເອກະລັກສະເພາະ 20 ປະເພດມາໃຫ້ພວກນ້ອງ ພ້ອມກັບການເຄື່ອນໄຫວທີ່ອຸດົມສົມບູນ. ລາຍການໄດ້ດຶງດູດຫຼາຍຄອບຄົວເຂົ້າຮ່ວມ ແລະ ມຸ່ງໄປເຖິງບັນດາຄຸນຄ່າທີ່ເປັນມູນເຊື້ອຂອງຊາດ.

        ເຂົ້າຮ່ວມເຫດການ “ເປີດປຶ້ມກໍ່ເຫັນບຸນເຕັດ”, ພວກເດັກນ້ອຍໄດ້ເມົາມົວກັບການລະຫຼິ້ນພື້ນເມືອງທີ່ເປັນມູນເຊື້ອ, ຄື: ຟ້ອນຊາບ, ໝາກຂຸມສຳລັບເດັກນ້ອຍບາງຄົນແລ້ວ ນີ້ແມ່ນສິ່ງທີ່ແປກໃໝ່ກັບການລະຫຼິ້ນ ໂຍນໝາກຄອນ, ແຕ່ພາຍຫຼັງຫຼິ້ນ 2-3 ເທື່ອແລ້ວ, ພວກເດັກກໍ່ສາມາດກຳໄດ້ກະຕິກາໃນການຫຼິ້ນ. ບໍ່ພຽງແຕ່ດຶງດູດໃຈພວກເດັກເທົ່ານັ້ນ, ບັນດາການລະຫຼິ້ນພື້ນເມືອງຍັງໄດ້ຮັບການຕອບສະໜອງຈາກຜູ້ເປັນພໍ່, ເປັນແມ່ເຂົ້າຮ່ວມອີກດ້ວຍ.

-     ລູກຫຼິ້ນໂຍນໝາກຄອນ ເຫັນວ່າມ່ວນທີ່ສຸດ, ລູກໂຍນຖືກ 3 ໜ່ວຍ.

ຂ້າພະເຈົ້າຮູ້ສຶກວ່າ ພວກລູກໄດ້ຫຼິ້ນບັນດາການລະຫຼິ້ນເຊິ່ງເມື່ອກ່ອນເຮົາເຄີຍຫຼິ້ນ ເຫັນວ່າມີຄວາມໝາຍທີ່ສຸດ. ພວກລູກກໍ່ໄດ້ເຂົ້າຮ່ວມການລະຫຼິ້ນຄື ໂຍນໝາກຄອນ, ຟ້ອນຊາບ, ການເຄື່ອນໄຫວລວມໝູ່ກັບພວກເພື່ອນ ມ່ວນທີ່ສຸດ. ມີບັນດາການລະຫຼິ້ນ, ຕົວຢ່າງຄື, ຟ້ອນຊາບ, ໝາກຂຸມນີ້ໄດ້ເຮັດໃຫ້ຂ້າພະເຈົ້າຄິດຮອດຕອນເປັນເຍົາວະຊົນເຊິ່ງມີຄວາມໝາຍ.

-     ເດັກນ້ອຍມັກຫຼິ້ນໂທລະສັບມືຖື, ເບິ່ງໂທລະພາບ, ຫຼິ້ນເກມຕ່າງໆ… ບໍ່ມີບ່ອນຫຼິ້ນທີ່ກວ້າງຂວາງຄືແບບນີ້ສະນັ້ນ, ມື້ນີ້ຂ້າພະເຈົ້າພາລູກໆມາເຂົ້າຮ່ວມການລະຫຼິ້ນແບບພື້ນເມືອງ.

ບໍ່ພຽງແຕ່ເຂົ້າຮ່ວມບັນດາການລະຫຼິ້ນເມືອງເທົ່ານັ້ນ, ຜູ້ເປັນພໍ່ເປັນແມ່ ແລະລູກໆຍັງໄດ້ເຂົ້າຮ່ວມການພິມຮູບຈາກແມ່ພິມເຮັດດ້ວຍໄມ້ທີ່ເປັນມູນເຊື້ອຂອງ ຫວຽດນາມອີກດ້ວຍ. ພວກເດັກໄດ້ຊອກຮູ້ກ່ຽວກັບເຈ້ຍຊະນິດຕ່າງໆ, ສີທີ່ເປັນມູນເຊື້ອ… ນັກແຕ້ມຍິງທີ່ແນະນຳພວກເດັກແຕ້ມຮູບແບ່ງປັນວ່າ:

“ຂ້າພະເຈົ້າໄດ້ແບ່ງປັນ 2 ຂັ້ນຕອນ, ທີ່ໜຶ່ງແມ່ນແມ່ພິມ, ທີ 2 ແມ່ນພາບພິມ. ທຳອິດແມ່ນແມ່ພິມ, ເຮົາໃຊ້ແຜ່ນໄມ້ແລ້ວສ້າງເປັນຮູບຢູ່ໃນນັ້ນ. ຂ້າພະເຈົ້າຈະເອົາໄປກີ້ງໃສ່ສີ, ແລ້ວເອົາເຈ້ຍແຜ່ນໜຶ່ງມາວາງໃສ່ ແລະ ທາໄປທາມາເພື່ອໃຫ້ສີຢູ່ແມ່ພິມອອກໃສ່ເຈ້ຍ, ແລ້ວເຮົາກໍ່ຈະໄດ້ພາບພິມໃສ່ເຈ້ຍ. ການເຮັດນີ້ແມ່ນບໍ່ຍາກ, ພວກເດັກກໍ່ສາມາດສ້າງຜະລິດຕະພັນຂອງຕົນເອງໄດ້ຢ່າງງ່າຍ. ພວກເດັກ ແລະ ຜູ້ເປັນພໍ່ເປັນແມ່ມີຄວາມປະທັບໃຈ ແລະ ຖາມກ່ຽວກັບສິລະປະການພິມດັ່ງກ່າວ”.

ເພື່ອຈັດບັນດາການເຄື່ອນໄຫວລະຫຼິ້ນນີ້, ບັນດາພາລະກອນຂອງຮ້ານຂາຍປຶ້ມເຍົາວະຊົນ Lionbooks ໄດ້ອອກແບບເຄື່ອງປະດັບປະດາດ້ວຍຕົນເອງ. ເອື້ອຍ ຫງວຽນຈ່ຽວຊວັນ, ຫົວໜ້າຮ້ານຊາຍປຶ້ມ Lionbooks ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ກະກຽມໃຫ້ແກ່ເຫດການນີ້ມາເປັນເດືອນ. ພວກຂ້າພະເຈົ້າປາດຖະໜາຢາກນຳເອົາເຂດລະຫຼິ້ນທີ່ເປັນມູນເຊື້ອ ກໍຄືຊ່ວຍໃຫ້ຜູ້ເປັນພໍ່, ເປັນແມ່ ແລະ ພວກເດັກມີເຂດລະຫຼິ້ນໃນຍາມບຸນເຕັດ, ໄດ້ເຂົ້າຮ່ວມບັນດາການລະຫຼິ້ນທີ່ເປັນຂອງເດັກນ້ອຍ. Lionbooks ແມ່ນຫົວໜ່ວຍຈຳໜ່າຍປຶ້ມເຍົາວະຊົນສະເພາະຂອງ ຫວຽດນາມ ແລະ ປາດຖະໜາຢາກປະກອບກຳລັງສ່ວນໃດສ່ວນໜຶ່ງຂອງຕົນເພື່ອຮັກສາບັນດາຈຸດຄວາມງາມທີ່ເປັນມູນເຊື້ອ ກໍຄືຮີດຄອງປະເພນີຂອງບ້ານເກີດເມືອງນອນ, ປະເທດຊາດໃນໂອກາດບຸນເຕັດຫວຽດນາມ.”

ນອກຈາກບັນດາການເຄື່ອນໄຫວລະຫຼິ້ນແລ້ວ, ພວກເດັກນ້ອຍຍັງໄດ້ເຂົ້າຮ່ວມ workshop “ດົນຕີເລົ່າເລື່ອງ - ເປີດປຶ້ມກໍ່ເຫັນບຸນເຕັດ” ດ້ວຍບັນດາບົດເພງທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງບຸນເຕັດ ຈາກອາ ກາດຮ່າ, ນັກດົນຕີ, ນັກຊ່ຽວຊານການສຶກສາດົນຕີເຍົາວະຊົນ.

ຕາມປົກກະຕິ ສຳລັບປຶ້ມເຫຼົ່ານັ້ນ ແມ່ນພວກເຮົາຈະອ່ານໃຫ້ເດັກນ້ອຍຟັງ. ແຕ່ວ່າ ດ້ວຍວິທີນຳໃຊ້ດົນຕີເຂົ້າໃນການເລົ່າເລື່ອງ ຈະຊ່ວຍໃຫ້ເດັກເປັນເຈົ້າການຮັບເອົາເນື້ອໃນໄດ້ດີກວ່າ. ໃນເວລານັ້ນ, ພວກເດັກໄດ້ຖືວ່າ ຕົນເອງເປັນຕົວລະຄອນ, ເດັກນ້ອຍຈະຄົ້ນຫາ, ເຂົ້າຮ່ວມການເຄື່ອນໄຫວ, ເນື້ອໃນຄວາມຮູ້ຈາກປຶ້ມນຳມາໃຫ້ດ້ວຍຕົນເອງ. ສະນັ້ນ, ເດັກນ້ອຍຈະເປັນເຈົ້າການຮັບເອົາຄວາມຮູ້ເຫຼົ່ານັ້ນ”.

ລາຍການ “ເປີດປຶ້ມກໍ່ເຫັນບຸນເຕັດ” ບໍ່ພຽງແຕ່ນຳມາເຊິ່ງເຂດລະຫຼິ້ນ ທີ່ເຂັ້ມຂຸ້ນໄປດ້ວຍມູນເຊື້ອເທົ່ານັ້ນ ຫາກຍັງໄດ້ກາຍເປັນບັນດາເຍື່ອງອາຫານທາງດ້ານຈິດໃຈເຊິ່ງພວກເດັກລໍຄອຍເຂົ້າຮ່ວມໃນໂອກາດບຸນເຕັດວຽນມາໃນແຕ່ລະປີ./.

ຕອບກັບ

ຂ່າວ/ບົດ​ອື່ນ